ຈາກຜູ້ຟັງກາຍເປັນນັກດົນຕີ! Kino ນັກເບສອິດສະລະຜູ້ໃຊ້ດົນຕີນຳເສັ້ນທາງຊີວິດ. ຕິດຕາມການເດີນທາງຂອງລາວໃນອຸດສາຫະກຳດົນຕີລາວ!
ເພງທີ່ເຮັດໃຫ້ຫົວໃຈເຕັ້ນທຸກ 5 ນາທີ ກັບມາອີກຄັ້ງໃນສະໄຕໃໝ່ຂອງ Aluna ແລະ Oung ຈາກເພງປ່ຽນຊີວິດສູ່ເວີຊັ້ນໃໝ່ທີ່ທັນຍຸກກວ່າເດີມ “ທຸກ 5 ນາທີ” ບົດເພງຄວາມຮູ້ສຶກທີ່ເປັນຫຼາຍກວ່າໝູ່ ກັບມາງໃນແບບທີ່ກິ່ນອາຍເດີມຍັງຄົງຢູ່ ປ່ຽນແຕ່ການຈັດໂຄງສ້າງຮຽບຮຽງຂອງຕົວເພງ ແລະ ສຽງດົນຕີທີ່ປ່ຽນໄປຕາມຍຸກສະໄໝ. ພິເສດໄປກວ່ານັ້ນການຮ່ວມຜົນງານກັບນາຍແບບນັກສະແດງຢ່າງ Oung ທີ່ມາຊ່ວຍເຕີມສະເໜ່ໃຫ້ເພງນີ້ເຕັມໄປດ້ວຍຄວາມຄິດຮອດທຸກ 5 ນາທີເພງທີ່ເວົ້າເຖິງ. 20 ປີຜ່ານໄປຄວາມຮູ້ສຶກແບບນີ້ຍັງຄົງເໝືອນເດີມ...
ເປີດ single ເດບິ້ວກັບຄ້າຍ Surftape ແບບບໍ່ທຳມະດາເລີຍ ເມື່ອ Noneh ສິລະປິນນ້ອງໃໝ່ໄຟແຮງປ່ອຍຜົນງານທຳອິດ “From now on” ເພງທີ່ປະສົມກິ່ນອາຍ City Pop ຈັງຫວະທີ່ຊ້າໆກັບ Neo Soul ເບົາໆຟັງແລ້ວຄືກັບລ່ອງລອຍໄປໃນສາຍລົມກາງຄືນໃນຕົວເມືອງໃຫຍ່. ບອກເລີຍວ່າຖ້າເປີດເພງນີ້ລະຫວ່າງຂັບລົດໃນເມືອງ ຫຼື ຍ່າງເຫງົາໆຍາມຄ່ຳມູດໄດ້ສຸດໆ. ງານນີ້ Noneh...
“ເລື່ອງງ່າຍໆ” ຜົນງານຫຼ້າສຸດຈາກ Vegghy (ເວັກກີ້) ສິລະປິນລາວເຈົ້າຂອງເພງ “ດີທີ່ສຸດ” ທີ່ເລົ່າເລື່ອງລາວຂອງເສັ້ນທາງຄູ່ຮັກທີ່ເຖິງແມ່ນຈະເຈັບທັງສອງຝ່າຍແຕ່ກໍຍອມຮັບວ່າຄວາມສຳພັນນີ້ບໍ່ໄດ້ອາດໄປຕໍ່ໄດ້ອີກແລ້ວ ນີ້ບໍ່ແມ່ນເພງຂອງການກ່າວໂທດໃຜແຕ່ຄືບົດເພງຂອງການ “ຍິນດີໃນວັນອຳລາ ” ທີ່ເຕັມໄປດ້ວຍຄວາມເຈັບປວດ,ຄວາມເຂົ້າໃຈ ແລະ ການອວຍພອນໃຫ້ກັນໂຊກດີໃນການເດີນທາງຕໍ່ຈາກນີ້. ດ້ວຍຈັງຫວະເພງສະຕິງລາວທີ່ໃຫ້ມູດຊ້າ ແລະ ດົນຕີໜ້ອຍຊິ້ນທີ່ເປັນໂຕຂັບເຄື່ອນຕົວເພງເຮັດໃຫ້ “ເລື່ອງງ່າຍໆ” ກາຍເປັນເພງເສົ້າສວຍງາມທີ່ເຮັດໃຫ້ເຮົາຍອມຮັບໄດ້ວ່າ ບາງຄວາມຮັກກໍມີໜ້າທີ່ພຽງຜ່ານມາເພື່ອໃຫ້ບົດຮຽນ ແລະ ຄວາມຊົງຈຳດີໆ. ເພງນີ້ຈະເຮັດໃຫ້ຄົນທີ່ເຄີຍພະຍາຍາມຮັກສາຄວາມຮັກສຸດຫົວໃຈແຕ່ສຸດທ້າຍກຊຕ້ອງປ່ອຍມື ເຂົ້າໃຈວ່າຄວາມຈິງບາງຢ່າງມັນງ່າຍພຽງນັ້ນເອງ.ໂດຍ:...
Serious ເພງໄຟແຮງຈາກ Zamio P และ PEKY DUANGCHAMPA ສິລະປິນເລືອດລາວທີ່ປຸກພະລັງຄົນມີຝັນໃຫ້ລຸກຂື້ນມາສູ້ອີກຄັ້ງ. ບອກເລົ່າເລື່ອງລາວຂອງການເຮັດວຽກໜັກສູ້ເພື່ອສິ່ງທີ່ຢາກໄດ້ ແລະ ບໍ່ຢຸດຈົນກວ່າຈະຄວ້າຄວາມສຳເລັດມາຄອງ. ເພງນີ້ຄືສຽງຂອງຄົນທີ່ກຳລັງໄລ່ຕາມເປົ້າໝາຍຂອງຕົວເອງກາງດົງອຸປະສັກ, ຄວາມອິດເມື່ອຍ ແລະ ບາງຄັ້ງກໍຕ້ອງເສຍສະລະຫຼາຍໆຢ່າງໃນຊີວິດເພື່ອໃຫ້ໄປເຖິງຈຸດທີ່ໂຕເອງຫວັງໄວ້. Serious ຖ່າຍທອດອາລົມຈິງຈັງ ແລະ ຈິງໃຈຜ່ານດົນຕີຈັງຫວະໜັກແໜ່ນປະສົມກັບເນື້ອຮ້ອງທີ່ຕົງໄປຕົງມາ ຈຸດໄຟໃຫ້ຄົນທີ່ກຳລັງທໍ້ໄດ້ຮູ້ວ່າຖ້າຍັງບໍ່ຢຸດຝັນທຸກຢ່າງຍັງບໍ່ຈົບ. ໂດຍ: ທີມບັນນາທິການ Muan
Warm ເພງທີ່ຍັງເຮັດໃຫ້ໃຈອຸ່ນສະເໝີກັບສິລະປິນສາວສຽງເປັນເອກະທີ່ຫາທຽບໄດ້ຢາກໃນບ້ານເຮົາຢາງ Luhwvn ກັບແນວດົນຕີ Pop, Soul Ballad ຖ່າຍທອດອາລົມຂອງການຄິດຮອດໃຜບາງຄົນທີ່ເຄີຍມີຄວາມໝາຍ ແລະ ຍັງຄົງສົງໃສຢູ່ໃນໃຈວ່າຈະເປັນແນວໃດຖ້າເຮົາຍັງຮັກກັນ. ເພງທີ່ບໍ່ມີຈັງຫວະຂອງກອງເລີຍແມ້ແຕ່ບາດເຄາະດຽວມີພຽງແຕ່ໃຫ່ເປຍໂນຂັບເຄື່ອນເປັນດົນຕີຫຼັ້ກພ້ອມກັບດົນຕີຊິ້ນອື່ນທີ່ຄ່ອຍບິ້ວອາລົມ ສ່ວນໃຫ້ຜູ້ຟັງຈິນຕະນາການຈັງຫວະໃນຫົວເອງໃຫ້ເຮົາໄດ້ລອງລ່ອຍໄປກັບສຽງຮ້ອງທີ່ສື່ຄວາມໝາຍໄດ້ຢ່າງເລິກຊຶ່ງ ແລະ ຊັດເຈນນັ້ນເອງ. ເປັນເພງທີ່ສົນທະນາກັບຫົວໃຈຕົວເອງວ່າຄວາມຮັກທີ່ຈາກໄປມັນຍັງອຸ່ນຢູ່ໃນໃຈເຮົາພຽງໃດ ແລະ ຖ້າຢາກຍ້ອນເວລາກັບໄປໄດ້ເສັ້ນທາງເຮົາຈະເປັນແນວໃດ. ໂດຍ: ທີມບັນນາທິການ Muan
ເພງຈາກແຣັບເປີສາວພາກໃຕ້ທີ່ເວົ້າເຖິງການໃຊ້ສະຕິຢູ່ໃນໂລກອອນລາຍເວົ້າງ່າຍໆກໍຄືເພງ ສະຕິພາກສອງນັ້ນເອງ. ເພງນີ້ມີການປະສົມກັນລະຫວ່າງ beat trap ແລະ ດົນຕີພື້ນເມື່ອງລາວອີສານນັ້ນກໍເພາະວ່າ ໄດ້ Esan Ambient ສິລະປິນ ແລະ ໂປຣດິວເຊີ ຈາກຟັງໄທມາເປັນຜະລິດເພງໃຫ້ນັ້ນເອງບໍ່ແປກໃຈເລີຍທີ່ sound ອອກມາມີຄວາມປະສົມກັນລະຫວ່າງ ລາວ-ອີສານ. ເນື້ອຫາເພງນີ້ NAEMZ ຢາກສື່ໃຫ້ທຸກຄົນກ່ອນຈະເວົ້າ ຫຼື ໂພດຫຍັງໄປຄວນຄິດກ່ອນເພາະມັນອາດຈະສົ່ງຜົນກະທົບຫຼາຍກວ່າທີ່ຄິດ. ເປັນເພງບໍ່ມີພຽງຟັງໄປແລ້ວມ່ວນໄປນຳແຕ່ຍັງມີສາລະແຝງໃຫ້ສະກິດໃຈສາຍໂຊຊ້ຽວທຸກຄົນ....
ສາຍແດນຊສາຍຕື່ດຕຽມຕົວໂຍກໃຫ້ສຸດກັບເພງ ມາເດີອ້າຍ ຊິງເກີ້ນໃໝ່ ຈາກສອງສິລະປິນລາວເຮົາຢ່າງ NutDao ແລະ Thinlamphone ທີ່ໂຄຈອນມາຮ່ວມຄໍແລັບກັນໄດ້ຢ່າງລົງໂຕເພາະເພງນີ້ຈະມາໃນການເຊີນຊວນທຸກຄົນໃຫ້ມາປົດປ່ອຍຈອຍປ່ອຍໃຈໃຫ້ສຸດມັນ ດ້ວຍຈັງຫວັງເພງທີ່ປະສົມປະສານຢ່າງຫຼາກຫຼາຍກັບ Electronic Dance ສຸດເດືອດ ປົນກັບກິ່ນອ້າຍແນວ Trap ແລະ และ Hard Bass ເຕັມຫູ ທີ່ພິເສດສຸດໆຍັງມີທ່ອນໝໍລຳໃສ່ມາເພີ່ມສີສັນແບບລາວໆໃຫ້ອອກມາໃນແບບອິນເຕີ. ສະເໜ່ຂອງເພງຢູ່ທີ່ເຄມີຂອງທັ້ງສອງທີ່ເຂົ້າກັນແບບບໍ່ມີສະດຸດ ຟັງແລ້ວຄືຖືກດຶງໃຫ້ລຸກມາໂຍກໂດຍບໍ່ຮູ້ໂຕ ແລະ...
“ສາທຸ (Sa Tu)” ຈາກຜົນງານສິລະປິນສາວລາວທີ່ໃຊ້ຊີວິດຢູ່ ສະຫະລັດອາເມຣິກາ ບອກເລົ່າເສັ້ນທາງຊີວິດຜ່ານເພງ ແລະ ສະໄຕລ໌ການແຣັບສຸດທີ່ຈະໂດດເດັນກັບທຸກຖ້ອຍຄຳໃນເພງທີ່ເຕັມໄປດ້ວຍພະລັງບວກ ແລະ ແຮງບັນດານໃຈໃຫ້ຄົນກ້າເປັນໂຕຂອງໂຕເອງ. ດ້ວຍແນວເພງ Hip-Hop ສະໄໝໃໝ່, ບີດທີ່ໜັກແໜ້ນແຕ່ ເມໂລດີ ແລະ sample ເພງທີ່ເຕັມໄປດ້ວຍ vibe ທີ່ສະໝູດໃຈ ພ້ອມດ້ວຍຍິບເອົາຄຳວ່າ: ສາທຸ ເປັນແກນຫຼັກຂອງເພງຈຶ່ງເຮັດໃຫ້...