ໜ້າຫຼັກ Muan.la - ສາລະບັນເທີງ Muan Scoop ຈາກຊີວິດທີ່ຍາກລຳບາກ ສູ່ການສະແດງປິດ OLYMPICS VANNDA ແຣັບເປີ້ສຸດເທ້ຈາກກຳປູເຈຍ
Muan Scoop

ຈາກຊີວິດທີ່ຍາກລຳບາກ ສູ່ການສະແດງປິດ OLYMPICS VANNDA ແຣັບເປີ້ສຸດເທ້ຈາກກຳປູເຈຍ

ແບ່ງປັນ

ການແຂ່ງຂັນໂອລິມປິກ 2024 ທີ່ ປາຣີສ ຖືວ່າໄດ້ປິດຕົວລົງຢ່າງຍິ່ງໃຫຍ່ ແລະ ສວຍງາມ, ໃນພິທີປິດຍັງມີການສະແດງສິລະປະວັດທະນາທຳ ແລະ ປະຫວັດສາດຂອງປະເທດຝຣັ່ງອີກດ້ວຍ. ນອກຈາກນັ້ນ ກໍຍັງມີລາຍການການສະແດງດົນຕີ ທີ່ ໄດ້ລວບລວມເອົາສິລະປິນຈາກທົ່ວທຸກມຸມໂລກ ໃຫ້ໄດ້ມີສ່ວນຮ່ວມຂຶ້ນມາສະແດງໃນພິທີປິດງານໂອລິມປິກ 2024 ນີ້ ເຊິ່ງຖືວ່າມີເລື່ອງລາວໜ້າຍິນດີ ແລະ ໄດ້ເປັນທີ່ຍອມຮັບຈາກຜູ້ຄົນທົ່ວໂລກ ເພາະໄດ້ມີສິລະປິນນັກຮ້ອງຈາກກຳປູເຈຍ ປະເທດເພື່ອນບ້ານຂອງເຮົາທີ່ໄດ້ຖືກເຊີນຂຶ້ນຮ້ອງເພງໃນພິທີປິດງານນີ້ອີກດ້ວຍ.

VannDa ແຣັບເປີຊື່ດັງຈາກກຳປູເຈຍ ໄດ້ສ້າງຄວາມໜ້າສົນໃຈ ແລະ ປະກົດການໃໝ່ໃນການປະກົດຕົວເປັນຕົວແທນໃຫ້ກັບສິລະປິນໃນພາກພື້ນເອເຊຍ ແລະ ເປັນພຽງໜຶ່ງດຽວທີ່ໄດ້ຂຶ້ນສະແດງໃນພິທີປິດໃນງານໂອລິມປິກ 2024 ຢູ່ Stade de France ປະເທດຝຣັ່ງ ດ້ວຍເພງດັງຢ່າງ “Time To Rise”. ໃນການສະແດງເທິງເວທີ ລາວໄດ້ນໍາສະເໜີເຖິງວັດທະນະທຳການແຣັບແບບຜະສົມຜະສານຮູບແບບດົນຕີສຽງເພງສະໄໝໃໝ່ກັບຄວາມເປັນກຳປູເຈຍ ການສະແດງຄັ້ງນີ້ແມ່ນໄດ້ເຊື່ອມໂຍງເຮັດໃຫ້ເພງຂອງລາວເປັນທີ່ຮູ້ຈັກຫຼາຍຂຶ້ນໃນເວທີລະດັບສາກົນ.

Chhun Sovanndara ຫຼື VannDa ແມ່ນແຣັບເປີຊາວກໍາປູເຈຍ ອາຍຸ 27 ປີ, ແຕ່ກ່ອນທີ່ຈະມາເປັນສິລະປິນແຣັບເປີຊື່ດັງໃນປັດຈຸບັນ. ຊິວິດຂອງ VannDa ໃນໄວເດັກແມ່ນບໍ່ໄດ້ສວຍງາມຢ່າງທີ່ຄິດ ເພາະລາວເກີດໃນຄອບຄົວຍາກຈົນ ແລະ ມີຊີວິດທີ່ລຳບາກ, ດ້ວຍຄວາມຈຳເປັນເຮັດໃຫ້ຕ້ອງອາໄສຢູ່ ທີ່ ວັດແຫ່ງໜຶ່ງໃນກຳປູເຈຍ. ໃນຕອນຍັງນ້ອຍ Vannda ໄດ້ມີຄວາມຝັນຄືຢາກເປັນສິລະປິນ ຫຼື ແຣັບເປີ ເຮັດໃຫ້ໝູ່ໃນຫ້ອງຮຽນກໍພາກັນປະຕິບັດກັບລາວບໍ່ດີດ້ວຍການຫົວເຢາະເຢີ້ຍລາວ, ບໍ່ເຊື່ອວ່າສິ່ງທີ່ລາວມັກ ຫຼື ວ່າຄວາມຝັນນັ້ນຈະເປັນຈິງໄດ້. ແຕ່ດ້ວຍຄວາມພະຍາຍາມຂອງລາວໄດ້ຊຸກດັນຕົວເອງໃຫ້ໄດ້ເຮັດສາຍອາຊີບນີ້. ຈົນໃນທີ່ສຸດກໍເຮັດໃຫ້ VannDa ປະສົບຜົນສຳເລັດ​ໃນເສັ້ນທາງຂອງລາວ.

ການເດີນທາງຂອງ VannDa ໃນນາມສິລະປິນ ລາວໄດ້ເລິ່ມຕົ້ນດ້ວຍການແຣັບ ແລະ ສ້າງເພງເອງ. ໃນປີ 2019 VannDa ໄດ້ເຂົ້າຮ່ວມ Hang Meas Production ເຊິ່ງເປັນຄ້າຍເພງອັບດັບຕົ້ນໆຂອງກໍາປູເຈຍ ແລະ ນີ້ຄືຈຸດປ່ຽນສໍາຄັນໃນການຜະລິດເພງທີ່ມີຄຸນນະພາບຂອງລາວໃນການສ້າງເພງທີ່ເປັນທີ່ຈົດຈຳ ແລະ ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ.

ອ່ານຕື່ມ:  ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ

ຈາກເນື້ອຫາຂອງບົດເພງທີ່ເປັນເອກະລັກສະທ້ອນເຖິງຊີວິດສັງຄົມຢູ່ກໍາປູເຈຍ ແລະ ເພງຂອງລາວກໍໄດ້ເລີ່ມແຜ່ຫຼາຍຂຶ້ນເລື້ອຍໆຈົນເຮັດໃຫ້ກາຍເປັນສິລະປິນຄົນທຳອິດທີ່ເຮັດໃຫ້ເພງກຳປູເຈຍ ມີຍອດວິວເກີນ 100 ລ້ານວິວ ໃນ YouTube ແລະ ເພງທີ່ເຮັດໃຫ້ເປັນທີ່ນິຍົມຫຼາຍກໍແມ່ນ “Time To Rise” ດ້ວຍຜົນງານເພງທີ່ມີຄວາມໂດດເດັ່ນ.

ເພງ “Time To Rise” ມີຄວາມໝາຍເລິກເຊິ່ງທີ່ເວົ້າທີ່ເຖິງຄວາມພາກພູມໃຈໃນວັດທະນະທຳ ສະແດງໃຫ້ເຫັນໃນຄວາມມຸ່ງໝັ່ນ, ຄວາມກ້າຫານ ແລະ ການຕໍ່ສູ້ກັບອຸປະສັກຂອງພວກເຂົາ. ເພື່ອສ້າງຄວາມເຊື່ອໝັ່ນໃຫ້ກັບຄົນຮຸ່ນໃໝ່ໃຫ້ພັດທະນາຮ່ວມກັນເພື່ອເດີນທາງໄປສູ່ອານາຄົດ. ເພງນີ້ໄດ້ຜະສົມຜະສານດົນຕີສະໄໝໃໝ່ກັບດົນຕີພື້ນເມືອງຈາກເຄື່ອງດົນຕີ Chapei Dong Veng ຂັບຮ້ອງໂດຍ ອາຈານ Kong Nay ສິລະປິນໃນຕຳນານຂອງກຳປູເຈຍ.

VannDa ໄດ້ຮ່ວມງານກັບສິລະປິນຕ່າງປະເທດ ແລະ ເຂົ້າຮ່ວມກິດຈະກຳທີ່ສຳຄັນຫຼາຍເຊັ່ນ: ການສະແດງໃນງານດົນຕີນານາຊາດ, ງານສະເຫຼີມສະຫຼອງລະດັບໂລກ ແລະ UNICEF Charity Events. ນອກຈາກນັ້ນ VannDa ຍັງຮັກທຳມະຊາດ. ເວລາທີ່ລາວບໍ່ໄດ້ຢູ່ໃນສະຕູດິໂອເຮັດເພງ ລາວມັກຈະອອກໄປໃຊ້ຊີວິດທ່າມກາງທຳມະຊາດ ດ້ວຍການຕັ້ງແຄ້ມ ປ່ອຍໂຕເອງໃຫ້ລ່ອງລອຍໄປກັບສິ່ງອ້ອມໂຕ, ຟັງສຽງຮ້ອງຂອງນົກ. ລາວກ່າວວ່າ ຄົນເຮົາມັກລະເລີຍທຳມະຊາດ ແລະ ທຳລາຍສິ່ງເຫຼົ່ານັ້ນ.

ດ້ວຍຄວາມຄິດແບບນັ້ນເອງ ລາວມີໂອກາດໄດ້ເຮັດວຽກກັບໂຄງການສ້າງຄວາມຮັບຮູ້ກ່ຽວກັບສິ່ງແວດລ້ອມຫຼາຍໂຄງການ ເຊັ່ນ: ແຄມເປນສ້າງຄວາມຮັບຮູ້ກ່ຽວກັບໄພອັນຕະລາຍຂອງການລ່າສັດປ່າ ໃນເພງ Khmer Blood ເຊິ່ງເຮັດຮ່ວມກັບ Wildlife Alliance, ໂຄງການຮູບເງົາອະນິເມຊັນ ແລະ ເທດສະການດົນຕີ The 1River ເພື່ອສົ່ງເສີມແຄມເປນຕ້ານການນຳໃຊ້ພລາສຕິກຮ່ວມກັບ UNDP, ກະຊວງສິ່ງແວດລ້ອມຂອງກຳປູເຈຍ, ສະຖານທູດສະວີເດນ ແລະ Mitsubishi Corporation.

ນອກຈາກນັ້ນ ຫຼ້າສຸດ ລາວຍັງໄດ້ຮ່ວມໃນຄອນເສີດ Bon Phum On The Move Eco-Awareness ເຊິ່ງໄດ້ຮັບການສະໜັບສະໜຸນໂດຍ UNICEF ແລະ ກະຊວງສິ່ງແວດລ້ອມຂອງກຳປູເຈຍເພື່ອອະນຸລັກປາຂ່າ ຫຼື ໂລມາອີຣະວະດີ, ຕ້ານການນຳໃຊ້ພລາສຕິກ ແລະ ການຕັດໄມ້ທຳລາຍປ່າ.

ອ່ານຕື່ມ:  ຟັງເພງຂອງ Saluna "ຖຽງນານ້ອຍຄອຍຊາຍ" ໄດ້ Coya ແຣັບເປີຈາກອາເມຣິກາ ມາຮ່ວມຮ້ອງ

VannDa ໄດ້ສ້າງກຳລັງໃຈ ແລະ ຄວາມເຊື່ອໝັ້ນໃຫ້ກັບຄົນທີ່ມີຄວາມຝັນທີ່ເລີ່ມຈາກຈຸດນ້ອຍໆ, ເຮັດເພງຈາກຄວາມມັກ ແລະ ຄວາມພະຍາຍາມແລ່ນຕໍ່ສູ້ກັບອຸປະສັກໃນຊີວິດ. ຈົນເປັນທີ່ຍອມຮັບຈາກຄົນທົ່ວໂລກ ແລະ ຍັງເປັນສິລະປິນທີ່ໄດ້ສ້າງແຮງບັນດານໃຈໃຫ້ສິລະປິນຄົນອື່ນໆທີ່ຈະໄດ້ຍ່າງຕາມຮອຍ VannDa ໃຫ້ສະແຫວງຫາໂອກາດທີ່ດີສູ່ເວທີລະດັບສາກົນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
The Interview

ລົມກັບ PT Flow ແຣັປເປີສຽງເຈົ້າສະເໜ່ຈາກຫຼວງພະບາງ ຜູ້ຮ້ອງທ່ອນຮຸກຕິດຫູໃນເພງ ”ເທບທິດາ”

ລົມກັບ PT Flow ແຣັປເປີສຽງເຈົ້າສະເໜ່ຈາກຫຼວງພະບາງ ຜູ້ຮ້ອງທ່ອນຮຸກຕິດຫູໃນເພງ ”ເທບທິດາ”

The Interview

ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ

ຫຼັງຈາກມ່ວນໄດ້ແນະນຳໃຫ້ທຸກຄົນລອງຟັງເພງ “ບົດສຸດທ້າຍ” ຮ້ອງໂດຍ Phoenix Boii ນັກຮ້ອງແຣັບເປີຈາກຫຼວງພະບາງ ແລະ ຜົນງານເພງນີ້ຫຼາຍຄົນກໍຢາກຮູ້ຈັກລາວໃຫ້ຫຼາຍຂຶ້ນ ເພາະເພງນີ້ເຮັດໃຫ້ອິນກັນສຸດໆກັບທຳນອງເພງ ແລະ ເນື້ອເພງທີ່ມີຄວາມໝາຍສຸດຊຶ້ງ. ອາມິດ...

The Interview

ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ

ເມື່ອເວົ້າເຖິງສິລະປິນຮຸ່ນໃໝ່ຂອງລາວທີ່ກຳລັງສ້າງສັນເສັ້ນທາງດົນຕີໃນແບບຂອງຕົວເອງ, ຊື່ຂອງ AiiLA ເຊິ່ງເປັນສິລະປິນຜູ້ມີເຊື້ອສາຍໄທດຳຈາກແຂວງຫຼວງນໍ້າທາ ຄົງເປັນໜຶ່ງໃນຊື່ທີ່ຫຼາຍຄົນເຄີຍເຫັນຜ່ານຫູຜ່ານຕາກັນມາແລ້ວ. ດ້ວຍສຽງທີ່ເປັນເອກະລັກ ເຕັມໄປດ້ວຍພະລັງ ແລະ ສະເໜ່ທີ່ໂດດເດັ່ນ, ລາວກຳລັງນຳສະເໜີຄວາມເປັນລາວ ແລະ ອັດຕະລັກທີ່ຝັງເລິກລົງໃນສາຍເລືອດໃຫ້ກັບທົ່ວໂລກໄດ້ຮັບຮູ້ຜ່ານບົດເພງທີ່ສະທ້ອນເຖິງຄວາມມັກຮັກ...

Muan Listen - ມ່ວນຊວນຟັງ

ຫຼົງເຈົ້າແລ້ວ ຢ່າມາເຮັດໂຕໜ້າຮັກຢູ່ນີ້ ຟັງເພງ “ບອກມາ” ຈາກ lilfishyyy ft lilg

“ເຈົ້າຢ່າມາເຮັດໂຕໜ້າຮັກຢູ່ນີ້” lilfishyyy ສິລະປິນສະໄຕລ໌ R&B ສຸດ Cool ຈາກບ້ານ Huen Crew ທີ່ເປັນທີ່ຈັບຕາເບິ່ງອີກຄົນໜຶ່ງ, ໄດ້ປ່ອຍເພງໃໝ່ “Tell...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.