Muan RelationTips

Muan Tips, Relationship Tips, Self-care, Mental health. ພື້ນທີ່ປອດໄພຂອງຄົນທີ່ຢາກ ຮຽນຮູ້ໂຕເອງ ແລະ ສາຍສຳພັນກັບຄົນອື່ນ ໃຫ້ດີຂຶ້ນ.

134 ບົດຄວາມ

ຕ້ອງຈາກລາແນວໃດໃຫ້ຮູ້ສຶກເຈັບໜ້ອຍກວ່າໃນອະດີດ?

ຕອນທີ່ເຮົາອາຍຸຍັງນ້ອຍ ເຮົາເຂົ້າໃຈວ່າຄົນອ້ອມໂຕເຮົາຈະຢູ່ນຳເຮົາໄປຕະຫຼອດ ຈົນລືມຄິດເຖິງ “ການຈາກລາ” ຈົນກະທັ້ງເລີ່ມໄດ້ຮູ້ຈັກຄົນຫຼາຍຂຶ້ນຈົນເຈິເຫດການ ໝູ່ສະໜິດຍ້າຍໄປຮຽນບ່ອນໃໝ່ ຫຼື ສັດລ້ຽງແສນຮັກໄດ້ເສຍ ຫຼື ຕາຍໄປ ເຮົາຈຶ່ງໄດ້ຮູ້ເຖິງລົດຊາດຂອງການຈາກລາເປັນຄັ້ງທຳອິດ. ຫຼັງຈາກນັ້ນ ແນ່ນອນວ່າ ເຮົາຈະໄດ້ພົບກັບການຈາກລາອີກຫຼາຍຄັ້ງ ແລະ ຫຼາຍຮູບແບບ ບໍ່ວ່າຈະເປັນ ເລີກລາກັບແຟນ, ຍ້າຍບ່ອນຢູ່, ຄົນໃນຄອບຄົວຈາກໄປໂດຍບໍ່ມີວັນກັບມາ ເຮັດໃຫ້ເຂົ້າໃຈວ່າ ການປ່ຽນແປງເກີດຂຶ້ນໄດ້ຕະຫຼອດເວລາ ແລະ...

ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?

ລົມກັນມາຕັ້ງດົນແຕ່ສະຖານະບໍ່ໄດ້ເປັນຫຍັງກັນເລີຍ, ເປັນໄດ້ແຕ່ຄົນລົມກັນ ຫຼາຍຄົນເປັນແບບນີ້ບໍ? ຢາກລົມແຕ່ບໍ່ຢາກຄົບເຮັດທຸກຢ່າງແບບແຟນກັນແຕ່ບໍ່ໄດ້ເປັນແຟນກັນ, ຈີບມາຕັ້ງດົນກໍບໍ່ມີຫຍັງຄືບໜ້າແລ້ວສະຫຼຸບເຮົາເປັນຫຍັງກັນລະ! ຫຼື ເຮົາຍັງດີບໍ່ພໍ ຫຼື ແນວໃດ? ຄຳຖາມທີ່ບໍ່ມີຄຳຕອບຕໍ່ໃຫ້ຖາມຈັກເທື່ອກໍຄົງຕອບໄດ້ວ່າເຮົາກະລົມກັນໄປຊິແຫຼະລົມໄປເລື້ອຍໆ. ໃຜແດ່ຢູ່ໃນສະຖານະແບບນີ້ຢາກເລື່ອນສະຖານະຈັກເທື່ອກະບໍ່ໄດ້. ຈະບອກວ່ານີ້ແມ່ນແຟນຂ້ອຍກໍຢ້ານອີກຄົນປະຕິເສດໄປເລີຍ, ແລ້ວເຮົາຕ້ອງເຮັດແນວໃດລະ? ແຕ່ໃນຄວາມເປັນຈິງແລ້ວເລື່ອງນີ້ມັນອາດຈະຊັບຊ້ອນກວ່ານັ້ນອາການແບບນີ້ຄົນນັ້ນໆແມ່ນຄິດຫຍັງຢູ່ເພື່ອມາໃຫ້ທຸກຄົນໄຂຂໍ້ສົງໄສ ແລະ ອາດຈະເຮັດທຸກຄົນມີວິທີໃນການຊະນະໃຈຄົນທີ່ເຮົາມັກໄດ້ເປັນແຟນສົມໃຈ ເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ. 1. ບໍ່ຢາກຜູກມັດ ຫຼັກໆເລີຍຄືຢ້ານການໃຊ້ຊີວິດຮ່ວມກັບຄົນອື່ນ ແລະ ຍັງບໍ່ພ້ອມ, ຍັງຢ້ານວ່າມັນຈະຜິດຜາດແບບໃນອະດີດ,...

“ໂດຍໄດ້” ຕອບຮັບວຽກ ແຕ່ບໍ່ເຂົ້າໃຈທີ່ຫົວໜ້າສັ່ງ ຄວນເຮັດແນວໃດດີ?

ເຊື່ອວ່າຫຼາຍຄົນກະໜ້າຈະເຄີຍພົບກັບສະຖານະການນີ້, ຄືການຕອບຮັບວຽກທີ່ຫົວໜ້າສັ່ງມາແລ້ວໂດຍທີ່ຕົວເອງກະຍັງບໍ່ເຂົ້າໃຈລາຍລະອຽດ 100 %, ເລີຍເຮັດໃຫ້ເຮົາກັບມານັ່ງງົງກັບສິ່ງທີ່ໄດ້ຮັບມອບໝາຍມາຫຼືເຮົາເອງກະຍັງບໍ່ແນ່ໃຈກັບສິ່ງທີ່ຫົວໜ້າສັ່ງມາ. ບໍ່ວ່າຈະຈາກເຮົາທີ່ຮັບສານຜິດຫຼືເປັນນຳຫົວໜ້າທີ່ສື່ສານບໍ່ຄ່ອຍຊັດເຈນ ແຕ່ແນວໃດກໍຕາມ,ເຮົາເອງທີ່ເປັນຄົນເຮັດວຽກ ບໍ່ມີທາງເລືອກຫຼາຍ ຄັນຖາມຄືນກະຢ້ານຖືກເວົ້າໃຫ້ວ່າບໍ່ຕັ້ງໃຈຟັງອີກ. ດັ່ງນັ້ນເຮົາກໍຄວນຮັບສິ່ງທີ່ຫົວໜ້າສື່ສານມັນອອກມາໃຫ້ໄດ້ກົງຕາມສິ່ງທີ່ຫົວໜ້າຕ້ອງການ. ແລ້ວຊິເຮັດແນວໃດບໍ່ໃຫ້ສິ່ງນີ້ເກີດຂຶ້ນຊ້ຳອີກ? ມື້ນີ້ມ່ວນເລີຍຢາກມາແນະນຳທິບສ໌ດີໆໃນການຮັບຟັງບຣີຟຈາກຫົວໜ້າ ເພື່ອໃຫ້ການເຮັດວຽກເປັນໄປຢ່າງດີ ຈະໄດ້ບໍ່ມາງົງອີກ. 1. ຕັ້ງສະຕິກຽມຟັງ ແລະ ຈົດ ເຮົາຕ້ອງຟັງເພື່ອຈັບຈຸດໃຈຄວາມໃຫ້ໄດ້ວ່າຫົວໜ້າກຳລັງເວົ້າເຖິງຫຍັງ,ໝາຍເຖິງວຽກໃດ,ກຳລັງອອກຄວາມຄິດເຫັນຫຼືກຳລັງເວົ້າລອຍໆ ແລ້ວຈົດສະຫຼຸບສິ່ງທີ່ເປັນໃຈຄວາມສຳຄັນລົງໄປ ແລະ ຄວນກຽມຄຳຖາມທີ່ເຮົາຍັງບໍ່ເຂົ້າໃຈເພື່ອຖາມຄືນອີກຄັ້ງ. 2....

ເປັນຫຍັງຕ້ອງປ່ຽນ? 9 ວິທີຍອມຮັບໃນຂໍ້ເສຍຂອງຕົວເອງເພື່ອພັດທະນາເປັນຄົນທີ່ດີຂຶ້ນ

ບໍ່ດີບ່ອນໃດ ແລະ ເປັນຫຍັງຂ້ອຍຕ້ອງປ່ຽນ? ນີ້ຄືປະໂຫຍກທີ່ເຮົາມັກໄດ້ຍິນເວລາໝູ່ຄູ່ ຫຼື ຄົນອ້ອມຕົວເຮົາມັກມາເວົ້າເລື່ອງບັນຫາທີ່ເຂົາເຫຼົ່ານັ້ນພົບພໍ້ໃນຊີວິດໃຫ້ເຮົາຟັງ. ເພາະພວກເຂົາຄິດວ່າສິ່ງທີ່ເຄີຍເຮັດມາມັນກໍ່ດີຢູ່ແລ້ວ ແລະ ບໍ່ຈຳເປັນຕ້ອງປ່ຽນແປງຫຍັງ, ເຊິ່ງມັນກໍມີທັງຖືກ ແລະ ບໍ່ຖືກຕ້ອງໄປໝົດທຸກຢ່າງ, ມັນກໍຂຶ້ນກັບເຫດການບາງກໍລະນີທີ່ເຮົາຕ້ອງຊັ່ງຊາກັນດ້ວຍເຫດຜົນໃຫ້ຫຼາຍພໍສົມຄວນ. ແຕ່ຖ້າເຮົາລອງຄິດໃນມຸມມອງທີ່ກວ້າງໆຄິດເຖິງສາເຫດ, ວິທີແກ້ໄຂຕ່າງໆ ແລະ ຄິດວ່າທີ່ເຂົາເວົ້າມາມັນກໍຖືກໃດ໋ເນາະເລີຍຢາກປ່ຽນມຸມມອງໃໝ່ຢາກໃຫ້ມັນດີຂຶ້ນ, ແລ້ວການຢາກເປັນຄົນທີ່ດີຂຶ້ນເຮົາຕ້ອງເຮັດຫຍັງກ່ອນ? ຕ້ອງເລີ່ມແນວໃດ? ຍິ່ງຄິດກໍ່ບໍ່ເຂົ້າໃຈເພາະເກີດຄຳຖາມແບບນີ້ວົນໃນຫົວຊໍ້າໄປຊໍ້າມາ, ເພາະມັນມີຫຼາຍອົງປະກອບຫຼາຍຢ່າງອີ່ຫຼີ່ ແລະ ມື້ນີ້ມ່ວນເລີຍຢາກຈະຊວນທຸກຄົນມາຫາຄຳຕອບນຳກັນ....

ເຈົ້າບໍ່ແມ່ນ “ສູນກາງຈັກກະວານ” ເດີ ເຮັດແນວໃດຈຶ່ງຈະຫຼຸດພົ້ນຈາກຄົນທີ່ເຮັດໂຕຄືກັບໂລກໝຸນອ້ອມຕົວເອງ

ໃນຄັ້ງໜຶ່ງເຮົາອາດຈະພົບເຫັນຄົນປະເພດເຮັດຕົວເປັນ “ສູນກາງຈັກກະວານ ຫຼື ໂລກໝຸນອ້ອມຕົວຂ້ອຍ” ການພົວພັນກັບຄົນປະເພດນີ້ເຮັດໃຫ້ເຮົາຮູ້ສຶກອຶດອັດບໍ່ສະບາຍໃຈເພາະມັກຖືກດູດພະລັງງານບວກໄປຈົນໝົດ, ໃຫ້ຢູ່ຫ່າງໆໄດ້ຍິ່ງດີ. ຜົນກະທົບຈາກການຖືກດູດພະລັງງານບວກແມ່ນຖືວ່າມີຜົນຮ້າຍຫຼາຍກວ່າທີ່ຄິດ, ເພາະພວກເຂົາເຫຼົ່ານີ້ມັກສ້າງບັນຍາກາດທີ່ເປັນພິດຜ່ານພຶດຕິກຳຂອງຕົນເອງຢ່າງບໍ່ຮູ້ໂຕເຮັດໃຫ້ຄົນທີ່ຢູ່ອ້ອມຂ້າງໄດ້ຮັບຜົນກະທົບເຕັມໆ. ແຕ່ຖ້າຫາກວ່າເຮົາຫຼີກລ່ຽງບໍ່ໄດ້ເພາະວ່າຄົນປະເພດນັ້ນອາດຈະມາໃນຮູບແບບຄົນສະໜິດຄື: ໝູ່ເພື່ອນ, ຍາດພີ່ນ້ອງ ຫຼື ຫົວໜ້າເຮົາ. ຈະມີວິທີຈັດການແນວໃດໃຫ້ບໍ່ມີບັນຫາ ແລະ ຫຼີກລ່ຽງການຂັດແຍ້ງໃຫ້ດີທີ່ສຸດ: 1. ສ້າງກົດ ແລະ ຕັ້ງ​ຂອບ​ເຂດ​ຢ່າງຊັດເຈນ ທຸກຄົນມີຂີດຈຳກັດແຕກຕ່າງກັນ ແລະ ຮູ້ຂອບເຂດທີ່ຕົນເອງວ່າມີພື້ນທີ່ເທົ່າໃດ,...

ຢອກແຮງ ຊັອດຟິວເກັ່ງ ໝູ່ເຈົ້າກໍເປັນຫວາ? ມັກເຮັດໃຫ້ເສຍຄວາມໝັ້ນໃຈ

ໝູ່ທີ່ໃຫ້ກຳລັງໃຈ, ມີເຫດຜົນ ແລະ ແນະນຳກັນໃນທາງທີ່ດີນັ້ນໃຜກໍ່ຢາກມີ, ແຕ່ມັນກໍມັກຈະມີຄົນໜຶ່ງໃນກຸ່ມທີ່ມັກເຮັດໃຫ້ເຈັບຫົວ, ຄຳເວົ້າທີ່ບໍ່ຄິດ ແລະ ພຶດຕິກຳທີ່ບໍ່ໜ້າຮັກ. ມັນໄດ້ສ້າງຄວາມບໍ່ສະບາຍໃຈໃຫ້ໝູ່ເພື່ອນທີ່ຢູ່ຮ່ວມກັນ. ຈົນເຮັດໃຫ້ຄິດວ່າຈະຢູ່ນຳກັນໄດ້ໄປຮອດມື້ໃດເພາະເຈິໜ້າກັນເທື່ອໃດກໍມັກຖາມວ່າ: “ມື້ນີ້ແຕ່ງໂຕຫຍັງມາ? ແຕ່ງໂຕສະໄຕລ໌ຫຍັງນິ? ແບນ ຫຼື ຕຸ້ຍແຕ່ງຈັງໃດກໍບໍ່ງາມ”. ພໍໄດ້ຍິນເທື່ອໃດມັນກໍຮູ້ສຶກບໍ່ດີ ແລະ ບໍ່ໝັ້ນໃຈຕະຫຼອດ. ພໍບອກໝູ່ວ່າປະໂຫຍກເຫຼົ່ານີ້ມັນບໍ່ດີ ແລະ ບໍ່ຢາກໃຫ້ເວົ້າອີກ, ກໍ່ບອກວ່າ: “ຮັກໃດນິຈຶ່ງບອກ...

ຮູ້ແບບນີ້ບໍ່ເຮັດດີກວ່າ ວິທີປ່ອຍວາງ ແລະ ປ້ອງກັນຕົວເອງບໍ່ໃຫ້ຢ້ານການຕັດສິນໃຈ

ຄວາມຜິດພາດໃນອາດີດທີ່ນຳມາຫຼອກຫຼອນເຮົາໃນປັດຈຸບັນ ມັນເກີດຈາກການຕັດສິນໃຈເລື່ອງໃດໜຶ່ງທີ່ຜິດພາດໃນອາດີດຈົນສົ່ງຜົນມາສູ່ເຮົາໃນປັດຈຸບັນ. ຈາກເຫດການນັ້ນເຮັດໃນເຮົາກັບມາຄິດຍ້ອນຄືນຫຼາຍຢ່າງ, ເປັນຫຍັງເຮົາຄືບໍ່ເຮັດແບບນັ້ນ​​​? ຮູ້ຊິກະບໍ່ເຮັດແບບນີ້ລະ! ເກີດມີຄຳຖາມໃນຫົວຕີກັນໄປມາເຮັດໃຫ້ເຮົາຮູ້ສຶກເຈັບໃຈ ແລະ ເສຍດາຍທີ່ຕັດສິນໃຈແບບນັ້ນໄປ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍກໍຕາມ. ສິ່ງນີ້ເອງທີ່ເປັນສາເຫດໃຫ້ເຮົາຢ້ານທີ່ຈະຕັດສິນໃຈໃນເລື່ອງຕ່າງໆ. ການຢ້ານທີ່ຈະຕັດສິນໃຈນັ້ນສົ່ງຜົນກະທົບຕໍ່ເຮົາຫຼາຍເຊັ່ນ:ບໍ່ກ້າທີ່ຈະສ່ຽງ, ບໍ່ກ້າລອງສິ່ງໃໝ່ໆ, ປິດກັ້ນໂອກາດທີ່ຈະເຂົ້າມາໃນຊີວິດ ແລະ ບໍ່ກ້າຕັ້ງເປົ້າໝາຍ ຫຼື ຄາດຫວັງສູງກັບສິ່ງທີ່ເຮັດ. ແລ້ວເຮົາຈະມີປ້ອງກັນແນວໃດລະໃຫ້ບໍ່ເສຍໃຈກັບສິ່ງທີ່ຕັດສິນໃຈລົງໄປ? 1. ຮູ້ເທົ່າທັນອາລົມຂອງຕົວເອງ ຮັບຮູ້ເຖິງອາລົມທີ່ກຳລັງເກີດຂຶ້ນ...

ເມື່ອເຈົ້າເປັນນັກຊ໊ອບປິ້ງຕົວຍົງ “ເພາະຂອງມັນຕ້ອງມີ” ຢາກຢຸດຊື້ຄວນເຮັດແນວໃດດີ?

ຄົນສ່ວນໃຫຍ່ຕ້ອງພົບເຫດການແບບນີ້ເມື່ອເງິນເດືອນອອກກໍຕັ້ງໃຈຈະທ້ອນເກັບໄວ້, ແຕ່ພໍເຫັນສິ່ງທີ່ຢາກໄດ້ກໍຢາກຊື້ຂຶ້ນມາທັນທີກົດໂອນຈ່າຍ ຫຼື ກົດສັ່ງຊື້ໄປດ້ວຍອາລົມຊົ່ວວູບ. ພຽງເປັບດຽວເງິນໃນບັນຊີກໍ່ຫາຍໄປກ້ອນໃຫຍ່ປານບັນຊີມ້າ, ເຊິ່ງພຶດຕິກຳແບບນີ້ກໍບໍ່ເຄີຍເຮັດໃຫ້ຫຼາບຈຳຈັກເທື່ອທັງໆທີ່ຊ໊ອດມັນທຸກເດືອນ ແລະ ເອົາເງິນອານາຄົດມາໃຊ້ກ່ອນຕະຫຼອດ. ມັກຊື້ເຄື່ອງມາແລ້ວກໍບໍ່ໄດ້ໃຊ້ປະໂຫຍດຈົນມາເສຍດາຍເງິນນຳຫຼັງ, ເຮົາລອງຫາວິທີງ່າຍໆທີ່ຊະຊ່ວຍໃຫ້ພຶດຕິກຳນີ້ໃຫ້ດີຂຶ້ນກັນດີກວ່າເພື່ອຢຸດບັນຫາ ”ຂອງມັນຕ້ອງມີ”. 1. ຄິດທົບທວນໃຫ້ດີກ່ອນຊື້ ກ່ອນຈະຊື້ຫຍັງໃຫ້ຄິດດີໆກ່ອນວ່າຈຳເປັນບໍ່ ແລະ ເຮົາຈະໄດ້ໃຊ້ສິ່ງນັ້ນແທ້ໆຫວາ? ຖ້າຢາກໄດ້ແທ້ໆກໍໃຫ້ອົດທົນຈົນຮອດ 30 ມື້, ຖ້າຍັງຢາກໄດ້ຢູ່ກໍຈຶ່ງຕັດສິນໃຈຊື້. 2. ຈົດລາຍຊື່ເຄື່ອງທີ່ຈຳເປັນ ໃຫ້ຈົດລາຍການທີ່ຈຳເປັນກ່ອນທີ່ຈະເຂົ້າຫ້າງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.