Film, Movie, Series. ການສະແດງ, ຮູບເງົາ, ໜັງ, ຊີຣີ່, ທີ່ ມ່ວນ ຢາກຊວນເບິ່ງ.
ເປັນແມ່ຍິງຕ້ອງງາມ ແລະ ຫ້າມເຖົ້າ? ຊວນເບິ່ງ The Substance ໜັງ Body Horror ທີ່ວິພາກວິຈານມາດຕະຖານຄວາມງາມຂອງສັງຄົມຢ່າງເຈັບແສບ
ມື້ນີ້ມ່ວນມີຊີຣີສ໌ດີໆອີກໜຶ່ງເລື່ອງມາເລົ່າສູ່ທຸກຄົນຟັງ ແລະ ໄດ້ຈັບປະເດັນທາງສັງຄົມທີ່ສຳຄັນຢ່າງ LGBTQ+ ເນື່ອງຈາກໄດ້ຮັບອັບເດດວ່າປະເທດໄທ “ໄດ້ອະນຸມັດໃຫ້ມີກົດໝາຍຮອງຮັບສົມລົດເທົ່າທຽມ” ມ່ວນເລີຍຢາກນຳປະເດັນທີ່ໜ້າສົນໃຈໃນຊີຣີສ໌ເລື່ອງ Love in the Big City (2024) ມານຳສະເໜີ. ໂດຍເນື້ອຫາແມ່ນໄດ້ເລົ່າກ່ຽວກັບການໃຊ້ຊີວິດໃນເມືອງໃຫຍ່ຂອງກຸ່ມຄົນລຸ້ນໃໝ່ໃນ ໂຊລ ເກົາຫຼີໃຕ້ ທີ່ບອກເລົ່າເຖິງຄວາມສຳພັນຂອງກຸ່ມໝູ່ເພື່ອນ ແລະ ຄົນຮັກທີ່ຕ້ອງປະເຊີນກັບຄວາມຊັບຊ້ອນຂອງຊີວິດ ທັງເລື່ອງຄວາມຮັກ, ສຸຂະພາບ, ການຊອກຫາຕົວຕົນ...
ສາຍຊີຣີສ໌ເຊີນທາງນີ້ ໃຜທີ່ໄດ້ເບິ່ງຊີຣີສ໌ ແລະ ເປັນແຟນຈາກທັງ 3 ເລື່ອງເຊັ່ນ: Squid Game, Wednesday ແລະ Stranger Things ນັ້ນ, ຈະໄດ້ເບິ່ງກັນແລ້ວພາຍໃນປີ 2025 ນີ້. ທັງ 3 ເລື່ອງຈະເຮັດໃຫ້ທຸກຄົນຕື່ນເຕັ້ນ ແລະ ຈົນຈໍໃນເລື່ອງລາວທີ່ເກີດຂຶ້ນໃນຊີຣີສ໌ນີ້ແນ່ນອນ. Squid Game...
ເອນິເມຊັ່ນສຸດໂຣແມນຕິກຢ່າງ Kimini Todoke ທີ່ຢາກບອກວ່າຟິລກູ໊ດອົບອຸ່ນຫົວໃຈສຸດໆ, ມ່ວນຢາກຈະເລົ່າໃຫ້ຟັງໜ້ອຍໜຶ່ງກ່ຽວກັບເນື້ອເລື່ອງຂອງທັງ 3 Season ວ່າໜ້າຕິດຕາມຂະໜາດໃດ. ເບິ່ງໄດ້ແລ້ວທັງໝົດ 3 Season ຢູ່ທີ່ Netflix, ມາຮ່ວມເອົາໃຈຊ່ວຍຕິດຕາມມິດຕະພາບລະຫວ່າງໝູ່ ແລະ ຄວາມຮັກຂອງເຂົາທັງສອງໄປພ້ອມກັນກັບເອນິເມຊັ່ນສຸດໂຣແມນຕິກຢ່າງ Kimini Todoke. Season 1ເລີ່ມຕົ້ນເລື່ອງດ້ວຍ Sawako Kuronuma ຍິງສາວຂີ້ອາຍທີ່ໝູ່ຂອງລາວເອີ້ນວ່າ...
ສຳລັບ ສຸກໃຈ It’s Okay the series ກໍມາຮອດຕອນສຸດທ້າຍກັນແລ້ວໃນ ຕອນທີ 5: ບໍ່ເປັນຫຍັງທີ່ຈະຮ້ອງໄຫ້ It’s Okay to Cry ແລະ ໃນຕອນນີ້ຈາກການປູເລື່ອງລາວມາຈາກຕອນທີ 4 ທີ່ລຸງເລີດໄດ້ບອກວ່າຈະປິດຮ້ານ ຄາເຟ່ສຸກໃຈ ທັງ ຈີ່ ແລະ ໂນ້...
ເນື້ອເລື່ອງແມ່ນໄດ້ເວົ້າເຖິງເລື່ອງຂອງໂນ້ ແລະ ດາ. ທັງສອງໄດ້ເປັນໝູ່ສະໄໝຮຽນມັດທະຍົມ ແລະ ຮຽນຫ້ອງດຽວກັນ. ຕອນນີ້ໄດ້ດຳເນີນດ້ວຍການຍ້ອນເວລາກັບໄປ-ກັບມາ, ເຮັດໃຫ້ເຫັນທັງເລື່ອງລາວອະດີດ ແລະ ປັດຈຸບັນທີ່ເປັນຢູ່ຂອງທັງສອງຄົນທີ່ຍັງມີເລື່ອງຕິດຄ້າງໃນໃຈທີ່ຕ້ອງການທີ່ຈະສະສາງມັນອອກໄປ. ພາບໄດ້ຕັດຍ້ອນກັບໄປໃຫ້ເຫັນພາບຕອນມັດທະຍົມ, ດາ ຜູ້ທີ່ມີພອນສະຫວັນໃນການຮ້ອງເພງ ແລະ ມີຄວາມໂດດເດັ່ນຈົນໃຜໆກໍຢາກທຳຄວາມຮູ້ຈັກ. ດາ ມີຄວາມຮູ້ສຶກພິເສດກັບ ເຕ້ ໜຸ່ມສຸດຮັອດປະຈຳຫ້ອງທີ່ທັງຮຽນເກັ່ງ, ຫຼິ້ນກິລາເດັ່ນ, ໜ້າຕາດີ. ແຕ່ເຕ້ກຳລັງຈະຍ້າຍໄປຢູ່ຕ່າງປະເທດກັບພໍ່ແມ່ກໍເລີຍຈະຈັດປາຕີ້ອຳລາກັບໝູ່ເພື່ອນ. ໂນ້...
ຕອນທີ 3: ບໍ່ເປັນຫຍັງທີ່ຈະຂໍຄວາມຊ່ວຍເຫຼືອ It’s Okay to Ask for Help ໃນ ສຸກໃຈ It’s Okay the series ເຊິ່ງຕອນນີ້ໄດ້ເວົ້າເຖິງເລື່ອງລາວຂອງ ປ້າຈັນ ຍິງສູງອາຍຸປະມານ 50 ປີ, ມີອາຊີບຫຍິບເຄື່ອງຢູ່ບ້ານທີ່ມີອາການແປກໆ, ມັກລົມຄົນດຽວຈົນເຮັດໃຫ້ ຈີ່ກັບໂນ້ເກີດອາການງົງ ແລະ ເກີດຄວາມຮູ້ສຶກຢ້ານເພາະຄິດວ່າປ້ານັ້ນລົມກັບສິ່ງລີ້ລັບຢູ່....
ຕອນທີ 2 ທີ່ມີຊື່ວ່າ: ບໍ່ເປັນຫຍັງທີ່ຈະຮູ້ສຶກບໍ່ໂອເຄ It’s Okay to Not Be Okay ໃນ ສຸກໃຈ It’s Okay the series, ຕອນນີ້ກໍມີປະເດັນທີ່ໜ້າສົນໃຈອີກແລ້ວນັ້ນກໍຄືບັນຫາສຸຂະພາບຈິດ “Depression ຫຼື ໂລກຊຶມເສົ້າ” ເຊິ່ງເລື່ອງລາວໄດ້ເລົ່າມາໃນບັນຫາທີ່ກ່ຽວຂ້ອງກັບຄວາມບໍ່ເຂົ້າໃຈໃນຄອບຄົວ ແລະ ເລື່ອງຄວາມກົດດັນທາງດ້ານການຮຽນ. ຕອນນີ້ແມ່ນໄດ້ເລົ່າກ່ຽວກັບສຶກສາສາວທີ່ມີຊື່ວ່າ...