ເພງ “ຕາຍຍ້ອນກຽດ” ໂດຍ ຕີ໋ ອຸດາໄລ ແມ່ນການນຳສະເໜີຄວາມຮັກຄວາມສຳພັນຜ່ານມຸມມອງຂອງຊີວິດຄູ່ທີ່ມີຄວາມບໍ່ເຂົ້າໃຈກັນ, ບໍ່ລົມ-ບໍ່ປຶກສາ ແລະ ໃນໃຈກໍມີແຕ່ສິ່ງອັກຄະຕິຕໍ່ກັນ, ເຮັດເລື່ອງນ້ອຍໃຫ້ກາຍເປັນເລື່ອງໃຫຍ່ ດ້ວຍຄວາມຖືຕົວ ແລະ ເພາະກຽດສັກສີ ຈົນບໍ່ສາມາດຍອມລົງເຮັດໃຫ້ຊີວິດຄູ່ມີບັນຫາ.
ວິດີໂອເພງນີ້ໄດ້ ບັອບບີ້ – ຍຸພະລັດ ເພັດທານີ Mister Global Laos 2025 ແລະ ນີ້ແມ່ນງານສະແດງຄັ້ງທຳອິດຂອງລາວ ເຊິ່ງຖືວ່າເປັນການສະແດງສຸດຫິນເລີຍກໍວ່າໄດ້ ເພາະບົດບາດທີ່ລາວໄດ້ຮັບແມ່ນຕ້ອງສະແດງອອກວ່າເປັນຄົນທີ່ເອົາແຕ່ໃຈ, ບໍ່ໃສ່ໃຈ ແລະ ຍັງຍິ່ງໃນສັກສີແບບບໍ່ຍອມລົງຈົນທຳຮ້າຍຜູ້ຍິງທີ່ຮັກໄປ.
ເຈ້ມ໋ອງ Influencer ຊື່ດັງ, ລາວເຄີຍມີບົດບາດການສະແດງ MV ຜ່ານຕາມາແດ່ແລ້ວ ແລະ ການສະແດງຂອງລາວກໍບໍ່ເຮັດໃຫ້ຜິດຫວັງເລີຍ ເພາະສະແດງໄດ້ດີຈົນເຮັດໃຫ້ຄົນຟັງອິນຕາມໃນບົດບາດຜູ້ຍິງທີ່ຖືກຄົນຮັກທຳຮ້າຍດ້ານຈິດໃຈ, ບໍ່ໃສ່ໃຈດູແລ ແລະ ຖືກເບິ່ງຂ້າມໄປ ທັງໆທີ່ໂຕເອງກຳລັງຖືພາລູກຂອງເຂົາຢູ່.
ໃນເພງໄດ້ສື່ສານໃຫ້ເຫັນວ່າການທີ່ “ບໍ່ມີໃຜຍອມລົງໃຫ້ກັນເລີຍ” ຈຶ່ງເຮັດໃຫ້ຄວາມຮັກມັນຄ່ອຍໆເລີ່ມຈາງຫາຍໄປ ແລະ ສົ່ງຜົນກະທົບຕໍ່ຄວາມສຳພັນຈົນມັນໄດ້ “ທຳລາຍຄວາມຮັກ” ທີ່ທັງສອງມີໃຫ້ກັນມາຍາວນານ.
ພໍເວົ້າເຖິງຄວາມສຳພັນ ແລະ ຄວາມຮັກ ນັ້ນກໍບໍ່ມີຖືກ-ບໍ່ມີຜິດ ພຽງແຕ່ລອງເປີດໃຈລົມກັນ ແລະ ວາງກຽດສັກສີລົງກ່ອນ. ຢ່າປ່ອຍໃຫ້ຕ່າງຝ່າຍຕ່າງລໍຖ້າຈົນຝ່າຍໃດຝ່າຍໜຶ່ງຕາຍຈາກໄປແລ້ວຄ່ອຍໃຫ້ອະໄພກັນ ເຊິ່ງໃນຕອນນັ້ນມັນອາດຈະຊ້າເກີນໄປແລ້ວ.
ໃນສ່ວນຂອງບົດສະຫຼຸບສຸດທ້າຍໃນເພງແມ່ນ ພະເອກໄດ້ລ້ຽງລູກຄົນດຽວ ແລະ ຮ້ອງໃຫ້ເສຍໃຈທີ່ຕ້ອງສູນເສຍຄົນຮັກໄປ ແຕ່ໃນເນື້ອຫາວິດີໂອບໍ່ໄດ້ສະຫຼຸບວ່າ ນາງເອກຈາກໄປແບບໃດ ໃນສິ່ງນີ້ຜູ້ກຳກັບອາດຈະຢາກໃຫ້ຄົນຟັງໄປຄິດຕໍ່ກັນເອງ.