ໃນກຸ່ມໝູ່ມັນກໍຈະມີໝູ່ຄົນໜຶ່ງທີ່ພໍເວລານັດລວມຕົວກັນເທື່ອໃດ, ກໍຈະມາຊ້າຕະຫຼອດ ຫຼື ກໍມາຕອນໝູ່ໃກ້ຈະກັບກັນໆໝົດແລ້ວ ແລະ ມັນກໍບໍ່ແມ່ນພຽງແຕ່ຄັ້ງທຳອິດເພາະຫຼິ້ນນຳກັນມາຫຼາຍປີກໍຍັງເປັນຄືເກົ່າຕະຫຼອດບໍ່ມີປ່ຽນແປງ. ຍິ່ງພໍນັດກັນເປັນກຸ່ມໝູ່ເພື່ອນທີ່ຈະມີການເດີນທາງໄປທ່ຽວນຳກັນເທື່ອໃດ ກໍ່ມາຊ້າ ແລະ ເກືອບຈະບໍ່ທັນການເດີນທາງທຸກຄັ້ງໄປ, ພໍເປັນແບບນີ້ຫຼາຍໆຄັ້ງມັນອາດຈະເປັນການສະສົມຄວາມບໍ່ພໍໃຈ ແລະ ເຮັດໃຫ້ຈິດໃຈເຈົ້າຮູ້ສຶກເກີດຄວາມອຸກອັ່ງໄດ້, ທຸກຄົນຄິດຄືກັນບໍ? ວ່າມັນຄວນພໍໄດ້ແລ້ວກັບການມາຊ້າ ຫຼື ເຮັດໃຫ້ໝູ່ທຸກຄົນຕ້ອງມາລໍຖ້າແບບນີ້. ແລ້ວພວກເຮົາຈະຈັດການກັບສະຖານະການນີ້ໄດ້ແນວໃດ? ເພື່ອບໍ່ຢາກໃຫ້ໝູ່ຮູ້ສຶກບໍ່ດີ ແລະ ຕ້ອງປັບປຸງເລື່ອງພຶດຕິກຳນີ້, ມື້ນີ້ມ່ວນເລີຍຊອກຫາວິທີຮັບມືດີໆມາແຊຣ໌ໃຫ້ທຸກຄົນລອງນຳໄປປັບໃຊ້ກັນເບິ່ງເດີ. 1....
ການເປັນແຟນຄລັບ ຫຼື “ຕິ່ງ” ສິລະປິນທີ່ເຮົາມັກ ເປັນຫຼາຍກວ່າການຕິດຕາມຜົນງານ ຫຼາຍຄັ້ງມັນສ້າງແຮງບັນດານໃຈ, ເປັນທີ່ເພິ່ງພາທາງໃຈ ແລະ ເປັນສ່ວນໜຶ່ງຂອງການໃຊ້ຊີວິດຢ່າງມີຄວາມສຸກ. ຫຼາຍຄັ້ງທີ່ເຮົາໄດ້ຍິນຄຳເວົ້າຈາກຄົນອ້ອມໂຕ ເຊັ່ນ: “ເປັນຫຍັງຈຶ່ງຕ້ອງຕິດຕາມຂະໜາດນັ້ນ?” ຫຼື “ມັນໄຮ້ສາລະໂພດຕິເບາະ?” ເຊິ່ງຄຳເວົ້າເຫຼົ່ານີ້ ອາດເຮັດໃຫ້ເຮົາຮູ້ສຶກບໍ່ໝັ້ນໃຈ ແລະ ເລີ່ມຕັ້ງຄຳຖາມກັບສິ່ງທີ່ເຮົາຮັກ. ແນວໃດກໍຕາມ ການເປັນແຟນຄລັບເປັນເລື່ອງຄວາມສຸກສ່ວນຕົວ. ການມີຄວາມສຸກຖືເປັນເລື່ອງທີ່ໄຮ້ສາລະຂະໜາດນັ້ນບໍ່? ຊີວິດນັ້ນສັ້ນເກີນກວ່າທີ່ຈະບໍ່ເຮັດໃນສິ່ງທີ່ເຮົາຮັກ ເຮົາບໍ່ຮູ້ວ່າຊີວິດເຮົາໃນມື້ອື່ນຈະເປັນແນວໃດ...
ໃຜທີ່ໄດ້ເບິ່ງເອັມວີເພງ Trust Issues ຂອງ Imel ແລ້ວນັ້ນກໍຕ້ອງຮູ້ສຶກສົງໄສ ແລະ ຢາກຮູ້ວ່າພະເອກເອັມວີວ່າລາວແມ່ນໃຜ? ຄືມາຫຼໍ່ໜ້າຮັກ ແລະ ຍິ້ມຫວານແທ້. ມື້ນີ້ມ່ວນກໍບໍ່ລໍຊ້າຮີບໄປຊອກຫາ ແລະ ນຳລາວມາໃຫ້ທຸກຄົນໄດ້ທຳຄວາມຮູ້ຈັກກັນເລີຍ. ສຸກສະຫວັນ ວິບູນສັກ ມີຊື່ຫຼີ້ນວ່າ ໂຈບີ້ ປັດຈຸບັນອາຍຸ 23 ປີ. ບຸກຄະລິກພາຍນອກຂອງລາວເປັນຄົນບໍ່ຄ່ອຍປາກງຽບຂຶມ, ແຕ່ຖ້າໃຜທີ່ໄດ້ມີໂອກາດຮູ້ຈັກລາວຫຼາຍຂຶ້ນກໍຈະເປັນຄົນກວນໆ...
Taylor Swift ຖ້າເວົ້າຊື່ນີ້ຂຶ້ນມາ ເຊື່ອວ່າຫຼາຍຄົນຮູ້ຈັກລາວ ບໍ່ວ່າຈະເປັນຈາກຜົນງານເພງທີ່ເປັນກະແສໃນແຕ່ລະອາລະບຳທີ່ປ່ອຍອອກມາ ແລະ ຫຼ້າສຸດກໍຈາກການທົວຄອນເສີດຄັ້ງໃຫຍ່ໃນຊີວິດຂອງລາວ ນັ້ນກໍຄື The Eras Tour ທີ່ຫາກໍຈົບລົງເມື່ອບໍ່ດົນມານີ້. ອີກດ້ານໜຶ່ງທີ່ຄົນຮູ້ຈັກລາວແມ່ນ ເປັນຜູ້ຍິງທີ່ເກັ່ງໃນການເຮັດວຽກ ທັງໃນດ້ານແນວຄິດການຕະຫຼາດ, ຄວາມຄິດສ້າງສັນ ແລະ ການຢືນຢູ່ໃນວົງການຢ່າງເຂັ້ມແຂງ ເຖິງວ່າຈະຖືກກະແສຕ່າງໆໂຈມຕີ ແລະ ເຕີບໂຕໃນສາຍອາຊີບນີ້ໄດ້ຢ່າງມີກຽດ ແລະ ສະຫງ່າງາມ....
ເຊື່ອວ່າຄົນລາວບໍ່ໜ້ອຍທີ່ເປັນແຟນຄລັບຂອງຊ່ອງ Mission to the Moon ໂດຍສະເພາະສາຍນັກທຸລະກິດ ແລະ ຄົນເຮັດວຽກ ລວມໄປເຖິງແຟນຄລັບຂອງເຄື່ອງສຳອາງ ສີຈັນ ທີ່ເປັນທີ່ນິຍົມມາດົນນານ. ສິ່ງທີ່ຕ້ອງໃສ່ໃຈໃນຈຸດເລີ່ມຕົ້ນ ກ່ຽວກັບ ການນຳແບຣນດ໌ອອກສູ່ສາກົນ ຫຼື ແມ້ນແຕ່ອອກສູ່ອາຊຽນນຳກັນເອງ. ການສ້າງນະໂຍບາຍສະຫວັດດິການພາຍໃນອົງກອນເພື່ອໃຫ້ຄົນເຮັດວຽກອອກມາດີ. ຄົນກຳລັງໃຫ້ຄວາມສົນໃຈກັບປະເດັນໃດໃນໄລຍະນີ້ ໃນຊ່ອງຂອງ Mission To The Moon....
ເຮັດແນວໃດຈຶ່ງຈະກາຍເປັນຄອນເທັນຄຣີເອເຕີທີ່ເປັນທີ່ໂດດເດັ່ນ-ເປັນ ICONIC? ສະຫຼຸບເຕັກນິກຈາກ session ທຳອິດ ຂອງ iCreator 2024 ໃນເຊດຊັນທຳອິດເປີດງານ iCreator 2024 ໂດຍ ຂະຈອນ ເຈຍຣະໄນພານິດ ໄດ້ມີການສະຫຼຸບກ່ຽວກັບຂໍ້ມູນກ່ຽວກັບແວດວົງຄອນເທນຄຣີເອເຕີຂອງໄທ ພ້ອມທັງໄດ້ເຜີຍ 3 ອົງປະກອບທີ່ເຮັດໃຫ້ຈຳນວນໜຶ່ງໃນພວກເຂົາເຫຼົ່ານັ້ນໂດດເດັ່ນ, ກາຍເປັນທີ່ຈົດຈຳ (iconic). ທ່ານ ຂະຈອນ ກ່າວວ່າ...
Go Went Go ເປັນຄອນເທັນຄຣີເອເຕີໄທທີ່ໂດດເດັ່ນດ້ານການນຳສະເໜີການເດີນທາງໃນສະໄຕລ໌ທີ່ບໍ່ຄືໃຜ ເຊິ່ງເຖິງວ່າໃນຫຼາຍໆສະຖານທີ່ທີ່ລາວໄປອາດມີຄົນໄປມາກ່ອນແລ້ວ ແຕ່ລາວກໍຍັງສາມາດສ້າງມຸມມອງໃໝ່ໆ ທີ່ໜ້າສົນໃນໃຫ້ຜູ້ເບິ່ງໄດ້ສະເໝີ ໂດຍການພາຜູ້ຊົມສຳຫຼວດແຕ່ລະຈຸດຜ່ານການເລົ່າເລື່ອງທີ່ເຂົ້າເຖິງໄດ້ງ່າຍ ຄືກັບພາຜູ້ເບິ່ງອອກເດີນທາງໄປນຳກັນ. ຕໍ່ໄປນີ້ແມ່ນສູດລັບສຳຄັນທີ່ເຮັດໃຫ້ຄອນເທັນຂອງ Go Went Go ເປັນທີ່ຈົດຈຳ. 1. Main Idea: ໜຶ່ງສະຖານທີ່ ຫຼາຍມຸມມອງ Go Went Go ມີຄວາມສາມາດມາດພິເສດໃນການຖ່າຍທອດສະຖານທີ່ເກົ່າໃນມຸມມອງໃໝ່ໆ...
ແຮ່ນນ້າ ໂລເຊັ່ນບູ້ມ (Hannah Rosenbloom) ໜຶ່ງໃນສະມາຊິກຂອງວົງ 4EVE ຂອງໄທ ແຕ່ກ່ອນທີ່ຈະມາຮອດຈຸດນີ້, ສາວນ້ອຍຄົນນີ້ກ້າວຂາເຂົ້າສູ່ເສັ້ນທາງບັນເທີງໃນລາວໃນຖານະນາງແບບ, ນັກເຕັ້ນ, ນັກຮ້ອງ ແລະ ນັກສະແດງ ເວົ້າໄດ້ວ່າເຮັດມາເກືອບທຸກຢ່າງ. ມື້ນີ້ muan.la ຈະພາໄປຮູ້ຈັກກັບເສັ້ນທາງຊີວິດຂອງ ແຮ່ນນ້າ ໃນແວດວົງວຽກງານບັນເທີງ ກ່ອນຈະມາເປັນສິລະປິນວົງເກີກຣຸບລະດັບແຖວໜ້າຂອງໄທ. ແຮ່ນນ້າ ໂລເຊັ່ມບູ້ມ ເກີດເມື່ອປີ...
ຄິດວ່າຫຼາຍຄົນຄົງຈະໄດ້ຟັງກັນແລ້ວ ສຳລັບເພງໃໝ່ຂອງໜຸ່ມ “ຕານຸ ວັນນະສິນ” ແລະ “Gomen” ກັບບົດເພງ “ຝົນ” ແລະ ຊື່ໃນພາສາອັງກິດແມ່ນ Last ເຊິ່ງໄດ້ປ່ອຍໃຫ້ໄດ້ຮັບຊົມຮັບຟັງໃນວັນທີ 6 ເມສາ 2022 ທີ່ຜ່ານມານີ້. ບົດເພງນີ້ສະທ້ອນເຖິງ ຄວາມເສົ້າເສຍໃຈໃນເວລາຝົນຕົກ ພຽງເພື່ອເພິ່ມເວລາໄດ້ຢູ່ກັບຄົນທີ່ຮັກໃຫ້ດົນທີ່ສຸດ ກ່ອນຈະຕ້ອງຈາກລາ ຄືກັບວັກໜຶ່ງຂອງເພງທີ່ວ່າ “ຍິ່ງຝົນຕົກແຮງເທົ່າໃດຍິ່ງດີ ເຈົ້າຈຶ່ງຢູ່ບ່ອນນີ້...
ວັນສຸກແຫ່ງຊາດມາຮອດແລ້ວ ເຮັດວຽກແບບໜັກໜ່ວງມາໝົດອາທິດ ກໍຮອດເວລາແລ້ວທີ່ຈະພາຮ່າງກາຍຂອງເຮົາໄປພັກຜ່ອນກັບວັນຊິວໆທ້າຍອາທິດແບບນີ້. ໄປເບິ່ງກັນວ່າ ທ້າຍອາທິດທີ 6-8 ທັນວາ 2024 ມີງານໃດແດ່ທີ່ໜ້າສົນໃຈ ແລະ ຄວນພາກາຍ-ໃຈໄປເປີດຫູເປີດຕາ. 1. Thongtaek Fair 2024 for Restaurant ງານເທດສະການອາຫານທີ່ໃຫຍ່ທີ່ສຸດໃນລາວ ເອົາໃຈສາຍກິນ ແລະ ສົ່ງເສີມທຸລະກິດຮ້ານອາຫານ ນອກຈາກຈະເປັນງານທີ່ລວມເອົາຮ້ານອາຫານເຖິງ 100...