ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ບາງເທື່ອເນື້ອຄູ່ບໍ່ໄດ້ມາເປັນແຟນແຕ່ມາເປັນ “ໝູ່” 5 ສັນຍານທີ່ບົ່ງບອກວ່າຄົນນີ້ແຫຼະ “ເນື້ອຄູ່”
Muan RelationTips

ບາງເທື່ອເນື້ອຄູ່ບໍ່ໄດ້ມາເປັນແຟນແຕ່ມາເປັນ “ໝູ່” 5 ສັນຍານທີ່ບົ່ງບອກວ່າຄົນນີ້ແຫຼະ “ເນື້ອຄູ່”

ແບ່ງປັນ
Getting your Trinity Audio player ready...

ຫຼາຍຄົນກໍຈະຄິດວ່າ ເນື້ອຄູ່ແມ່ນຄົນທີ່ຈະມາເປັນຄູ່ຊີວິດເຮົາ ເປັນຄົນຮັກທີ່ຈະຢູ່ນໍາກັນໄປຈົນແກ່ເຖົ້າ, ແຕ່ຄວາມຈິງແລ້ວເນື້ອຄູ່ມາໃນຫຼາຍຮູບແບບໂດຍສະເພາະແມ່ນໃນຮູບແບບໝູ່ສະນິດ.

ຄົນທີ່ເຊື່ອໃນເລື່ອງເນື້ອຄູ່ແມ່ນຄົນທີ່ຊອກຫາ ‘ອີກເຄິ່ງໜຶ່ງ’ ຂອງຕົນເອງເພື່ອທີ່ຈະມາເຕີມເຕັມໃນສ່ວນທີ່ຮູ້ສຶກວ່າຂາດຫາຍໄປໃນຊີວິດ, ແລ້ວເຮົາຈະຮູ້ໄດ້ແນວໃດວ່າເນື້ອຄູ່ຂອງເຮົານັ້ນແມ່ນໃຜ? ເຮົາເຈິເຂົາແລ້ວບໍ່? ລອງອ່ານ 5 ສັນຍານນີ້ກັນເລີຍ.

1. ຮັບຮູ້ຄວາມສຸກ, ຄວາມທຸກຂອງກັນ ແລະ ກັນ

ເຮົາ ແລະ ເຂົາຈະສາມາດຮັບຮູ້ຄວາມຮູ້ສຶກຂອງກັນ ແລະ ກັນໄດ້ແບບບໍ່ຕ້ອງພະຍາຍາມເລີຍ, ເວລາເຂົາທຸກເຮົາກໍຈະຮູ້ສຶກທຸກ, ເວລາເຮົາທຸກເຂົາກໍຈະຮູ້ສຶກທຸກ, ເວລາມີຄວາມສຸກກໍຈະມີຄວາມສຸກນໍາກັນ.

2. ຍອມຮັບຂໍດີ ແລະ ຂໍ້ເສຍຂອງກັນ

ຍາກຫຼາຍທີ່ຈະມີຄົນຍອມຮັບຂໍ້ເສຍຂອງເຮົາໄດ້ ແລະ ເຮົາກໍຍອມຮັບຂໍ້ເສຍຂອງເຂົາ, ແລ້ວຫາທີ່ຍາກໄປກວ່ານັ້ນຄືຂໍ້ເສຍຂອງເຮົາກັບເຂົານັ້ນມັນທົດແທນກັນໄດ້ຈົນກາຍເປັນວ່າຂໍ້ເສຍຂອງເຮົາເປັນຂໍ້ດີໃຫ້ເຂົາ.

3. ກ້າລົມກັນທຸກເລື່ອງ

ບາງຢ່າງເຮົາກໍບໍ່ຢາກເວົ້ານໍາໃຜ ແຕ່ແປກທີ່ກັບເຂົາເຮົາເວົ້າໄດ້ທຸກເລື່ອງ, ແປກໄປກວ່ານັ້ນອີກກໍຄືເຂົາກໍເວົ້າກັບເຮົາທຸກເລື່ອງຄືກັນ.

4. ຢູ່ນໍາຊື່ໆກໍຮູ້ສຶກສະບາຍໃຈ

ບໍ່ຕ້ອງເວົ້າ ບໍ່ຕ້ອງເຮັດຫຍັງ, ພຽງແຕ່ຢູ່ນໍາກັນກໍມີຄວາມຮູ້ສຶກສະບາຍໃຈ, ບໍ່ວ່າຈະມີບັນຫາຫຍັງມາ ຫຼື ຮູ້ສຶກບໍ່ດີ, ເມື່ອຍສໍ່າໃດ ພຽງແຕ່ມີຄົນນີ້ຢູ່ນໍາທຸກຢ່າງກໍຖືກຍົກອອກໄປໝົດ.

5. ເຄົາລົບຄວາມຄິດເຫັນ ແລະ ຄວາມແຕກຕ່າງກັນ.

ເນື້ອຄູ່ສ່ວນຫຼາຍຈະເປັນຄົນທີ່ມີຫຼາຍຢ່າງແຕກຕ່າງກັນແບບຄົນລະຂົ້ວ, ແທນທີ່ເຮົາຈະບໍ່ເຫັນດີໃນບາງສິ່ງບາງຢ່າງຂອງເຂົາ ເຮົາພັດພ້ອມທີ່ຈະຟັງ ແລະ ເຄົາລົບຄວາມຄິດຂອງເຂົາເຊິ່ງເຂົາກໍເຄົາລົບຄວາມແຕກຕ່າງຂອງເຮົາເຊັ່ນກັນ.

ຫາກໃຜຄົ້ນພົບວ່າຕົນເອງເຈິເນື້ອຄູ່ແລ້ວກໍຮັກສາເຂົາໄວ້ດີໆເດີ ເພາະໃນໂລກນີ້ມີຄົນຫຼາຍພັນລ້ານຄົນການທີ່ຈະເຈິອີກເຄິ່ງຂອງຕົນແມ່ນບໍ່ງ່າຍເລີຍ ແລະ ໃຜທີ່ຍັງບໍ່ເຈິເນື້ອຄູ່ກໍບໍ່ຕ້ອງເສຍໃຈໄປ ມື້ໜຶ່ງເຮົາຈະເຈິແນ່ນອນ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.