ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ 4 ໜຸ່ມແຣັບເປີລວມໂຕໄລ່ບິນເກັບໂຕະ “ຍັງດີ” ຜົນງານເພງທີ່ຫັກຫ້າມຫົວໃຈໃນຄວາມສຳພັນທີ່ບໍ່ຊັດເຈນ
Muan Listen - ມ່ວນຊວນຟັງ

4 ໜຸ່ມແຣັບເປີລວມໂຕໄລ່ບິນເກັບໂຕະ “ຍັງດີ” ຜົນງານເພງທີ່ຫັກຫ້າມຫົວໃຈໃນຄວາມສຳພັນທີ່ບໍ່ຊັດເຈນ

ແບ່ງປັນ

Dee Roc, VVIIV, sumt1me ແລະ D1zzzy 4 ໜຸ່ມສິລະປິນແຣັບເປີແນວ Trap HipHop ແທັກທີມປ່ອຍຜົນງານທີ່ຖ່າຍທອດເຖິງຮູ້ສຶກທີ່ບໍ່ຊັດເຈນກັບອີກຝ່າຍ ແຕ່ຢາກຫັກຫ້າມຫົວໃຈບໍ່ໃຫ້ໄປໄກເກີນກວ່ານີ້.

ດ້ວຍກິມມິກການແຣັບຂອງທັງ 4 ໜຸ່ມທີ່ແຕກຕ່າງກັນເອົາແບບເພງນີ້ໃຫ້ vibe ແຣັບໂຟຣວ໌ 4 ສະໄຕລ໌ໃນເພງດຽວ. ພ້ອມບີດ 808 ທີ່ແໜ້ນ ແລະ ສຽງກິຕ້າເປັນເມໂລດີຫຼັກໃຫ້ກິ່ນອາຍເປັນລາຕິນອ່ອນໆເພີ່ມສະເໜ່ໃຫ້ເພງໄດ້ຢ່າງລົງໂຕ.

“ຍັງດີ” ບອກເຖິງການກ້າວອອກມາບໍ່ໄດ້ເປັນຜູ້ ແຕ່ເພາະວ່າເຮົາຮູ້ທັນຫົວໃຈຕົວເອງວ່າຖ້າຍັງຝືນຢູ່ຕໍ່ໄປກໍບໍ່ມີຫຍັງດີຂື້ນ, ບໍ່ມີຄຳຕອບ ຫຼື ຈຸດໝາຍປາຍທາງ ການເກັບບິນກໍຄືການເກັບຫົວໃຈຂອງເຮົາອອກມາຈາກບ່ອນທີ່ບໍ່ຄວນເກັບໄວ້ກັບຄົນທີ່ບໍ່ຊັດເຈນກັບເຮົາ. ມັນບໍ່ແມ່ນການຍ້ອມ ຫຼື ແລ່ນໜີແຕ່ມັນຄືການປົກປ້ອງຕົວເອງ ແລະ ເລືອກທີ່ຈະບໍ່ເອົາຄວາມຮູ້ສຶກໄປຖິ້ມໄວ້ກັບຄວາມສຳພັນທີ່ບໍ່ວັນໄດ້ຫຍັງກັບມາ.

ອ່ານຕື່ມ:  ບາງເທື່ອເນື້ອຄູ່ບໍ່ໄດ້ມາເປັນແຟນແຕ່ມາເປັນ "ໝູ່" 5 ສັນຍານທີ່ບົ່ງບອກວ່າຄົນນີ້ແຫຼະ "ເນື້ອຄູ່"
ບົດຄວາມທີ່ກ່ຽວຂ້ອງ

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.