|
Getting your Trinity Audio player ready...
|
Glamour ໃນພາສາອັງກິດມີຄວາມໝາຍວ່າ: ຄວາມງົດງາມຫຼູຫຼາ, ມີສະເໜ່ ແລະ ມີພາບລັກທີ່ດູດີຊວນດຶງດູດໃຈເປັນພິເສດ, “ຕິດແກຣມ” ຄຳໆນີ້ແມ່ນຫຼາຍຄົນຄົງຈະເຄີຍໄດ້ຍິນຜ່ານໂຊຊ້ຽວມີເດຍ ຫຼື ການລົມກັນຂອງບັນດາກຸ່ມໝູ່ເພື່ອນມາ.
ລັກສະນະຂອງການຕິດແກຣມບໍ່ໄດ້ສື່ຄວາມໝາຍພຽງແຕ່ການໃຊ້ຈ່າຍເພື່ອຄວາມຫຼູຫຼາແຕ່ພຽງຢ່າງດຽວ ແຕ່ຍັງກ່ຽວຂ້ອງກັບການສ້າງພາບລັກທີ່ສວຍງາມ, ດູດີ ແລະ ມີສະໄຕລ໌ໃນທຸກໆດ້ານ ລວມເຖິງການແຕ່ງກາຍ, ການແຕ່ງໜ້າ, ການເຂົ້າສັງຄົມ, ການທ່ຽວ ຫຼື ການໃຊ້ຊີວິດ, ການໃຊ້ຈ່າຍທີ່ຟຸ່ມເຟື່ອຍເປັນທີ່ຍອມຮັບໃນສັງຄົມ.
ຖ້າຫາກວ່າການຕິດແກຣມແຕ່ເງິນໃນບັນຊີລົບເດພວກເຮົາຈະເຮັດແນວໃດດີ? ເພາະມັນກໍບໍ່ສະເໝີໄປທີ່ເຮົາຈະຮັກສາສະຖານະດ້ານການເງິນໃຫ້ດີໄດ້ຕະຫຼອດດ້ວຍເສດຖະກິດ ຫຼື ບັນຫາລາຍຮັບ-ລາຍຈ່າຍ ໃນຍຸກແບບນີ້ມັນກະຕ້ອງມີການຊັອດແດ່ ພວກເຮົາຈະຫຼີກໜີຜົນກະທົບຈາກພຶດຕິກຳນີ້ໄດ້ແນວໃດເພື່ອພວກເຮົາຍັງຄົງມີຊີວິດໄດ້ດີໃຫ້ຕິດແກຣມຕໍ່ໄປໄດ້ ມື້ນີ້ມ່ວນເລີຍມີວິທີການປັບຕົວ ແລະ ຊ່ວຍແກ້ໄຂບັນຫາມາຝາກທຸກຄົນ.
- ການປະເມີນຄ່າໃຊ້ຈ່າຍ
ເລີ່ມຕົ້ນດ້ວຍການເຮັດລາຍການທີ່ເຈົ້າຈະໃຊ້ຈ່າຍ, ໃຫ້ເບິ່ງວ່າເຈົ້າຈະມີຫຍັງພໍໃຫ້ປັບ ຫຼື ຫຼຸດໄດ້ເຊັ່ນ: ເສື້ອຜ້າ, ແບຣນແນມ ແລະ ການກິນ-ທ່ຽວ. ຄວນຈັດລຳດັບຄວາມສຳຄັນ ແລະ ຄວນຕັດສິນໃຈວ່າການໃຊ້ຈ່າຍແບບໃດທີ່ຈຳເປັນ ແລະ ສາມາດຫຼຸດໄດ້ຊົ່ວຄາວ.
2. ການວາງແຜນງົບປະມານ
ສ້າງງົບປະມານລາຍເດືອນທີ່ຊັດເຈນ ແລະ ຕັ້ງວົງເງິນທີ່ເຈົ້າສາມາດໃຊ້ໄດ້ໃນແຕ່ລະປະເພດເຊັ່ນ: ຄ່າອາຫານ, ເຄື່ອງໃຊ້ທີ່ຈຳເປັນ ແລະ ຄ່າເຂົ້າສັງຄົມ. ໃຊ້ແອັບ ຫຼື ໂປຣແກຣມຊ່ວຍໃນການບັນທຶກ, ເພື່ອໃຫ້ເຈົ້າເຫັນພາບຊັດເຈນວ່າເຈົ້າໃຊ້ເງິນໃນສ່ວນໃດແດ່ແລ້ວ.
3. ຫາລາຍໄດ້ເສີມ
ຫາກລາຍຮັບໃນປັດຈຸບັນບໍ່ພໍໃຊ້ໃຫ້ເຈົ້າລອງຫາວຽກເສີມທີ່ເຂົ້າກັບທັກສະຂອງເຈົ້າເຊັ່ນການເຮັດຄອນເທັ້ນ, ການເຮັດວຽກຟຣີແລນຊ໌, ການຂາຍເຄື່ອງອອນລາຍ ຫຼື ນຳເຄື່ອງທີ່ບໍ່ໄດ້ໃຊ້ໄປຂາຍ.
4. ຕັ້ງເປັ້າໝາຍການເງິນໄລຍະຍາວ
ໃຫ້ວາງແຜນການເງິນ ແລະ ຕັ້ງເປົ້າໝາຍໃນແຕ່ລະເດືອນວ່າເຈົ້າຕ້ອງການເກັບເງິນເທົ່າໃດ ເພື່ອສ້າງນິໄສການໃຊ້ຈ່າຍເກີນຄົວ ແລະ ການຫຼຸດພຶດຕິກຳການສ້າງໜີ້ສິນ. ເລືອກການໃຊ້ກົດ 50/30/20: ແບ່ງອອກໄວ້ 50% ສຳລັບຄ່າໃຊ້ຈ່າຍຈຳເປັນ, 30% ສຳລັບສິ່ງທີ່ເຈົ້າຕັ້ງເປົ້າເພື່ອເຮັດຫຍັງທີ່ຕ້ອງການ ແລະ 20% ສຳລັບການເກັບອອມ ແລະ ໃຊ້ໜີ້
ການທີ່ເຮົາມັກໃຊ້ຊີວິດຕິດແກຣມແມ່ນເປັນສິ່ງທີ່ບໍ່ຜິດ ແລະ ສາມາດເລືອກຕາມທີ່ເຮົາຕ້ອງການໄດ້, ພຽງແຕ່ເຮົາຕ້ອງບໍລິຫານຈັດການໃຫ້ດີ, ຫາກການເງິນຕິດລົບແລ້ວຄວນເລີ່ມປະເມີນສະຖານະການໄດ້ແລ້ວ ແລະ ຕ້ອງເລີ່ມການປັບປ່ຽນພຶດຕິກຳທີ່ຈະສົ່ງຜົນເສີຍໃຫ້ກັບຕົວເຈົ້າເອງຢ່າງເຂັ້ມງວດ ແລະ ມີວິໄນ.
ໂດຍ: ທີມບັນນາທິການ Muan