ໜ້າຫຼັກ Gadzila YouTube ກຽມໃຊ້ AI ກວດຈັບຜູ້ໃຊ້ງານອາຍຸຕໍ່ກວ່າ 18 ປີ ເພື່ອປົກປ້ອງເຍົາວະຊົນຈາກເນື້ອຫາທີ່ບໍ່ເໝາະສົມ
Gadzila

YouTube ກຽມໃຊ້ AI ກວດຈັບຜູ້ໃຊ້ງານອາຍຸຕໍ່ກວ່າ 18 ປີ ເພື່ອປົກປ້ອງເຍົາວະຊົນຈາກເນື້ອຫາທີ່ບໍ່ເໝາະສົມ

ແບ່ງປັນ

YouTube ກຳລັງກຽມໃຊ້ເຕັກໂນໂລຊີ AI (Machine Learning) ເພື່ອກວດຈັບ ແລະ ປ້ອງກັນການໃຊ້ງານຂອງຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ, YouTube ມີເປົ້າໝາຍ ແລະ ຈຸດປະສົງ ປົກປ້ອງເຍົາວະຊົນຈາກເນື້ອຫາທີ່ບໍ່ເໝາະສົມ.

ການສ້າງຕັ້ງລະບົບກວດສອບໃນເທື່ອນີ້ ກໍເພື່ອເສີມສ້າງຄວາມປອດໄພໃນການໃຊ້ງານຢູ່ເທິງແພລັດຟອມຂອງ YouTube, ໂດຍລະບົບ AI ຈະກວດສອບພຶດຕະກຳການໃຊ້ງານທີ່ສະແດງອອກເຖິງອາຍຸຂອງຜູ້ໃຊ້ເຊັ່ນ: ການເລືອກເນື້ອຫາ ແລະ ຂໍ້ມູນບັນຊີຜູ້ໃຊ້ງານ.

ຫຼັງຈາກໃຊ້ AI ໃນການວິເຄາະແລ້ວ ຖ້າພົບວ່າມີການລະເມີດເງື່ອນໄຂເລື່ອງອາຍຸ YouTube ອາດຈະຈຳກັດການເຂົ້າເຖິງເນື້ອຫາ ຫຼື ບັງຄັບໃຫ້ຢືນຢັນຕົວຕົນເພີ່ມຕື່ມເພື່ອໃຫ້ໝັ້ນໃຈວ່າຜູ້ໃຊ້ງານມີອາຍຸເກີນ 18 ປີ.

YouTube ແຈ້ງວ່າຈະເລີ່ມທົດລອງກວດສອບເຄື່ອງມືໃນບາງປະເທດ ພາຍໃນທ້າຍປີ 2025 ນີ້ ແລະ ພ້ອມຂະຫຍາຍເວລາການໃຊ້ງານໄປທົ່ວໂລກພາຍໃນປີ 2026.

ໂດຍ: ທີມ Gadzila

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ຫູຟັງ SONY WH-1000XM6
Gadzila

SONY ເປີດໂຕຫູຟັງຕັດສຽງເທບ WH-1000XM6

Sony ເປີດໂຕຫູຟັງເທບປະຈຳປີ ພ້ອມ HD Noise Canceling Processor QN3 ທີ່ດີຂຶ້ນ 7 ເທົ່າ, ສຽງ...

Gadzila

ຝົນຕົກ-ບໍ່ຢ້ານປຽກ 3 ແອັບຮິດ ວາງແຜນການເດີນທາງ ຮັບມືສະພາບອາກາດ

ຝົນຕົກກໍບໍ່ຢ້ານປຽກ ລວມ 3 ແອັບພະຍາກອນຍອດຮິດຊ່ວຍວາງແຜນການເດີນທາງເພື່ອຮັບມືກັບສະພາບອາກາດ

Gadzila

ເຈົ້າເປັນຄົນແບບໃດ? ແບບທົດສອບໝວດສີຜ່ານຈິນຕະນາການໃນ Coloryou

ທຸກຄົນເຄີຍສົງໄສ ແລະ ຄິດຫຼິ້ນໆກັນບໍ່ວ່າ ຖ້າແບ່ງມະນຸດເປັນໝວດໝູ່ສີຕ່າງໆແຕ່ລະຄົນຈະມີນິໄສແບບໃດ, ລັກສະນະພິເສດສະເພາະຕົວທີ່ສາມາດແຍກອອກມາເປັນເສດສີໄດ້ ແລະ ການເຫັນສີໃດໜຶ່ງມັນຈະເຮັດໃຫ້ເຮົາຄິດຮອດເຂົາບໍ?. ທຸກເສດສີນັ້ນລ້ວນແຕ່ມີຄວາມໝາຍໃນຕົວຂອງມັນ ແລະ ສາມາດແຍກນິໄສໃຈຄໍໄດ້ຕົວຢ່າງເຊັ່ນ: ຖ້າເປັນສີເຫຼືອງນັ້ນ ພວກເຮົາຈະແນມເຫັນຄວາມສົດໃສ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.