ຢາກຟັງເພງລາວເວີຊັນ Orchestra ບໍ່? ຮູ້ຈັກໂປຣເຈັກ ‘ສຽງປະສານແຫ່ງມໍລະດົກລາວ’ ທີ່ຈະເຮັດໃຫ້ເຈົ້າຫຼົງຮັກເພງລາວອີກຄັ້ງ

Highlights
- ໂປຣເຈັກ “ສຽງປະສານແຫ່ງມໍລະດົກລາວ” ຂອງ The Pianist Vientiane ຈະນຳ 10 ເພງລາວອັນຊົງຄຸນຄ່າມາຮຽບຮຽງໃໝ່ແບບ Orchestra ເພື່ອຍົກລະດັບສິລະປະລາວສູ່ເວທີສາກົນ.
- 3 ກິດຈະກຳ ເນັ້ນການແລກປ່ຽນຄວາມຮູ້ຜ່ານສຳມະນາ, Roadshow ປຸກຝັນເດັກນ້ອຍຢູ່ຕ່າງແຂວງ ແລະ ຈັດຄອນເສີດການກຸສົນເພື່ອສົມທົບທຶນບູລະນະວິທະຍາໄລສິລະປະແຫ່ງຊາດ.
- ຜະລິດວິດີໂອເພງ “ຈຳປາເມືອງລາວ” ໃນແບບ Orchestra ສຸດສະຫງ່າງາມທີ່ແຂວງຈຳປາສັກ ເພື່ອໂປຣໂມດການທ່ອງທ່ຽວລາວຜ່ານສຽງເພງທີ່ທັນສະໄໝ.
ໃຜວ່າດົນຕີ Orchestra ເປັນເລື່ອງໄກໂຕ? ມື້ນີ້ The Pianist Vientiane ກຳລັງຈະເຮັດໃຫ້ເຮົາເຫັນວ່າ ດົນຕີ-ເພງລາວ ເມື່ອມາຢູ່ໃນຮູບແບບສາກົນ ມັນຈະຖືກຍົກລະດັບ ແລະ ຊົງພະລັງໄດ້ສໍ່າໃດ.
ຫຼ້າສຸດໃນວັນທີ 12 ມີນາ 2026, ພວກເຂົາໄດ້ເປີດຕົວໂຄງການ “A Symphony of Heritage” ຫຼື “ສຽງປະສານແຫ່ງມໍລະດົກລາວ” ຢ່າງເປັນທາງການ ທີ່ໂຮງແຮມສຸພັດຕຣາວຽງຈັນ.
ນີ້ບໍ່ແມ່ນພຽງແຕ່ການເປີດງານທົ່ວໄປ ແຕ່ຄືການປະກາດຈຸດຢືນຂອງກຸ່ມຄົນດົນຕີໄວໜຸ່ມກວ່າ 30 ຊີວິດ ທີ່ກໍ່ຕັ້ງມາເປັນເວລາ 6 ປີ ທີ່ຢາກພາ ສຽງດົນຕີ-ເພງລາວ ກ້າວສູ່ເວທີສາກົນຢ່າງມີກຽດ.
ໃນໂປຣເຈັກນີ້ ພວກເຂົາບໍ່ໄດ້ມາຫຼິ້ນໆ ເພາະໄດ້ຮັບການສະໜັບສະໜຸນຈາກ SDC ປະເທດສະວິສ ລວມທັງຈະມີນັກໄວໂອລິນ (Violin) ຊື່ດັງມາຮ່ວມຫຼິ້ນເພງລາວນຳເຮົາ ແລະ ຈະເປີດ Master Class ໃຫ້ກັບນັກດົນຕີລາວໄດ້ຮຽນຮູ້ນຳອີກໃນກາງປີນີ້.
ມີຫຍັງໜ້າຕິດຕາມໃນໂປຣເຈັກນີ້ແດ່?
- ນຳເອົາ 10 ເພງລາວອັນຊົງຄຸນຄ່າມາ “ໃສ່ຊຸດໃໝ່”: ພວກເຂົາຈະຄັດເລືອກບົດເພງລາວທີ່ເຮົາຄຸ້ນຫູ ມາຮຽບຮຽງດົນຕີໃໝ່ໃນຮູບແບບ Orchestra ໂດຍຮ່ວມກັບອາຈານຜູ້ຊົງຄຸນນະວຸດ ເພື່ອໃຫ້ເປັນມໍລະດົກທາງດົນຕີທີ່ທັນສະໄໝ ແລະ ຟັງແລ້ວຂົນລຸກກວ່າເກົ່າ.
- ຄອນເສີດການກຸສົນເພື່ອຮຸ່ນນ້ອງ: ລາຍໄດ້ທັງໝົດຈາກການຂາຍບັດຄອນເສີດປະຈຳປີ ຈະນຳໄປບູລະນະຫ້ອງຊ້ອມເປຍໂນ ແລະ ຊື້ເຄື່ອງດົນຕີໃຫ້ແກ່ ວິທະຍາໄລສິລະປະແຫ່ງຊາດ. ເວົ້າວ່າໄດ້ທັງຄວາມມ່ວນ ແລະ ໄດ້ຮ່ວມສ້າງອະນາຄົດໃຫ້ສິລະປິນຮຸ່ນໃໝ່ໄປພ້ອມໆ ກັນ.
- Roadshow ປຸກຝັນໃຫ້ເດັກນ້ອຍຢູ່ຕ່າງແຂວງ: ທີມງານຈະເດີນທາງໄປແບ່ງປັນຄວາມຮູ້ ແລະ ຈັດການສະແດງຢູ່ຕ່າງແຂວງ ເພື່ອບອກເດັກນ້ອຍຍຸກໃໝ່ວ່າ “ອາຊີບສິລະປິນມືອາຊີບ” ໃນລາວ ກໍເປັນຈິງໄດ້.
ພາ “ຈຳປາເມືອງລາວ” ໄປໂປຣໂໝດການທ່ອງທ່ຽວ ທີ່ແຂວງຈຳປາສັກ
ໜຶ່ງໃນເປົ້າໝາຍໃຫຍ່ຂອງປີນີ້ຂອງ The Pianist Vientiane ຄືການຖ່າຍທຳວິດີໂອບົດເພງ “ຈຳປາເມືອງລາວ” ຢູ່ແຂວງຈຳປາສັກ ເພື່ອໂປຣໂມດການທ່ອງທ່ຽວລາວ ຜ່ານສຽງເພງ Orchestra ທີ່ສະຫງ່າງາມ.
ໃຜທີ່ສົນໃຈຢາກຮ່ວມສະໜັບສະໜຸນໂປຣເຈັກດີໆ ແບບນີ້ ກໍສາມາດຕິດຕໍ່ທາງທີມ The Pianist Vientiane ໄດ້ເລີຍເດີ.
The Pianist Vientiane ບໍ່ໄດ້ເປັນພຽງແຕ່ວົງດົນຕີ ແຕ່ພວກເຂົາຄືຜູ້ບຸກເບີກອາຊີບໃໝ່ ແລະ ນຳເອົາສຽງດົນຕີ-ເພງລາວກ້າວສູ່ເວທີສາກົນຢ່າງມີກຽດ