ຟັງ ຈັງຫວະຊີວິດ ຈາກ ຕານຸ ວັນນະສິນ ເພງທີ່ໃຫ້ກຳລັງໃຈ ແລະ ສ້າງພະລັງບວກໃຫ້ຊີວິດ

ແບ່ງປັນ

ຟັງ ຈັງຫວະຊີວິດ ຈາກ ຕານຸ ວັນນະສິນ ເພງທີ່ໃຫ້ກຳລັງໃຈ ແລະ ສ້າງພະລັງບວກໃຫ້ຊີວິດ

18 March 2026 13

Highlights

  • ເຮົາຄືຜູ້ກຳນົດ “ຈັງຫວະ” ແລະ “ທຳນອງ” ຂອງຊີວິດ ໂດຍມີຄວາມຝັນເປັນເຄື່ອງຫຼໍ່ລ້ຽງໃຈໃຫ້ການມີຢູ່ຂອງເຮົາມີຄວາມໝາຍ ແລະ ສົມບູນແບບຍິ່ງຂຶ້ນ.
  • ເຖິງວ່າປາຍທາງຈະເບິ່ງຄືວ່າງເປົ່າ ຫຼື ເສັ້ນທາງຈະຍາກລຳບາກ, ແຕ່ຖ້າເຮົາ “ກ້າເລືອກ, ກ້າກຳນົດ ແລະ ກ້າຍອມຮັບ” ເຮົາຈະຄົ້ນພົບຄວາມສວຍງາມໃນແບບຂອງໂຕເອງ.
  • ຢ່າມຸ່ງເນັ້ນແຕ່ປາຍທາງຈົນລືມເກັບກ່ຽວປະສົບການ ແລະ ຄວາມງົດງາມທີ່ເກີດຂຶ້ນລະຫວ່າງການເດີນທາງ ເພາະທຸກອຸປະສັກຄືບົດຮຽນທີ່ຈະພາເຮົາໄປພົບກັບວັນທີ່ສວຍງາມ.


ຕານຸ ວັນນະສິນ ປ່ອຍເພງໃໝ່ “ຈັງຫວະຊີວິດ” ອອກມາໃຫ້ໄດ້ຟັງກັນ ແລະ ຖືວ່າໄດ້ເຂົ້າມາຊ່ວຍຮິວໃຈ (Healing) ໃຫ້ທຸກຄົນໃນຊ່ວງທີ່ກຳລັງເຈິກັບບັນຫາຕ່າງໆທີ່ກຳລັງບຸກເຂົ້າມາພ້ອມກັນ, ບາງເທື່ອສິ່ງທີ່ເຮົາຄາດຫວັງໄວ້ ຫຼື ປາຍທາງທີ່ເຮົາພະຍາຍາມໄປໃຫ້ເຖິງໃນຕອນນີ້ຈະຮູ້ສຶກວ່າມັນວ່າງເປົ່າ.

ຄວາມຝັນເລີ່ມເລື່ອນລອຍ, ຫຼາຍສິ່ງ-ຫຼາຍຢ່າງທີ່ກຳລັງຕາມຫາມັນກໍຍິ່ງຫ່າງໄກອອກໄປ. ໃນຊີວິດຂອງເຮົາມັກຈະມີການປ່ຽນແປງ ແລະ ມີຫຍັງເກີດຂຶ້ນຕະຫຼອດເວລາ. ຫຼາຍຄົນມັກທີ່ຈະອອກຕາມຫາບາງສິ່ງບາງຢ່າງທີ່ມີຄຸ່ນຄ່າ ແລະ ການຫາຄວາມໝາຍຂອງການມີຢູ່ສະເໝີ.

ແຕ່ຈັງຫວະຊີວິດຂອງຄົນເຮົາບໍ່ເທົ່າກັນ, ຖ້າຕອນນັ້ນເຮົາ ກ້າເລືອກ, ກ້າກຳນົດ ແລະ ກ້າຍອມຮັບ ເຮົາອາດຈະໄດ້ພົບຄວາມສວຍງາມທີ່ມີຄຸນຄ່າ ແລະ ໄດ້ຮູ້ຈັກກັບຄວາມໝາຍຊີວິດທີ່ດີໃນແບບຂອງເຮົາແລ້ວກໍໄດ້. 

ການໄດ້ຜະຈົນໄພໃນໂລກທີ່ກວ້າງໃຫຍ່ນີ້ ພໍຊີວິດໄດ້ເຈິຄວາມລຳບາກທີ່ບໍ່ຄາດຄິດ ແລະ ຍິ່ງມັນຍາກເທົ່າໃດ ເຮົາຍິ່ງໄດ້ຮຽນຮູ້ ທຸກຄົນສາມາດທີ່ຈະເລືອກກຳນົດຈັງຫວະຊີວິດຂອງເຮົາໄດ້ຕັ້ງແຕ່ຕອນນີ້ “ເພາະຄວາມຝັນຂອງເຮົາຄືຄວາມໝາຍຂອງການມີຢູ່ ຂໍໃຫ້ມີຄວາມເຊື່ອໝັ້ນ ແລະ ລໍຄອຍທີ່ຈະພົບກັບວັນທີ່ສວຍງາມ”.

ອ່ານຕື່ມ:  ລວມເພງລາວທີ່ອອກໃໝ່ ເດືອນກຸມພາ 2025

ເພງ ຈັງຫວະຊີວິດ ໄດ້ປຽບເໝືອນຄວາມໝາຍຂອງຊີວິດ ແລະ ຄວາມຝັນ ທີ່ມີຈັງຫວະເປັນທຳນອງຂອງບົດເພງທີ່ເຮົາຕ້ອງເປັນຜູ້ຮຽບຮຽງ ຫຼື ຄົ້ນຫາເອງ, ພ້ອມບອກໃຫ້ເຮົາຮູ້ວ່າການມີຊີວິດຢູ່ຈະສົມບູນໄດ້ ກໍຕໍ່ເມື່ອເຮົາມີຈຸດໝາຍ ຫຼື ມີຄວາມຝັນເປັນເຄື່ອງມືຫຼໍ່ລ້ຽງໃຈ.

ເພງນີ້, ເປັນເພງສຸດທ້າຍໃນອາລະບ້ຳ The Rhythmarries ທີ່ປະກອບມີທັງໝົດ 5 ເພງຄື” Perfect Goodbye, 404, ຄຳຕອບ, 1998 ແລະ ຈັງຫວະຊີວິດ.

ມ່ວນຊວນຟັງ ຢາກໃຫ້ທຸກຄົນລອງເບິ່ງລະຫວ່າງທາງ  ແລະ ຢ່າພຽງແຕ່ມຸ່ງໜ້າໄປທີ່ປາຍທາງພຽງຢ່າງດຽວ ຈົນລືມໃຫ້ຄວາມສຳຄັນກັບປະສົບການຫຼາຍຢ່າງທີ່ກ້າວເຂົ້າມາໃນຊີວິດ ເພາະຖ້າເຮົາບໍ່ໃສ່ໃຈເລີຍມັນອາດຈະແນມບໍ່ເຫັນຄວາມສວຍງາມທີ່ມີຄ່າໃນຕອນນັ້ນເລີຍກໍໄດ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.