ທຸກຄົນ! ມື້ນີ້ຂ້ອຍໄດ້ຄົ້ນພົບ “ເວດມົນ” ທີ່ຊ່ວຍຊີວິດຂ້ອຍຊີວິດໄດ້ແບບເກີນຄາດ. ມັນຄືການ Vibe Coding.
ລອງຈິນຕະນາການເບິ່ງເດີ້… ຄວາມຮູ້ການຂຽນ Code ຂອງຂ້ອຍແມ່ນຢູ່ລະດັບອະນຸບານແຮງ. ຮູ້ແຕ່ HTML ແບບພື້ນໆ ປະເພດທີ່ວ່າເຮັດຕົວໜັງສືໃຫ້ເປັນລິ້ງໄດ້ກໍດີໃຈຕາຍແລ້ວ 555. ແຕ່ເຊື່ອບໍ່? ພາຍໃນມື້ດຽວ ຂ້ອຍສາມາດເນລະມິດຟັງຊັນ Gen ຮູບ Artwork, ປັບໜ້າເວັບ, ແລະ ເຮັດ Project ທົດລອງຂຶ້ນມາໄດ້ເສີຍ!
ແມ່ນແລ້ວ… ມື້ດຽວ! ໂດຍມີ Gemini Pro ເປັນຜູ້ຊ່ວຍ.
ມັນເຮັດໃຫ້ຂ້ອຍຄິດໄດ້ວ່າ… ບາງເທື່ອ AI ກໍບໍ່ໄດ້ມາ “ຍາດວຽກ” ເຮົາຄືກັບທີ່ເຂົາຢ້ານກັນດອກ. ແຕ່ມັນຄື “ເຮືອຫາງຍາວຕິດຈັກ Turbo” ທີ່ມາຊ່ວຍວຽກເຮົາຕ່າງຫາກ.
ເຮົາທຸກຄົນມີ “ໄມ້ພາຍ” ຫຼື ຄວາມຮູ້ພື້ນຖານ ຢູ່ໃນມືຢູ່ແລ້ວ. ຖ້າເຮົາພາຍເອງ ກໍອາດຈະຮອດຈຸດໝາຍຄືກັນ ແຕ່ຄົງຈະກ້າມຂຶ້ນ ແລະ ໃຊ້ເວລາເປັນອາທິດ. ແຕ່ AI ມັນຄື ຈັກ Turbo ທີ່ເຮົາເອົາມາມັດໃສ່ເຮືອ. ພຽງແຕ່ເຮົາຕ້ອງເປັນນາຍທ້າຍທີ່ຮູ້ທິດທາງ, ຮູ້ຈັກກະແສນ້ຳ, ແລະ ກ້າທີ່ຈະບິດຄັນເລັ່ງ.
ສິ່ງທີ່ຂ້ອຍຮຽນຮູ້ຈາກການ Vibe Coding ຄັ້ງນີ້ຄື:
1. ຢ່າແຕະຕ້ອງສິ່ງທີ່ບໍ່ຮູ້: ເຮົາຕ້ອງຮູ້ວ່າເຮົາຫຼິ້ນກັບຫຍັງຢູ່. ຄືກັບການແປງໄຟຟ້າໃນບ້ານ, ຖ້າບໍ່ຮູ້ວ່າສາຍໃດແມ່ນສາຍດິນ ຢ່າຟ້າວໄປຕັດມັນແບບມົ້ວໆຊົ້ວໆ!
2. Logic ສຳຄັນກວ່າ Code: ການສັ່ງ AI ມັນຄືການສື່ສານ. ຖ້າເຮົາອອກແບບລະບົບຄວາມຄິດບໍ່ເປັນ (Design Thinking), ເຮົາກໍຈະສັ່ງງານມັນບໍ່ໄດ້. ມັນບໍ່ແມ່ນການຂໍພອນ, ແຕ່ມັນຄືການວາງແຜນ.
3. ກ້າທີ່ຈະລົງມື: ຄວາມກັງວົນມັນຄື “ເບຣກມື” ທີ່ເຮົາດຶງໄວ້ເອງ. ຕາບໃດທີ່ມີ Logic ແລະ ພື້ນຖານ… ປົດເບຣກມືອອກ ແລ້ວລອງໂລດ!
ຕອນນີ້ຢູ່ເວັບ muan.space, ນັກຂຽນພຽງແຕ່ກົດປຸ່ມ “ສ້າງຮູບພາບ” ປຶບ… ລະບົບທີ່ຂ້ອຍ Vibe ມາ ກໍຈະ Gen ຮູບໃຫ້ທັນທີ. ມັນອາດຈະບໍ່ໄດ້ງາມລະດັບໂລກ, ແຕ່ມັນແມ່ນບາດກ້າວສຳຄັນທີ່ເຮັດໃຫ້ຂ້ອຍຮູ້ວ່າ ເຮົາໄປໄດ້ໄກກວ່ານີ້ອີກ.
ນີ້ເປັນສ່ວນໜຶ່ງຂອງ Project The Playground ທີ່ຂ້ອຍຢາກຊວນທຸກຄົນມາລອງຫຼິ້ນນຳກັນ.
ແລ້ວທຸກຄົນເດ… ຕອນນີ້ກຳລັງຢືນຖືຈັກ Turbo ຢູ່ໃນມື ແລ້ວຍັງລັງເລທີ່ຈະມັດມັນໃສ່ເຮືອຢູ່ບໍ່? ຫຼື ເຮົາກຳລັງຢ້ານວ່າເຮືອຈະແລ່ນໄວເກີນໄປ ຈົນລືມເບິ່ງວ່າ ຝັ່ງທີ່ເຮົາຢາກໄປນັ້ນ ມັນຢູ່ໃກ້ໜ້ອຍດຽວເອງ?
