Muan.la – ມ່ວນລະ! The largest Laos Entertainment Pop Culture content platform. ເນື້ອຫາ Pop Culture ສາລະບັນເທີງຂອງຄົນລາວ, ຂ່າວບັນເທີງ, ເພງ, ຮູບເງົາ, ໜັງ, ສິລະປະ, ດົນຕີ, ການສະແດງ, ເຕັ້ນ, ນັກດົນຕີ, ນັກຮ້ອງ, ໄອດໍ, ຄົນດັງ, ດາລາ, ນັກສະແດງ, ແວດວົງບັນເທີງລາວ.
ມື້ນີ້ມ່ວນຈະພາມາຮູ້ຈັກ Phoudthasone Souksompheng ຫຼື ພຸດ, ຊື່ໃນວົງການງານສິນກໍຄື PhoudDoodle ເຊິ່ງຫຼາຍໆຄົນຄົງຈະຄຸ້ນເຄີຍ ແລະ ຮູ້ຈັກກັນດີໃນວົງການສິລະປະ. ດ້ວຍຮູບແບບການແຕ້ມທີ່ມີເອກະລັກສະເພາະຕົວໃນສະໄຕລ໌ລາຍເສັ້ນແບບ Doodle Art ທີ່ພໍເບິ່ງແລ້ວໃຫ້ຄວາມຮູ້ສຶກເຖິງຄວາມມ່ວນຊື່ນ, ຄວາມຄິດ ແລະ ຈິນຕະນາການ. ການມີອິດສະຫຼະໂດຍບໍ່ຈໍາເປັນຕ້ອງມີໂຄງຮ່າງກົດເກນທີ່ຕາຍຕົວ. ປັດຈຸບັນ, ພຸດ ແລະ ກຸ່ມຜູ້ສ້າງສິລະປະໄດ້ຮ່ວມແຮງໃຈກັນສ້າງຜົນງານ Art...
ສຳລັບ ສຸກໃຈ It’s Okay the series ກໍມາຮອດຕອນສຸດທ້າຍກັນແລ້ວໃນ ຕອນທີ 5: ບໍ່ເປັນຫຍັງທີ່ຈະຮ້ອງໄຫ້ It’s Okay to Cry ແລະ ໃນຕອນນີ້ຈາກການປູເລື່ອງລາວມາຈາກຕອນທີ 4 ທີ່ລຸງເລີດໄດ້ບອກວ່າຈະປິດຮ້ານ ຄາເຟ່ສຸກໃຈ ທັງ ຈີ່ ແລະ ໂນ້...
ເນື້ອເລື່ອງແມ່ນໄດ້ເວົ້າເຖິງເລື່ອງຂອງໂນ້ ແລະ ດາ. ທັງສອງໄດ້ເປັນໝູ່ສະໄໝຮຽນມັດທະຍົມ ແລະ ຮຽນຫ້ອງດຽວກັນ. ຕອນນີ້ໄດ້ດຳເນີນດ້ວຍການຍ້ອນເວລາກັບໄປ-ກັບມາ, ເຮັດໃຫ້ເຫັນທັງເລື່ອງລາວອະດີດ ແລະ ປັດຈຸບັນທີ່ເປັນຢູ່ຂອງທັງສອງຄົນທີ່ຍັງມີເລື່ອງຕິດຄ້າງໃນໃຈທີ່ຕ້ອງການທີ່ຈະສະສາງມັນອອກໄປ. ພາບໄດ້ຕັດຍ້ອນກັບໄປໃຫ້ເຫັນພາບຕອນມັດທະຍົມ, ດາ ຜູ້ທີ່ມີພອນສະຫວັນໃນການຮ້ອງເພງ ແລະ ມີຄວາມໂດດເດັ່ນຈົນໃຜໆກໍຢາກທຳຄວາມຮູ້ຈັກ. ດາ ມີຄວາມຮູ້ສຶກພິເສດກັບ ເຕ້ ໜຸ່ມສຸດຮັອດປະຈຳຫ້ອງທີ່ທັງຮຽນເກັ່ງ, ຫຼິ້ນກິລາເດັ່ນ, ໜ້າຕາດີ. ແຕ່ເຕ້ກຳລັງຈະຍ້າຍໄປຢູ່ຕ່າງປະເທດກັບພໍ່ແມ່ກໍເລີຍຈະຈັດປາຕີ້ອຳລາກັບໝູ່ເພື່ອນ. ໂນ້...
ຕອນທີ 3: ບໍ່ເປັນຫຍັງທີ່ຈະຂໍຄວາມຊ່ວຍເຫຼືອ It’s Okay to Ask for Help ໃນ ສຸກໃຈ It’s Okay the series ເຊິ່ງຕອນນີ້ໄດ້ເວົ້າເຖິງເລື່ອງລາວຂອງ ປ້າຈັນ ຍິງສູງອາຍຸປະມານ 50 ປີ, ມີອາຊີບຫຍິບເຄື່ອງຢູ່ບ້ານທີ່ມີອາການແປກໆ, ມັກລົມຄົນດຽວຈົນເຮັດໃຫ້ ຈີ່ກັບໂນ້ເກີດອາການງົງ ແລະ ເກີດຄວາມຮູ້ສຶກຢ້ານເພາະຄິດວ່າປ້ານັ້ນລົມກັບສິ່ງລີ້ລັບຢູ່....
ຕອນທີ 2 ທີ່ມີຊື່ວ່າ: ບໍ່ເປັນຫຍັງທີ່ຈະຮູ້ສຶກບໍ່ໂອເຄ It’s Okay to Not Be Okay ໃນ ສຸກໃຈ It’s Okay the series, ຕອນນີ້ກໍມີປະເດັນທີ່ໜ້າສົນໃຈອີກແລ້ວນັ້ນກໍຄືບັນຫາສຸຂະພາບຈິດ “Depression ຫຼື ໂລກຊຶມເສົ້າ” ເຊິ່ງເລື່ອງລາວໄດ້ເລົ່າມາໃນບັນຫາທີ່ກ່ຽວຂ້ອງກັບຄວາມບໍ່ເຂົ້າໃຈໃນຄອບຄົວ ແລະ ເລື່ອງຄວາມກົດດັນທາງດ້ານການຮຽນ. ຕອນນີ້ແມ່ນໄດ້ເລົ່າກ່ຽວກັບສຶກສາສາວທີ່ມີຊື່ວ່າ...
ໃນຕອນທຳອິດນີ້ມີປະເດັນທີ່ໜ້າສົນໃຈຢູ່ຫຼາຍຢ່າງ ແລະ ຮູ້ສຶກວ່າເປັນສິ່ງທີ່ຢູ່ໃນສັງຄົມທີ່ຄົນຍັງບໍ່ຮັບຮູ້ ແລະ ບໍ່ເປີດໃຈກ່ຽວກັບຄວາມຫຼາກຫຼາຍທາງເພດ, ບໍ່ຮູ້ວ່າສິ່ງທີ່ເປັນນີ້ແມ່ນແນວໃດກັນແທ້ຈຶ່ງກໍ່ໃຫ້ເກີດຄວາມສັບສົນໃຫ້ກັບຕົວເອງຢ່າງຕົວລະຄອນຫຼັກໃນຕອນນີ້ກໍຄື “ນວນ”. ເລື່ອງໄດ້ເລີ່ມຈາກ ໂນ້ ພະນັກງານຮ້ານກາແຟ ສຸກໃຈ ທີ່ໄດ້ມາຂໍຄຳປຶກສາໃນເລື່ອງຂອງໝູ່ລາວທີ່ມີບັນຫາໃຫ້ຊ່ວຍແນະນຳໂດຍຄົນທີ່ ໂນ້ ໄດ້ຂໍຄວາມຊ່ວຍເຫຼືອແມ່ນ ຈີ່ ເຊິ່ງເປັນຫົວໜ້າ ຫຼື ເຈົ້າຂອງຮ້ານກາແຟທີ່ຕົວເອງກຳລັງເຮັດວຽກຢູ່. ຈີ່ ກໍ່ໄດ້ເລົ່າກໍລະນີຕົວຢ່າງຂອງໝູ່ລາວໃຫ້ໂນ້ຟັງ, ເຊິ່ງໝູ່ຄົນນີ້ມີຊື່ວ່າ “ນວນ” ເດັກໜຸ່ມຕ່າງແຂວງທີ່ຈາກບ້ານເຂົ້າມາຮຽນວິທະຍາໄລຢູ່ໃນເມືອງຫຼວງ....
ມ່ວນຈະຊວນທຸກຄົນມາລໍຖ້າເບິ່ງຊີຣີສ໌ນ້ຳດີ, ທີ່ຈະມາກະຕຸ້ນທຸກຄວາມຮູ້ສຶກຂອງທຸກຄົນກັບ “ສຸກໃຈ It’s Okay the series” ທີ່ມີລົດຊາດຄົບທຸກລົດເລີຍ. ເບິ່ງຈາກຕົວຢ່າງກໍມີທັງຟິວກູ້ດ, ຄວາມເສົ້າກະມາເຕັມບອກເລີຍວ່າເຂັ້ນຂຸ້ນຢ່າງແນ່ນອນ. “ສຸກໃຈ It’s Okay the series” ເປັນຊີຣີສ໌ທີ່ຫາຍາກ ແລະ ຖືວ່າໃໝ່ຫຼາຍສຳລັບປະເທດລາວ ໂດຍຊີຣີສ໌ເລື່ອງນີ້ເປັນການຕີແຜ່ກ່ຽວກັບບັນຫາສຸຂະພາບຈິດ, ບັນຫາຕ່າງໆໃນສັງຄົມ ທີ່ສະທ້ອນໃຫ້ເຫັນເຖິງຄວາມຈິງໃນຊີວິດ. ໂດຍສະເພາະແມ່ນໄວໜຸ່ມທີ່ກຳລັງພົບ ຫຼື...
ມ່ວນຊວນເບິ່ງເພື່ອຈະພາມາຍ້ອນຮອຍເອນິເມຊັນໃນຕຳນານທີ່ຄົນເປັນສາຍເອນິເມະຈະຕ້ອງຮູ້ຈັກຢ່າງແນ່ນອນ ເຊິ່ງເລື່ອງນັ້ນກໍຄື “a silient voice”. ເປັນເລື່ອງລາວຂອງເດັກຊາຍຂີ້ດື້ຜູ້ໜຶ່ງນັ້ນກໍຄື Shoya Ishida ທີ່ມັກ Bully ໝູ່ຄົນໜຶ່ງໃນຫ້ອງຮຽນກໍຄືເດັກຍິງທີມີຊື່ວ່າ Shouko Nishimiya ຜູ້ພິການທາງຫູ ແລະ ບໍ່ສາມາດເວົ້າໄດ້. ເລີຍເຮັດໃຫ້ຖືກເດັກຊາຍຄົນນັ້ນ Bully ຈົນຕ້ອງຍ້າຍໂຮງຮຽນ ແລະ ເຫດການໃນຄັ້ງນີ້ມັນໄດ້ສົ່ງຜົນໃຫ້ Shoya Ishida...