ໜ້າຫຼັກ Gadzila ຖືກໃຈສາຍຟີມງົບໜ້ອຍ ສ່ອງອຸປະກອນທີ່ໃຊ້ຖ່າຍໃນ Gel Boys ມີພຽງໂທລະສັບໜຶ່ງໜ່ວຍກໍຖ່າຍຊີຣີສ໌ໄດ້
Gadzila

ຖືກໃຈສາຍຟີມງົບໜ້ອຍ ສ່ອງອຸປະກອນທີ່ໃຊ້ຖ່າຍໃນ Gel Boys ມີພຽງໂທລະສັບໜຶ່ງໜ່ວຍກໍຖ່າຍຊີຣີສ໌ໄດ້

ແບ່ງປັນ

Gelboys ສະຖານະກັກໃຈ ເປັນຊີຣີສ໌ຈາກປະເທດໄທທີ່ໄດ້ເລົ່າເລື່ອງລາວຂອງຊີວິດໄວລຸ້ນຍຸກໃໝ່ (Gen Z) ຜ່ານວັດທະນະທຳປັອບຢູ່ທີ່ສະຍາມສະແຄວເຊັ່ນ: ການເຮັດເລັບ ແລະ ການຫຼິ້ນ TikTok.

ຈຸດເດັ່ນຂອງເລື່ອງນີ້ແມ່ນໜີບໍ່ພົ້ນການນຳສະເໜີການໃຊ້ອຸປະກອນໃນການຖ່າຍທຳທີ່ແປກໃໝ່ ດ້ວຍໂທລະສັບມືຖື (ຖ່າຍທຳດ້ວຍໂທລະສັບມືຖືຕະຫຼອດທັງເລື່ອງ).

ອຸປະກອນທີໃຊ້ໃນການຖ່າຍທຳ

ໂທລະສັບ
ເຫດຜົນທີ່ໃຊ້ໂທລະສັບຍ້ອນທີມງານຜູ້ສ້າງ ຢາກສ້າງບັນຍາກາດທີ່ໃກ້ຊິດກັບວັດທະນະທຳດິຈິຕອລຂອງໄວລຸ້ນເຊັ່ນ: ການຖ່າຍ Vlog, ເຮັດຄອນເທັນ TikTok ຫຼື ການໃຊ້ໂຊຊຽວມີເດຍ. ການໃຊ້ໂທລະສັບຍັງເຮັດໃຫ້ພາບມີຄວາມແຕກຕ່າງຈາກຊີຣີສ໌ທົ່ວໄປທີ່ໃຊ້ກ້ອງມືອາຊີບ ແລະ ຍັງເປັນການທ້າທາຍໃໝ່ສຳລັບທີມງານ.

ND filter
ND filter ຫຼື Neutral Density filter ແມ່ນແຜ່ນກອງແສງທີ່ໃຊ້ໃນການຖ່າຍພາບ ຫຼື ຖ່າຍວິດີໂອ, ເພື່ອຫຼຸດປະລິມານແສງທີ່ເຂົ້າສູ່ເລນຂອງກ້ອງຖ່າຍຮູບ ໂດຍບໍ່ມີການປ່ຽນແປງສີສັນ (neutral) ຂອງພາບ.

ອຸປະກອນຊ່ວຍຄວບຄຸມການເຄື່ອນໄຫວ
Gimbal ຊ່ວຍໃຫ້ພາບບໍ່ສັ່ນ (smooth footage), ໂດຍສະເພາະໃນສາກທີ່ຕ້ອງເຄື່ອນທີ່ເຊັ່ນ: ການຍ່າງຖ່າຍໃນຊີຣີສ໌ ຫຼື ການຖ່າຍແບບ handheld ໃຫ້ຄື Vlog ຂອງໄວລຸ້ນ. Gimbal ຍັງຊ່ວຍໃຫ້ປັບມຸມໄດ້ງ່າຍ ແລະ ໃຫ້ຄວາມຮູ້ສຶກທີ່ເປັນມືອາຊີບແບບບໍ່ເກີນງົບ (ເພາະບໍ່ໃຊ້ກ້ອງໃຫຍ່).

ແອັບທີ່ໃຊ້ຖ່າຍ Blackmagic Camera
ເປັນແອັບທີ່ສາມາດປັບແຕ່ງການຖ່າຍໄດ້ງ່າຍໆ ແລະ ໃຫ້ພາບທີ່ລຽບນຽນແບບທີ່ເຫັນໃນຊີຣີສ໌ ເຊິ່ງເປັນແອັບຟຣີທີ່ມີຄຸນສົມບັດພິເສດເຊັ່ນ: ການປັບແຕ່ງ Frame Rate, Shutter Angle, ISO, White Balance ແບບມືອາຊີບ ສາມາດບັນທຶກໄຟລ໌ຄຸນນະພາບສູງເຊັ່ນ Apple ProRes (iOS), H.264 ແລະ H.265.

See also  ສາຍກຣາຟຟິກຟັງທາງນີ້ ໃຊ້ Adobe Photoshop ໃນ iPhone ໄດ້ແລ້ວ ອອກແບບງານໄດ້ທຸກທີ່

ໂດຍ: ທີມບັນນາທິການ Gadzila

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Gadzila

Facebook ຈຳກັດການສ້າງລາຍໄດ້ຫຼຸດການເບິ່ງເຫັນ ບັນຊີທີ່ແອບອ້າງເປັນຜູ້ອື່ນ ແລະ ສ້າງໂພສສະແປມ

ພວກເຮົາຈະບໍ່ຕ້ອງທົນລຳຄານໃຈກັນອີກຕໍ່ໄປແລ້ວເມື່ອ Facebook ອອກນະໂຍບາຍໃໝ່ປັບປຸງໜ້າ Feed ເພື່ອຈັດການກັບໂພສທີ່ເປັນສະແປມ, ມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຂອງເນື້ອຫາພ້ອມສ້າງປະສົບການທີ່ດີຂອງຜູ້ໃຊ້ໃນແພລັດຟອມ ແລະ ເຮັດໃຫ້ແພລັດຟອມຍັງເປັນພື້ນທີ່ທີ່ເຮັດໃຫ້ໜ້າສົນໃຈສຳລັບຜູ້ໃຊ້ງານ. Meta ຖືກສ້າງຂຶ້ນເພື່ອເປັນສະຖານທີ່ທີ່ຜູ້ຄົນທີ່ໃຊ້ງານແພລັດຟອມສາມາດສະແດງອອກໄດ້ຢ່າງເສລີ. ເນຶ້ອຫາທີ່ເປັນສະແປມແມ່ນຖືວ່າເປັນອີກສ່ວນໜຶ່ງທີ່ເຮັດໃຫ້ພວກເຮົາຖືກຂັດຂວາງການຫຼິ້ນການເບິ່ງຜົນງານຕ່າງໆໃນໜ້າ Feed...

Gadzila

Edits ແອັບຕັດຕໍ່ວິດີໂອ ທີ່ Content Creator ຮັກ ໃຊ້ງ່າຍ ລອງເລີຍບໍ່ມີລາຍນ້ຳ ບໍ່ມີໂຄສະນາ

Edits ແມ່ນເອັບຕັດຕໍ່ວິດີໂອໃໝ່ຫຼ້າສຸດຈາກ Instagram, ຖືວ່າເປັນອີກໜຶ່ງແອັບທີ່ກຳລັງມາແຮງ ແລະ ໜ້າຈັບຕາເບິ່ງ, ບັນດາ Content Creator ຕ້ອງຮັກເພາະ Export ອອກມາໃນວິດີໂອກໍບໍ່ມີລາຍນ້ຳ,...

Gadzila

ຣີວິວ TECNO CAMON 40 Pro 5G ໂທລະສັບກ້ອງງາມ ຈໍຄົມ ສະເປັກແຮງ ດ້ວຍງົບບໍ່ຮອດ 5 ລ້ານກີບ!

ໃນຍຸກທີ່ໂທລະສັບສະມາດໂຟນລາຄາຫຼັກສິບລ້ານເປັນເລື່ອງປົກກະຕິ, ການມາເຈິກັບໂທລະສັບທີ່ໃຫ້ປະສົບການລະດັບສູງໃນລາຄາຫຼັກລ້ານຈຶ່ງເປັນເລື່ອງທີ່ໜ້າສົນໃຈຫຼາຍ. ນັ້ນຄືສິ່ງທີ່ TECNO CAMON 40 Pro 5G ເຮັດໄດ້ຢ່າງໜ້າປະທັບໃຈ. ເປີດຕົວເມື່ອເດືອນມີນາ 2025 ທີ່ຜ່ານມາ...

Gadzila

Google ອັບເດດເພີ່ມ Gemini AI ເຂົ້າໃນ Google Docs ແລະ Google Sheets

ຫຼ້າສຸດ Google ມີການອັບເດດເພີ່ມ Gemini ຜູ້ຊ່ວຍ AI ຂອງ Google ເຂົ້າໃນແພລັດຟອມ Google Docs ແລະ...