ໜ້າຫຼັກ Muan.la - ສາລະບັນເທີງ The Interview Déymi ກັບຜົນງານທຳອິດສິລະປິນທີ່ຈະພາເຮົາຫຼົງໃຫຼໄປກັບ Lost in the Ocean
The Interview

Déymi ກັບຜົນງານທຳອິດສິລະປິນທີ່ຈະພາເຮົາຫຼົງໃຫຼໄປກັບ Lost in the Ocean

Déymi ກັບຜົນງານທຳອິດສິລະປິນທີ່ຈະພາເຮົາຫຼົງໃຫຼໄປກັບ Lost in the Ocean

ແບ່ງປັນ

I’m just a sailboat with broken heart ປະໂຫຍດສຸດເຮີດຈຸກໃຈທີ່ປະກົດຢູ່ໃນເນື້ອເພງທີ່ແສນລະມຸ່ນໃນ Lost in the Ocean ຈາກ Déymi Artist ເທສດີຄົນນີ້.

ພານິດາ ສູນທະກິດ ຫຼື Deymi ໄວເກືອບຈະ 22 ປີ ປັດຈຸບັນກຳລັງຮຽນຢູ່ສະຖາບັນສຸດສະກະ ສາຂາໂປຣແກຣມ. ເປັນຄົນອິນໂທຣເວີດ ມີໂລກສ່ວນໂຕສູງ ອາດຈະເບິ່ງງຽບໆແຕ່ວ່າຖ້າໄດ້ຮູ້ຈັກກໍເວົ້າຫຼາຍຂື້ນ, ສ່ວນຫຼາຍໝູ່ມັກຈະບອກວ່າເປັນຄົນຄ້ອນຂ້າງຕິສທ໌ເຂົ້າໃຈຍາກໜ້ອຍໜຶ່ງ.

ເວລາວ່າງມັກຟັງເພງ, ຫຼິ້ນເກມ, ຮ້ອງເພງເປັນບາງເທື່ອ ຖ້າມີອາລົມແນ່ມັກແຕ່ງເພງຫຼິ້ນກັບກີຕ້າ. ນອກຈາກກິດຈະກຳຍາມວ່າງອື່ນແລ້ວກໍຈະເປັນການຖ່າຍຮູບແນວຟີມ, aesthetic ແລະ ການແຕ່ງໂຕຫຼາຍກວ່າ.

ຈຸດເລີ່ມຕົ້ນຂອງການໄດ້ມາເປັນສິລະປິນຄືຕອນຮຽນໃໝ່ໆຮຽນຫ້ອງດຽວກັນກັບ Imel ແລ້ວກໍໄດ້ເປັນໝູ່ກັນຍ້ອນມັກຮ້ອງເພງ, ຟັງເພງຄືກັນໄດ້ມີໂອກາດໄດ້ໄປນັ່ງຫຼິ້ນລອງຊອກແຕ່ງເພງໃສ່ບີດໃນຢູທູບນຳກັນ. ຕໍ່ມາ Imel ກະມາຊວນວ່າ Just”, Gomen ແລະ ອ້າຍວິນຢາກເຮັດຄ່າຍເພງນ້ອຍໆທີ່ຊັບພອດຊ່ວຍເຫຼືອເຮັດເພງໃຫ້ກັນ ແລະ ກັນ. ສ່ວນໂຕຮູ້ສຶກຍິນດີທີ່ເຮົາໄດ້ເປັນສ່ວນໜຶ່ງໃນນັ້ນນຳ.

ສ່ວນສະໄຕລ໌ເພງທີ່ເຮົາຢາກເຮັດແມ່ນຈະເປັນ pop ທີ່ປະສົມປະສານກັບ alternative indie R&B ແລະ soul ໜ້ອຍໜຶ່ງ ເພາະໄດ້ແຮງບັນດານໃຈມາຈາກວົງ the 1975 ເປັນວົງທີ່ມີສະໄຕລ໌ເພງທີ່ຫຼາກຫຼາຍ, ມີເອກະລັກເປັນຂອງຕົວເອງບໍ່ວ່າຈະເລື່ອງສຽງເພງ, ດົນຕີ, ການເລົ່າເລື່ອງຜ່ານເນື້ອເພງ ແລະ ວິທີການນຳສະເໜີຂອງເຂົາເຈົ້າ, ການໃຊ້ Synthesizer ກັບເມໂລດີ້ທີ່ມັນຕິດຫູຟັງແລ້ວຢາກເຮັດເພງເລີຍ.

IG: thesubme

Déymi ຍັງໄດ້ເລົ່າໃຫ້ມ່ວນຟັງອີກວ່າ ໃນຕອນນີ້ເປົ້າໝາຍໃນຊີວິດໃນການເປັນສິລະປິນທີ່ຕ້ອງເຮັດໃຫ້ໄດ້ແມ່ນການເຮັດເພງທີ່ເປັນຕົວຂອງຕົວເອງທີ່ສຸດ ແລະຢາກເຮັດໃຫ້ຄົນຟັງໄດ້ຮູ້ສຶກອິນ, ຮູ້ສຶກເຊື່ອມໂຍງກັບມັນເທົ່າທີ່ເຮັດໄດ້. ສ່ວນຄວາມຝັນທີ່ຢາກເຮັດທີ່ສຸດແມ່ນການອອກອາລະບຳທີ່ມັນຄ້ອນຂ້າງມີຄວາມໝາຍ, ແບບອັດແໜ້ນຄວາມຄິດ,ອາລົມທຸກຢ່າງລົງໄປໃນນັ້ນ.

ອ່ານຕື່ມ:  ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ

ຕັ້ງແຕ່ໄດ້ປ່ອຍເພງ Lost in the Ocean ໄປ ຮູ້ສຶກພູມໃຈ ລະກະ ໝັ້ນໃຈໃນໂຕເອງຫຼາຍຂຶ້ນໃນການເດີນທາງເປັນສິລະປິນ ແລະ ຄິດຢາກເຮັດເພງທີ່ມັນດີຂຶ້ນໄປເລື້ອຍໆ ມີຄວາມຢາກຈະປັບປຸງໃນສ່ວນທີ່ເຮົາຄິດວ່າສາມາດເຮັດໃຫ້ມັນດີຂຶ້ນກວ່ານີ້ໄດ້ອີກ. ເພງທີ່ປ່ອຍອອກໄປນັ້ນຢ່າງໜ້ອຍກໍອາດຈະເຮັດໃຫ້ຄົນຟັງໄດ້ຮັບຮູ້ຄວາມຮູ້ສຶກທີ່ເຂົາເຈົ້າບໍ່ສາມາດສະແດງອອກມາໄດ້ ຫຼື ຮູ້ວ່າເຂົາກະບໍ່ໄດ້ຮູ້ສຶກໂດດດ່ຽວແບບນີ້ຄົນດຽວ. ສຳລັບ ສິລະປິນໜ້າໃໝ່ທີ່ສົນໃຈເຮັດເພງແນວນີ້ຢາກໃຫ້ເຂົາເຈົ້າໄດ້ກ້າ ແລະ ມີຄວາມໝັ້ນໃຈໃນການສະແດງຄວາມເປັນໂຕເອງອອກມາໃນເພງແນວນີ້ຫຼາຍຂຶ້ນ ໂດຍບໍ່ຕ້ອງຢ້ານວ່າມັນຊິບໍ່ເປັນທີ່ຍອມຮັບ ການເຮັດເພງໃນແບບຂອງເຮົາມັນດີທີ່ສຸດ.

ສຸດທ້າຍນີ້ກະຢາກຝາກຜົນງານເພງທຳອິດຂອງ Déymi ທີ່ປ່ອຍອອກໄປບໍ່ດົນມານີ້ຊື່ວ່າ Lost in the ocean ເປັນເພງທີ່ປຽບທຽບເລື່ອງລາວຄວາມຮັກລະຫວ່າງ ເຮືອ ແລະ ລົມ ໃນມະຫາສະໝຸດ. ໃນອະນາຄົດມີແຜນຢາກເຮັດເພງທີ່ມັນຫຼາກຫຼາຍ ແລະ ລອງເຮັດສິ່ງໃໝ່ໆຂຶ້ນອີກ.

ໂດຍ: ທີມບັນນາທິການ Muan

ບົດຄວາມທີ່ກ່ຽວຂ້ອງ
OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.