ໜ້າຫຼັກ Muan.la - ສາລະບັນເທີງ The Interview ຮູ້ຈັກ tomotom ນັກສ້າງເນື້ອຫາສາຍທ່ອງທ່ຽວ ຜູ້ຕັ້ງເປົ້າເດີນທາງພິຊິດ 148 ເມືອງທົ່ວລາວ
The Interview

ຮູ້ຈັກ tomotom ນັກສ້າງເນື້ອຫາສາຍທ່ອງທ່ຽວ ຜູ້ຕັ້ງເປົ້າເດີນທາງພິຊິດ 148 ເມືອງທົ່ວລາວ

ຮູ້ຈັກ tomotom ນັກສ້າງຄອນເທັນສາຍທ່ຽວທີ່ມາພ້ອມພາລະກິດສຸດທ້າທາຍ! ຕັ້ງເປົ້າເດີນທາງພິຊິດ 148 ເມືອງທົ່ວລາວ. ມາເບິ່ງແຮງບັນດານໃຈ ແລະ ມຸມມອງໃໝ່ໆ ໃນການທ່ຽວບ້ານເຮົາໃຫ້ມ່ວນ ແລະ ເຂົ້າເຖິງທຳມະຊາດກວ່າເກົ່າ.

ແບ່ງປັນ

ຖ້າເວົ້າເຖິງຊື່ ‘tomotom’ ຫຼາຍຄົນຄົງຈະຄິດຮອດພາບໜຸ່ມທີ່ພາເຮົາເດີນທາງໄປສຳຜັດກັບຄວາມງາມຂອງສະຖານທີ່ຕ່າງໆ ຜ່ານມຸມກ້ອງທີ່ເຕັມໄປດ້ວຍສິລະປະ. ແຕ່ເຊື່ອບໍ່ວ່າ… ຖ້າໃນມື້ນັ້ນລາວບໍ່ເລືອກເສັ້ນທາງນີ້, ເຮົາອາດຈະເຫັນລາວຈັບເຄື່ອງດົນຕີແທນການຈັບກ້ອງກໍເປັນໄດ້.

ມື້ນີ້ Muan TheInterview ຈະພາທຸກຄົນໄປເຈາະເລິກຊີວິດຂອງ ຕ້ອມ – ເສົາສະຫວັນ ເກດມາລາ, ເຈົ້າຂອງເພຈ tomotom (ຕ້ອມ-ໂອ-ຕ້ອມ) ຄຣີເອເຕີໄຟແຮງໄວ 28 ປີ ຈາກແຂວງສະຫວັນນະເຂດ ຜູ້ທີ່ເຄີຍມີຊື່ເຂົ້າຊີງລາງວັນ Best Travel Content Creator ຈາກເວທີ Muan Awards ເຖິງ 2 ປີຊ້ອນ (2024-2025).

ຈາກເດັກໜຸ່ມນັກສຶກສາຄະນະວິທະຍາສາດປ່າໄມ້ ພາກວິຊາຈັດສັນ-ຄຸ້ມຄອງປ່າໄມ້ ທີ່ເຮັດວຽກກັບບໍລິສັດເອກະຊົນທີ່ມີວິໄສທັດດ້ານຄວາມຍືນຍົງຂອງປ່າໄມ້ ຜັນໂຕມາສູ່ໂລກຂອງ Content Creator ທີ່ສ້າງແຮງບັນດານໃຈໃຫ້ຫຼາຍຄົນ. ເສັ້ນທາງລະຫວ່າງ ‘ສິ່ງທີ່ຮັກ’ ແລະ ‘ໜ້າທີ່ການງານ’ ຂອງລາວຂະໜານກັນໄປໄດ້ແນວໃດ? ມາຫາຄຳຕອບໄປພ້ອມກັນ.

ຈຸດເລີ່ມຕົ້ນ ແລະ ຄວາມຫຼົງໃຫຼໃນການສ້າງເນື້ອຫາວິດີໂອ

ຕ້ອມ ໄດ້ນຳຈຸດເລີ່ມຕົ້ນເລື່ອງລາວສະໄໝຍັງນ້ອຍຂອງລາວມາເລົ່າສູ່ ມ່ວນ ຟັງ ເຖິງຄວາມຮູ້ສຶກການຫຼົງໃຫຼໃນການສ້າງເນື້ອວິດີໂອ ແລະ ສິ່ງທີ່ປະກອບເຮັດໃຫ້ເປັນລາວໃນໃນປັດຈຸບັນ.

ປັດຈຸບັນ ຕ້ອມ ອາຍຸ 28 ປີ, ບ້ານເກີດຢູ່ ບ້ານສອນໄຊ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ເຊິ່ງລາວໄດ້ເຕີບໃຫຍ່ ແລະ ຈົບການສຶກສາຢູ່ທີ່ ໂຮງຮຽນ ມັດທະຍົມສົມບູນ ເຊທ່າມວກ (ບ້ານເຊທ່າມວກ, ເມືອງພີນ, ແຂວງສະຫວັນນະເຂດ).

ຕ້ອມ ເລີ່ມຕົ້ນເລົ່າກ່ຽວກັບໄວເດັກຂອງລາວວ່າ “ຂໍເລົ່າກັບໄປຕັ້ງແຕ່ຊ່ວງທີ່ເປັນນັກສຶກສາ ຫຼື ຕອນທີ່ຍັງນ້ອຍກວ່ານັ້ນ, ຂ້ອຍເປັນຄົນໜຶ່ງທີ່ຫຼົງໃຫຼໃນເລື່ອງສິລະປະຢູ່ປະມານໜຶ່ງ ທັງຮູບແຕ້ມ, ດົນຕີ ລວມເຖິງການຖ່າຍພາບ ແລະ ການສ້າງສື່ພາບເຄື່ອນໄຫວ. ວິດີໂອທຳອິດທີ່ສ້າງ, ຂ້ອຍຈື່ມັນໄດ້ດີມາໂດຍຕະຫຼອດ”.

“ຈຸດເລີ່ມຕົ້ນຂອງເລື່ອງນີ້, ແມ່ນໄດ້ເກີດຂຶ້ນຕອນມັດທະຍົມປາຍ ເຊິ່ງໃນຕອນນັ້ນຂ້ອຍກຳລັງຮຽນຢູ່ ມ.5 (2015) ແລະ ວິດີໂອທຳອິດທີ່ຂ້ອຍຖ່າຍແມ່ນກ່ຽວກັບບັນຍາກາດຫ້ອງຮຽນ-ກິດຈະກຳຕ່າງໆທີ່ເກີດຂຶ້ນກັບໝູ່, ຂ້ອຍນຳມັນມາຕັດຕໍ່ໃສ່ກັບເພງດ້ວຍໂທລະສັບມືຖື ແລະ ຕອນນັ້ນໂທລະສັບຂອງຂ້ອຍໃຊ້ແມ່ນ Nokia N72 ພຽງເທົ່ານັ້ນ” ຕ້ອມ ກ່າວ. 

ໃນສ່ວນຂອງການຕັດຕໍ່ພື້ນຖານ ຕ້ອມ ໄດ້ຮຽນຮູ້ມາຈາກປະສົບການມາຕັ້ງແຕ່ຕອນນັ້ນຈົນຮຽນຈົບມະຫາວິທະຍາໄລ. ຫຼັງຈາກລາວໄດ້ເຮັດວຽກພ້ອມຕັ້ງໃຈໂຮມເງິນເພື່ອຊື້ກ້ອງໂຕທຳອິດ ເຊິ່ງໃນເວລານັ້ນ, ໃນຄວາມຄິດລາວກໍພຽງແຕ່ຢາກໄດ້ມາຖ່າຍພາບ ແລະ ບັນທຶກຊ່ວງເວລາຊີວິດຂອງໂຕເອງໄວ້.

ອ່ານຕື່ມ:  ໂອໄມ້ດີ, ເນດດາວ ແລະ ນັກສ້າງເນື້ອຫາລາວ ຈັດກິດຈະກຳລະດົມທຶນສ້າງອາຄານຮຽນຢູ່ທີ່ ແຂວງຄຳມ່ວນ

ແຕ່ພໍໄດ້ກ້ອງມາແລ້ວນັ້ນ, ດ້ວຍຄວາມທີ່ລາວເປັນຄົນທີ່ຢູ່ຫຼັງກ້ອງ ການທີ່ຈະມີຮູບຖ່າຍໂຕເອງຄືເປັນເລື່ອງທີ່ເກີດຂຶ້ນໄດ້ໜ້ອຍຫຼາຍ ແລະ ຮູບທີ່ໄດ້ຖ່າຍສ່ວນໃຫຍ່ກໍຈະເປັນສະຖານທີ່ຕ່າງໆທີ່ເຄີຍໄປຄື ສະຖານທີ່ທ່ອງທ່ຽວ, ບ້ານນັ້ນ-ເມືອງນີ້ ເຊິ່ງມັນຫຼາຍຈົນເຮັດໃຫ້ບໍ່ມີພື້ນທີ່ທີ່ຈະເກັບຄວາມຊົງຈຳເຫຼົ່ານັ້ນໄວ້.

ຕ້ອມ ກໍໄດ້ຈັດເກັບຄວາມຊົງຈຳດີໆໄວ້ຄືການອັບໂຫຼດໄວ້ເທິງ Platform Online ໃນຊື່ tomotom (ຕ້ອມ-ໂອ-ຕ້ອມ) ທີ່ມາຈາກຊື່ຂອງລາວເອງ ທີ່ອີງຈາກເຄົ້າເກົ່າຄືຕ້ອມ (Tom) ແລະ ນຳອັກສອນໂຕໂອ (O) ເຂົ້າມາຂັ້ນກາງ ເພື່ອຢາກໃຫ້ຕ່າງຈາກຄຳວ່າຕ້ອມທົ່ວໄປທີ່ເຫັນໄດ້ຫຼາຍ-ເຫັນໄດ້ງ່າຍ ທັງໃນບ້ານເຮົາ ແລະ ຕ່າງປະເທດ ຈຶ່ງອອກມາເປັນ tomotom ທີ່ທຸກຄົນໄດ້ຮູ້ຈັກກັນ.

ຈຸດປ່ຽນທີ່ສຳຄັນໃນການເປັນຄອນເທັນສາຍທ່ອງທ່ຽວ

“ຂ້ອຍຢາກປະສານສິ່ງທີ່ເປັນວຽກ ແລະ ຊີວິດຮ່ວມເຂົ້າກັນ, ຕາມທີ່ເລົ່າໄປກ່ອນໜ້ານີ້ວ່າ ຂ້ອຍເຮັດວຽກປະຈຳນຳເອກະຊົນທີ່ກ່ຽວກັບການອະນຸຮັກສິ່ງແວດລ້ອມ ແລະ ການທີ່ມີວຽກປະຈຳເຮັດມີລາຍຮັບທຸກໆເດືອນແບບທີ່ບໍ່ຕ້ອງລົງທຶນຫຍັງຫຼາຍນອກຈາກເວລາ ແຕ່ມັນກໍຕ້ອງແລກມາກັບການທີ່ບໍ່ໄດ້ຂີດຂຽນເລື່ອງລາວທີ່ໜ້າຈື່ຈຳຂອງຊີວິດໂຕເອງໄວ້ໄດ້ ຈຶ່ງເລືອກທີ່ຈະຜັນໂຕເປັນນັກສ້າງເນື້ອຫາສາຍທ່ອງທ່ຽວ” ຕ້ອມ ກ່າວ.

ເອກະລັກ ແລະ ຮູບແບບການສື່ສານໃນແບບ tomotom

ເອກະລັກສ່ວນໂຕຂອງ ຕ້ອມ ແມ່ນການທີ່ໄດ້ນຳສະເໜີຄວາມງົດງາມຂອງສະຖານທີ່ທ່ອງທ່ຽວຕ່າງໆ ໃນຮູບແບບການເລົ່າສູ່ຟັງທີ່ມີເນຶ້ອຫາຂໍ້ມູນປະຫວັດຄວາມເປັນມາຂອງແຕ່ລະສະຖານທີ່ ເພີ່ມຕື່ມເຂົ້າໃນເລື່ອງລາວການທ່ອງທ່ຽວ ນອກເໜືອຈາກການໃສ່ເພງປະກອບທົ່ວໄປ.

ຕ້ອມ ເລົ່າເສີມກ່ຽວກັບຄວາມປະທັບໃຈ ແລະ ຈຸດປະສົງທີ່ຕັ້ງໃຈເຮັດເນື້ອຫາໃນສາຍທ່ອງທ່ຽວວ່າ:

ຂ້ອຍຄິດວ່າເປັນສິ່ງທີ່ດີ ທີ່ສາມາດເຮັດໃຫ້ຫຼາຍຄົນໄດ້ເຫັນພາບຄວາມງາມຢ່າງທີ່ຂ້ອຍເຫັນ ທັງຜູ້ທີ່ໄດ້ໄປ ແລະ ບໍ່ມີໂອກາດໄດ້ໄປ. ແຕ່ນອກຈາກຄວາມງາມທີ່ມີ ກໍຢາກໃຫ້ຄົນເບິ່ງໄດ້ຮັບຮູ້ເຖິງເລື່ອງລາວທີ່ກ່ຽວຂ້ອງກັບສະຖານທີ່ນັ້ນໆຫຼາຍຂື້ນເຊັ່ນດຽວກັນ.

ການວາງແຜນເດີນທາງ ແລະ ເລືອກສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ

ເວົ້າເຖິງການເດີນທາງ ກໍຕ້ອງມີການວາງແຜນໃຫ້ດີໆ ແລະ ຕ້ອມ ກໍໄດ້ມາແຊຣ໌ເຄັດລັບທີ່ລາວເຮັດໃຫ້ຟັງວ່າ “ໃນການວາງແຜນເດີນທາງຕອນນີ້ ຂ້ອຍຍັງເຮັດແບບເກົ່າຕາມທີ່ລຶ້ງເຄີຍເລີຍກໍຄື ການສ້າງແຜນທີ່ທີ່ຈະເດີນທາງ ໂດຍສົມມຸດວ່າ ການອອກເດີນທາງເທື່ອນີ້ ຂ້ອຍຈະໄປຈັກສະຖານທີ່, ກໍຈະຄຳນວນຫາໄລຍະທາງທີ່ຈະຕ້ອງໄປ, ຕ້ອງໃຊ້ເວລາເທົ່າໃດ, ກຽມງົບທີ່ຕ້ອງໃຊ້ ແລະ ກຽມພື້ນທີ່ຄວາມຈຳ (Memory Card) ໃຫ້ພໍຕໍ່ການອອກເດີນທາງເທື່ອໜຶ່ງ ເພື່ອບໍ່ໃຫ້ເກີດຄວາມຜິດພາດທີ່ຈະບັນທຶກສະຖານທີ່ນັ້ນໆ”.

“ການເລືອກສະຖານທີ່ສ່ວນໃຫຍ່ ແມ່ນຈະອ້າງອີງຈາກສະຖານທີ່ຈາກກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວ ທີ່ເພີ່ນໄດ້ກຳນົດສະຖານທີ່ເຫຼົ່ານັ້ນໄວ້ວ່າ ເປັນສະຖານທີ່ທ່ອງທ່ຽວຂອງເມືອງປະເພດໃດ ທັງທາງດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ. ໃນສ່ວນຂອງສະຖານທີ່ທີ່ເປັນທຸລະກິດສ່ວນບຸກຄົນ ຖ້າເກີດວ່າງົດງາມ, ໂດດເດັ່ນ ແລະ ຂຶ້ນຊື່ລະດັບເມືອງ ຄູ່ຄວນທີ່ຈະນຳສະເໜີໃຫ້ຄົນເບິ່ງໄດ້ເຫັນ ກໍຈະພິຈາລະນາເຂົ້າຫາເພື່ອເຜີຍແຜ່ເນື້ອຫາໃນແບບທີ່ຂ້ອຍຖະໜັດ” ຕ້ອມ ກ່າວເສີມ.

ການສ້າງເນື້ອຫາຂອງ ຕ້ອມ ກໍເລີ່ມຈາກການຄົ້ນຄວ້າກ່ຽວກັບສະຖານທີ່ທ່ອງທ່ຽວນັ້ນໆ ທັງຈາກວາລະສານ, ບົດຄວາມ ລວມເຖິງການສອບຖາມຈາກຄົນທ້ອງຖິ່ນ ແລະ ຂໍ້ມູນຈາກສູນສະທິຕິແຫ່ງຊາດ ເພື່ອຄັດແຕ່ສິ່ງທີ່ກ່ຽວຂ້ອງມານຳສະເໜີຮ່ວມກັບສະຖານທີ່ທ່ອງທ່ຽວ.

ອ່ານຕື່ມ:  ໂອໄມ້ດີ, ເນດດາວ ແລະ ນັກສ້າງເນື້ອຫາລາວ ຈັດກິດຈະກຳລະດົມທຶນສ້າງອາຄານຮຽນຢູ່ທີ່ ແຂວງຄຳມ່ວນ

ອຸປະສັກ ທີ່ໄດ້ພົບໃນການເຮັດເນື້ອຫາສາຍທ່ອງທ່ຽວ

ສິ່ງທີ່ເປັນອຸປະສັກທີ່ ຕ້ອມ ໄດ້ພົບໃນການເຮັດເນື້ອຫາສາຍທ່ອງທ່ຽວໃນຕອນນີ້ ຄືການບໍລິຫານ ຫຼື ການຈັດການໄຟລ໌ວິດີໂອ (Footage) ທັງພາບນິ້ງ ແລະ ວິດີໂອທີ່ໄດ້ຖ່າຍໃນແຕ່ລະການເດີນທາງ ເຊິ່ງໃນການຜະລິດໜັງອາດຈະຮ່າງເປັນ Storyboard (ການວາງແຜນການເລົ່າເລື່ອງໃນຮູບແບບທີ່ອ້າງອີງຈາກພາບ) ເພື່ອຖ່າຍແຕ່ລະສາກຕາມແບບ.

ຕ້ອມ ເລົ່າກ່ຽວກັບອຸປະສັກທີ່ເຈິ ແລະ ຍັງເປັນສິ່ງທີ່ຍັງຈັດການບໍ່ໄດ້ສຳລັບລາວວ່າ “ສຳລັບສາຍທ່ອງທ່ຽວທີ່ ຂ້ອຍ ເຮັດຢູ່ ແມ່ນບໍ່ຮູ້ວ່າຈະໄປພົບເຈິຫຍັງແດ່ໃນແຕ່ລະສະຖານທີ່ທີ່ຈະໄປ ແຮງເປັນບ່ອນທີ່ບໍ່ເຄີຍໄປມາກ່ອນ, ການເຮັດແຜນຖ່າຍລ່ວງໜ້າເປັນຫຍັງທີ່ໃຊ້ໄດ້ໜ້ອຍອີ່ຫຼີ, ການທີ່ພົບຜູ້ຄົນ ບົດສົນທະນາທີ່ຈະມາໃນຮູບແບບໃດ-ຕອນໃດກໍບໍ່ຮູ້, ເຮັດໃຫ້ໄຟລ໌ວິດີໂອທີ່ໄດ້ມາຫຼາຍກວ່າທີ່ຄິດໄວ້ ຈຶ່ງຍັງເປັນອີ່ຫຍັງທີເຮັດໃຫ້ຮູ້ສຶກຫຍຸ້ງຍາກຢູ່ຫຼາຍຕອນນີ້. ແຕ່ກໍບໍ່ແນ່, ໃນອະນາຄົດອາດຈະລອງຮ່າງແຜນຖ່າຍທຳລອງເບິ່ງ”.

ສິ່ງທີ່ທ້າທາຍໃນການເປັນ Content Creator ສາຍທ່ອງທ່ຽວ

ສິ່ງທ້າທາຍທີ່ ຕ້ອມ ເຈິ ບໍ່ແມ່ນພຽງແຕ່ກັບລາວເອງ ແຕ່ບັນດານັກສ້າງເນື້ອຫາໃນລາວກໍຕົກຢູ່ໃນສະຖານະດຽວກັນ ເພາະມັນເປັນສິ່ງທີ່ຍາກກວ່າການຫາຖານຄົນເບິ່ງໃນປະເທດລາວກໍຄື ການບໍ່ສາມາດເປີດຮັບການສ້າງລາຍໄດ້ໂດຍກົງຈາກການຜະລິດສື່ວິດີໂອໂດຍສະເພາະ Facebook ທີ່ຍອດຊົ່ວໂມງມີຄົນເບິ່ງຂຶ້ນຫຼາຍຫຼັກໝື່ນ-ຫຼັກແສນ ແຕ່ກໍບໍ່ສາມາດປ່ຽນເປັນລາຍໄດ້ ແລະ ມັນເປັນຫຍັງທີ່ໜ້າເສຍດາຍຫຼາຍໃນຕອນນີ້.

ແຕ່ກໍມີບາງ Platform ທີ່ສາມາດສ້າງໄດ້ໂດຍກົງແຕ່ຖານຄົນເບິ່ງສ່ວນໃຫຍ່ແມ່ນຕ່າງປະເທດ. ລາຍຮັບສ່ວນໃຫຍ່ໃນສາຍນີ້ມີຜູ້ສະໜັບສະໜຸນ ເຊິ່ງຈະເຂົ້າມາຕອນໃດກໍບໍ່ຮູ້, ການທີ່ຈະຝາກຊີວິດກັບສາຍນີ້ເປັນສິ່ງທີ່ຍັງສ່ຽງ ແລະ ທ້າທາຍຢູ່ຫຼາຍສຳລັບລາວ.

ຊ່ວງເວລາທີ່ຮູ້ສຶກເມື່ອຍ ແລະ ທໍ້ໃຈ

ພໍເວົ້າເຖິງເປົ້າໝາຍທີ່ ຕ້ອມ ໄດ້ເຮັດມາ, ຫຼາຍຄົນກໍອາດຈະຮູ້ສຶກວ່າມັນເປັນສິ່ງທີ່ອາດຈະບໍ່ມີຫຍັງດອກ ເບິ່ງຄືລາວມີຄວາມສຸກດີ, ແຕ່ໃນເວລາດຽວກັນກໍອາດຈະບໍ່ຮູ້ໄດ້ວ່າ ຕ້ອມ ກໍມີຊ່ວງເວລາທີ່ຮູ້ສຶກເມື່ອຍ ແລະ ທໍ້ໃຈໃນການເຮັດເນື້ອຫາສາຍທ່ອງທ່ຽວບໍ່ຕ່າງຈາກນັກສ້າງເນື້ອຫາສາຍອື່ນໆເລີຍ.

“ການທີ່ຖານຄົນເບິ່ງອາດຈະບໍ່ສູງ ແລະ ຄົນໆໜຶ່ງຈະເສຍເວລາມາເບິ່ງຂ້ອຍທ່ຽວ ເປັນຫຍັງທີ່ຈິນຕະນາການອອກຍາກອີ່ຫຼີສຳລັບຂ້ອຍຕອນນີ້ ເພາະປະເທດເຮົາມີຈຳນວນໂຕເລກປະຊາກອນບໍ່ສູງຖ້າທຽບໃສ່ປະເທດເພື່ອນບ້ານອ້ອມຂ້າງ. ຖ້າເກີດວ່າ Keyword (ຄຳຄົ້ນຫາທີ່ຜູ້ໃຊ້ອິນເຕີເນັດໃຊ້ຄົ້ນຫາໃນອອນລາຍແພລັດຟອມ) ເຮົາບໍ່ດີ, ການຖືກຄົ້ນພົບແຮງຈະໜ້ອຍລົງ ແລະ ມັນກໍສົ່ງຜົນເຖິງຄົນທີ່ເຮັດສື່ບັນເທີງອອນລາຍຫຼາຍໆຄົນ ບໍ່ແມ່ນມີແຕ່ສາຍທ່ອງທ່ຽວທີ່ຫັນໄປໃຊ້ພາສາເພື່ອນບ້ານເພື່ອຖານຄົນເບິ່ງທີ່ສູງຂຶ້ນ” ຕ້ອມ ກ່າວ.

ປະສົບການທີ່ບໍ່ຄາດຝັນໃນການເດີນທາງ

ຕ້ອມ ໄດ້ເລົ່າໃຫ້ ມ່ວນ ຟັງສິ່ງທີ່ລາວມັກຈະເຈິໃນການອອກເດີນທາງ “ສຳລັບຂ້ອຍແລ້ວ, ເຫດການທີ່ບໍ່ຄາດຝັນໃນລະຫວ່າງການເດີນທາງຕອນນີ້ ຍັງເປັນສະພາບເສັ້ນທາງທີ່ບໍ່ສາມາດພາເຮົາໄປບ່ອນທີ່ຢາກໄປໄດ້ ໂດຍສະເພາະໃນຊ່ວງທີ່ເງື່ອນໄຂສະພາບອາກາດບໍ່ເປັນໃຈເຊັ່ນ ‘ຝົນຕົກ’ ເສັ້ນທາງທີ່ເຮົາໝັ້ນໃຈ ແລະ ວາງແຜນໄວ້ວ່າໄປໄດ້ ແຕ່ກໍຕ້ອງຖືກຍົກເລີກ ເຮັດໃຫ້ໄດ້ປັບແຜນລະຫວ່າງການເດີນທາງ ຫຼື ອາດຈະເຮັດໃຫ້ໄລຍະທາງອີກຫຼາຍກິໂລແມັດທີ່ເດີນທາງໄປເສຍລ້າ”.

ອ່ານຕື່ມ:  ໂອໄມ້ດີ, ເນດດາວ ແລະ ນັກສ້າງເນື້ອຫາລາວ ຈັດກິດຈະກຳລະດົມທຶນສ້າງອາຄານຮຽນຢູ່ທີ່ ແຂວງຄຳມ່ວນ

ສະຖານທີ່ທ່ອງທ່ຽວທີ່ປະທັບໃຈທີ່ສຸດ ແລະ ຕ້ອງກັບໄປອີກແນ່ນອນ

“ສ່ວນໂຕຂ້ອຍ, ຕອນນີ້ຍັງຍົກໃຫ້ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງແຂວງອັດຕະປື ທີ່ ເຊປອງໄລ. ຢ່າງທີ່ເລົ່າໄປກ່ອນນໜ້ານີ້ວ່າ ພື້ນຖານຂ້ອຍແມ່ນຢູ່ສະຫວັນນະເຂດ ແລະ ນ້ຳຕົກຂອງແຂວງທີ່ໄປເບິ່ງງ່າຍແມ່ນຫາໄດ້ຍາກ, ການທີ່ໄດ້ມາພົບນ້ຳຕົກເຊປອງໄລທີ່ໃຫຍ່ແບບນັ້ນຍັງເປັນຊ່ວງເຫດການທີ່ປະທັບໃຈບໍ່ລືມ. ກ່ອນໜ້າໄດ້ແຕ່ຖ່າຍຮູບໄວ້ ແຕ່ຖ້າມີໂອກາດໄດ້ກັບໄປອີກເທື່ອ ອາດຈະໄດ້ເຫັນເປັນງານວິດີໂອມາເຜີຍແຜ່ໃຫ້ເບິ່ງນຳກັນອີກ” ຕ້ອມ ເລົ່າດ້ວຍຄວາມປະທັບໃຈ.

ຄວາມແຕກຕ່າງຂອງການທ່ຽວແບບສ່ວນໂຕ ແລະ ການທ່ຽວເພື່ອເຮັດ Content

“ທ່ຽວແບບສ່ວນໂຕຮູ້ສຶກວ່າມັນສະບາຍກວ່າຫຼາຍ ເພາະພຽງແຕ່ເປັນການຫຼິ້ນ, ກິນ, ທ່ຽວ ຫຼື ຖ່າຍຮູບ ພຽງສ່ຳນັ້ນ. ພໍຕ້ອງໄດ້ເຮັດເປັນວຽກ, ມັນໜັກຂຶ້ນຄ້າຍຄືການອອກກອງຖ່າຍໜັງນອກສະຖານທີ່ຢູ່ຕະຫຼອດ ແຕ່ກໍດີຢູ່ທີ່ບ່ອນໄດ້ຄົ້ນຫາຂໍ້ມູນສະຖານທີ່ ເຮັດໃຫ້ຮັບຮູ້ເລື່ອງລາວກ່ຽວກັບບ່ອນທີ່ໄປຫຼາຍຂຶ້ນກວ່າການໄປທ່ຽວແບບສ່ວນໂຕ” ຕ້ອມ ກ່າວ.

ຕ້ອມ ຍັງເລົ່າເສີມກ່ຽວກັບແຜນການທີ່ຈະອອກໄປທ່ຽວນອກປະເທດວ່າ “ສະຖານທີ່ທ່ອງທ່ຽວຂອງຕ່າງປະເທດຍັງບໍ່ມີໃນຫົວຫຼາຍເທື່ອ ແຕ່ຖ້າໄປໄດ້ກໍຢາກໄປໜຶ່ງໃນສະຖານທີ່ມໍດົກໂລກຈາກ UNESCO ຂອງປະເທດອີຕາລີ ທີ່ ປອມເປອີ (Pompeii). ຢາກໄປເຫັນເມືອງໂຣມັນບູຮານທີ່ເຄີຍຮຸ່ງເຮືອງເມື່ອ 2000 ປີກ່ອນ, ເມືອງເກົ່ານັ້ນໄດ້ຖືກໄພທໍາມະຊາດຢ່າງເຖົ່າຖ່ານພູເຂົາໄຟທັບຖົມແບບກະທັນຫັນ”.

ເປົ້າໝາຍ ຫຼື ສິ່ງທີ່ຝັນທີ່ຢາກປະສົບຜົນສຳເລັດຂອງ tomotom

ກ່ອນທີ່ຈະຈົບບົດສຳພາດນີ້ໄປ ມ່ວນ ກໍໄດ້ຖາມເຖິງເປົ້າໝາຍຂອງ ຕ້ອມ ວ່າໃນອະນາຄົດລາວມີແຜນແນວໃດຕໍ່ໄປແດ່? ເຊິ່ງລາວກໍໄດ້ແບ່ງປັນໃນສິ່ງທີ່ລາວຄິດໃຫ້ຟັງວ່າ “ຂ້ອຍຢາກອອກເດີນທາງໃຫ້ໄດ້ 148 ເມືອງ ທົ່ວປະເທດລາວ ພ້ອມທັງການໄດ້ແບ່ງປັນປະສົບການທີ່ດີເຫຼົ່ານັ້ນໃຫ້ທຸກຄົນໄດ້ເຫັນນຳກັນ ບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວຂອງເມືອງນັ້ນໆ ຫຼື ເລື່ອງລາວຕ່າງໆ, ເລື່ອງເລົ່າທີ່ໜ້າສົນໃຈຕ່າງໆຂອງແຕ່ລະເມືອງ” .

ຕ້ອມ ເລົ່າເສີມຕໍ່ອີກວ່າ “ການເວົ້າສິ່ງນີ້ໃນຕອນນີ້, ອາດເປັນສິ່ງທີ່ໄກໂຕເກີນໄປ ແລະ ອາດຈະໃຊ້ເວລາຫຼາຍປີ ແຕ່ການເລີ່ມເທື່ອລະໜ້ອຍກໍເປັນສິ່ງທີ່ດີ ເຊິ່ງຕອນນີ້ຂ້ອຍກໍໄປມາແລ້ວ 6 ຕົວເມືອງ (ເຫຼືອພຽງ 2 ເມືອງ ກໍໄປຄົບ 1 ແຂວງທີ່ ສາລະວັນ) ຖືວ່າສາມາດບັນລຸໄດ້ແລ້ວ 4.05% ໃນ 148 ເມືອງທົ່ວປະເທດ. ເຮັດໃຫ້ມັນໃກ້ຫຼັກກິໂລແມັດທີ່ຂ້ອຍຕັ້ງໄວ້ຕື່ມອີກກ້າວໜຶ່ງ”.

“ໃນອະນາຄົດ, ຂ້ອຍຢາກເລີ່ມເດີນທາງຈາກປະເທດໂຕເອງກ່ອນ ຖ້າເກີດວ່າການເຮັດວຽກສາຍນີ້ສາມາດປະຄອງຊີວິດໂຕເອງໄດ້ ຈຶ່ງຈະຄ່ອຍເລີ່ມອອກເດີນທາງໃນຕ່າງປະເທດຕໍ່” ຕ້ອມ ກ່າວປິດທ້າຍ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໂອໄມ້ດີ, ເນດດາວ ແລະ ນັກສ້າງເນື້ອຫາລາວ ຈັດກິດຈະກຳລະດົມທຶນສ້າງອາຄານຮຽນຢູ່ທີ່ ແຂວງຄຳມ່ວນ

ໂຄງການຊ່ວຍເຫຼືອ ເພື່ອໃຫ້ນ້ອງອິ່ມໃຈ ສ້າງຈາກກຸ່ມນັກສ້າງເນື້ອຫາໃນລາວທີ່ຮວມໂຕກັນລະດົມທຶນສ້າງອາຄານຮຽນສົ່ງຕໍ່ຄວາມຊ່ວຍເຫຼືອ ແລະ ນ້ຳໃຈໃຫ້ນ້ອງໆແຂວງຄຳມ່ວນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.