ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຍ້ອນຫຍັງ? ເວລາອົກຫັກຜູ້ຍິງຈຶ່ງມັກຕັດຜົມ
Muan RelationTips

ຍ້ອນຫຍັງ? ເວລາອົກຫັກຜູ້ຍິງຈຶ່ງມັກຕັດຜົມ

ແບ່ງປັນ
Getting your Trinity Audio player ready...

ເຄີຍບໍ່? ເວລາອົກຫັກແລ້ວໄປຫາຕັດຜົມ? ແລ້ວເປັນຫຍັງເວລາຜູ້ຍິງອົກຫັກແລ້ວຕ້ອງຕັດຜົມ ?

ເຈົ້າເຄີຍບໍ່ເວລາອົກຫັກແລ້ວມັກຕັດຜົມ…​ ເຮົາມັກເຄີຍໄດ້ຍິນ ຫຼື ເຫັນການກະທຳເວລາຜູ້ຍິງອົກຫັກແລ້ວມັກໄປຕັດຜົມ, ແລ້ວເປັນຫຍັງຈຶ່ງຕ້ອງຕັດຜົມລະ ມີໃຜເຄີຍສົງໄສບໍ? ມື້ນີ້ເຮົາມີຄຳຕອບ ແລະ ຄຳອະທິບາຍໃຫ້ທຸກຄົນໄດ້ມາຮູ້ພ້ອມໆກັນ.

ສຳລັບຄຳອະທິບາຍນັ້ນເຄີຍມີນັກຈິດຕະວິທະຍາໄດ້ເຄີຍພາຍາຍາມຫາຄຳຕອບສໍາລັບຄຳຖາມທີ່ວ່າເປັນເວລາອົກຫັກຜູ້ຍິງມັກຕັດຜົມ?

ຄົນທຳອິດຄື Lisa Conception ຜູ້ໃຫ້ຄຳປຶກສາກ່ຽວກັບການອອກເດດ ແລະ ການສ້າງຄວາມສຳພັນ, ລາວໄດ້ໃຫ້ຄຳຕອບໄວ້ວ່າ: “ເຫດຜົນໜຶ່ງຄືການທີ່ເຮົາຕ້ອງການຈຳກັດຄົນທີ່ເຮົາເຄີຍເປັນ ຕອນທີ່ໄດ້ໃຊ້ເວລາຮ່ວມກັບອີກຄົນໃຫ້ໝົດໄປ ການຍ້ອມສີຜົມ ຫຼື ຕັດຜົມແມ່ນເປັນວິທີໜຶ່ງທີ່ເຮັດໄດ້ຢ່າງໄວວາ”.

ຜູ້ໃຫ້ຄຳປຶກສາທາງດ້ານຈິດທະວິທະຍາ ແລະ ນັກບໍາບັດການແຕ່ງດອງຢ່າງ ດຣ. ເຊີຣີ ໄດ້ໃຫ້ເຫດຜົນໄວ້ວ່າ ການຕັດຜົມນັ້ນຄ້າຍຄືກັບການຕັດພະລັງງານທີ່ບໍ່ດີອອກໄປ ມັນຄືການໄດ້ໃສ່ຊຸດໃໝ່ຫຼັງຈາກວັນທີ່ບໍ່ດີ ເຈົ້າຈະຮູ້ສຶກວ່າເປັນຄົນໃໝ່ ບໍ່ແມ່ນຄົນທີ່ຖືກຖິ້ມ ຫຼື ອົກຫັກ ແລະ ພ້ອມທີ່ຈະເລີ່ມຕົ້ນໃໝ່ອີກຄັ້ງ.

ນອກຈາກນີ້ຍັງມີຜູ້ຊ່ຽວຊານອີກທ່ານໜຶ່ງໄດ້ໃຫ້ຄວາມເຫັນວ່າ ການຕັດຜົມນີ້ສົ່ງຜົນຕໍ່ການປ່ຽນແປງທາງຈິດ, ມັນຄືການທີ່ເຮົາໄດ້ຕັດສິ່ງບໍ່ດີອອກໄປ ປັບລຸກໃໝ່ເບິ່ງແຍງຜົມທີ່ປົ່ງຂຶ້ນມາໃໝ່ຢ່າງສວຍງາມ ແລະ ມີຄຸນນະພາບດີກວ່າເກົ່ານັ້ນເອງ.

ຈາກເວັບ yourtango ນັ້ນໄດ້ໃຫ້ເຫດຜົນຫຼາກຫຼາຍຂໍ້ອີກວ່າ: “ການຕັດຜົມເຮັດໃຫ້ເຮົາໄດ້ລົມກັບຄົນອື່ນບໍ່ວ່າຈະເປັນຊ່າງຕັດຜົມ, ໝູ່ ຫຼື ຄົນອ້ອມຂ້າງ. ການທີ່ເຮົາລົມກັບຄົນອື່ນນັ້ນກໍເຮັດໃຫ້ເຮົາເບົາໃຈລົງໄດ້ ແລະ ລືມຄວາມເສຍໃຈໄປຊົ່ວຂະນະ”.

ການຕັດຜົມເຮັດໃຫ້ເຮົາຮູ້ສຶກອິດສະຫຼະ. ອິດສະຫຼະໃນບ່ອນນີ້ຄືການທີ່ເຮົາໄດ້ໃຊ້ເວລາບໍ່ດົນໃນການສະຜົມ, ການແຕ່ງໂຕເຮົາຮູ້ສຶກເຮັດໃຫ້ເຮົາມີເວລາດົນໃນການເຮັດສິ່ງຕ່າງໆໄດ້ຫຼາຍຂຶ້ນ.

ການຕັດຜົມຊ່ວຍໃຫ້ເຮົາບໍ່ນຶກເຖິງເຫດການເກົ່າທີ່ເກີດຂຶ້ນ ຫຼື ຄວາມສໍາພັນທີ່ຫາກໍຈົບໄປ, ບາງເທື່ອອາດຈະເຄີຍມີກິດຈະກຳຮ່ວມກັນເຊັ່ນ: ແຟນເຄີຍເປຍຜົມໃຫ້, ຫວີຜົມໃຫ້ ຫຼື ຊື້ເຄື່ອງປະດັບມາຕິດຜົມໃຫ້ ເຊິ່ງການຕັດຜົມຈະສາມາດຊ່ວຍໃຫ້ເຮົາບໍ່ຄິດເຖິງເຫດການເຫຼົ່ານັ້ນອີກ.

ສະຫຼຸບ ເປັນຫຍັງຜູ້ຍິງເວລາອົກຫັກຕ້ອງຕັດຜົມ? ເຫດຜົນຫຼັກໆຄື: ຕ້ອງການມີຄວາມຮູ້ສຶກເປັນຄົນໃໝ່, ບອກລາເລື່ອງລາວເກົ່າໆໃນຄວາມສໍາພັນທີ່ຫາກໍຈົບໄປ, ຮັກໂຕເອງໃຫ້ຫຼາຍຂຶ້ນ ແລະ ຖິ້ມເລື່ອງລາວທີ່ບໍ່ດີທັງໝົດໄປພ້ອມໆກັບຜົມທີ່ຖືກຕັດໄປ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.