ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເມື່ອມີຄວາມຮັກແລ້ວນ້ຳໜັກຂຶ້ນ ເປັນຫຍັງຄູ່ທີ່ຮັກກັນດີຈຶ່ງພາກັນກິນເກັ່ງແທ້
Muan RelationTips

ເມື່ອມີຄວາມຮັກແລ້ວນ້ຳໜັກຂຶ້ນ ເປັນຫຍັງຄູ່ທີ່ຮັກກັນດີຈຶ່ງພາກັນກິນເກັ່ງແທ້

ແບ່ງປັນ
Getting your Trinity Audio player ready...

ຄວາມຮັກທີ່ດີມັກມາພ້ອມກັບນໍ້າໜັກທີ່ເພີ່ມຂຶ້ນ ທຸກຄົນສັງເກດບໍ່ວ່າ ໃຜກໍຕາມທີ່ກຳລັງຕົກຫຼຸມຮັກຈົນອອກມາບໍ່ໄດ້ມີທ່າອ່ຽງທີຈະນໍ້າໜັກຂຶ້ນໂດຍບໍ່ຮູ້ໂຕ.

ງານວິໄຈຂອງ National Center of Biotechnology ເຜີຍວ່າ, ສາເຫດທີ່ເຮັດໃຫ້ເປັນແບບນັ້ນກໍຍ້ອນ ‘ຄວາມສຸກ ແລະ ຄວາມສະບາຍໃຈ ທີ່ພວກເຂົາໄດ້ຮັບຈາກຄວາມສຳພັນ, ພວກເຂົາຮູ້ສຶກດີກັບຄວາມສຳພັນ, ຮູ້ສຶກໝັ້ນຄົງ ແລະ ມີຄວາມສຸກທີ່ຈະກ້າວຕໍ່ໄປກັບຄົນຂອງໃຈ.

ການມີຄວາມຮັກທີ່ຫມັ້ນຄົງສົ່ງຜົນໃຫ້ຄິດວ່າ, ບໍ່ຕ້ອງດູແລໂຕເອງໃຫ້ດີປານນັ້ນກໍໄດ້ ເພາະຕອນທີ່ໂສດ, ຄົນສ່ວນຫຼາຍມັກຈະພະຍາຍາມເຮັດໃຫ້ຕົນເອງດູດີຕະຫຼອດເວລາ.

ແລ້ວຄູ່ຮັກຫຼາຍຄູ່ກໍມັກຊວນກັນໄປຫາຫຍັງກິນ, ຈາກການສັງເກດພຶດຕິກຳຂອງຄູ່ຮັກທົ່ວໄປ ຄູ່ຮັກມັກຊວນກັນໄປກິນອາຫານທີ່ເປັນຄາບພິເສດ ແລະ ກິນຫຼາຍໆຢ່າງຕາມໃຈປາກ, ແລ້ວແອັດກໍຮູ້ສຶກວ່າຢູ່ລາວມັກພາກັນໄປກິນບຸບເຟ່ຊີ້ນດາດນໍາ

ແຕ່ວ່າການທີ່ນໍ້າໜັກເຮົາຂຶ້ນມັນກໍອາດສົ່ງຜົນຕໍ່ສຸຂະພາບເຮົາໄດ້, ຫາກປ່ຽນຈາກກິດຈະກຳການກິນ ເປັນຊວນກັນໄປເຮັດກິດຈະກຳເພື່ອສຸຂະພາບ, ແລ່ນຢູ່ສວນ, ຊວນກິນອາຫານຄລີນນໍາກັນກໍສາມາດເພີ່ມຄວາມຫວານໃຫ້ກັນໄດ້ຄືກັນເດີ

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຕ້ອງຈາກລາແນວໃດໃຫ້ຮູ້ສຶກເຈັບໜ້ອຍກວ່າໃນອະດີດ?
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.