
ຍັງ Move on ຈາກເພງເກົ່າບໍ່ພໍເທົ່າໃດ ກໍປ່ອຍເພງໃໝ່ອອກມາອີກແລ້ວກັບສິລະປິນ NAEMZ ແຣັປເປີນ້ອງໃໝ່ໄຟແຮງເຈົ້າຂອງຜົນງານເພງຮິດຕິດຫູ ສາວປັອບສຕາ ໄດ້ປ່ອຍຜົນງານໃໝ່ຫຼ້າສຸດສົດໆຮ້ອນໆພ້ອມເສີບໃຫ້ FC ໄດ້ຟັງກັນນັ້ນກໍຄືເພງ ສະຕິ ( สติ ).

ທີ່ໄດ້ ແຣັປເປີດັງຈາກຟັງໄທຢ່າງ RachYO ຊື່ນີ້ແຟນໆຊາວHiphop/RNBບ້ານນາລາວ-ໄທຮູ້ດີ ກາລັນຕີ ຜົນງານເພງດັງຫຼາຍໆເພງ ໄດ້ມາ Featuring ນຳ ບອກເລີຍວ່າງານນີ້ເດືອດແນ່ນອນຕາມສະຕາຍ ລາວ-ອີສານແທັຮປ.

ດ້ວຍແນວທາງບີດHipHop-Trapແນ້ບສຽງແຄນເຂົ້າໄປໃຫ້ກິ່ນອາຍລາວ-ອີສານແທັຮປແບບພໍດີ.ຈາກມຸມມອງທີ່ມ່ວນໄດ້ຟັງເພງສະຕິກໍໄດ້ແງ່ຄິດໂດຍສະເພາະແມ່ນການເຕືອນສະຕິຕົວເອງບໍ່ວ່າກ່ອນຈະເຮັດຫຍັງ ຫຼື ເວົ້າຫຍັງອອກໄປຄວນໃຊ້ສະຕິຄິດໄຕຕອງກ່ອນຕາມເນື້ອເພງເລີຍ.

ໃຜທີ່ມັກເພງແຣັປສອງຟ້່ງຂອງທ່ອນverseເດືອດໆບວກັບບີດລາວ-ອີສານແທຣັປປະສົມສຽງແຄນແບບນີ້ມ່ວນຊວນຟັງແນະນຳໃຫ້ໄປຕຳໄດ້ແລ້ວທຸກແພັຣດຟອມ.