AI Mode ເຊິ່ງເປັນຟີເຈີໃໝ່ຂອງ Google Search ກຳລັງຈະມາປ່ຽນແປງວິທີການຄົ້ນຫາຂໍ້ມູນໃຫ້ກາຍເປັນເຄື່ອງມືຄົ້ນຫາດ້ວຍ AI ແບບບົດສົນທະນາ. ເຮົາອາດຈະຄິດວ່າ ມັນຊິເປັນຫຍັງ ປ່ອຍມາກະປ່ອຍທະແມະ. ແຕ່ໃນຖານະທີ່ເຮົາເປັນນັກການຕະຫຼາດ ນີ້ເປັນສິ່ງທີ່ເຮົາຄວນຮູ້ ແລະ ປັບຕົວ ເພາະນີ້ເປັນອີກໜຶ່ງໂອກາດທີ່ເຮົາສາມາດໃຊ້ເພື່ອເປັນອີກໜຶ່ງຊ່ອງທາງທີ່ລູກຄ້າສາມາດຄົ້ນຫາເຮົາພົບໄດ້.
ໃນຕອນນີ້ AI Mode ກໍໄດ້ມາຮອດປະເທດລາວແລ້ວ. ເຖິງວ່າຕອນນີ້ຈະຍັງບໍ່ທັນສາມາດໃຊ້ໃນພາສາລາວໄດ້ ແລະ ໃຊ້ໄດ້ແຕ່ໃນພາສາອັງກິດ, ແຕ່ພະລັງຂອງ AI ເອງ ມັນສາມາດດຶງເອົາເນື້ອໃນທີ່ເຮົາສ້າງໃນເວັບໄຊ ຫຼື ສື່ໂຊຊຽວຕ່າງໆມາສະແດງຜົນເປັນຄຳຕອບໃນພາສາອັງກິດໄດ້ເຖິງວ່າເຮົາຈະຂຽນເປັນພາສາລາວ.
ທີ່ຈິງແລ້ວ ໂລກຂອງການຕະຫຼາດກໍປ່ຽນໄປຫຼາຍຕັ້ງແຕ່ການມາເຖິງຂອງ AI. ແຕ່ການມາເຖິງຂອງ AI Mode ຂອງ Google Search ໃນລາວ ຈະສາມາດປ່ຽນມຸມມອງຂອງເຮົາຕໍ່ກັບ search engine ນີ້ ແລະ ໃນບົດຄວາມນີ້ເຮົາຈະພາໄປເບິ່ງວ່າ AI Mode ແມ່ນຫຍັງ? ມັນຈະກະທົບກັບການເຮັດ content marketing ແລະ SEO ແນວໃດ? ເຮົາຄວນເຮັດແນວໃດເພື່ອຮັບມື? ແລະ ຕອນນີ້ເຮົາສາມາດເຮັດຫຍັງໄດ້ແດ່?

???? AI Mode ແມ່ນຫຍັງ ແລະ ມັນເຮັດວຽກແນວໃດ?
AI Mode ແມ່ນວິທີການຄົ້ນຫາຂໍ້ມູນແບບໃໝ່ຂອງ Google ທີ່ແຕກຕ່າງຈາກການຄົ້ນຫາແບບທົ່ວໄປ.
ການຄົ້ນຫາແບບປົກກະຕິ (Google Search) ຈະສະແດງຜົນລັບທີ່ກົງກັບຄຳທີ່ທ່ານພິມຫາເທົ່ານັ້ນ, ແຕ່ AI Mode ຈະໃຊ້ວິທີ “fan-out”. ມັນຈະເອົາຄຳຄົ້ນຫາຂອງທ່ານໄປວິເຄາະໃນ 7 ໝວດໝູ່ ທີ່ແຕກຕ່າງກັນ ເພື່ອໃຫ້ສາມາດດຶງຂໍ້ມູນທີ່ກ່ຽວຂ້ອງຈາກມຸມມອງທີ່ຫຼາກຫຼາຍ ເຊັ່ນ:
- ການສືບຄົ້ນທີ່ກ່ຽວຂ້ອງ (Related Queries): ຊອກຫາແນວຄວາມຄິດທີ່ໃກ້ຄຽງກັນ.
- ການສືບຄົ້ນທີ່ບໍ່ໄດ້ລະບຸ (Implicit Queries): ເຂົ້າໃຈສິ່ງທີ່ທ່ານຕ້ອງການເຖິງແມ່ນວ່າຈະບໍ່ໄດ້ພິມບອກ.
- ການສືບຄົ້ນແບບປຽບທຽບ (Comparative Queries): ຈຳລອງສະຖານະການຕັດສິນໃຈ.
- ແວດລ້ອມຈາກການສືບຄົ້ນຫຼ້າສຸດ (Recent Query Context): ເຂົ້າໃຈຄວາມຕໍ່ເນື່ອງຂອງການສົນທະນາ.
- ການສືບຄົ້ນສະເພາະບຸກຄົນ (Personalized Queries): ປັບຜົນລັບໃຫ້ເໝາະສົມກັບທ່ານ.
- ການສືບຄົ້ນແບບປັບປຸງຄຳສັບ (Reformulation Queries): ໃຊ້ຄຳສັບອື່ນໆທີ່ຄ້າຍຄືກັນ.
- ການສືບຄົ້ນແບບຂະຫຍາຍເນື້ອຄວາມ (Entity-Expanded Queries): ຊອກຫາຄວາມສຳພັນຈາກຖານຂໍ້ມູນຄວາມຮູ້.
ດ້ວຍວິທີນີ້, AI Mode ຈຶ່ງສາມາດຊອກຫາ ແລະ ດຶງເອົາພຽງແຕ່ ບາງສ່ວນຂອງຂໍ້ຄວາມ (passages) ຈາກຫຼາຍໆໜ້າເວັບ, ເຖິງແມ່ນວ່າຈະຢູ່ໃນອັນດັບທ້າຍໆກໍຕາມ (ເຊັ່ນ: ໜ້າທີ 5). ນັ້ນໝາຍຄວາມວ່າ ແທນທີ່ຈະໃຫ້ຜົນການຄົ້ນຫາແບບໜ້າເວັບເຕັມ, AI ຈະນຳເອົາບາງສ່ວນຂອງເນື້ອໃນມາສະຫຼຸບໃຫ້ເຮົາໂດຍກົງ, ເຮັດໃຫ້ເຮົາໄດ້ຄຳຕອບທີ່ຊັດເຈນກວ່າ.
???? ແລ້ວ AI Mode ສົ່ງຜົນແນວໃດຕໍ່ກັບນັກການຕະຫຼາດ?
ການມີ AI Mode ເຮັດໃຫ້ເກີດການປ່ຽນແປງໃຫຍ່ສຳລັບນັກການຕະຫຼາດໃນການເຮັດຄອນເທັນ ແລະ SEO ຄື:
- ການຈັດອັນດັບຜົນການຄົ້ນຫາຈະບໍ່ແນ່ນອນອີກຕໍ່ໄປ: ຈາກແຕ່ກ່ອນທີ່ການຕິດອັນດັບຈະຂຶ້ນກັບ SEO (ເຊັ່ນ: ຄຳສັບຫຼັກ, ການເຊື່ອມຕໍ່ຈາກເວັບໄຊອື່ນ), ຕອນນີ້ຈະກາຍເປັນວ່າມັນຂຶ້ນກັບເນື້ອໃນຂອງເຮົາວ່າ ກ່ຽວຂ້ອງກັບຄວາມໝາຍຂອງຄຳຖາມ ທີ່ AI ເຂົ້າໃຈຫຼາຍໜ້ອຍສໍ່າໃດ. ຖ້າເນື້ອໃນຄອນເທັນຂອງເຮົາຕອບຄຳຖາມນັ້ນໄດ້ກົງຈຸດ, ມັນກໍຈະຖືກເລືອກມາສະແດງຜົນ.
- ເນັ້ນໃສ່ເນື້ອຫາທີ່ສະເພາະບຸກຄົນ: AI ສາມາດຮຽນຮູ້ຈາກປະຫວັດການຄົ້ນຫາ ແລະ ພຶດຕິກຳຂອງເຮົາ. ສະນັ້ນ, ເນື້ອໃນທີ່ຖືກສະແດງໃຫ້ເຫັນກໍຈະຖືກປັບໃຫ້ ເໝາະສົມກັບແຕ່ລະຄົນ. ນັ້ນໝາຍຄວາມວ່າ ການຂຽນເນື້ອຫາຄອນເທັນຕໍ່ໄປ ຕ້ອງເຈາະຈົງກຸ່ມເປົ້າໝາຍໃຫ້ຊັດເຈນຂຶ້ນ.
- ສິ່ງທີ່ໃຊ້ໃນການປັບແຕ່ງຜົນການຄົ້ນຫາແມ່ນ “ຂໍ້ຄວາມຍ່ອຍ” ບໍ່ແມ່ນ “ໜ້າເວັບ”: ສິ່ງນີ້ສຳຄັນທີ່ສຸດ. AI ຈະບໍ່ສົນໃຈແລ້ວວ່າໜ້າເວັບຂອງເຮົາມີຄວາມໜ້າເຊື່ອຖືຫຼາຍໜ້ອຍສໍ່າໃດ. ຖ້າມີພຽງແຕ່ ປະໂຫຍກດຽວ ຫຼື ວັກດຽວ ໃນບົດຄວາມ ຫຼື ຄອນເທັນຂອງເຮົາທີ່ສາມາດຕອບຄຳຖາມຂອງ AI ໄດ້ຢ່າງກົງໄປກົງມາ, ສ່ວນນັ້ນຈະຖືກນຳໄປໃຊ້. ເຖິງແມ່ນບົດຄວາມເຕັມຈະຍາວ ແລະ ມີເນື້ອໃນຄົບຖ້ວນ, ຖ້າມັນບໍ່ກົງກັບເຫດຜົນຂອງ AI, ມັນກໍອາດຈະບໍ່ຖືກເລືອກ.

???? ການສ້າງເນື້ອຫາຄອນເທັນເພື່ອໃຫ້ AI ໃຊ້ອ້າງອີງຕ້ອງເຮັດແນວໃດ?
ການປ່ຽນແປງທີ່ເກີດຈາກ AI Mode ບໍ່ໄດ້ຈຳກັດຢູ່ແຕ່ການວາງແຜນເນື້ອຫາຄອນເັທນເທົ່ານັ້ນ, ແຕ່ລວມໄປເຖິງການປັບໂຄງສ້າງຂອງເນື້ອຫາໃຫ້ AI ສາມາດນຳໄປໃຊ້ໄດ້ງ່າຍຂຶ້ນ.
ສິ່ງທີ່ນັກການຕະຫຼາດແບບເຮົາຕ້ອງເຮັດຄືການສ້າງ “ຂໍ້ຄວາມຍ່ອຍ (passages)” ທີ່ມີຄວາມສົມບູນທາງຄວາມໝາຍໃນໂຕເອງ, ເພື່ອໃຫ້ AI ສາມາດດຶງເອົາໄປໃຊ້ໄດ້ໂດຍບໍ່ຕ້ອງອີງໃສ່ຂໍ້ຄວາມອື່ນ.
ແຕ່ລະພາກສ່ວນຂອງບົດຄວາມ ຫຼື ຄອນເທັນ ຄວນຕອບຄຳຖາມທີ່ສະເພາະເຈາະຈົງ, ປະກອບດ້ວຍຂໍ້ມູນ ແລະ ຕົວເລກທີ່ກ່ຽວຂ້ອງ ແລະ ຖືກຈັດຮູບແບບໃຫ້ງ່າຍຕໍ່ການດຶງໄປໃຊ້.
ເວົ້າອີກຢ່າງໜຶ່ງ, ທຸກໆວັກໃນບົດຄວາມ ຄວນຖືກຂຽນຂຶ້ນມາເພື່ອໃຫ້ມີໂອກາດຖືກນຳໄປໃຊ້ເປັນແຫຼ່ງອ້າງອີງໃນຄຳຕອບທີ່ສ້າງໂດຍ AI. ສິ່ງນີ້ໝາຍເຖິງການເອົາຂໍ້ມູນສຳຄັນຂຶ້ນໜ້າ, ໃສ່ຂໍ້ມູນທີ່ມາຂອງຕົວເລກໃຫ້ຊັດເຈນ ແລະ ຈັດໂຄງສ້າງເນື້ອຫາໃຫ້ເປັນແບບ modular (ແຍກສ່ວນ) ທີ່ສາມາດອ່ານໄດ້ງ່າຍ ເພື່ອໃຫ້ລະບົບ AI ສາມາດດຶງ ແລະ ນຳມາປະກອບກັນໃໝ່ໄດ້ຢ່າງສະດວກ.
ແນວໃດກໍຕາມການປ່ຽນແປງນີ້ອາດຈະຕ້ອງໃຊ້ເວລາປັບໂຕ ເນື່ອງຈາກໜ້າເວັບທີ່ມີໂຄງສ້າງທີ່ເໝາະສົມສຳລັບຍຸກ AI ນີ້ ອາດຈະໃຫ້ຄວາມຮູ້ສຶກຄ້າຍຄືກັບການລວບລວມເອົາຂໍ້ຄວາມຍ່ອຍຫຼາຍໆອັນທີ່ເປັນເອກະລາດຕໍ່ກັນມາລວມເປັນບົດຄວາມດຽວ
???? ເນື້ອຫາທີ່ສະເພາະເຈາະຈົງສູງ (Hyper-targeted) ຈະກາຍເປັນເລື່ອງທຳມະດາ
ເນື່ອງຈາກ AI Mode ໃຊ້ຂໍ້ມູນພຶດຕິກຳຂອງຜູ້ໃຊ້ແຕ່ລະຄົນ (ເຊັ່ນ: ປະຫວັດການຄົ້ນຫາ, ຮູບແບບການໃຊ້ງານ) ເພື່ອປັບຄຳຕອບໃຫ້ເໝາະສົມ ສະນັ້ນ, ຄຳຖາມດຽວກັນອາດໃຫ້ຜົນລັບທີ່ແຕກຕ່າງກັນສຳລັບຜູ້ໃຊ້ຄົນລະຄົນ.
ນີ້ໝາຍຄວາມວ່າ:
- ເນື້ອຫາແບບທົ່ວໄປຈະບໍ່ມີປະສິດທິພາບອີກຕໍ່ໄປ: ເນື້ອຫາທີ່ສ້າງຂຶ້ນຢ່າງລະອຽດ ແລະ ສອດຄ່ອງກັບກຸ່ມຜູ້ໃຊ້ສະເພາະ ຈະໄດ້ປຽບຫຼາຍໃນການຖືກນຳໄປອ້າງອີງໂດຍ AI.
- ທຸລະກິດຈະຕ້ອງສ້າງເນື້ອຫາທີ່ຫຼາກຫຼາຍ: ແທນທີ່ຈະຂຽນບົດຄວາມດຽວທີ່ມີຊື່ວ່າ “ວິທີການວາງແຜນຄອນເທັນສຳລັບທຸລະກິດຂອງທ່ານ”, ຕອນນີ້ເຮົາຕ້ອງສ້າງເນື້ອຫາຫຼາຍໆແບບທີ່ແຍກກັນ ເພື່ອສື່ສານກັບກຸ່ມຄົນສະເພາະ. ຕົວຢ່າງ: ສ້າງຄອນເທັນສຳລັບ “ສິ່ງທີ່ຜູ້ສ້າງທຸລະກິດໃໝ່ຄວນເຮັດເມື່ອວາງແຜນຄອນເທັນ”, “ຝ່າຍຂາຍທີ່ຕ້ອງການວາງແຜນຄອນເທັນຕ້ອງເຮັດແນວໃດ?”, ແລະ “5 ສິ່ງທີ່ຕ້ອງຮູ້ໃນການວາງແຜນຄອນເທັນ ສຳລັບນັກການຕະຫຼາດທີ່ກຳລັງເຮັດແຄມເປນ” ເປັນຕົ້ນ.
- ເນັ້ນເນື້ອຫາຕາມລະດັບຄວາມຮູ້: AI ຈະເລືອກເນື້ອຫາພື້ນຖານສຳລັບຜູ້ເລີ່ມຕົ້ນ, ໃນຂະນະທີ່ຄຳຕອບສຳລັບຜູ້ທີ່ມີປະສົບການຈະເນັ້ນຂໍ້ມູນຂັ້ນສູງ ແລະ ການວິເຄາະປຽບທຽບ.
ສະຫຼຸບແລ້ວ, ເນື້ອຫາຄອນເທັນໃນຍຸກ AI ຈະຕ້ອງມີການປັບໃຫ້ລະອຽດ ແລະ ຊັດເຈນ ເພື່ອຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນຂອງຜູ້ໃຊ້ແຕ່ລະກຸ່ມ.
✅ 6 ສິ່ງທີ່ຄວນເຮັດສຳລັບນັກການຕະຫຼາດໃນຍຸກ AI Mode
ການປ່ຽນຈາກການເຮັດ SEO ແບບເກົ່າ ມາເປັນການສ້າງເນື້ອຫາເພື່ອໃຫ້ AI ເຂົ້າໃຈໄດ້ງ່າຍຂຶ້ນ ບໍ່ແມ່ນເລື່ອງຍາກຄືທີ່ຄິດ. ເຮົາໄດ້ສະຫຼຸບເອົາ 6 ສິ່ງທີ່ທຸກຄົນສາມາດນຳໄປໃຊ້ໄດ້ທັນທີມາຝາກ.
- ກວດສອບເນື້ອຫາທີ່ມີຢູ່: ລອງກັບໄປເບິ່ງບົດຄວາມ ຫຼື ຄອນເທັນທີ່ໄດ້ຮັບຄວາມນິຍົມຂອງເຮົາ. ໃຫ້ຖາມຕົວເອງວ່າ: ຖ້າ AI ດຶງໄປສະເພາະວັກໃດວັກໜຶ່ງ ມັນຈະເຂົ້າໃຈໄດ້ບໍ່? ເນື້ອໃນຂອງເຮົາສາມາດຕອບຄຳຖາມໂດຍກົງ ຫຼື ບໍ່? ຖ້າບໍ່, ເຮົາອາດຈະຕ້ອງປັບໂຄງສ້າງໃໝ່.
- ຄົ້ນຄິດຄຳສັບແບບໃໝ່: ຢ່າຄິດຫາແຕ່ຄຳສັບຫຼັກແບບເກົ່າ. ໃຫ້ລອງຄິດເຖິງຄຳຖາມທີ່ຜູ້ໃຊ້ອາດຈະຖາມ, ສະຖານະການປຽບທຽບ ຫຼື ຄວາມຕ້ອງການທີ່ເຊື່ອງໄວ້. ການເຂົ້າໃຈເຈດຕະນາຂອງຜູ້ໃຊ້ສຳຄັນກວ່າການເນັ້ນແຕ່ຄຳສັບ.
- ສ້າງເນື້ອຫາແບບ “ວັກຕໍ່ວັກ”: ໃນຕອນນີ້ ແຕ່ລະວັກຂອງຄອນເທັນຄວນມີຄວາມໝາຍໃນໂຕເອງ. ເລີ່ມຕົ້ນດ້ວຍຂໍ້ມູນທີ່ສຳຄັນທີ່ສຸດ, ໃສ່ທີ່ມາຂອງຂໍ້ມູນໃຫ້ຊັດເຈນ ແລະ ຈັດໂຄງສ້າງເນື້ອຫາໃຫ້ແຍກກັນເປັນສ່ວນໆ (modular) ເພື່ອໃຫ້ AI ດຶງໄປໃຊ້ໄດ້ງ່າຍ.
- ສ້າງເນື້ອຫາໃຫ້ເຈາະຈົງກັບຜູ້ໃຊ້: ແທນທີ່ຈະເຮັດບົດຄວາມທົ່ວໄປ, ໃຫ້ສ້າງເນື້ອຫາຫຼາຍໆແບບເພື່ອເວົ້າກັບກຸ່ມຄົນທີ່ແຕກຕ່າງກັນ. ຕົວຢ່າງ ເຊັ່ນ: ແຍກເນື້ອຫາສຳລັບຜູ້ເລີ່ມຕົ້ນ, ຜູ້ຊ່ຽວຊານ ແລະ ກໍລະນີການໃຊ້ງານທີ່ແຕກຕ່າງກັນ.
- ຮຽນຮູ້ວິທີວັດແທກຜົນ: ໃນໂລກທີ່ຜູ້ໃຊ້ບໍ່ຈຳເປັນຕ້ອງຄລິກເຂົ້າເວັບໄຊ, ຕົວເລກແບບເກົ່າອາດໃຊ້ບໍ່ໄດ້ແລ້ວ. ໃຫ້ເລີ່ມຕິດຕາມວ່າ AI ອ້າງອີງເນື້ອໃນຂອງເຮົາເລື້ອຍສໍ່າໃດ ແລະ ມີການກ່າວເຖິງຊື່ແບຣນຂອງເຮົາ ຫຼື ບໍ່.
- ສ້າງເນື້ອຫາທີ່ຫຼາກຫຼາຍ: AI ສາມາດເຂົ້າໃຈຫຼາຍຮູບແບບ. ສະນັ້ນ, ໃຫ້ສ້າງວິດີໂອ, ພອດແຄສ, ຮູບພາບ ຫຼື ສື່ແບບຕ່າງໆ ທີ່ສາມາດໃຊ້ເປັນແຫຼ່ງຂໍ້ມູນໃຫ້ AI ນຳໄປປະມວນຜົນເປັນຄຳຕອບໄດ້.
ການປັບໂຕເຫຼົ່ານີ້ຈະຊ່ວຍໃຫ້ເນື້ອໃນຂອງເຮົາມີໂອກາດຫຼາຍຂຶ້ນທີ່ຈະຖືກນຳໄປໃຊ້ ແລະ ເປັນທີ່ຮູ້ຈັກໃນຍຸກຂອງ AI.