ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຂ້ອຍເບື່ອເຈົ້າແລ້ວ ເພາະຮັກມັນຈືດຈາງເກີນໄປ ບໍ່ຢາກໄດ້ຍິນຄຳນີ້ຄວນເຮັດແນວໃດ?
Muan RelationTips

ຂ້ອຍເບື່ອເຈົ້າແລ້ວ ເພາະຮັກມັນຈືດຈາງເກີນໄປ ບໍ່ຢາກໄດ້ຍິນຄຳນີ້ຄວນເຮັດແນວໃດ?

ແບ່ງປັນ

ເມື່ອມີຮັກທີ່ດີແລ້ວຄວນຈະຕ້ອງຮັກສາໄວ້ໃຫ້ດີທີ່ສຸດ, ເພາະນີ້ຄືສິ່ງທີ່ມີຄ່າອີກສິ່ງໜຶ່ງທີ່ບໍ່ຮູ້ວ່າຈະຫາໄດ້ຢູ່ໃສອີກ. ແຕ່ການຮັກສາຄວາມສຳພັນນັ້ນກໍຍາກຄືກັນ, ເພາະນອກຈາກຮັກແລ້ວມັນຍັງມີປັດໄຈອີກຕັ້ງຫຼາຍຢ່າງທີ່ເຮັດໃຫ້ບໍ່ໄດ້ໃສ່ໃຈ ແລະ ດູແລກັນເລີຍ.

ແລ້ວຮັກນີ້ຈະໄປກັນລອດບໍ່? ຕ້ອງເຮັດແນວໃດບໍ່ໃຫ້ຮັກນີ້ຈືດຈາງ ແລະ ຄວາມຮັກຍັງຄົງຫວານຄືເກົ່າ ຫຼື ຢາກໃຫ້ມັນຫວານຂຶ້ນອີກ, ມ່ວນມີວິທີດີໆ ແລະ ເຮັດໄດ້ງ່າຍໆມາແນະນຳໃຫ້ທຸກຄົນລອງນຳໄປປັບໃຊ້ໃນຄວາມຮັກກັບ 5 ວິທີເພີ່ມຄວາມຫວານໃຫ້ຄວາມສຳພັນ.

1. ໃສ່ໃຈກັບລາຍລະອຽດນ້ອຍໆ

ຈື່ເລື່ອງເລັກໆນ້ອຍໆເຊັ່ນ: ສິ່ງທີ່ມັກ ຫຼື ບໍ່ມັກ. ມັນຈະເຮັດໃຫ້ລາວຮູ້ສຶກວ່າໄດ້ຮັບຄວາມສົນໃຈ ແລະ ເປັນຫ່ວງເປັນໄຍ.

2. ເຮັດເຊີໄພ້ເພື່ອສ້າງຄວາມຕຶ່ນເຕັ້ນ

ເຈົ້າສາມາດເຮັດໄດ້ໂດຍບໍ່ຈໍາເປັນຕ້ອງລໍຖ້າໂອກາດພິເສດ, ໃຫ້ເລີ່ມຈາກສິ່ງນ້ອຍໆເຊັ່ນ: ການສົ່ງຂໍ້ຄວາມທີ່ໜ້າຮັກຫວານໆ ຫຼື ມອບຂອງຂວັນທີ່ສາມາດຊ່ວຍເພີ່ມຄວາມຫວານໃນຄວາມສຳພັນ.

3. ໃຊ້ເວລາຮ່ວມກັນໃຫ້ຫຼາຍຂຶ້ນ

ການທີ່ເຈົ້າຫາໂອກາດເພື່ອສ້າງເວລາພິເສດ, ເພື່ອໃຊ້ເວລາຮ່ວມກັນໂດຍບໍ່ມີການຖືກລົບກວນຈາກຄົນອຶ່ນ. ອາດຈະຊວນລາວໄປທ່ຽວ, ເບິ່ງໜັງ, ກິນເຂົ້າ ຫຼື ກິດຈະກຳທີ່ເຈົ້າກັບລາວສົນໃຈເຮັດຮ່ວມກັນ.

4. ຮັບຟັງ ແລະ ເຂົ້າໃຈ

ການຟັງ ແລະ ເຂົ້າໃຈຄວາມຮູ້ສຶກຂອງລາວເປັນສິ່ງສໍາຄັນທີ່ຈະເຮັດໃຫ້ຄວາມສຳພັນເຂັ້ມແຮງຂຶ້ນ, ໃຫ້ຢູ່ຂ້າງໆ ແລະ ສະໜັບສະໜູນລາວດ້ວຍຄວາມຈິງໃຈ

5. ສະແດງຄວາມຮັກດ້ວຍການກະທຳ

ບາງຄັ້ງພຽງແຕ່ແຊັດນຳກັນ ຫຼື ບອກຮັກກັນມັນກໍບໍ່ພຽງພໍ, ເຈົ້າຄວນສະແດງຄວາມຮັກດ້ວຍການກອດ, ຈັບມື, ຫຼື ເຮັດສິ່ງເລັກໆນ້ອຍໆເຊັ່ນ: ການແຕ່ງອາຫານ ຫຼື ການຊ່ວຍວຽກເລັກໆນ້ອຍໆທີ່ຈະສະແດງເຖິງຄວາມໃສ່ໃຈທີ່ພ້ອມຈະຊ່ວຍເຫຼືອມັນຈະເຮັດໃຫ້ລາວຮູ້ສຶກວ່າຮັກນີ້ອົບອຸ່ນ ແລະ ສະບາຍໃຈ.

ການມີຄວາມຮັກນັ້ນມັນກໍຈະມີຫວານ ແລະ ຂົມປົນກັນໄປ, ແຕ່ມ່ວນກໍຢາກໃຫ້ທຸກຄົນໃຊ້ທຸກເວລາກັບຄົນທີ່ຮັກໃຫ້ມີຄວາມສຸກເດີ, ເພາະການມີຄົນຂ້າງກາຍທີ່ພ້ອມຈະດູແລກັນ ແລະ ສົ່ງເສີມກັນໃຫ້ດີຍິ່ງຂຶ້ນໄປໃນທຸກດ້ານນັ້ນມັນດີທີ່ສຸດແລ້ວ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.