ສະບາຍດີທຸກຄົນ! ເຄີຍບໍ່ ທີ່ຮູ້ສຶກວ່າການໄປເຮັດວຽກໃນແຕ່ລະມື້ມັນເປັນຄືກັບພາລະທີ່ໜັກໜ່ວງ? ຫຼື ບາງເທື່ອກໍຮູ້ສຶກວ່າ ວຽກທີ່ເຮັດຢູ່ມັນຍັງບໍ່ຕອບໂຈດຊີວິດປານໃດ. ຄວາມຈິງແລ້ວ, ການເຮັດວຽກໃຫ້ມີຄວາມສຸກມັນບໍ່ແມ່ນເລື່ອງໄກໂຕເລີຍໃດ. ບາງເທື່ອມັນອາດຈະເລີ່ມຈາກການປັບແນວຄິດຂອງເຮົາເອງນີ້ລະ.
ມື້ນີ້, ຜູ້ຂຽນເລີຍຢາກມາແບ່ງປັນ 5 ຂໍ້ຄິດດີໆ ທີ່ໄດ້ໄປອ່ານເຈິມາຈາກບຸກຄົນດັງລະດັບໂລກ. ຄົນເຫຼົ່ານີ້ບໍ່ພຽງແຕ່ປະສົບຄວາມສຳເລັດໃນສາຍອາຊີບຂອງເຂົາເຈົ້າເທົ່ານັ້ນ, ແຕ່ເຂົາເຈົ້າຍັງມີແນວຄິດທີ່ໜ້າສົນໃຈກ່ຽວກັບການເຮັດວຽກ ແລະ ການໃຊ້ຊີວິດອີກດ້ວຍ.
ຫວັງວ່າຂໍ້ຄິດເຫຼົ່ານີ້ຈະເປັນແຮງບັນດານໃຈໃຫ້ທຸກຄົນສາມາດຊອກຫາຄວາມສຸກໃນບ່ອນເຮັດວຽກໄດ້ທຸກມື້ເດີ້!
ຄຳຖາມໂລກແຕກ: “ເປັນຫຍັງເຮົາຈຶ່ງຢາກມີຄວາມສຸກໃນການເຮັດວຽກ?“
ຜູ້ຂຽນເຊື່ອວ່າ ການສະແຫວງຫາຄວາມສຸກໃນບ່ອນເຮັດວຽກເປັນສິ່ງທີ່ທຸກຄົນປາດຖະໜາ – ເພາະຜູ້ຂຽນເອງກໍຢາກໃຫ້ທຸກມື້ຂອງການເຮັດວຽກເປັນແບບນັ້ນຕະຫຼອດໄປຄືກັນ. ເນື່ອງຈາກໃນແຕ່ລະມື້, ວຽກງານຄອບຄອງພື້ນທີ່ສ່ວນໃຫຍ່ໃນຊີວິດປະຈໍາວັນຂອງເຮົາ, ຄວາມເພິງພໍໃຈໃນໜ້າທີ່ວຽກງານ ຈຶ່ງຖືວ່າເປັນປັດໄຈສໍາຄັນຕໍ່ຄວາມສຸກໂດຍລວມ. ແນວໃດກໍຕາມ, ການທີ່ຈະມີຄວາມສຸກດັ່ງກ່າວໄດ້ ມັນມັກຈະເປັນເລື່ອງທີ່ຂ້ອນຂ້າງທ້າທາຍເລີຍລະ.
ຫຼາຍຄົນປະສົບກັບຄວາມຮູ້ສຶກທີ່ຂາດຄວາມເພິງພໍໃຈ (satisfaction) ຫຼື ຄວາມໝາຍ (meaning) ໃນວຽກງານຂອງຕົນ. ເຖິງແມ່ນວ່າສະພາບແວດລ້ອມການເຮັດວຽກທີ່ທັນສະໄໝຈະມີການປ່ຽນແປງໄປຢ່າງຕໍ່ເນື່ອງ, ແຕ່ສ່ວນຕົວແລ້ວ ຜູ້ຂຽນຍັງເຊື່ອວ່າ ຫຼັກການພື້ນຖານຂອງຄວາມສຸກຂອງຄົນເຮົາຍັງຄົງຢູ່ຄືເກົ່າ.
ຫວັງວ່າຂໍ້ຄິດເຫຼົ່ານີ້ຈະເປັນແຜນທີ່ນຳທາງໃຫ້ແກ່ຜູ້ທີ່ຕ້ອງການປ່ຽນວຽກງານຂອງຕົນໃຫ້ກາຍເປັນ ຄວາມສຸກທີ່ເຮົາສະແຫວງຫາ ແລະ ຄວາມເພິງພໍໃຈໃນໄລຍະຍາວເດີ້.
- ຮັກໃນສິ່ງທີ່ເຮັດ
“The only way to do great work is to love what you do.”
ຫົນທາງດຽວທີ່ຈະເຮັດວຽກທີ່ຍິ່ງໃຫຍ່ໄດ້ ຄືການຮັກໃນສິ່ງທີ່ເຈົ້າເຮັດ – Steve Jobs.

Photo: Ben Stanfield
ຄວາມສຸກໃນການເຮັດວຽກເຊື່ອມໂຍງຢ່າງເລິກເຊິ່ງກັບຄວາມມັກໃນສິ່ງທີ່ຕົນເອງເຮັດ. ມັນບໍ່ໄດ້ພຽງແຕ່ໝາຍເຖິງການມັກໃນວຽກງານເທົ່ານັ້ນ ແຕ່ຍັງໝາຍເຖິງການມີສ່ວນຮ່ວມຢ່າງເລິກເຊິ່ງ, ມີແຮງຈູງໃຈພາຍໃນ ແລະ ຄົ້ນພົບຄວາມເພິງພໍໃຈສ່ວນຕົວໃນໜ້າທີ່ຕ່າງໆຂອງເຮົາ. ເມື່ອວຽກງານເປັນສ່ວນຂະຫຍາຍຂອງຄວາມສົນໃຈ ແລະ ຈຸດແຂງຂອງບຸກຄົນ, ມັນຈຶ່ງປ່ຽນປະສົບການການເຮັດວຽກທັງໝົດ ຈາກ ພາລະໜ້າທີ່ ກາຍເປັນ ແຫຼ່ງທີ່ມາຂອງຄວາມສຸກ ແລະ ພະລັງງານ.
ຈາກຄຳເວົ້າດັ່ງກ່າວຂອງ Steve Jobs ຜູ້ຮ່ວມກໍ່ຕັ້ງ Apple, ຄຳກ່າວນີ້ເປັນຫຼັກການສໍາຄັນຂອງຫົວຂໍ້ນີ້ ໂດຍເນັ້ນວ່າ ຄວາມມັກບໍ່ພຽງແຕ່ກ່ຽວກັບຄວາມສຸກສ່ວນຕົວເທົ່ານັ້ນ ແຕ່ຍັງສົ່ງຜົນໂດຍກົງຕໍ່ກັບການບັນລຸຄວາມເປັນເລີດ ແລະ ສ້າງສັນນະວັດຕະກໍາໃໝ່ໆ. ເມື່ອເຮົາຮັກໃນສິ່ງທີ່ເຮັດ, ຈາກທີ່ຕ້ອງໄດ້ພະຍາຍາມເອົາແທ້ເອົາວ່າເພື່ອເຮັດວຽກທີ່ຍິ່ງໃຫຍ່ ຈະກາຍເປັນວ່າ ວຽກທີ່ເຮົາເຮັດນັ້ນ ເຮົາເຮັດດ້ວຍຄວາມຮັກ ບໍ່ແມ່ນພັນທະທີ່ໜັກໜ່ວງ.
ນອກຈາກ Steve Jobs ແລ້ວ, Confucius ນັກປັດຊະຍາຈີນບູຮານ ຍັງໄດ້ໃຫ້ຄໍາແນະນໍາທີ່ຄິດວ່າໃຊ້ໄດ້ຕະຫຼອດຈົນຮອດຕອນນີ້ ວ່າ “ເລືອກວຽກທີ່ເຈົ້າຮັກ, ແລ້ວເຈົ້າຈະບໍ່ຕ້ອງເຮັດວຽກຈັກມື້ໃນຊີວິດ”. ຄໍາເວົ້ານີ້ສະແດງໃຫ້ເຫັນເຖິງພະລັງທີ່ຍິ່ງໃຫຍ່ຂອງການເລືອກວຽກໃຫ້ສອດຄ່ອງກັບຄວາມມັກທີ່ສຸດ, ເຮັດໃຫ້ເສັ້ນແບ່ງລະຫວ່າງວຽກງານ ແລະ ການພັກຜ່ອນເລືອນລາງໄປ ລວມທັງ ເຮັດໃຫ້ຄວາມຫຍຸ້ງຍາກໃນແຕ່ລະມື້ຫາຍໄປ.
ສ່ວນ Rumi ນັກກະວີຊາວເປີເຊຍ ໄດ້ກ່າວໄວ້ວ່າ “ຂໍໃຫ້ຄວາມງາມຂອງສິ່ງທີ່ເຈົ້າຮັກ ເປັນສິ່ງທີ່ເຈົ້າເຮັດ”. ຄໍານີ້ສະແດງເຖິງການຊອກຫາຄວາມເຊື່ອມໂຍງທາງດ້ານຄວາມງາມ ແລະ ອາລົມ ກັບໜ້າທີ່ວຽກງານ ເຊິ່ງຊີ້ໃຫ້ເຫັນວ່າວຽກງານສາມາດເປັນການສະແດງອອກທີ່ເລິກເຊິ່ງ ແລະ ສວຍງາມຂອງຕົວຕົນ ແລະ ຄຸນຄ່າຂອງບຸກຄົນໄດ້.
ແລ້ວມີຫຍັງແດ່ທີ່ເຮົາສາມາດເຮັດໄດ້ເພື່ອປູກຝັງໃຫ້ຕົນເອງມັກໃນວຽກທີ່ເຮັດຢູ່?
– ໃຊ້ເວລາໃນການສະທ້ອນຕົນເອງ (self-reflection) ເພື່ອລະບຸຄວາມສົນໃຈຫຼັກ ແລະ ພອນສະຫວັນ.
– ຊອກຫາຕຳແໜ່ງ ຫຼື ໂປຣເຈັກທີ່ສອດຄ່ອງກັບ ຄຸນຄ່າ (value) ແລະ ຄວາມມັກສ່ວນຕົວ.
– ຖ້າປ່ຽນວຽກບໍ່ໄດ້ ໃຫ້ລອງປັບປ່ຽນບົດບາດປັດຈຸບັນ ເຊັ່ນ: ເຮັດໜ້າວຽກທີ່ມັກໃຫ້ຫຼາຍຂຶ້ນ ຫຼື ຫາວິທີທີ່ສ້າງສັນໃນການເຮັດໜ້າວຽກທີ່ບໍ່ມັກ.
– ຮຽນຮູ້ທັກສະໃໝ່ໆ ທີ່ກ່ຽວຂ້ອງກັບຄວາມມັກ ເພື່ອເປີດຊ່ອງທາງໃໝ່ໆໃຫ້ກັບໂຕເອງ ແລະ ເຮັດໃຫ້ໜ້າວຽກທີ່ເຮັດຢູ່ນັ້ນໜ້າສົນໃຈຫຼາຍຂຶ້ນ.
- ຊອກຫາເປົ້າໝາຍ ເພື່ອໃຫ້ສິ່ງທີ່ເຮົາເຮັດມີຄວາມໝາຍໃນທຸກໆວັນ
“Work gives you meaning and purpose and life is empty without it.” ວຽກງານໃຫ້ຄວາມໝາຍ ແລະ ເປົ້າໝາຍໃຫ້ແກ່ເຈົ້າ, ແລະ ຊີວິດຈະວ່າງເປົ່າ ຖ້າບໍ່ມີມັນ – Stephen Hawking.

Photo: NASA/Paul E. Alers
Stephen Hawking ນັກຟີຊິກສາດຊື່ດັງ ໄດ້ໃຫ້ຂໍ້ຄິດທີ່ເລິກເຊິ່ງວ່າ ວຽກງານນັ້ນໃຫ້ຄວາມໝາຍ ແລະ ເປົ້າໝາຍແກ່ຊີວິດເຮົາ. ຖ້າບໍ່ມີວຽກ, ຊີວິດກໍອາດຈະເປົ່າຫວ່າງ. ສະນັ້ນ, ການຊອກຫາເປົ້າໝາຍໃນສິ່ງທີ່ເຮົາເຮັດ ຈະຊ່ວຍໃຫ້ເຮົາຮູ້ສຶກວ່າວຽກນັ້ນມີຄຸນຄ່າຫຼາຍກວ່າພຽງແຕ່ການຫາເງິນ.
ການເຂົ້າໃຈ ແລະ ການເຊື່ອມຕໍ່ກັບເປົ້າໝາຍໃນວຽກງານຂອງເຮົາ ມີສ່ວນຢ່າງຫຼວງຫຼາຍຕໍ່ຄວາມສຸກໃນແຕ່ລະວັນ ແລະ ຄວາມເພິງພໍໃຈທີ່ຍືນຍົງ. ມັນເຮັດໃຫ້ໜ້າທີ່ສ່ວນບຸກຄົນ ກາຍເປັນຜົນກະທົບທີ່ກວ້າງຂຶ້ນ.
ຄໍາກ່າວທີ່ເລິກເຊິ່ງນີ້ ເນັ້ນເຖິງຄວາມຕ້ອງການພື້ນຖານຂອງມະນຸດເຮົາກ່ຽວກັບເລື່ອງຂອງ ເປົ້າໝາຍ ເຊິ່ງບໍ່ແມ່ນພຽງແຕ່ໃນຊີວິດໂດຍທົ່ວໄປ ແຕ່ເຈາະຈົງເຖິງວຽກງານໂດຍກົງ. Tim Cook ເຊິ່ງເປັນ CEO ຂອງ Apple ໄດ້ເນັ້ນເຖິງພະລັງດ້ານບວກຂອງທິດທາງ (direction) ແລະ ເປົ້າໝາຍ (purpose) ທີ່ຊັດເຈນໄວ້ວ່າ “ວຽກງານຈະມີຄວາມໝາຍໃໝ່ ເມື່ອເຈົ້າຮູ້ສຶກວ່າເຈົ້າກໍາລັງມຸ່ງໜ້າໄປໃນທິດທາງທີ່ຖືກຕ້ອງ. ຖ້າບໍ່ດັ່ງນັ້ນ, ມັນເປັນພຽງວຽກງານ ແລະ ຊີວິດກໍສັ້ນເກີນໄປສໍາລັບສິ່ງນັ້ນ”.
Mahatma Gandhi ຜູ້ນໍາທາງດ້ານຈິດວິນຍານຊື່ດັງ ໄດ້ເຊື່ອມໂຍງການຄົ້ນພົບຕົນເອງ (self-discovering) ແລະ ຄວາມເພິງພໍໃຈຢ່າງເລິກເຊິ່ງໂດຍກົງກັບການປະກອບສ່ວນເພື່ອຜົນປະໂຫຍດຂອງຜູ້ອື່ນວ່າ “ວິທີທີ່ດີທີ່ສຸດທີ່ຈະຄົ້ນພົບຕົນເອງ ຄືການເສຍສະຫຼະຕົນເອງເພື່ອຮັບໃຊ້ຜູ້ອື່ນ”.
ສໍາລັບຫຼາຍຄົນ, ວຽກງານເປັນວິທີການຫຼັກໃນການເຮັດບາງຢ່າງເພື່ອຄົນອື່ນ ແລະ ສ້າງຜົນກະທົບທີ່ບໍ່ແມ່ນພຽງແຕ່ເພື່ອຕົວເອງ. John Dewey ນັກປັດຊະຍາ, ນັກຈິດຕະວິທະຍາ, ແລະນັກປະຕິຮູບດ້ານການສຶກສາຊາວອາເມລິກາ ໄດ້ເນັ້ນເຖິງຄວາມສໍາຄັນຂອງການຮັບຮູ້ຈຸດແຂງ ແລະ ພອນສະຫວັນທີ່ເປັນເອກະລັກຂອງຕົນເອງ ໄວ້ວ່າ “ການຄົ້ນພົບວ່າຕົນເອງວ່າເໝາະສົມກັບສິ່ງໃດ ແລະ ການໄດ້ຮັບໂອກາດທີ່ຈະເຮັດສິ່ງນັ້ນ ຄືກະແຈສູ່ຄວາມສຸກ”.
ການຄົ້ນຄວ້າທາງດ້ານຈິດວິທະຍາໄດ້ສະໜັບສະໜຸນແນວຄິດນີ້ຢ່າງແຂງແຮງ. ການສຶກສາໜຶ່ງໄດ້ລະບຸຢ່າງຊັດເຈນວ່າ “ວຽກງານທີ່ມີຄວາມໝາຍ, ຄວາມຮູ້ສຶກທີ່ໄດ້ຮັບການຍ້ອງຍໍຈາກເພື່ອນຮ່ວມງານ ແລະ ຄວາມສຸກໃນໜ້າທີ່ປະຈໍາວັນ ສ້າງຄວາມສຸກໃນບ່ອນເຮັດວຽກໄດ້ຢ່າງຊັດເຈນ”. ເລື່ອງນີ້ເນັ້ນວ່າ ເປົ້າໝາຍ ນັ້ນເປັນເສົາຫຼັກຂອງການມີຄວາມສຸກໃນບ່ອນເຮັດວຽກ. ໂດຍສະເພາະແມ່ນ “ການມີວຽກທີ່ປະກອບສ່ວນເຂົ້າໃນເປົ້າໝາຍຊີວິດຂອງບຸກຄົນ ຫຼຸດຜ່ອນຄວາມຕັ້ງໃຈທີ່ຈະລາອອກ”.
ນີ້ສະແດງໃຫ້ເຫັນວ່າ ເປົ້າໝາຍ ເປັນປັດໄຈສໍາຄັນໃນການຮັກສາພະນັກງານ. ການຄົ້ນຄວ້າຍັງພົບອີກວ່າ “ການມ່ວນຊື່ນກັບວຽກງານຂອງຕົນເອງ ເພີ່ມໂອກາດທີ່ຈະມີຄວາມສຸກໃນບ່ອນເຮັດວຽກ 24% ແລະ ການມີເປົ້າໝາຍໃນຊີວິດ ເຮັດໃຫ້ມີຄວາມສຸກໃນບ່ອນເຮັດວຽກເພີ່ມຂຶ້ນ 2.7%”.
ເຮັດແນວໃດຈຶ່ງຈະສ້າງເປົ້າໝາຍໃນວຽກທີ່ເຮັດໄດ້?
– ເຂົ້າໃຈພາລະກິດ ແລະ ຄຸນຄ່າຂອງອົງກອນທີ່ເຮົາເຮັດວຽກນຳ.
– ສະທ້ອນເບິ່ງວ່າ ໜ້າທີ່ຂອງເຮົາປະກອບສ່ວນຕໍ່ເປົ້າໝາຍໃຫຍ່ຂອງອົງກອນຄືແນວໃດ.
– ກຳນົດຄຸນຄ່າສ່ວນຕົວ ແລະ ຊອກຫາວິທີຈັດກິດຈະກຳວຽກໃຫ້ເປັນໄປຕາມຄຸນຄ່ານັ້ນ.
– ຊອກຫາໂອກາດທີ່ຈະເຮັດໃຫ້ເຫັນຜົນກະທົບໂດຍກົງຂອງວຽກເຮົາຕໍ່ກັບລູກຄ້າ ຫຼື ຊຸມຊົນ.
– ຖ້າຮູ້ສຶກວ່າວຽກປັດຈຸບັນໄຮ້ຄວາມໝາຍ, ລອງເຂົ້າຮ່ວມກິດຈະກຳທີ່ມີເປົ້າໝາຍທີ່ນອກຈາກການເຮັດວຽກ.
- ປູກຝັງແນວຄິດບວກ – ພະລັງແຫ່ງທັດສະນະຄະຕິ
“Success is not the key to happiness. Happiness is the key to success. If you love what you are doing, you will be successful.”
ຄວາມສຳເລັດບໍ່ແມ່ນກະແຈສູ່ຄວາມສຸກ. ຄວາມສຸກຄືກະແຈສູ່ຄວາມສຳເລັດ. ຖ້າເຈົ້າຮັກໃນສິ່ງທີ່ເຮັດ, ເຈົ້າຈະປະສົບຄວາມສຳເລັດ – Albert Schweitzer

Photo: Wikimedia
ຄຳກ່າວຂອງ Albert Schweitzer ແພດ ແລະ ນັກປັດຊະຍາ ທີ່ມີຊີວິດລະຫວ່າງປີ 1875-1965 ກ່າວວ່າ ຖ້າເຮົາເລີ່ມຕົ້ນດ້ວຍແນວຄິດທີ່ເປັນບວກ, ມີຄວາມສຸກກັບສິ່ງທີ່ເຮັດ, ຄວາມສຳເລັດກໍຈະຕາມມາເອງ. ແນວຄິດບວກຊ່ວຍໃຫ້ເຮົາເຫັນໂອກາດໃນບັນຫາ ແລະ ມີກຳລັງໃຈໃນການເຮັດວຽກ.
ທັງນີ້, ຄວາມສຸກໃນບ່ອນເຮັດວຽກບໍ່ໄດ້ຂຶ້ນຢູ່ກັບສະພາບພາຍນອກ ຫຼື ຜົນປະໂຫຍດຈາກການເຮັດວຽກງານພຽງຢ່າງດຽວ, ແຕ່ຖືກກໍານົດໂດຍທັດສະນະຄະຕິພາຍໃນ, ມຸມມອງ ແລະ ສະພາບອາລົມຂອງເຮົາເອງນຳ. ແນວຄິດທີ່ເປັນບວກສາມາດປ່ຽນສິ່ງທ້າທາຍໃຫ້ກາຍເປັນໂອກາດ, ເພີ່ມຄວາມສາມາດໃນການແກ້ໄຂບັນຫາ ແລະ ເພີ່ມຄວາມເພິງພໍໃຈໃນວຽກງານໂດຍລວມ ແລະ ເພີ່ມປະສິດທິພາບ.
ສ່ວນ Helen Keller ນັກຂຽນ ແລະ ນັກເຄື່ອນໄຫວເພື່ອສັງຄົມຊາວອາເມລິກາ ກໍໄດ້ແນະນຳວ່າ “ຈົ່ງມີຄວາມສຸກກັບສິ່ງທີ່ເຈົ້າມີໃນຂະນະທີ່ເຮັດວຽກເພື່ອສິ່ງທີ່ເຈົ້າຕ້ອງການ.” ການຄົ້ນຄວ້າໄດ້ພົບວ່າ ຄົນທີ່ມີແນວຄິດບວກມີທ່າອ່ຽງທີ່ຈະປະສົບຜົນສຳເລັດຫຼາຍກວ່າຄົນອື່ນ. ອາລົມທາງບວກຊ່ວຍຂະຫຍາຍຂອບເຂດແນວຄິດ, ນຳໄປສູ່ການຕັດສິນໃຈທີ່ດີຂຶ້ນ, ມີຄວາມຄິດສ້າງສັນ ແລະ ມີປະສິດທິພາບຫຼາຍຂຶ້ນ. ຄົນທີ່ຄິດບວກໂດຍທົ່ວໄປມີສຸຂະພາບດີຂຶ້ນ ແລະ ລະດັບຄວາມເຄັ່ງຄຽດຕໍ່າລົງອີກດ້ວຍ.
ເຮັດແນວໃດຈຶ່ງຈະປູກຝັງແນວຄິດບວກໃຫ້ກັບຕົນເອງໄດ້?
– ຝຶກຝົນການສະແດງຄວາມຂອບໃຈໃນທຸກມື້ (ຕົວຢ່າງ: ຂອບໃຈສິ່ງດີໆ 3 ຢ່າງໃນວຽກທີ່ເຮົາເຮັດ)
– ເບິ່ງອຸປະສັກເປັນໂອກາດໃນການຮຽນຮູ້ ແລະ ພັດທະນາຕົນເອງ.
– ຝຶກສະຕິ ແລະ ພັກຜ່ອນເປັນແຕ່ລະໄລຍະ ເພື່ອໃຫ້ຈິດໃຈຜ່ອນຄາຍ, ຫຼຸດຜ່ອນຄວາມເມື່ອຍລ້າ ແລະ ຮັກສາທັດສະນະຄະຕິທີ່ເປັນບວກ.
– ປູກຝັງການເວົ້າກັບຕົນເອງໃນທາງບວກ ແລະ ປ່ຽນຄວາມຄີດລົບເປັນຄວາມຄິດທີ່ສ້າງສັນ.
– ສັງເກດ ແລະ ໃຫ້ໂຕເອງໄດ້ມີຄວາມສຸກໃນແຕ່ລະຊະບວນການຂອງການເຮັດວຽກ ແທນທີ່ຈະລໍຖ້າຜົນສຳເລັດທີ່ຍິ່ງໃຫຍ່ຢ່າງດຽວເພື່ອຮູ້ສຶກມີຄວາມສຸກ.
- ພັດທະນາຕົນເອງຢ່າງຕໍ່ເນື່ອງ ເພາະການເຕີບໂຕຄືຄວາມສຸກ
“Satisfaction lies in the effort, not in the attainment. Full effort is full victory.”
ຄວາມເພິງພໍໃຈຢູ່ໃນຄວາມພະຍາຍາມຂອງເຮົາ ບໍ່ແມ່ນຢູ່ໃນການບັນລຸຜົນ. ຄວາມພະຍາຍາມທີ່ເຕັມທີ່ ຄືໄຊຊະນະທີ່ເຕັມທີ່ – Mahatma Gandhi

Photo: Wikimedia Commons
ຄຳເວົ້ານີ້ຂອງ Mahatma Gandhi ຜູ້ນໍາທາງດ້ານຈິດວິນຍານຊື່ດັງ ໄດ້ຢັ້ງຢືນວ່າ ການຮຽນຮູ້ ແລະ ພັດທະນາຕົນເອງຢູ່ສະເໝີ ຈະຊ່ວຍໃຫ້ເຮົາຮູ້ສຶກມີຊີວິດຊີວາ, ມີຄວາມສາມາດຮັບມືກັບການປ່ຽນແປງ ແລະ ສ້າງຄວາມເພິງພໍໃຈທີ່ຍືນຍົງ.
ຕໍ່ກັບເລື່ອງດັ່ງກ່າວ ຍັງໄປກົງກັບຄຳເວົ້າຂອງ Theodore Roosevelt ອະດີດປະທານາທິບໍດີຂອງສະຫະລັດອາເມລິກາ ທີ່ກ່າວໄວ້ວ່າ: “ລາງວັນທີ່ດີທີ່ສຸດທີ່ຊີວິດມອບໃຫ້ເຮົາ ຄືໂອກາດທີ່ຈະເຮັດວຽກໜັກໃນວຽກທີ່ຄຸ້ມຄ່າ.” ນັ້ນໝາຍເຖິງ ຜົນຂອງການພະຍາຍາມ, ການຮຽນຮູ້ ແລະ ການເອົາຊະນະສິ່ງທ້າທາຍ ລ້ວນແລ້ວແຕ່ມີລາງວັນມອບໃຫ້ເຮົາ. Jim Rohn ນັກເວົ້າສ້າງແຮງບັນດານໃຈຊາວອາເມລິກາ ແນະນຳໃນເລື່ອງດຽວກັນອີກວ່າ “ເຮັດວຽກໜັກໃຫ້ຕົນເອງ ຫຼາຍກວ່າທີ່ເຈົ້າເຮັດໃຫ້ວຽກຂອງເຈົ້າ.”
ຄຳເວົ້າຕ່າງໆເຫຼົ່ານັ້ນ ລ້ວນແລ້ວແຕ່ສະແດງໃຫ້ເຮົາເຫັນວ່າ ການພັດທະນາຕົນເອງເປັນພື້ນຖານສູງສຸດສໍາລັບຄວາມເພິງພໍໃຈທາງດ້ານອາຊີບ ແລະ ຄວາມສາມາດໃນການປັບຕົວໃນໂລກທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ໃນເສດຖະກິດໂລກທີ່ປ່ຽນແປງຢ່າງວ່ອງໄວ, ໜ້າວຽກສະເພາະບາງຢ່າງສາມາດລ້າສະໄໝໄດ້, ຄວາມສາມາດໃນການປັບຕົວ, ຮຽນຮູ້ ແລະ ເຕີບໂຕສ່ວນຕົວ ຈຶ່ງມີຄຸນຄ່າຫຼາຍກວ່າຄວາມຮູ້ທີ່ຄົງທີ່.
ແລ້ວຈະເຮັດແນວໃດເພື່ອສົ່ງເສີມການເຕີບໂຕຂອງເຮົາ?
– ກຳນົດເປົ້າໝາຍການຮຽນຮູ້ຢ່າງຕັ້ງໃຈ (ຮຽນທັກສະໃໝ່, ຊອກຄວາມຮູ້ໃໝ່ໆ)
– ຊອກຫາ ແລະ ຮັບໜ້າທີ່ໃໝ່ ຫຼື ໂປຣເຈັກທີ່ທ້າທາຍ ເພື່ອອອກຈາກພື້ນທີ່ປອດໄພ (comfort zone) ຂອງຕົນເອງ.
– ຂໍຄຳຄິດເຫັນທີ່ສ້າງສັນຈາກຜູ້ຈັດການ ແລະ ເພື່ອນຮ່ວມງານ.
– ທົບທວນຄວາມສຳເລັດ, ບົດຮຽນຈາກຂໍ້ຜິດພາດ ແລະ ທັກສະໃໝ່ທີ່ໄດ້ມາຢ່າງເປັນປະຈຳ.
– ປູກຝັງແນວຄິດເຕີບໂຕ (Growth Mindset) – ເຊື່ອວ່າຄວາມສາມາດຂອງເຮົານັ້ນພັດທະນາໄດ້.
- ສ້າງສາຍສຳພັນທີ່ດີ ແລະ ດູແລຕົວເອງ ສ້າງຄວາມສົມດຸນເພື່ອຄວາມສຸກທີ່ຍືນຍົງ
“Alone we can do so little; together we can do so much.”
ຢູ່ຄົນດຽວເຮົາເຮັດໄດ້ໜ້ອຍຫຼາຍ, ແຕ່ຢູ່ຮ່ວມກັນເຮົາເຮັດໄດ້ຫຼາຍກວ່າ – Betty Bender.

Photo: Libras
ຄຳເວົ້ານີ້ຂອງ Helen Keller ນັກຂຽນ ແລະ ນັກເຄື່ອນໄຫວເພື່ອສັງຄົມຊາວອາເມລິກາ ໄດ້ເນັ້ນເຖິງພະລັງອັນມະຫາສານຂອງການຮ່ວມມື, ການເຮັດວຽກເປັນທີມ ແລະ ການສະໜັບສະໜຸນເຊິ່ງກັນ ແລະ ກັນ. ມັນຍັງເນັ້ນອີກວ່າ ຄວາມພະຍາຍາມຮ່ວມກັນ ເປັນສິ່ງສໍາຄັນ ບໍ່ພຽງແຕ່ສໍາລັບການບັນລຸເປົ້າໝາຍຮ່ວມກັນເທົ່ານັ້ນ ແຕ່ຍັງມີຜົນຕໍ່ຄວາມສຸກສ່ວນບຸກຄົນ ແລະ ຄວາມຮູ້ສຶກເປັນສ່ວນໜຶ່ງຂອງອົງກອນນຳອີກ.
ອີກເລື່ອງໜຶ່ງທີ່ມີຄວາມກ່ຽວຂ້ອງກັນແມ່ນ ຄວາມເມດຕາ. ການຄົ້ນຄວ້າຍັງເປີດເຜີຍວ່າ ຄວາມເມດຕາ ກໍຄື ການຊ່ວຍເຫຼືອຜູ້ອື່ນ ແລະ ພຶດຕິກຳທີ່ດີຕໍ່ສັງຄົມ ເຊື່ອມໂຍງກັບ ປະສິດທິພາບ ແລະ ກໍາໄລຂອງບໍລິສັດ ອີກດ້ວຍ. ສະນັ້ນ, ຄວາມເມດຕາຈຶ່ງບໍ່ພຽງແຕ່ເປັນເລື່ອງຂອງສິນທຳ ແຕ່ຍັງເປັນຍຸດທະສາດສຳຄັນຂອງອົງກອນນຳອີກ.
ສ່ວນ ຄວາມສົມດຸນລະຫວ່າງວຽກງານ ແລະ ຊີວິດ, ມັນບໍ່ແມ່ນສິ່ງທີ່ເຮົາຄົ້ນພົບໄດ້ທົ່ວໄປ ແຕ່ເປັນສິ່ງທີ່ເຮົາສ້າງຂຶ້ນ ແລະ ມີການປ່ຽນແປງຢູ່ສະເໝີ. ມີຂໍ້ຄວາມໜຶ່ງບອກວ່າ ເຈົ້າຈະບໍ່ພໍໃຈກັບວຽກຢ່າງແທ້ຈິງ ຈົນກວ່າເຈົ້າຈະພໍໃຈກັບຊີວິດ ຂອງເຈົ້າເອງ. ສະນັ້ນ ການລະເລີຍສຸຂະພາບສ່ວນຕົວຈະສົ່ງຜົນກະທົບຕໍ່ຄວາມເພິງພໍໃຈໃນວຽກງານເຊັ່ນກັນ.
ເຮັດແນວໃດຈຶ່ງຈະປູກຝັງສາຍສຳພັນທີ່ດີກັບຄົນອື່ນ ແລະ ຈະດູແລຕົວເອງໄດ້ແນວໃດ?
– ຝຶກຝົນຄວາມເມດຕາໃນທຸກມື້ ເຊັ່ນ: ຊ່ວຍເຫຼືອຄົນອື່ນ, ຊົມເຊີຍຜົນງານທີ່ດີ ແລະ ສະແດງຄວາມຂອບໃຈ.
– ໃຊ້ເວລາສ້າງສາຍສຳພັນທີ່ແທ້ຈິງກັບເພື່ອນຮ່ວມງານ.
– ກຳນົດຂອບເຂດທີ່ຊັດເຈນລະຫວ່າງວຽກ ແລະ ຊີວິດສ່ວນຕົວ.
– ຈັດລຳດັບຄວາມສຳຄັນຂອງການດູແລຕົວເອງ ເຊັ່ນ: ການອອກກຳລັງກາຍ, ການພັກຜ່ອນ ຫຼື ກິດຈະກຳຍາມວ່າງອື່ນໆ.
– ຈື່ໄວ້ວ່າ “ເຮັດວຽກເພື່ອດຳລົງຊີວິດ, ຢ່າດຳລົງຊີວິດເພື່ອເຮັດວຽກ” ເຊິ່ງໝາຍເຖິງການເຮັດວຽກເພື່ອໃຫ້ເຮົາມີຊີວິດທີ່ເຕັມທີ່, ອຸດົມສົມບູນ ແລະ ມີຄວາມໝາຍ.
ສະຫຼຸບ:
ການສ້າງໃຫ້ເຮົາມີຄວາມສຸກໃນບ່ອນເຮັດວຽກບໍ່ແມ່ນຄວາມຝັນທີ່ໄກເກີນໄປ ແຕ່ເປັນເປົ້າໝາຍທີ່ສາມາດເຮັດໄດ້ ໂດຍຜ່ານຂະບວນການຄິດ, ຝຶກຝົນ ແລະ ປູກຝັງຕົນເອງ. 5 ຂໍ້ຄິດທີ່ສໍາຄັນຈາກບຸກຄົນທີ່ມີຊື່ສຽງລະດັບໂລກທີ່ເຮົາໄດ້ຮຽນຮູ້ກັນມານີ້ ບໍ່ວ່າຈະເປັນ ຮັກໃນສິ່ງທີ່ເຮັດ, ຄົ້ນພົບເປົ້າໝາຍ, ປູກຝັງແນວຄິດບວກ, ພັດທະນາຕົນເອງຢ່າງຕໍ່ເນື່ອງ ແລະ ສ້າງສາຍສຳພັນທີ່ດີພ້ອມທັງດູແລຕົນເອງ, ລ້ວນແລ້ວແຕ່ເປັນພື້ນຖານຂອງຄວາມສຸກ ແລະ ຄວາມເພິງພໍໃຈໃນການເຮັດວຽກ.
ແຕ່ລະຫຼັກການເຫຼົ່ານີ້ ເຖິງແມ່ນວ່າຈະເປັນເອກະລາດແຍກອອກຈາກກັນ ແຕ່ກໍ່ມີຄວາມເຊື່ອມໂຍງກັນຢ່າງເລິກເຊິ່ງ, ສ້າງເປັນພື້ນຖານທີ່ດີສໍາລັບການສ້າງຄວາມສຸກທຸກມື້ໃນບ່ອນເຮັດວຽກ. ແນວໃດກໍຕາມ ຢ່າລືມວ່າ ການທີ່ເຮົາຈະມີຄວາມສຸກໃນບ່ອນເຮັດວຽກໄດ້ນັ້ນ ບໍ່ແມ່ນສິ່ງທີ່ຕ້ອງເຮັດພຽງຄັ້ງດຽວ ແຕ່ມັນເປັນຄືກັບການເດີນທາງທີ່ຕໍ່ເນື່ອງ ຕ້ອງໄດ້ເຮັດຢູ່ເລື້ອຍໆ, ຮັບຮູ້ຕົນເອງ ແລະ ການປັບຕົວ.
ແລ້ວໝູ່ເພື່ອນເດ? ມີຂໍ້ຄິດໃດທີ່ຖືກໃຈເປັນພິເສດ ຫຼື ມີວິທີສ້າງຄວາມສຸກໃນບ່ອນເຮັດວຽກແບບໃດທີ່ຢາກແບ່ງປັນກັນບໍ່? ລອງຄິດທົບທວນ ແລະ ເລີ່ມຕົ້ນສ້າງຄວາມສຸກໃຫ້ກັບຕົວເອງໃນທຸກໆມື້ເບິ່ງເດີ້!