ຂຽນໂດຍ

38 ບົດຄວາມ

Phayu ThiLasath ກັບ single ທຳອິດທີ່ແຟນໆໃຈຈົດໃຈຈໍກັບເພງ ເຈັບບໍ່ເຄີຍຈຳ

ຫຼັງຈາກທີ່ເກັບໂຕກັບຄ້າຍມາ1ປີ ໃນທີ່ສຸດມື້ນີ້ກໍມາເຖິງ Phayu Thilasath ໜຸ່ມສຽງຫຼໍ່ຈາກຫຼວງພະບາງໄດ້ອອກ single ເພງທຳອິດແລ້ວ. ບັນດາແຟນຄລັບເອັບຊີທັ້ງຫຼາຍບໍ່ຕ້ອງຖ້າອີກຕໍ່ໄປກັບເພງ ”ເຈັບບໍ່ເຄີຍຈຳ” ທັ້ງທີ່ຮູ້ວ່າເຈັບແຕ່ກໍບໍ່ຈື. ເປີດໂຕ MV ມາກໍຖ່າຍທອດຄວາມເຈັບເຮີດກຸມຮາດດ້ວຍເນື້ອເພງທີ່ເວົ້າເຖິງການສູນເສຍຄວາມຮັກທີ່ບໍ່ສົມຫວັງຜ່ານຄວາມລຽບງ່າຍແຕ່ຊົງພະລັງໃນການສື່ອາລົມທີ່ເຕັມໄປດ້ວຍຄວາມຮູ້ສຶກຂອງການຢຶດຕິດກັບອະດີດ ແລະ ຄວາມຮັກທີ່ເບິ່ງຄືວ່າຮັກຄັ້ງນີ້ຈະບໍ່ວັນກັບມາໄດ້ເລີຍ. ແນວເພງສະຕີງລາວມູດດົນຕີທີ່ຊ້າແຕ່ໜັກແໜ້ນທຸກໂນດພ້ອມຊ່ວງກີ່ຕ້າທີ່ໂຊໂລຈັບໃຈເອົາຈົນຜູ້ຟັງຢ່າງເຮົາອົດຄິດຮອດຫາເພງສະຕິງລາວຫຼາຍໆເພງໃນຍຸກວັນວານບໍ່ໄດ້ເລີຍ. ເຊື່ອວ່າເພງນີ້ໜ້າຈະເຊື່ອມໂຍງຄວາມຮູ້ສຶກກັບຜູ້ຟັງໄດ້ເພງຢ່າງດີເນື້ອເພງທີ່ຈື່ງ່າຍຟັງຮອບດຽວກໍພ້ອມຈັບໄມມາຮ້ອງໄດ້ເລີຍ. ໂດຍ: ທີມບັນນາທິການ Muan

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just”, XXXVIIV & gomen. ຈະປ່ຽນໂສມໜ້າເພງລາວແນວໃດ?

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just", XXXVIIV & gomen. ກຳລັງຈະປ່ຽນໂສມໜ້າຂອງເພງລາວແນວໃດ?

ປ່ອຍໃຫ້ຄວາມຮູ້ສຶກເຕັ້ນ ກ່ອນທີ່ຄຳຕອບຈະຊັດເຈນ ກັບເພງ Dancing on the floor ຈາກ vvvvanno

ເມື່ອເວົ້້າເຖິງແນວເພງປະສົມປະສານລະຫວ່າງ Synth Wave ແລະ Pop ບອກໄດ້ເລີຍວ່າ: Dancing on the floor ຄືໜຶ່ງໃນເພງຈາກສິລະປິນມ້າມືດຢ່າງ VVVVANNO ທີ່ຈະພາຫຼາຍຄົນປ່ອຍໃຈໃຫ້ໄຫຼໄປກັບອາລົມທີ່ຍັງບໍ່ເຄຼຍໃນຄວາມສຳພັນທີ່ບໍ່ຊັດເຈນ. “Dancing on the floor” ບໍ່ແມ່ນເພງທຳອິດຂອງ VVVVANNO ໂດຍຜົນງານກ່ອນໜ້ານີ້ແມ່ນ Fancy ເຊິ່ງໃຫ້ໝູດເພງຊ້າເພີດເພີນກັບສຽງຮ້ອງ ແລະ...

ພົງ ໜຸ່ມບາຣິສຕາສາຍສະຕຣີດ ສູ່ນາຍແບບແບຣນດັງ ຜູ້ຄວ້າທຸກໂອກາດດ້ວຍໃຈທີ່ເປີດຮັບການປ່ຽນແປງ

ຈາກບາຣິສຕາສາຍສະຕຣີດ ສູ່ນາຍແບບແບຣນດັງ ພົງ ສະຫວັນ ຜູ້ຄວ້າໂອກາດດ້ວຍໃຈທີ່ເປີດຮັບການປ່ຽນແປງ ແລະຝັນຈະເປັນຜູ້ກຳກັບຮູບເງົາໃນອະນາຄົດ.

ໂອບກອດແຫ່ງຄວາມເຂົ້າໃຈ ມ່ວນຊວນຟັງເພງໃໝ່ ຈາກ Tanu Vannasin ໃຫ້ອິນກ່ອນສົງການ.

1 ເມສາ ອາດເປັນວັນ April fool day ແຕ່ ຕານຸ ວັນນະສິນບໍ່ໄດ້ fool ພວກເຮົາພ້ອມປ່ອຍຜົນງານສູ່ຄວາມເລິກເຊິງແຫ່ງການຈາກລາທີ່ງົດງາມອອກມາໃຫ້ຜູ້ຟັງໄດ້ຕຳກັນຢ່າງເພງ: ຄວາມຊົງຈຳສຸດທ້າຍ ໂດຍແນວເພງຍັງຄົງເປັນ ຕານຸ ວັນນະສິນເຊັ່ນເຄີຍພຽງແຕ່ໃນຄັ້ງນີ້ໃຫ້ຄວາມຮູ້ສຶກທີ່ເຕັມນັ້ນໄດ້ດ້ວຍຫຼາກຫຼາຍຄວາມໝາຍທີ່ເຊື່ອງຊ້ອນຢູ່ໂດຍສະເພາະຄືການຈາກລາໂດຍທີ່ຕ່າງຄົນກໍຕ້ອງເຂົ້າໃຈກັນແລະກັນ ພ້ອມຍອມຮັບຄວາມຈິງ. ດ້ວຍດົນຕີເມໂລດີທີ່ຖ່າຍທອດອອກມາໄດ້ອາລັງການ ແລະ ໂຄງສ້າງຂອງເນື້ອຮ້ອງບິ້ວອາລົມແບບສຸດໆເຮັດໃຫ້ເພງນີ້ສຳພັດຫົວໃຈຜູ້ຟັງໄດ້ງ່າຍ ແລະ ເຂົ້າເຖິງບໍ່ຍາກ. ນອກນີ້ຕົວເພງຍັງສື່ເຖິງວ່າ ໃນວັນທີ່ເຮົາໄດ້ໂຄຈອນມາພົບກັນອີກຄັ້ງພຽງຍິ້ມກໍພຽງພໍສຳລັບຄວາມຊົງຈຳທຸກຢ່າງທີ່ໄດ້ມອບໃຫ້ກັນໃນຊ່ວງເວລາທີ່ຜ່ານມາກໍດີແລ້ວ....

Mon ໜຸ່ມຊ່າງພາບອິດສະລະ ຖ່າຍທອດມຸມມອງ Street ສູ່ລາງວັນເມືອງຜູ້ດີ

ບໍ່ຜ່ານມາເທົ່າໃດເດືອນນີ້ວົງການຖ່າຍພາບກໍໄດ້ເປັນທີ່ໜ້າຍິນດີ ເພາະໄດ້ມີຊ່າງພາບອິດສະລະໜຸ່ມຈາກລາວເຮົາໄດ້ຄວ້າລາງວັນການຖ່າຍຮູບພາບແນວ Street ສາຂາ Highly Commended Award ຈາກ London ປະເທດອັງກິດ. ອານູຄິດ ຄິດສະວັດ ຫຼື Mon ອາຍຸ 28 ປີ ອາຊີບອິດສະລະເປັນຄົນ introvert ແຕ່ມັກກິດຈະກຳທີ່ activeເຊັ່ນ: ຫຼິ້ນເທັນນິສ, ຕີມວຍ,...

“ບົວລະພາ” ເພງຮັກຕ້ອງຫ້າມ ທີ່ສະທ້ອນຄວາມເຈັບປວດ ແລະ ຄວາມງົດງາມຂອງຫົວໃຈ ຜົນງານຫຼ້າລຸດຂອງ AIILA และ Taiy Akard

ເມື່ອຄວາມຮັກບໍ່ເປັນພຽງຄວາມຮູ້ສຶກ ແຕ່ມີເສັ້ນແບງຂອງຖານະຄອບຄົວຂວາງກັ້ນໂຊກສະຕາໄວ້. ເພງນີ້ທີ່ຈະນຳພາເຫຼົ່າຜູ້ຟັງສູ່ເລື່ອງລາວຂອງຄູ່ຮັກທີ່ແມ່ນວ່າຈະມີຮັກແທ້ຕໍ່ກັນ ແຕ່ຕ້ອງພັດພາກຈາກກັນເພາະຄວາມແຕກຕ່າງທາງຖານະທາງຄອບຄົວ . “ບົວລະພາ” ທີ່ໝາຍເຖິງທິດຕາເວັນອອກ ໃນບໍລິບົດເພງນີ້ປຽບເປີຍເຖິງຄົນຮັກທີ່ຢູ່ສູງເກີນຄືດັ່ງ ດວງອາທິດທີ່ຂື້ນໃນທິດຕາເວັນອອກ ໄກເກີນທີ່ເອື້ອມເຖິງ ແມ່ນວ່າຈະຮັກແທ້ ແຕ່ຊອງວ່າງລະວ່າງຖານະທີ່ແຕກຕ່າງກັນຈຶ່ງເຮັດໃຫ້ຕ້ອງມືອອກຈາກກັນ. ດ້ວຍເພງສະຕິງລາວປະສົມປະສານກັບດົນຕີພື້ນເມືອງລາວໃຫ້ມູດເພງທີ່ອົບອຸ່ນແຕ່ແຟງໄປດ້ວຍຄວາມເຈັບປວດ ສື່ເຖິງການເລົ່າເລື່ອງຂອງຄວາມຮັກທີ່ບໍ່ສົມຫວັງຖ່າຍທອດຄວາມຮູ້ສຶກເສຍດາຍຂອງການຈາກລາທີ່ບໍ່ເຕັມໃຈ. ເຄມີທີ່ຕົງກັນ ຂອງ AIILA ແລະ Taiy Akard ສະກົດທຸຖກອາລົມຈຶງເຮັດໃຫ້ເພງນີ້ເຕັມອິ່ມໄປດ້ວຍຄວາມເລິກເຊິງກິນໃຈ ແລະ ເຮັດໃຫ້ຟັງຕ້ອງອິນກັບເລື່ອງລາວຂອງພວກເຂົາ....

ເພງໄວຣໍຄອງໃຈຊາວ TikTok “ຮອຍຍິ້ມຂອງເຈົ້າມັນຫວານໄປ” ຈາກ Zixna ແລະ Ran_Dom

ເຊື່ອວ່າຫຼາຍໆຄົນທີ່ີຫຼິ້ນ TikTok ຄົງຕ້ອງເຄີຍໄດ້ຍິ່ນເພງນີ້ຜ່ານຫູກັນມາແນ່ ເພາະໃນທີ່ສຸດ Zixna ແລະ Ran_Dom ກໍໄດ້ປ່ອຍເພງເຕັມອອກມາແລ້ວ ຫຼັງຈາກທີ່ຖ້າຄອຍມາດົນກັບເພງເກົ່າເວີຊັນໃໝ່ມາໃນແນວແຣັປແບບໜ້າຮັກ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ທີ່ເປັນກະແສໃນຊ່ວງນີ້ ຈົນເຮັດໃຫ້ຊາວ TikTok ພາກັນນິຍົມໃຊ້ແຜນສຽງກັນທົ່ວບ້ານທົ່ວເມືອງ. ທີ່ຈິງແລ້ວເພງນີ້ໄດ້ຖືກປ່ອຍຄັ້ງທຳອິດເມື່ອ 8 ເດືອນທີ່ແລ້ວ  ເດີມທີ່ຈະເປັນເວີຊັ້ນ Mixtape ຊຶ່ງເພງດັ້ງເດີມມາຈາກ:Trip – Elle Mai...

ເດັກຫຼຽວໂຕວ໌-ເພງເປີດໂຕຂອງ ALPHA ແຣັປເປີໄວເຍົາແຕ່ຄວາມສາມາດບໍ່ນ້ອຍ

ນ້ອຍເຜັດຂີ້ໜູ່ອີຫຼີສຳລັບແຣັປເປີໄວເຍົາ AKA ALPHA ທີ່ໄດ້ປ່ອຍເພງໃໝ່ “ເດັກຫຼຽວໂຕ (DEX LIEWTO)” ບອກເລີຍວ່າຟັງຮອບດຽວຮ້ອງໄດ້ເລີຍ. ເນື້ອຫາໃນເພງມີສ່ວນທີ່ບໍ່ສຸພາບແຕ່ດ້ວຍບີດແນວເດັກແທຣັບທີ່ມາພ້ອມສະກິວການແຣັປທີ່ລຽນໄຫຼ ບໍ່ທຳມະດາສຳລັບນ້ອງອາຍຸຍັງນ້ອຍຖືວ່າມີພອນສະຫວັນ ບອກໄດ້ເລີຍວ່າອານາຄົດຂອງນ້ອງສົດໃສ່ແນ່ນອນໃນເສັ້ນທາງວົງການຮິບຮັອບລາວ. ບໍ່ແປກໃຈເລີຍວ່າເປັນຫຍັງຫຼາຍຄົນໃນວົງການຮິບຮັອບລາວໂດຍສະເພາະແຣັປເປີລາວຈຶ່ງພາກັນແຊເພງນີ້ຕາມກັນໄປເພາະເດັກຫຼຽວໂຕບໍ່ໄດ້ມາຫຼິ້ນໆ ໂດຍ: ທີມບັນນາທິການ Muan

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.