ລວມເພງລາວທີ່ອອກໃໝ່ ເດືອນກຸມພາ 2025

ແບ່ງປັນ

ລວມເພງລາວທີ່ອອກໃໝ່ ເດືອນກຸມພາ 2025

ໂດຍ: Fronk Aphiwath Fronk Aphiwath
04 March 2025 579

ໃນຊ່ວງເດືອນແຫ່ງຄວາມຮັກສິລະປິນລາວຫຼາຍຄົນ ໄດ້ປ່ອຍຜົນງານທີ່ສະທ້ອນເຖິງອາລົມທີ່ຫຼາກຫຼາຍຕັ້ງແຕ່ຫວານຊື່ນຢັນໂສກເສົ້າພ້ອມເລື່ອງລາວທີ່ໜ້າສົນໃຈອອກມາໃຫ້ຕິດຕາມ ແລະ Playlist ນີ້ຈະພາແຟນເພງມ່ວນມາຟັງລວມເພງລາວທີ່ອອກໃໝ່ເດືອນກຸມພາ 2025.

  1. NAEMZ feat. RachYO – ສະຕິ

ເພງແນວ HipHop, Trap ແຣັປຂ້າມສອງຟັງຂອງລະຫວ່າງສິລະປິນລາວ ແລະ ໄທ ທີ່ໃຫ້ຄວາມດຸເດືອດທັງໃນເນື້ອເພງ ແລະ ດົນຕີໂດຍໃຫ້ການເຕືອນສະຕິໂຕເອງໃນການໃຊ້ຊີວິດໃນເວລາດຽວກັນ.

2. Déymi – Lost in the Ocean

ສຽງກີຕາທີ່ລະມຸນໃຫ້ຟິວ R&B ແຕ່ມອບຄວາມຮັກທີ່ກຳລັງພັງທະລາຍເໝືອນກັບເຮືອທີ່ກຳລັງຫຼົງທາງກາງຫົວໃຈຕ້ອງເພງນີ້.

 3. PHOENIX BOII FT. PT FLOW, LIL ROXZ – ເທບທິດາ
ເນື້ອເພງແຣັປທີ່ຕິດຫູເຂົ້າໃຈງ່າຍ ສະໄຕ໌ HipHop, R&B ແບບຫຼວງພະບາງ ສື່ເຖິງການຫຼົງຮັກ.

4. Tongflow11 – ດອກໄມ້ໃນມື

ດອກໄມ້ໃນມືບໍ່ມີຄ່າຫຍັງຖ້າບໍ່ມີຄົນໃຫ້ ເພງເສົ້າ ແລະ ດຳດິ້ງຕໍ່ຄວາມຮູ້ສຶກຈາກ Tongflow11.

5. FIZCHE – ເສຍອາການ

 ເພງນີ້ບໍ່ໄດ້ເປັນພຽງເພງທີ່ເລົ່າເຖິງຄວາມເຂີນອາຍຈົນເສຍອາການເທົ່ານັ້ນເພາະໃນຕົວເພງຈັດເຕັມດ້ວຍກິ່ນອາຍຄວາມເປັນ Modern K-pop ແບບຟ້ຽວໆ.

6. Tee Oudalay : ຮັກສຸດທ້າຍ

ອ່ານຕື່ມ:  ບໍ່ວ່າຈະເກີດຫຍັງຂື້ນ ສະຕິ ໄວ້ກ່ອນຜົນງານແຣັປຂ້າມຟັງຂອງຈາກ NAEMZ ແລະ RachYO

ເພງທີ່ສັດທາ ແລະ ເຊື່ອໝັ້ນໃນຄວາມຮັກກໍພ້ອມກ້າວໄປດ້ວຍກັນ ຈາກອ້າຍ ຕີ໋ ອຸດາໄລ.

7. TAIY AKARD – ຄືນຂອງເຮົາ Our Night

ຖ້າກຳລັງຊອກຫາເພງຄັ້ງຮັກໃຜບາງຄົນຈົນເປີດຫູມືນຕາບໍ່ຂື້ນລື່ມແນະນຳເພງນີ້ເລີຍ-ຄືນຂອງເຮົາ.

8. MVIIZ – ຫວານ

ການນຳເອົາເພງຫວານ ມາຕີຄວາມໃໝ່ ໃນແບບຂອງ MVIIZ ບອກໄດ້ຄຳດຽວວ່າ ແຟນດ້ອມຂອງ MVIIZ ຈະໄດ້ເຫັນເພງຕຳນານທີ່ກັບມາໃນເວີຊັນສົດໃສ ແລະ ຫວານຟຸງຟິ້ງກວ່າເດີມ.

9. LILFISHYYY “Miss you ” ຄິດຮອດ Feat VVIIV, Jefff

ຄິດຮອດຄືຈົດໝາຍທີ່ສົ່ງໄປບໍ່ເຖິງ ໄດ້ພຽງແຕ່ສົງໃສວ່າຕອນນີ້ເປັນແນວໃດແລ້ວ ເຂົາຍັງຄິດຮອດຄືເຮົາຄິດຮອດເຂົາບໍ່.

10. DEE ROC – ວາດຝັນ

ເພງທີ່ມອບແທນຄຳຂອບໃຈກັບຄົນພິເສດທີ່ຍອມຢູ່ຄຽງຂ້າງກັນ ເພື່ອສ້າງອານາຄົດທີ່ວາດຝັນກັນໄວ້

11. ZoJaBoii FT YoungOG$ – You should be mine

ເພງຢອກຄົນທີ່ແອບມັກແນວກວນໆພ້ອມກັບບີດເທ້ໆ 808 ທຸ້ມໆສະແດງອອກເຖິງຄວາມຮູ້ສຶກຕົງໄປຕົງມາຊ່ວງວັນແຫ່ງຄວາມຮັກ.

12. MORIGINAL X BADBOMZ X MYXKIIDD – TURNT KUP MY G

ສຳລັບໃຜທີ່ມັກເປີດຟັງນຳໝູ່ໃຫ້ບີດໜັກແໜ້ນ, ຈັງຫວະມ່ວນ ແລະ ເນື້ອຫາທີ່ເນັ້ນການໃຊ້ຊີວິດແບບມ່ວນຊື່ນກັບໝູ່ເພື່ອນແນະນຳໃຫ້ໄປຕຳໄດ້ເລີຍ!

13. Jacky Cassette – เลือกฉันได้ไหม

ເພງຄົນລາວທີ່ຮ້ອງພາສາໄທ “เลือกฉันได้ไหม” ເປັນເພງທີ່ສື່ເຖິງອາລົມຂອງຄວາມຮັກທີ່ບໍ່ສົມຫວັງ ຫຼື ຄວາມຮູ້ສຶກທີ່ຢາກໃຫ້ຄົນຮັກຫັນມາສົນໃຈ ແລະ ເລືອກເຮົາ.

ອ່ານຕື່ມ:  “ຖິ້ມອ້າຍສາ” ເຖິງຈະເຈັບສ່ຳໃດກໍດີໃຈທີ່ເຈົ້າໄດ້ໄປພົບຄົນທີ່ດີກວ່າ ເພງແສນເສົ້າຂອງ ມິກໂນ ຈາກຄ້າຍເພງ LINTONG ENTERTAINMENT

ໂດຍ: ທີມບັນນາທິການ Muan

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.