ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ We Running ເພງປຸກໃຈຈາກ PHOENIX BOII ເລົ່າຄວາມຝັນຜ່ານມຸມມອງຂອງນັກກີລາລາວ
Muan Listen - ມ່ວນຊວນຟັງ

We Running ເພງປຸກໃຈຈາກ PHOENIX BOII ເລົ່າຄວາມຝັນຜ່ານມຸມມອງຂອງນັກກີລາລາວ

PHOENIX BOII ເປີດມຸມມອງໃນເພງໃໝ່ "We Running" ຍິ່ງຮູ້ວ່າຄວາມຝັນມັນຍາກກໍຍິ່ງຕ້ອງທ້າທ້າຍ, ຈຶ່ງລຸຍລົງໃນທຸກການແຂ່ງຂັນ ເຖິງຈະເມື່ອຍກໍບໍ່ມີທາງຍອມແພ້ໃນອຸປະສັກການ ແລະ ຕ້ອງໝັ່ນຝຶກຊ້ອມ ການເປັນສິລະປິນກໍເຊັ່ນກັນ.

ແບ່ງປັນ

We Running ແມ່ນເພງທີ່ຖືກຂຽນຂຶ້ນໂດຍອີງຈາກຊີວິດຈິງຂອງ PHOENIX BOII ນັກຮ້ອງ-ແຣັບເປີ ໜຸ່ມຈາກຫຼວງພະບາງ ດ້ວຍຄວາມຝັນທີ່ບໍ່ຍອມແພ້ໃນການສ້າງອາຊີບໃນສາຍງານດົນຕີ ຫຼື ການເປັນສິລະປິນ.

ຍິ່ງຮູ້ວ່າຄວາມຝັນມັນຍາກ ກໍຍິ່ງຕ້ອງທ້າທ້າຍ ແລະ ຕ້ອງເຮັດໃຫ້ໄດ້, ຈຶ່ງພ້ອມລຸຍລົງໃນທຸກການແຂ່ງຂັນນັ້ນເອງ. ໃນ MV ກໍຍັງໄດ້ຍົກພາບປະກອບເປັນນັກກີລາລາວໃນປະເພດຕ່າງໆ ທີ່ເຖິງຈະເມື່ອຍກໍບໍ່ມີທາງຍອມແພ້ໃນອຸປະສັກ ແລະ  ມີຄວາມອົດທົນ ການເປັນສິລະປິນກໍເຊັ່ນກັນ ເພາະສິ່ງທີ່ເຮັດຢູ່ກໍຄືກັບການເປັນນັກກີລາທີ່ໝັ່ນຝຶກຊ້ອມທຸກໆມື້.

Screenshot

ໃນສ່ວນຂອງເນື້ອຫາເພງກໍກົງໂຕເລີຍ We Running ຄືເພງສຳລັບຄົນທີ່ພ້ອມຈະແລ່ນຕາມຫາຄວາມຝັນ, ພໍຟັງແລ້ວກໍຮູ້ສຶກວ່າມັນຍິ່ງສ້າງແຮງບັນດານໃຈ ເພາະເພງນີ້ປະກອບດ້ວຍສຽງແຣັບຂອງ PHOENIX BOII ແລະ ສຽງດົນຕີທີ່ກະຕຸ້ນຈັງຫວະຫົວໃຈໃຫ້ຕື່ນເຕັ້ນ ພ້ອມພາບຄວາມປະທັບໃຈຈາກຊີວິດນັກກີລາ.

ຖືວ່າເປັນເພງທີ່ໄດ້ເປີດມຸມມອງໃໝ່ໆໃຫ້ພວກເຮົາໄດ້ຮູ້ເຖິງຄວາມພະຍາຍາມຈາກສາຍອາຊີບອື່ນໆ ເຊິ່ງມັນບໍ່ພຽງແຕ່ເຫັນຄວາມຕັ້ງໃຈຈາກຄົນດຽວ ແຕ່ທຸກຄົນມີຄວາມຝັນທີ່ຍິ່ງໃຫຍ່ບໍ່ຕ່າງກັນ.

ອ່ານຕື່ມ:  ເພງຮິດຂ້າມເວລາທີ່ບໍ່ເຄີຍເກົ່າ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເດືອດສຸດ! FAZ $F, GENIUS Flow ແລະ Zamio P ແທັກທີມປ່ອຍເພງໃໝ່ I let the God

I let the God ການລວມໂຕສຸດເດືອດຂອງ FAZ $F, GENIUS Flow ແລະ Zamio P...

Déymi ຫຼິ້ນກັບໃຈຄົນຟັງປ່ອຍເພງເສົ້າ ບອກມາເຮັດຫຍັງ Soft Lies ຕອກຢ້ຳຄວາມເຈັບຂອງຄົນທີ່ຖືກໃຫ້ຄວາມຫວັງ

"ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ..." ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.

ການບໍ່ມີເຈົ້ານັ້ນແຫຼະບໍ່ປົກກະຕິ ຟັງ ຢູ່ພຸ້ນ (Over There) ຈາກ uknowhatimean ສົ່ງຕໍ່ຄວາມຄິດຮອດຜ່ານບົດເພງ

ມັນເປັນຄວາມຄຸ້ນເຄີຍ ແລະ ເປັນສິ່ງທີ່ເຮັດໃຫ້ຈື່ໄດ້ດີ ໃນທຸກສະຖານທີ່ທີ່ໄດ້ໄປກັບເຈົ້າ ພາບທີ່ເຫັນແມ່ນມີເຈົ້າຢູ່ທຸກບ່ອນ. ນີ້ແມ່ນຂໍ້ຄວາມຂອງຄວາມຮູ້ສຶກຄິດຮອດເຖິງຄົນທີ່ໄດ້ເລີກກັນໄປແລ້ວແມ່ນບໍ? ພໍ ມ່ວນ ໄດ້ຟັງຍິ່ງຮູ້ສຶກຄິດຮອດເລື່ອງທີ່ມັນເກີດຂຶ້ນໃນເພງນີ້ “ຢູ່ພຸ້ນ (over there)”...

ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ

ໃຜວ່າຮິບຮັອບກັບໝໍລຳໄປນຳກັນບໍ່ໄດ້? ມາຟັງເພງນີ້ກ່ອນ! "ໝໍລຳໃຫຍ່" ຈາກ MAO MUN ບອກເລີຍວ່າໂຄດສຸດ! ຈັງຫວະແໜ້ນໆບວກກັບຄວາມເປັນໝໍລຳແບບລາວໆຄືກົມກ່ອມສຸດໆ. ຕອນນີ້ປ່ອຍແລ້ວເດີທັງເວີຊັນ Official ແລະ Live...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.