ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເປັນຫຍັງເຫຍື່ອຈາກການລ່ວງລະເມີດຈຶ່ງກາຍເປັນຜູ້ທີ່ຖືກຕຳໜິ? ເຮັດແນວໃດຈຶ່ງຈະຢຸດ Victim Blaming ໄດ້
Muan RelationTips

ເປັນຫຍັງເຫຍື່ອຈາກການລ່ວງລະເມີດຈຶ່ງກາຍເປັນຜູ້ທີ່ຖືກຕຳໜິ? ເຮັດແນວໃດຈຶ່ງຈະຢຸດ Victim Blaming ໄດ້

ແບ່ງປັນ
Getting your Trinity Audio player ready...

“ກະຍ້ອນເຈົ້ານຸ່ງເຄື່ອງແບບນັ້ນລະ ເຂົາຈຶ່ງມາລວນລາມເຈົ້າ”

“ເທື່ອໜ້າບໍ່ຕ້ອງນຸ່ງຫຍັງເດີສາວ”

“ຄິດຫຍັງຫຼາຍ ກະເຈົ້າຄົນຜູ້ງາມເນາະ ເຂົາກະຢາກຢອກແດ່ຫັ້ນລະ”

ຫຼາຍຄັ້ງທີ່ເຮົາເຫັນຂ່າວທີ່ມີຜູ້ຖືກລ່ວງລະເມີດທາງຮ່າງກາຍ-ຈິດໃຈ ຖືກສັງຄົມໂຈມຕີແບບນັ້ນ ເຊິ່ງຄວາມຈິງແລ້ວມັນບໍ່ຄວນຈະເປັນແບບນັ້ນ. ການທີ່ສັງຄົມຕຳໜິເຫຍື່ອ ຫຼື ຜູ້ຖືກກະທຳຈາກເຫດການໃດໜຶ່ງ ບໍ່ວ່າຈະເປັນຄວາມຮຸນແຮງ ຫຼື ການລ່ວງລະເມີດທາງເພດ ມີຊື່ເອີ້ນວ່າ Victim Blaming. ສິ່ງນີ້ເກີດຂຶ້ນໄດ້ແນວໃດ?

ນັກວິໄຈບອກວ່າ ການໂທດເຫຍື່ອ ເກີດຈາກກົນໄກການປ້ອງກັນຕົນເອງ ທີ່ບາງຄັ້ງເຮົາກໍບໍ່ທັນຮູ້ຕົວ. ແນວໃດກໍດີ ກົນໄກດັ່ງກ່າວ ຊ່ວຍໃຫ້ເກີດຄວາມຮູ້ສຶກດີກັບຕົວເອງ ເນື່ອງຈາກເຮົາຈະຮູ້ສຶກວ່າສາມາດປົກປ້ອງຕົວເອງໄດ້ຫຼາຍກວ່າ ແລະ ບໍ່ມີທາງທີ່ຈະປ່ອຍໃຫ້ເລື່ອງແບບນີ້ເກີດຂຶ້ນກັບຕົວເຮົາ ຕ່າງກັບເຫຍື່ອທີ່ກຳລັງປະເຊີນເລື່ອງເຫຼົ່ານີ້ຢູ່.

ການທີ່ເວົ້າວ່າ “ຖ້າເປັນຂ້ອຍ ຂ້ອຍຄືຈະບອກເລື່ອງນີ້ກັບຄົນອື່ນໄວໆ”, “ເປັນຫຍັງຄືບໍ່ບອກຄົນອື່ນໄວກວ່ານີ້”, “ໄປຫາຢົ້ວເຂົາ ກະແນວນີ້ແຫຼະ” ລວມໄປເຖິງການທີ່ບອກວ່າເຫຍື່ອເປັນຜູ້ວາງແຜນເລື່ອງລາວທັງໝົດ ທັງໝົດນີ້ບໍ່ຕ່າງຫຍັງກັບການກ່າວຫາເຫຍື່ອວ່າເປັນຄົນບໍ່ດີ, ບໍ່ຮອບຄອບ ສະນັ້ນເລື່ອງບໍ່ດີຈຶ່ງເກີດຂຶ້ນກັບພວກເຂົາ. ຈຶ່ງອາດເວົ້າໄດ້ວ່າ ການຮັບຜິດຊອບເລື່ອງລາວທັງໝົດ ກາຍເປັນເຫຍື່ອເອງທີ່ຕ້ອງຮັບຜິດແທນ ເພາະສັງຄົມພາກັນເອົາຕົວເອງໄປປຽບທຽບ ວ່າຖ້າເກີດເຫດແບບນັ້ນ ໂຕເອງຄືຈະບໍ່ເຮັດແບບນັ້ນ ຫຼື ຈະເຮັດແບບນີ້.

ຜົນກະທົບຂອງຄົນທີ່ຖືກ Victim Blaming ແມ່ນ ເຂົາເຈົ້າຈະຮູ້ສຶກຜິດ ແລະ ອັບອາຍ ລວມທັງໂທດໂຕເອງຫຼາຍກວ່າເກົ່າ. ໃນບາງລາຍຕ້ອງເຈິກັບບັນຫາສຸຂະພາບຈິດ ເຊັ່ນ: ພາວະເຄັ່ງຄຽດຊຶມເສົ້າຫຼັງຜ່ານເຫດການຮ້າຍແຮງ ຫຼື PTSD.

ນອກຈາກນັ້ນແລ້ວ ເຂົາເຈົ້າອາດເກີດຄວາມຮູ້ສຶກທໍ້ໃນການຕໍ່ສູ້ເພື່ອຄວາມຍຸຕິທຳ ເຊິ່ງສ່ວນນີ້ຖືເປັນບັນຫາໃຫຍ່ທີ່ເຮັດໃຫ້ເຫຍື່ອຫຼາຍຄົນຍອມແພ້ໄປ ແລະ ຜູ້ກະທຳຜິດກໍລອຍຕົວເໜືອຄວາມຜິດທັນທີ. ດັ່ງນັ້ນ ການສະແດງຄວາມເຫັນທີ່ສື່ວ່າເຫຍື່ອມີສ່ວນໃນການຕ້ອງຮັບຜິດຊອບກັບສິ່ງທີ່ເກີດຂຶ້ນນັ້ນ ບໍ່ຕ່າງຫຍັງກັບການສ້າງຄວາມເປັນທຳໃຫ້ກັບຜູ້ທີ່ກໍ່ເຫດ ຫຼື ຜູ້ກະທຳຄວາມຜິດ.

ແລ້ວເຮົາຈະຢຸດການໂທດເຫຍື່ອໄດ້ແນວໃດແດ່?

  1. ຟັງສຽງຂອງຜູ້ຖືກກະທຳດ້ວຍໃຈທີ່ເປີດກວ້າງ: ການຟັງເລື່ອງລາວຂອງຜູ້ຖືກກະທຳໂດຍບໍ່ຕັດສິນກ່ອນເປັນຂັ້ນຕອນທຳອິດທີ່ສຳຄັນ. ເລື່ອງລາວຂອງເຂົາເຈົ້າມັກຖືກເບິ່ງຂ້າມ ຫຼື ຖືກບິດເບືອນໂດຍສັງຄົມ ເຊິ່ງເຮັດໃຫ້ເຂົາເຈົ້າຮູ້ສຶກຖືກປະຖິ້ມໄວ້ຂ້າງຫຼັງ. ການໃຫ້ພື້ນທີ່ໃຫ້ເຂົາເຈົ້າໄດ້ເລົ່າປະສົບການດ້ວຍຄວາມຈິງໃຈ ຈະຊ່ວຍໃຫ້ພວກເຮົາເຂົ້າໃຈສະຖານະການໄດ້ດີຂຶ້ນ ແລະ ຫຼຸດຜ່ອນການຕັດສິນທີ່ບໍ່ຍຸຕິທຳ.
  2. ສ້າງຄວາມເຂົ້າໃຈວ່າເຫດການທີ່ເກີດຂຶ້ນບໍ່ແມ່ນຄວາມຜິດຂອງຜູ້ຖືກກະທຳ: ຜູ້ຖືກກະທຳມັກປະສົບກັບບາດແຜທາງຈິດໃຈ ແລະ ຄວາມຮູ້ສຶກຜິດທີ່ບໍ່ຄວນເກີດຂຶ້ນກັບເຂົາເຈົ້າ. ຕົວຢ່າງ ເຊັ່ນ: ຜູ້ຖືກລ່ວງລະເມີດທາງເພດມັກຖືກຖາມວ່າ “ເຈົ້າແຕ່ງຕົວແບບນັ້ນໄປເຮັດຫຍັງ?” ທີ່ເປັນການໂທດເຫຍື່ອໂດຍທາງອ້ອມ. ການສະແດງຄວາມເຫັນອົກເຫັນໃຈ, ໃຫ້ກຳລັງໃຈ, ແລະ ຢືນຢັນວ່າບໍ່ແມ່ນຄວາມຜິດຂອງເຂົາເຈົ້າ ຈະຊ່ວຍໃຫ້ພວກເຂົາຟື້ນຟູຈາກຄວາມເຈັບປວດໄດ້ດີຂຶ້ນ.
  3. ບໍ່ປ່ອຍໃຫ້ຜູ້ກະທຳຜິດໂຍນຄວາມຜິດໃສ່ປັດໄຈພາຍນອກ: ຜູ້ກະທຳຜິດມັກຈະໂທດປັດໄຈພາຍນອກເຊັ່ນ: ເຫຼົ້າ, ຢາເສບຕິດ, ຫຼື ແມ່ນແຕ່ພຶດຕິກຳຂອງຜູ້ຖືກກະທຳເອງ ເພື່ອຫຼົບຫຼີກຄວາມຮັບຜິດຊອບ. ຕົວຢ່າງ, ຜູ້ທີ່ກໍ່ຄວາມຮຸນແຮງໃນຄອບຄົວອາດອ້າງວ່າ “ຂ້ອຍເມົາເຫຼົ້າ” ຫຼື “ເຈົ້າຍຸແຍ່ຂ້ອຍກ່ອນ”. ການປ່ອຍໃຫ້ຂໍ້ແກ້ຕົວແບບນີ້ຜ່ານໄປໂດຍບໍ່ມີການຄັດຄ້ານ ແມ່ນການສົ່ງເສີມໃຫ້ຜູ້ກະທຳຜິດສືບຕໍ່ໂທດເຫຍື່ອ ແລະ ບໍ່ປ່ຽນແປງພຶດຕິກຳຂອງຕົນ.
  4. ຄວນເຂົ້າໃຈວ່າ ຜູ້ກະທຳຜິດ ເປັນຜູ້ທີ່ຕ້ອງຮັບຜິດຊອບຢ່າງເຕັມຮ້ອຍ ກັບການກະທຳຂອງເຂົາເຈົ້າ: ບໍ່ວ່າຈະມີສະຖານະການໃດກໍຕາມ, ການກະທຳທີ່ຜິດກົດໝາຍ ຫຼື ທຳຮ້າຍຜູ້ອື່ນແມ່ນຄວາມຮັບຜິດຊອບຂອງຜູ້ກະທຳຜິດເທົ່ານັ້ນ. ລະບົບກົດໝາຍຄວນມີບົດບາດໃນການລົງໂທດທີ່ຍຸຕິທຳ ແລະ ປົກປ້ອງຜູ້ຖືກກະທຳ ເພື່ອສະແດງໃຫ້ສັງຄົມເຫັນວ່າການໂທດເຫຍື່ອບໍ່ແມ່ນສິ່ງທີ່ຍອມຮັບໄດ້.
  5. ການສຶກສາແລະປັບປຸງຄວາມຮູ້ຂອງສັງຄົມ: ການສ້າງຄວາມຮັບຮູ້ໃຫ້ກັບສາທາລະນະຜ່ານການສຶກສາ, ສື່ມວນຊົນ, ຫຼື ການຝຶກອົບຮົມ ສາມາດປ່ຽນແປງທັດສະນະຄະຕິທີ່ຜິດຕໍ່ຜູ້ຖືກກະທຳ. ຕົວຢ່າງ: ການສອນວ່າການໂທດເຫຍື່ອເປັນພຶດຕິກຳທີ່ບໍ່ຖືກຕ້ອງ ແລະ ມີຜົນກະທົບຮ້າຍແຮງຕໍ່ຜູ້ຖືກກະທຳ ຈະຊ່ວຍໃຫ້ຄົນໃນສັງຄົມຄິດກ່ອນກ່າວໂທດເຫຍື່ອ.
  6. ສ້າງລະບົບສະໜັບສະໜູນທີ່ເຂັ້ມແຂງ: ການມີສູນບໍລິການທີ່ຊ່ວຍເຫຼືອຜູ້ຖືກກະທຳ, ເຊັ່ນ: ສາຍດ່ວນ, ນັກຈິດວິທະຍາ, ຫຼື ກຸ່ມສະໜັບສະໜຸນ, ສາມາດຊ່ວຍໃຫ້ຜູ້ຖືກກະທຳຮູ້ສຶກປອດໄພ ແລະ ບໍ່ຖືກປ່ອຍໃຫ້ປະເຊີນກັບການໂທດຈາກສັງຄົມຢ່າງໂດດດ່ຽວ.
  7. ປ່ຽນແປງການນຳສະເໜີຂ່າວຂອງສື່ມວນຊົນ: ສື່ມວນຊົນມັກຈະເປັນຕົ້ນຕໍໃນການໂທດເຫຍື່ອໂດຍບໍ່ຮູ້ຕົວ, ເຊັ່ນ: ການລາຍງານຂ່າວທີ່ເນັ້ນໃສ່ພຶດຕິກຳຂອງຜູ້ຖືກກະທຳ ແທນທີ່ຈະເປັນຄວາມຜິດຂອງຜູ້ກະທຳຜິດ. ການປັບປຸງວິທີການນຳສະເໜີຂ່າວໃຫ້ຍຸຕິທຳຕໍ່ຜູ້ຖືກກະທຳຈະຊ່ວຍຫຼຸດຜ່ອນການໂທດເຫຍື່ອໃນລະດັບສັງຄົມໄດ້.
ອ່ານຕື່ມ:  ຖ້າມາຫຼິ້ນໆກໍເຊີນປ້າຍໜ້າ Breadcrumbing ວິທີຢຸດຄວາມສຳພັນທີ່ຫຼອກລວງ ແລະ ການໃຫ້ຄວາມຫວັງໂດຍທີ່ບໍ່ຈິງຈັງ

ເຈົ້າເດ ຄິດວ່າມີວິທີການໃດອີກແດ່ທີ່ຈະສາມາດຢຸດການໂທດເຫຍື່ອໄດ້? ສາມາດແບ່ງປັນຄວາມເຫັນຂອງເຈົ້າກັບພວກເຮົາໄດ້ເລີຍ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.