ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຟັງເພງ “ຝົນ” ແລ້ວມາອ່ານບົດສຳພາດຂອງ “ຕານຸ” ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້
Muan Listen - ມ່ວນຊວນຟັງ

ຟັງເພງ “ຝົນ” ແລ້ວມາອ່ານບົດສຳພາດຂອງ “ຕານຸ” ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ແບ່ງປັນ
Getting your Trinity Audio player ready...

ຄິດວ່າຫຼາຍຄົນຄົງຈະໄດ້ຟັງກັນແລ້ວ ສຳລັບເພງໃໝ່ຂອງໜຸ່ມ “ຕານຸ ວັນນະສິນ” ແລະ “Gomen” ກັບບົດເພງ “ຝົນ” ແລະ ຊື່ໃນພາສາອັງກິດແມ່ນ Last ເຊິ່ງໄດ້ປ່ອຍໃຫ້ໄດ້ຮັບຊົມຮັບຟັງໃນວັນທີ 6 ເມສາ 2022 ທີ່ຜ່ານມານີ້. ບົດເພງນີ້ສະທ້ອນເຖິງ ຄວາມເສົ້າເສຍໃຈໃນເວລາຝົນຕົກ ພຽງເພື່ອເພິ່ມເວລາໄດ້ຢູ່ກັບຄົນທີ່ຮັກໃຫ້ດົນທີ່ສຸດ ກ່ອນຈະຕ້ອງຈາກລາ ຄືກັບວັກໜຶ່ງຂອງເພງທີ່ວ່າ “ຍິ່ງຝົນຕົກແຮງເທົ່າໃດຍິ່ງດີ ເຈົ້າຈຶ່ງຢູ່ບ່ອນນີ້ ແລະ ບໍ່ຈາກໄປ”.

ເປັນທີ່ຮູ້ຈັກກັນມາດົນສຳລັບໜຸ່ມ “ຕານຸ” ກັບສາຍາ ເຈົ້າພໍ່ເພງອົກຫັກ ທີ່ບໍ່ວ່າຈະປ່ອຍເພງມາຈັກເພງກໍບໍ່ເຄີຍເຮັດໃຫ້ຜິດຫວັງ ເຂົ້າເຖິງທຸກອາລົມ, ສະກົດໄດ້ທຸກຄວາມຮູ້ສຶກ ແລະ ກິນໃຈໄດ້ທຸກເພງ ແຕ່ເທື່ອນີ້ພິເສດເພາະເປັນການຮ່ວມງານກັນຄັ້ງທຳອິດກັບໜຸ່ມ “Gomen” ຫຼື “ແຟຣັ້ງ” ເຈົ້າຂອງຜົນງານເພງ “ຜິດຫວັງ” (Regret) ທີ່ທຸກຄົນໄດ້ເຄີຍຮູ້ຈັກກັນ ແລະ ເທື່ອນີ້ກໍໄດ້ມາຮ້ອງຮ່ວມໃນບົດເພງ “ຝົນ” .

ຫຼັງຈາກທີ່ໄດ້ຟັງເພງກັນໄປຮຽບຮ້ອຍແລ້ວ, ເຮົາຈະພາທຸກຄົນໄປພົບກັບບົດສຳພາດຄັ້ງທຳອິດກັບ muan.la ຂອງ ຕານຸ ກ່ຽວກັບທີ່ມາ ແລະ ແຮງບັນດານໃຈໃນການແຕ່ງເພງນີ້ໄປນຳກັນເລີຍ.

1. ແຮງບັນດານໃຈໃນການແຕ່ງເພງແມ່ນຫຍັງ ? ເປັນຫຍັງຕ້ອງໃສ່ຊື່ວ່າ ຝົນ ?

ຕານຸ: ສຳລັບເພງ”ຝົນ” ໂຈດກະຄືເຮົາເຄີຍໄດ້ຍິນເພງທີ່ເວົ້າກ່ຽວກັບຝົນມາຫຼາຍ, ເເລ້ວຢາກລອງເບິ່ງວ່າຖ້າໂຕເອງຈະເລົ່າເລື່ອງທີ່ກ່ຽວກັບຝົນແລ້ວຈະເລົ່າໃນແບບໃດ… ຕອນທີ່ເລີ່ມແຕ່ງເພງນີ້ເນື້ອເພງທ່ອນ Hook ທີ່ຮ້ອງວ່າ 

“ຂອບໃຈຝົນທີ່ພັດໂຮຍລົງມາ
ຢຸດເຈົ້າທີ່ຄິດຈະຈາກລາ….ເອົາໄວ້
ແຕ່ຄົງໄດ້ພຽງຄືນນີ້
ຝົນຕົກແຮງເທົ່າໃດຍິ່ງດີ
ເຈົ້າຈຶ່ງຢູ່ບ່ອນນີ້ ແລະ ບໍ່ຈາກໄປ” 

ແມ່ນທ່ອນທຳອິດຂອງເພງທີ່ເຮົາໄດ້ມາເລີຍ (ສ່ວນໂຕເຊື່ອວ່າຟ້າຝົນຮູ້ວ່າເຮົາຄິດຫຍັງຢູ່ເລີຍສົ່ງທ່ອນນີ້ເຂົ້າມາໃນຫົວເຮົາ… ຮາຮາ) ຫຼັງຈາກນັ້ນກໍຕໍ່ຍອດໄປຫາທ່ອນອື່ນໆ, ເຊິ່ງເຮົາ ກັບ ເເຟຣັ້ງ (gomen.)ຈະເເບ່ງ Part ກັນຄືຈະແຕ່ງໃນທ່ອນທີ່ໂຕເອງຮ້ອງ ແລະ ເນື້ອເພງທີ່ເເຟຣັ້ງແຕ່ງມັນມາເຕີມເຕັມໃຫ້ເພງນີ້ຫຼາຍ. 

ອ່ານຕື່ມ:  Wazabi ປ່ອຍເພງໃໝ່ “ສ່ວນເລິກຂອງຫົວໃຈ” ຜົນງານລຳດັບທີ 2 ຂອງພວກເຂົາ

ສ່ວນເລື່ອງຊື່ເພງ “ຝົນ” ແມ່ນບໍ່ມີຄວາມໝາຍເລິກ ຫຼື ໃຈຄວາມຫຍັງພິເສດ ແຕ່ ຊື່ພາສາອັງກິດ”Last” ຖ້າອີງໃສ່ເພງແມ່ນເວົ້າເຖິງໄລຍະເວລາສຸດທ້າຍກ່ອນຈາກກັນແຕ່ຝົນຊ່ວຍຕໍ່ເວລາໃຫ້ເຮົາໄດ້ຢູ່ນໍາກັນດົນຂຶ້ນກວ່າທີ່ມັນຄວນຈະເປັນ. ແຕ່ເຫດຜົນທີ່ເຮົາເລືອກໃຊ້ຊື່ Last ແມ່ນ ເພງນີ້ຈະເປັນເພງສຸດທ້າຍ ກ່ອນທີ່ເພງຕໍ່ໆໄປຂອງເຮົາມັນຈະປ່ຽນໄປໃນຮູບແບບຂອງການເລົ່າເລື່ອງ ຫຼື ໃນ Part ຂອງ Sound ດົນຕີ ແລະ ຈະເປັນໂຕເອງຫຼາຍຂຶ້ນ ເລີຍຖິ້ມທ້າຍໃຫ້ເພງ”ຝົນ | Last” ເປັນ Symbol (ສັນຍາລັກ) ຂອງຄວາມຊົງຈໍາສຸດທ້າຍທີ່ດີ່ທີ່ສຸດກ່ອນການປ່ຽນແປງ.

ແຟຣັ້ງ Gomen / ພາບ: gomenafrankk / Facebook

2. ໄດ້ຍິນວ່າເພງນີ້ໄດ້ຮ້ອງຮ່ວມກັບ Gomen ເລີຍຢາກຮູ້ວ່າກ່ອນໜ້າທີ່ຈະມາຮ່ວມງານກັນ ແມ່ນຮູ້ຈັກກັນໄດ້ແນວໃດ ?

ຕານຸ: ເຮົາຮູ້ຈັກກັບແຟຣັ້ງໄດ້ແນວໃດຫວະ … ຮູ້ຈັກກັນຜ່ານ Messenger Facebook (ຮາຮາ). ຕອນນັ້ນເປັນໄລຍະທີ່ເຮົາປ່ອຍເພງທຳອິດ ກໍຄືເພງ ເຫຼືອໄວ້ແຕ່ນໍ້າຕາ, ແລ້ວ ແຟຣັ້ງ ກໍປ່ອຍເພງ ຜິດຫວັງ ເຮົາເປັນຄົນທັກທາຍໄປກ່ອນ  ແລ້ວບໍ່ຮູ້ລົມກັນຈັ່ງໃດຈຶ່ງໄດ້ມາຮ້ອງເພງນໍາກັນ (ຮາຮາ) ແຕ່ນະຕອນທີ່ແຕ່ງເພງນີ້ແມ່ນຄິດຫາລາວເປັນຄົນທຳອິດ ເລີຍສົ່ງ Demo ທີ່ເປັນທ່ອນ Hook ໄປໃຫ້ ແລ້ວຈຶ່ງກາຍເປັນຈຸດເລີ່ມຕົ້ນຂອງເພງນີ້ແຫຼະ.

3. ຜົນງານເພງນີ້ ແມ່ນຕານຸຕ້ອງການສື່ເຖິງໃຜ ຫຼື ເຫດການ, ເລື່ອງລາວແບບໃດ?

ຕານຸ: ຍ້ອນວ່າເຮົາພຽງຢາກແຕ່ງເພງທີ່ກ່ຽວກັບທໍາມະຊາດ “ດິນ, ນໍ້າ, ລົມ, ໄຟ” ແລ້ວ ນໍ້າ  =  ຝົນ ໂອເຄເຮົາເລືອກ “ຝົນ”. ສໍ່ານີ້ອີ່ຫຼີ (ຮາຮາ).

4. ຮູບເຄື່ອນໄຫວທີ່ປະກອບໃນເພງ ເປັນຫຍັງຈຶ່ງຕ້ອງເລືອກນ້ອງໝາ ແລ້ວຕ້ອງການສື່ເຖິງຫຍັງທີ່ເລືອກໃຊ້ເຫດການນີ້?

ອ່ານຕື່ມ:  ຖ້າຈະມາຫຼອກກໍອອກໄປເລີຍ ຟັງເພງ "ຄົນບໍ່ຄຸ້ນເຄີຍ" ຈາກ MiLD ft. Heo VKK

ຕານຸ: ໃນສ່ວນຂອງ Artwork & Animation ເພງນີ້ພິເສດເຮົາໄດ້ຮ່ວມງານກັບນັກແຕ້ມສີມືດີ “They call me KING” (ກິ່ງ). ພາບ ແລະ ໂທນສີທີ່ອອກມາທຸກຢ່າງແມ່ນກິ່ງເປັນຄົນສ້າງສັນໝົດເລີຍສິ່ງ ເຮົາບອກພຽງອົງປະກອບທີ່ຢາກໃຫ້ມີໃນພາບ ໂດຍສະເພາະນ້ອງໝາ ເຮົາຮູ້ສຶກວ່າການເລົ່າເລື່ອງຜ່ານສັດມັນມີຫຍັງໃຫ້ຄິດຕາມຫຼາຍກ່ວາເລີຍຕັດສິນໃຈເລືອກໃຫ້ໂຕລະຄອນຫຼັກເປັນນ້ອງໝາທີ່ບໍ່ມີເຈົ້າຂອງທີ່ອາໄສຢູ່ປ້າຍລົດເມນັ້ນ. ຄວາມສຸກຂອງລາວຄື ເວລາທີ່ມີຄົນມາຖ້າຢູ່ປ້າຍລົດເມເພາະມັນເປັນເວລາດຽວທີ່ເຮັດໃຫ້ລາວຮູ້ສຶກວ່າລາວມີໝູ່ ຫຼື ມີເຈົ້າຂອງແຕ່ສຸດທ້າຍບໍ່ວ່າຝົນມັນຈະຕົກ ຫຼື ບໍ່ຕົກທຸກຄົນຕ່າງກໍຈາກລາວໄປຢູ່ດີ ແຕ່ມັນເປັນຄວາມຈິງທີ່ລາວຕ້ອງຢູ່ກັບມັນໃຫ້ໄດ້, ຖ້າປຽບລາວເປັນຄົນລາວຄົງເປັນຄົນທີ່ໂດດດຽວສຸດໆ ແລະ ເປັນຄົນທີ່ເເຂງແກ່ນສຸດໆໃນເວລາດຽວກັນກັບການໃຊ້ຊີວິດຢູ່ແບບນັ້ນ.

5. ໃນສ່ວນເບື້ອງຫຼັງຂອງການຜະລິດດົນຕີຂອງເພງຝົນໄດ້ຍິນວ່າບໍ່ໄດ້ມີແຕ່ ຕານຸ ກັບ ແຟຣັ້ງ ແມ່ນບໍ່?

ຕານຸ: ແມ່ນ. ເຮົາ ກັບ ແຟຣັ້ງລອງຜິດລອງຖືກກັບເພງນີ້ມາປີໜຶ່ງປາຍໆ ແລະ ສິ່ງທີ່ເຮົາເຈິບັນຫາຫຼັກໆແມ່ນເລື່ອງ Sound ກອງ. ໄລຍະຫຼັງເຮົາມີໂອກາດໄດ້ຮ່ວມວຽກກັບ Phousy Keovongsa (Oops+Tension Lab) ທີ່ກ່ອນໜ້ານີ້ເຮົາເປັນໝູ່ກັນຢູ່ແລ້ວ ແລະ ເພິ່ນກໍເປັນ Producer ໃຫ້ເຮົາໃນ Album ຂອງເຮົາ, ໂດ່ເຂົ້າມາຈັດວາງເລື່ອງກອງໃຫ້ຈົນເໝາະສົມ ແລະ ເພີ່ມສີສັນໃຫ້ເພງດ້ວຍສຽງກີຕ້າຂອງລາວນໍາ, ພາກ Record ສຸດທ້າຍແມ່ນການອັດ Bass ທີ່ໄດ້ Kino ຈາກວົງ (Flowerboi) ທີ່ຫຼິ້ນແບັກອັບໃຫ້ເຮົາຢູ່ແລ້ວມາເຮັດໃຫ້ເພງນີ້ ອິ່ມ ແລະ ແໜ້ນຂຶ້ນ ດ້ວຍລາຍເບສ. ເພງນີ້ມັນບໍ່ຄືເພງທີ່ຜ່ານມາມີຫຼາຍຄົນມີສ່ວນຮ່ວມນໍາເພງເລີຍຕ້ອງຄິດຫຼາຍໜ້ອຍໜຶ່ງ.

6. ອະນາຄົດມີແຜນຈະກຽມໂປຣເຈັກເພງໃໝ່ອີກບໍ ? ພໍຈະເວົ້າໂດຍສັງເຂບໃຫ້ຮູ້ໄດ້ບໍວ່າຈະປະມານໃດ?

ເຮົາກຳລັງເຮັດ Album ມີຢູ່ 10 ເພງ ແລະ ຄິດວ່າຈະຖະຍອຍປ່ອຍໃນໄລຍະກາງປີ 2022 ເພງຕໍ່ໆໄປເຮົາຈະເປັນໂຕເອງຫຼາຍຂຶ້ນ, ເນື້ອຫາເພງມັນຈະເປັນຂໍ້ຄວາມຈາກເຮົາທີ່ຢາກຊື່ສານກັບຄົນຟັງແທ້ໆ ຫຼື ອາດຈະເວົ້າວ່າເພງເຮົາມັນຈະເປັນຜູ້ໃຫຍ່ຂຶ້ນກໍໄດ້ ຮອດມື້ນັ້ນຫວັງວ່າທຸກຄົນຈະຍັງຟັງເພງເຮົາ ແຕ່ມັນກໍເປັນສິ່ງທີ່ທ້າທາຍເຮົາເອງຄືກັນວ່າໃນມື້ທີ່ເປັນໂຕຂອງໂຕເອງທີ່ສຸດແລ້ວຜົນຕອບຮັບມັນຈະເປັນແນວໃດ.

ອ່ານຕື່ມ:  ຊວນມາ “ຕົກຂຸມຮັກ” ນຳກັນກັບໜຸ່ມຫຼໍ່ນ້ອງໃໝ່ ນ້ອຍ ພົງສັກ ສິລະປິນຈາກຄ້າຍ miracle music

ນອກຈາກເພງ ຝົນ ແລ້ວກໍມາລຸ້ນນຳກັນວ່າ ໃນອານາຄົດ ຕານຸ  ຈະອອກຜົນງານເພງໃໝ່ຫຍັງອອກມາໃຫ້ໄດ້ຮັບຟັງອີກແດ່. ສ່ວນໃຜທີ່ຍັງບໍ່ໄດ້ຟັງເພງນີ້ສາມາດກົດຟັງໄດ້ເລີຍ ຝົນ | Last – Tanu Vannasin & gomen.[Official Audio] – YouTube

ໂດຍ: ທີມຂ່າວບັນເທີງ muan.la

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.