ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips Inadequacy behaviors ມັກປຽບທຽບຄົນອື່ນກັບຕົວເອງ ຈົນເຮັດໃຫ້ທຸກທໍລະມານຈິດໃຈ
Muan RelationTips

Inadequacy behaviors ມັກປຽບທຽບຄົນອື່ນກັບຕົວເອງ ຈົນເຮັດໃຫ້ທຸກທໍລະມານຈິດໃຈ

ແບ່ງປັນ
Getting your Trinity Audio player ready...

ຫຼາຍໆຄັ້ງເວລາເຮົາເຫັນໝູ່ ຫຼື ເພືອນຮ່ວມງານທີ່ກຳລັງໄດ້ເລື່ອນຕຳແໜ່ງ, ໄດ້ລົດໃໝ່, ມີແຟນທີ່ໜ້າຮັກດູແລກັນ ໄດ້ຮັບໂອກາດດີໆໃນຊີວິດ ມັນເຮັດໃຫ້ອົດບໍ່ໄດ້ທີ່ຈະຫັນກັບມາປຽບທຽບກັບຕົວເອງເກີດເຮັດໃຫ້ຮູ້ສຶກບໍ່ດີ ແລະ ຕັ້ງຄຳຖາມວ່າເປັນຫຍັງເຮົາຄືເຮັດບໍ່ໄດ້ ບໍ່ມີໂອກາດດີໆແບບນີ້ເຂົ້າມາໃນຊີວິດເລີຍ.

Inadequacy behaviors ແມ່ນເປັນຄວາມຮູ້ສຶກຂາດໃນບາງຄັ້ງ, ມັນເຮັດໃຫ້ເຈົ້າອາດຈະເປັນຄົນອາລົມຮ້າຍໂດຍບໍ່ຮູ້ຕົວ ແລະ ເຮັດຕົວ Toxic ໃສ່ຄົນອ້ອມຂ້າງ, ຍ້ອນຄວາມກັງວົນໃຈທີ່ມັກປຽບທຽບຕົວເອງກັບຄົນອື່ນຈົນເກີດເປັນອາການວິຕົກກັງວົນ, ຄິດວ່າຕົວເອງບໍ່ດີພໍ, ຂາດຄວາມໝັ້ນໃຈ ແລະ ໝົດກຳລັງໃຈ. ຄວາມທຸກທໍລະມານຈາກການທີ່ມັກປຽບທຽບຕົວເອງກັບຄົນອື່ນເກີດຂຶ້ນຈາກຄວາມຮູ້ສຶກວ່າຕົວເອງບໍ່ພຽງພໍ ຫຼື ບໍ່ດີພໍເມື່ອເຫັນຜູ້ອື່ນໄດ້ຮັບຄວາມສຳເລັດ ຫຼື ມີໃນສິ່ງທີ່ຕົວເອງບໍ່ມີ.

ໃນປັດຈຸບັນສິ່ງນີ້ມັກຈະເກີດຂຶ້ນໃນໂລກທີ່ເຕັມໄປດ້ວຍສື່ສັງຄົມອອນລາຍທີ່ຄົນມັກຈະເອົາແຕ່ສິ່ງດີໆຂອງຕົນອອກມາໂຊວ໌  ເຮັດໃຫ້ຄົນທີ່ເບິ່ງເຫັນຮູ້ສຶກວ່າຕົວເອງບໍ່ດີພໍ ຫຼື ບໍ່ໄດ້ຮັບສິ່ງທີ່ດີເທົ່າຄົນອື່ນ. ການປຽບທຽບກັບຄົນອື່ນມັນມັກຈະເຮັດໃຫ້ເກີດຜົນກະທົບທາງລົບຫຼາຍຢ່າງຕໍ່ສຸຂະພາບຈິດ ແລະ ພວກເຮົາຄວນລະວັງຕົວແນວໃດບໍ່ໃຫ້ເກີດຂຶ້ນກັບຕົວເອງ.

  1. ຢ່າຫຼຸດຄຸນຄ່າໃນຕົວເອງ:

ເພາະການປຽບທຽບກັບຄົນອື່ນມັກຈະເຮັດໃຫ້ຮູ້ສຶກວ່າຕົວເອງບໍ່ມີຄຸນຄ່າພໍ ເຊິ່ງສາມາດນຳໄປສູ່ຄວາມຜິດຫວັງ ແລະ ຄວາມຮູ້ສຶກອັບອາຍວ່າເປັນຫຍັງຕົວເອງບໍ່ສາມາດເຮັດໃຫ້ປະສົບຄວາມສຳເລັດ. ລອງຍ້ອງຍໍກັບຜົນສຳເລັດຂອງຕົວເອງເຖິງຈະແມ່ນເປັນສິ່ງທີ່ເລັກນ້ອຍກໍຕາມ, ເພາະການເຮັດຫຍັງໄດ້ດີບໍ່ວ່າຈະເປັນເລື່ອງໃດ “ເຈົ້າເປັນຄົນເກັ່ງທີ່ສຸດແລ້ວ”.

  1. ຕັ້ງເປົ້າໝາຍ ແລະ ສ້າງກຳລັງໃຈ:

ການມີເປົ້າໝາຍ ແລະ ມີແຜນການ, ຈະເຮັດໃຫ້ເຮົາຮູ້ວ່າຕ້ອງເລີ່ມເຮັດຫຍັງກ່ອນ, ເລີ່ມວາງແຜນການແຕ່ລະຂັ້ນຕອນຢ່າງລະອຽດ ເພາະມັນຈະເຮັດໃຫ້ເຫັນປາຍທາງ ແລະ ມີຄວາມຫວັງໃນການດຳເນີນຕໍ່ໄປໃນຊີວິດເພື່ອພັດທະນາຕົວເອງຕໍ່ໄປ. ກຳລັງໃຈເປັນສິ່ງທີ່ດີຄວນຢູ່ກັບສັງຄົມທີ່ເປີດກວ້າງທາງດ້ານຄວາມຄິດສ້າງສັນໃນເຊີງບວກຈະເຮັດໃຫ້ເຈົ້າສະບາຍໃຈ ແລະ ມີພະລັງງານດ້ານບວກຫຼາຍຂຶ້ນ.

  1. ຢ່າກົດດັນຕົວເອງ:

ຜູ້ທີ່ປຽບທຽບຕົນເອງກັບຄົນອື່ນມັກຮູ້ສຶກເຄັ່ງຄຽດ ແລະ ວິຕົກກັງວົນ, ເພາະຢາກແຂ່ງຂັນໃຫ້ຕົວເອງດີຂຶ້ນເພື່ອປັບປຸງໃຫ້ເກັ່ງ ແລະ ທັນຄົນອື່ນ. ແຕ່ບາງເທື່ອການແຂ່ງຂັນນີ້ເຮັດໃຫ້ເຈົ້າກົດດັນຕົວເອງຫຼາຍເກີນໄປ, ຈົນເປັນເຈົ້າເອງທີ່ຮູ້ສຶກວ່າກຳລັງຈະແພ້. ສະນັ້ນ ເຈົ້າຄວນໃຫ້ເວລາຕົວເອງໃນການເຝິກຝົນພັດທະນາ, ຢ່າຟ້າວກົດດັນວ່າຕົວເອງບໍ່ເກັ່ງ ເພາະຄົນເຮົາຕ້ອງມີເວລາໃນການເດີນທາງຫາປະສົບການ ຫຼື ການປະສົບຜົນສຳເລັດອາດຈະມາຊ້າ ຫຼື ໄວບໍ່ເທົ່າກັນຢູ່ແລ້ວ.

4. ຢຸດປຽບທຽບກັບຄົນອື່ນ:

ການມີຄວາມຄາດຫວັງສູງເປັນສິ່ງທີ່ດີ ເພາະເຮັດໃຫ້ເຈົ້າມີໄຟທີ່ຈະເຮັດຫຍັງຕໍ່, ແຕ່ການທີ່ເຈົ້າແບກຮັບຄວາມກົດດັນຈາກສັງຄົມມານັ້ນເປັນສິ່ງທີ່ຈະເຮັດໃຫ້ເຈົ້າໜັກເກີນໄປ, ຢຸດຮັບຄວາມຄິດເຫັນທີ່ຈະເຮັດໃຫ້ເຈົ້າທ້ໍໃຈ ແລະ ຢຸດການປຽບທຽບຕົວເອງກັບຄົນອື່ນ, ໃຫ້ແນມຫາວ່າເຈົ້າມັກຫຍັງ ແລະ ຢາກເຮັດຫຍັງແທ້ໆເພື່ອຫາແນວທາງຂອງເຈົ້າເອງ, ທັງຄວາມສຸກ, ການໃຊ້ຊີວິດ ແລະ ການປະສົບຜົນສຳເລັດໃນຮູບແບບຂອງເຈົ້າເອງ.

ອ່ານຕື່ມ:  ຂ້ອຍເບື່ອເຈົ້າແລ້ວ ເພາະຮັກມັນຈືດຈາງເກີນໄປ ບໍ່ຢາກໄດ້ຍິນຄຳນີ້ຄວນເຮັດແນວໃດ?

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.