ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

ແບ່ງປັນ
Getting your Trinity Audio player ready...

ຄົງມີຫຼາຍຄົນທີ່ເຄີຍປະສົບກັບເຫດການແບບນີ້ແມ່ນບໍ່? ຕັ້ງໃຈຈະຍ່າງໄປເອົາເຄື່ອງອີກຫ້ອງໜຶ່ງ ແຕ່ພໍຍ່າງຜ່ານປະຕູເຂົ້າໄປແລ້ວກໍຢືນງົງຢູ່ກັບທີ່ພ້ອມກັບຄຳຖາມໃນໃຈວ່າ “ເຮົາຍ່າງມາຫ້ອງນີ້ເພື່ອຫຍັງ?” ປະກົດການນີ້ບໍ່ແມ່ນເລື່ອງແປກເລີຍ, ເປັນສິ່ງທີ່ສາມາດເກີດຂຶ້ນໄດ້ກັບທຸກຄົນ ແລະ ມັນມີຊື່ເອີ້ນວ່າ Doorway Effect ຫຼື Location Updating Effect (ປະກົດການຄວາມຊົງຈຳຖືກແຊກແຊງ).

Doorway Effect ແມ່ນຫຍັງ?

ປະກົດການນີ້ແມ່ນສິ່ງທີ່ສະໝອງຂອງເຮົາເຮັດວຽກໂດຍອັດຕະໂນມັດເມື່ອເຮົາຍ່າງຜ່ານປະຕູ, ສະໝອງຈະ ຣີເຊັດ (Reset) ຫຼື ສັ່ງໃຫ້ລືມຊົ່ວຄາວ ຈາກສະພາບແວດລ້ອມເກົ່າ ແລະ ຫັນໄປສົນໃຈສະພາບແວດລ້ອມໃໝ່ແທນ. ການປ່ຽນຈາກສະຖານທີ່ໜຶ່ງໄປອີກສະຖານທີ່ໜຶ່ງຈະເຮັດໃຫ້ຄວາມຄິດທີ່ຢູ່ໃນຄວາມຊົງຈຳໄລຍະສັ້ນຂອງເຮົາຖືກແຊກແຊງ ຫຼື ຖືກຈັດເກັບໄວ້, ສະໝອງຈະປ່ຽນຈຸດສັງເກດ (Focus) ໄປຫາສະພາບແວດລ້ອມໃໝ່ ເຮັດໃຫ້ຄວາມຄິດເດີມຈາງຫາຍໄປຊົ່ວຄາວ.

ທີ່ມາຂອງທິດສະດີ Doorway Effect

ປະກົດການນີ້ໄດ້ຖືກຄົ້ນຄວ້າໂດຍນັກຈິດຕະວິທະຍາດ້ານສະຕິປັນຍາຄື Gabriel A. Radvansky ແລະ David E. Copeland. ພວກເຂົາໄດ້ທຳການທົດລອງທັງໃນສະພາບແວດລ້ອມຈິງ ແລະ ໃນສະພາບແວດລ້ອມສະເໝືອນ (Virtual Reality). ຜົນການສຶກສາພົບວ່າການຍ່າງຜ່ານປະຕູເຮັດໃຫ້ຄວາມຊົງຈຳຂອງຜູ້ເຂົ້າຮ່ວມທົດລອງໃນການວິໄຈຫຼຸດລົງຢ່າງຊັດເຈນ.

ພວກເຂົາໄດ້ຕັ້ງທິດສະດີກ່ຽວກັບເຫດການນີ້ວ່າ ປະຕູແມ່ນໄດ້ເຮັດໜ້າທີ່ເປັນ “ເຂດແດນຂອງເຫດການ (Event Boundary)” ທີ່ແຍກຄວາມຊົງຈຳອອກເປັນຕອນໆ (Chapter) ແລະ ໝາຍຄວາມວ່າການຍ່າງຜ່ານປະຕູແມ່ນຈຸດສິ້ນສຸດຂອງຄວາມຊົງຈຳບົດໜຶ່ງ ແລະ ການເລີ່ມຕົ້ນຂອງບົດໃໝ່. ນີ້ຄືເຫດຜົນທີ່ເຮັດໃຫ້ຄວາມຊົງຈຳຈາກຕອນກ່ອນໜ້ານັ້ນຖືກສະກັດກັ້ນຊົ່ວຄາວ.

Doorway Effect ແກ້ໄດ້ງ່າຍໆດ້ວຍ 3 ວິທີ

1. ເວົ້າສິ່ງທີ່ຕ້ອງການເຮັດອອກມາໃຫ້ມີສຽງ: ກ່ອນທີ່ຈະເຮັດສິ່ງໃດໜຶ່ງແລ້ວຍ່າງຜ່ານປະຕູ ໃຫ້ເວົ້າສິ່ງທີ່ຕັ້ງໃຈຈະໄປເຮັດອອກມາສຽງດັງໃຫ້ຕົວເອງໄດ້ຍິນ, ການເຮັດແບບນີ້ຈະຊ່ວຍໃຫ້ຄວາມຄິດນັ້ນເຂົ້າໄປຢູ່ໃນຄວາມຊົງຈຳໄລຍະສັ້ນໄດ້ດີຂຶ້ນ.

2. ຢືນຢູ່ກັບທີ່ ແລະ ຄິດກັບຄືນໃນສິ່ງທີ່ຕ້ອງການເຮັດ: ຖ້າເຮົາຍ່າງເຂົ້າໄປສະຖານທີ່ໃໝ່ແລ້ວລືມທັນທີ ແມ່ນໃຫ້ຢືນຢູ່ກັບທີ່ກ່ອນ ແລ້ວລອງຄິດເຖິງເລື່ອງລາວກ່ອນທີ່ເຮົາຈະຍ່າງຜ່ານປະຕູຈາກອີກຫ້ອງໜຶ່ງມາ ການເຮັດແບບນີ້ຈະຊ່ວຍໃຫ້ສະໝອງກັບຄືນສູ່ແວດລ້ອມເກົ່າໄດ້ໄວຂຶ້ນ.

ອ່ານຕື່ມ:  ຜູ້ຍິງທາເລັບສີແດງເຂົາວ່າແຮງວ່າແຮງແທ້ບໍ? ເປັນຫຍັງສາວໆຈຶ່ງນິຍົມ ແຊຣ໌ທິດສະດີເລັບແດງ (Red Nail Theory)

3. ຫຼີກລ້ຽງການເຮັດຫຼາຍຢ່າງພ້ອມກັນ: Doorway Effect ມັກຈະເກີດຂຶ້ນງ່າຍກັບຄົນທີ່ມີສະມາທິບໍ່ຄ່ອຍດີ, ການພະຍາຍາມເຮັດຫຼາຍຢ່າງພ້ອມກັນຈະເຮັດໃຫ້ສະໝອງສັບສົນ ແລະ ມີຄວາມສ່ຽງທີ່ຈະລືມໄດ້ງ່າຍຂຶ້ນໃຫ້ພະຍາຍາມຕັ້ງໃຈເຮັດເທື່ອລະຢ່າງ.

ທຸກຄົນບໍ່ຕ້ອງກັງວົນຫາກເຄີຍພົບກັບເຫດການ Doorway Effect ເພາະມັນບໍ່ແມ່ນບັນຫາຮ້າຍແຮງແບບ ໂລກທາງດ້ານຄວາມຈຳຢ່າງ ອັລໄຊເມີ (Alzheimer’s Disease) ແຕ່ເປັນພຽງວິທີການທີ່ສະໝອງເຮັດວຽກປົກກະຕິ ເພື່ອຈັດລະບຽບຄວາມຊົງຈຳໃນຊີວິດປະຈຳວັນຂອງເຮົານັ້ນເອງ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.