ວົງການແຟຊັນລາວສ້າງປະກົດການໃໝ່ຢ່າງພາກພູມໃຈ ໃນຄໍ່າຄືນວັນທີ 1 ມີນາ 2026 ທີ່ໂຮງແຮມ Amari Vientiane ຜ່ານມາ, ກັບງານ “Z Fashion Show Celebrity Night” ທີ່ລວມເອົາສຸດຍອດນັກອອກແບບ, ນາງແບບ-ນາຍແບບ ແລະ ເຊເລັບບິວຕີ້ຊື່ດັງທົ່ວຟ້າເມືອງລາວ ມາຮ່ວມສ້າງສັນຜົນງານເທິງ Runway ທີ່ສວຍງາມ ແລະ ມີມາດຕະຖານທຽບເທົ່າລະດັບສາກົນ.
ງານຄັ້ງນີ້ບໍ່ພຽງແຕ່ເປັນການໂຊຄວາມງາມຂອງເສື້ອຜ້າ, ແຕ່ເປັນການ “ເປີດປະຕູ” ໃຫ້ແຟຊັນລາວໄດ້ກ້າວໄປໄກກວ່າເກົ່າ ໂດຍການສະແດງໃຫ້ທົ່ວໂລກໄດ້ເຫັນເຖິງສັກກະຍະພາບ ແລະ ຝີມືການອອກແບບຂອງຄົນລາວທີ່ມີຄວາມຄິດສ້າງສັນ, ທັນສະໄໝ ແລະ ໂດດເດັ່ນບໍ່ແພ້ຊາດໃດໃນໂລກ.
ສ່ອງຄໍເລັກຊັນສຸດພິເສດຈາກ 6 ຫ້ອງເສື້ອຊື່ດັງ:
ພາຍໃນງານ, ບັນດາຫ້ອງເສື້ອຊັ້ນນໍາໄດ້ນໍາເອົາຜົນງານອັນເປັນເອກະລັກມາອັບເດດເທຣນໃໝ່ໃຫ້ກັບວົງການແຟຊັນ:
- JATAVA X MANEVONE: ມາໃນຕີມຊຸດເຈົ້າສາວທີ່ສະກົດທຸກສາຍຕາ ດ້ວຍການອອກແບບທີ່ຮຽບງ່າຍແຕ່ຫຼູຫຼາ (Elegant & Minimal), ເນັ້ນສັດສ່ວນໃຫ້ເບິ່ງແພງ. ມີທັງຊຸດຄຸມຍາວສຳລັບພິທີການ ແລະ ຊຸດ After Party ສຸດເກ໋ ທີ່ສື່ເຖິງຄວາມງົດງາມຂອງເຈົ້າສາວໃນວັນສຳຄັນ.
- Annita.studios: ຖ່າຍທອດເລື່ອງລາວຂອງຜູ້ຍິງຜ່ານ 3 ໂທນສີຫຼັກ: ສີຂາວທີ່ສະແດງເຖິງຄວາມບໍລິສຸດດູດີ, ສີແດງທີ່ຮ້ອນແຮງເຊັກຊີ້ ແລະ ສີດຳທີ່ສະທ້ອນເຖິງຄວາມມີລະດັບ ແລະ ຊົງພະລັງ.
- DaDa Fashion: ຍົກລະດັບ “ຜ້າລາຍປະຍຸກ” ໂດຍການນຳເອົາລວດລາຍທ້ອງຖິ່ນຈາກຊົນເຜົ່າມາຕັດຫຍິບເປັນຊຸດທີ່ທັນສະໄໝ ສາມາດນຳມາໃຊ້ໄດ້ຈິງໃນຊີວິດປະຈຳວັນ ບໍ່ວ່າຈະເປັນການໄປເຮັດວຽກ ຫຼື ອອກງານສັງຄົມ.
- Dorkchampa Phamailao: ສ້າງສັນ “ໄໝລາວ” ໃຫ້ມີຄວາມ Luxury ດ້ວຍການຕັດຫຍິບທີ່ປະນີດ. ເປັນຊຸດປະຍຸກທີ່ມີຄວາມທັນສະໄໝ, ຮຽບແຕ່ແພງ ສະທ້ອນເຖິງລົດນິຍົມທີ່ສູງສົ່ງ.
- KHAMLAR: ນຳສະເໜີຄວາມສະຫງ່າງາມຂອງສຸພາບບຸລຸດຜ່ານ “ຊຸດສູດ” ທີ່ໂດດເດັ່ນດ້ວຍການເລືອກນຳໃຊ້ເນື້ອຜ້າ ແລະ ລວດລາຍທີ່ເປັນເອກະລັກສະເພາະຕົວ.
- Saiymai: ຈັດເຕັມໃນຕີມ “ລູກຄຸນໜູ-ຄຸນນາຍ” ດ້ວຍຊຸດລາຕີປະຍຸກທີ່ຫຼາກຫຼາຍ ເພີ່ມຄວາມໂດດເດັ່ນດ້ວຍເຄື່ອງປະດັບຈາກ Gold Jewelry ທີ່ຊ່ວຍຍົກລະດັບໃຫ້ Total Look ອອກມາມີຄວາມຫຼູຫຼາ ແລະ ທັນສະໄໝທີ່ສຸດ.
ງານ Z Fashion Show Celebrity Night ໃນຄັ້ງນີ້ ຖືເປັນເວທີສຳຄັນທີ່ແຈ້ງເກີດໃຫ້ກັບນັກທຸລະກິດແຟຊັນ ແລະ ບຸກຄະລາກອນໃນວົງການທຸກພາກສ່ວນ ໄດ້ສະແດງພາບລັກທີ່ສະຫງ່າງາມ ແລະ ເປັນການຢືນຢັນວ່າ “ແຟຊັນລາວ ພ້ອມແລ້ວທີ່ຈະເຕີບໂຕໃນລະດັບສາກົນຢ່າງເຕັມພາກພູມ”.





