ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເປັນທີ່ປຶກສາຢູ່ດີໆກໍໄດ້ເປັນໝາ 4 ຄຳແນະນຳສຳລັບໄລຟ໌ໂຄ້ຊຈຳເປັນທີ່ຢາກຢຸດໜ້າທີ່
Muan RelationTips

ເປັນທີ່ປຶກສາຢູ່ດີໆກໍໄດ້ເປັນໝາ 4 ຄຳແນະນຳສຳລັບໄລຟ໌ໂຄ້ຊຈຳເປັນທີ່ຢາກຢຸດໜ້າທີ່

ແບ່ງປັນ
Getting your Trinity Audio player ready...

ເລື່ອງຮັກໆໄວ້ໃຈຄົນໂສດ ເປັນຫຍັງຄົນໂສດຢືນໜຶ່ງເປັນທີ່ປຶກສາບັນຫາຫົວໃຈໄດ້ດີທັງທີ່ບໍ່ເຄີຍມີແຟນ

ໝູ່ມີບັນຫາຄວາມຮັກເທື່ອໃດແຊັດຫາເຮົາກ່ອນໂລດ, ແຕ່ປະສົບການເຮົາພັດເປັນສູນ, ບໍ່ເຄີຍມີແຟນ ຫຼື ຄົນລົມມາກ່ອນ ແລະ ຈະມັກຖືກເວົ້າໃຫ້ວ່າເຮົານິບໍ່ມີທາງເຂົ້າໃຈຄວາມຮັກຂອງຄົນອື່ນໄດ້ດອກ… (ແລ້ວມາຖາມເພື່ອ?)

ຄົນໂສດບໍ່ເຄີຍມີແຟນຈະໃຫ້ຄຳປຶກສາເລື່ອງຄວາມຮັກກັບຄົນມີແຟນໄດ້ແນວໃດ? ມັນບໍ່ສົມເຫດສົມຜົນແຕ່ໃນຄວາມເປັນຈິງ “ສະຖານະໂສດ” ບໍ່ໄດ້ເປັນຕົວວັດປະສົບການ ແລະ ມຸມມອງຕໍ່ຄວາມຮັກສະເໝີໄປບໍ່ໄດ້ໝາຍຄວາມວ່າຮັກບໍ່ເປັນຄວາມຮັກບໍ່ໄດ້ຈຳກັດແຕ່ “ແຟນ ຫຼື ຄູ່ຊິວິດ” ເທົ່ານັ້ນ ອາດຜູກພັນຈາກຄົນໃນຄອບຄົວ ແລະ ໝູ່ເພື່ອນ ຫຼື ຄົນໃກ້ຕົວ.

ຫາກສັງເກດຄົນໂສດຢູ່ອ້ອມຕົວເຮົາຈະເຫັນໄດ້ວ່າເປັນຄົນໜ້າຮັກ, ພໍໃຈໃນຊິວິດ, ເບິ່ງໂລກດ້ວຍຄວາມເຂົ້າໃຈ ແລະ ເມື່ອຢູ່ໃກ້ໆແລ້ວຈະໄດ້ຮັບພະລັງບວກທີ່ສຳຄັນຍັງເປັນຜູ້ຟັງທີ່ດີ ແລະ ໃຫ້ຄຳແນະນຳໃນທຸກເລື່ອງດ້ວຍເຫດນີ້ຄົນໂສດຈຶ່ງໄດ້ຮັບຕຳແໜ່ງ “ທີ່ປຶກສາ” ຂອງໝູ່ໆໄປເລີຍ.

ເມື່ອຕ້ອງໃຫ້ຄຳແນະນຳເລື່ອງໃດໜຶ່ງຄົນໂສດຈະວາງຕົວເປັນຄົນນອກເບິ່ງເຂົ້າໄປໃນບັນຫາແລ້ວທຳຄວາມເຂົ້າໃຈ, ໂດຍບໍ່ໃສ່ອາລົມ ແລະ ຄວາມຮູ້ສຶກມາເປັນທີ່ຕັ້ງ, ແຕ່ໃຊ້ເຫດ ແລະ ຜົນໃຫ້ຊ່ວຍຫາທາງອອກທີ່ເໝາະສົມກັບເລື່ອງນັ້ນ

ແຕ່ຄົນໂສດທີ່ວ່າພັດກາຍເປັນໝາ… ເມື່ອໝູ່ທີ່ເຮົາໃຫ້ຄໍາປຶກສາພາຕົວເອງກັບໄປຫາແຟນເກົ່າ ????

ຫາກເຮົາຕ້ອງການທີ່ຈະຫຼຸດອອກຈາກການກິນອາຫານເມັດແບບນີ້ມ່ວນມີ 4 ຄໍາແນະນໍາສໍາລັບໝູ່ເພື່ອນທີ່ເບື່ອກັບການເປັນນ້ອງໝາໂຮ່ງໆ

1. ພະຍາຍາມບອກໃຫ້ໝູ່ໄປປັບຄວາມເຂົ້າໃຈກັບແຟນເອງ, ຍ້ອນຄວາມສໍາພັນສ່ວນໃຫຍ່ເກີດຈາກຄົນສອງຄົນ ແລະ ຜູ້ທີ່ສາມາດແກ້ໄຂບັນຫາຄວາມສໍາພັນໃຫ້ໄດ້ຕ້ອງແມ່ນພວກເຂົາເອງ.

2. ພາໝູ່ເວົ້າເລື່ອງອື່ນທີ່ຈະຊ່ວຍໃຫ້ພວກເຂົາຄິດຫາຕົວເອງ, ງ່າຍໆຄືຫາກໝູ່ເຮົາມີບັນຫາໃນຄວາມສໍາພັນຫຼາຍເຮົາຕ້ອງພາໝູ່ເລີ່ມຮັກຕົວເອງ ແລະ ເຮັດເພື່ອຕົວເອງຫຼາຍຂຶ້ນ ແລ້ວເຂົາຈະຮູ້ວິທີຈັດການກັບບັນຫາເອງ.

3. ພະຍາຍາມເຮັດໃຫ້ຕົວເອງບໍ່ວ່າງເຂົ້າໄວ້, ຫາກໝູ່ບໍ່ຍອມເຊົາມາຂໍຄໍາປຶກສາກັບເຮົາ ແລະ ເຮົາກໍເມື່ອຍທີ່ຕ້ອງຮັບຟັງບັນຫາເກົ່າໆຕະຫຼອດເຮົາຕ້ອງຊອກແນວເຮັດ ແລະ ບອກໝູ່ວ່າເຮົາຍັງບໍ່ສະດວກເທື່ອ.

4. ບອກໝູ່ແບບຕົງໆ, ຫາກບັນຫາຄວາມສໍາພັນຂອງໝູ່ມາເຮັດໃຫ້ເຮົາລໍາບາກ ເຮົາກໍຄວນບອກພວກເຂົາໄປເລີຍວ່າເຮົາບໍ່ສາມາດຊ່ວຍຫຍັງໄດ້ແລ້ວ. ບາງເທື່ອການທີ່ເຮົາຊ່ວຍຄົນອື່ນຫຼາຍເກີນໄປ ເຮົາກໍຈະຖືກດຶງພະລັງງານໄປຫຼາຍຈົນເມື່ອຍ.

ໃຜທີ່ມັກໄປຂໍຄໍາປຶກສາໝູ່ຢູ່ສະເໝີ ຢ່າລືມເດີວ່າໝູ່ກໍເມື່ອຍເປັນຄືກັນ, ພະຍາຍາມໃຫ້ພື້ນທີ່ໝູ່ໄດ້ໃຊ້ຊີວິດ ແລະ ເຮົາກໍລອງແກ້ໄຂບັນຫາໃນຄວາມສໍາພັນເອງລອງເບິ່ງເດີ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆຈຶ່ງໂຊກດີກວ່າຄົນອື່ນ? ຮູ້ຈັກຄຳວ່າ 走运 ໂຊກດີ ໃນພາສາຈີນ  ພ້ອມວິທີເປີດດວງໃຫ້ໂອກາດດີໆແລ່ນມາຫາ

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຄືໂຊກດີຕະຫຼອດ? ມາຮູ້ຈັກຄຳວ່າ “走运” (Zou Yun) ຄຳໃນພາສາຈີນທີ່ບອກວ່າ: ຢາກເຮັງຕ້ອງບໍ່ຢູ່ຊື່ໆ! ໄປຖອດລະຫັດຮາກຄຳທີ່ຊ່ວຍປ່ຽນດວງໃຫ້ເປັນຂາຂຶ້ນຕະຫຼອດປີ ພ້ອມເຄັດລັບດຶງດູດໂອກາດດີໆໃຫ້ແລ່ນເຂົ້າຫາ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.