ຕ້ອງຍອມກະແສຂອງພວກເຂົາອີ່ຫຼີ! ເພາະໄວລຸ້ນດາວ TikTok ປະເທດໄທຮິດກັນຟັງເພງແຣັບຂອງສິລະປິນຢ່າງ 1X ທີ່ເປັນເດັກນ້ອຍຜູ້ມີຄວາມມັກໃນການເຮັດເພງສໄຕລ໌ຮິບຮອບເຊິ່ງເພງທີ່ມີການໃຊ້ແຜ່ນສຽງໃນຕິກຕອກກໍແມ່ນເພງ My Style ຂໍບອກໝູ່ເພື່ອນໄວ້ກ່ອນວ່າເພງຂອງພວກເຂົາອາດຈະມີເນື້ອຫາທີ່ບໍ່ສຸພາບເລັກນ້ອຍ, ແຕ່ເພງຕ່າງໆກໍມີຍອດວິວໃນຢູທູບສູງຢູ່ຫຼາຍເພງ My Style (2021) ມີຍອດເຂົ້າເບິ່ງ 4 ແສນກວ່າ, ເງິນລ້ານ (2021) ມີຍອດເຂົ້າເບິ່ງ 5 ແສນກວ່າ ແລະ ເພງຫຼ້າສຸດ...
ໜ້າຮັກສົດໃສບໍ່ມີຢຸດກັບ Chanthida Mild ຫຼື ມາຍ ແຝດຜູ້ເອື້ອຍ, ທີ່ໄດ້ເຄີຍຮ່ວມຮ້ອງ ແລະ ໄດ້ຝາກຜົນງານໄວ້ໃນເພງ ແພງອ້າຍ, ຢ່າມາລໍ້ລົມ ແລະ ເພງອື່ນໆ. ມື້ນີ້ກໍໄດ້ກັບມາພ້ອມດ້ວຍເພງໃໝ່ “ຄົນບໍ່ຄຸ້ນເຄີຍ” ທີ່ໄດ້ HEO VVK ມາຮ່ວມ ft. ແລະ ແຕ່ງເພງໃຫ້. ເພງນີ້ດົນຕີແມ່ນມີຄວາມ...
“ແອບມັກຄົນມີແຟນເຮັດແນວໃດຈະໄດ້ສວມແຫວນ ເພາະວ່າເຈົ້າມີຄົນຄວງແຂນຢູ່ແລ້ວ” ເຈົ້າເຄີຍແອບມັກຄົນມີແຟນບໍ? ຖ້າໃຫ້ຮັກກໍບໍ່ແມ່ນແນວເປັນແບບນີ້ກໍເສົ້າແຫຼະນໍແບບນີ້. ມື້ນີ້ມ່ວນເລີຍມາຊວນທຸກຄົນມາລອງຟັງເພງຂອງສິລະປິນຈາກແດນໃຕ້ຄົນນີ້ກັນກັບເພງ “ແອບມັກຄົນມີແຟນ” ຈາກ Bao Seang ft. Ple B.D.A & ICESKY ທີ່ມີຈັງຫວະຟັງສະບາຍໆ ແລະ ແຕ່ເນື້ອຫາກໍເຈັບຢູ່ຄືກັນ. ເນື້ອຫາໃນເອັມວີກໍເຂົ້າໃຈງ່າຍບໍ່ມີຫຍັງຊັບຊ້ອນ, ເວົ້າເຖິງຄວາມສຳພັນທີ່ແອບມັກຍິງຄົນໜຶ່ງແຕ່ລາວມີແຟນຢູ່ແລ້ວໄດ້ແຕ່ແອບເບິ່ງຈິນຕະນາການວ່າຈະໄດ້ແຕ່ງງານກັນ. ໃຜທີ່ມັກຟັງເພງທີ່ຍ່ອຍງ່າຍ ແລະ ເອັມວີທີ່ບໍ່ມີຫຍັງຊັບຊ້ອນຕ້ອງໄດ້ລອງຟັງເພງນີ້ເດີ. ໂດຍ:...
ມື້ນີ້ມ່ວນຈະມາຊວນທຸກຄົນມາຟັງເພງ “ຮັກກະບອກ ຫຼື Don’t Be Shy” ຈາກສິລະປິນ Christopher Khounthong ດ້ວຍສຽງຮ້ອງທີ່ມີເອກະລັກທຸ້ມຕໍ່ານຸ້ມ, ປະກອບກັບແນວເພງສະໄຕລ໌ Pop indie ທີ່ຟັງໄດ້ສະບາຍໆ, ຟັງງ່າຍຈະເປີດຟັງຕອນໃດກໍໄດ້ເລີຍແອັດແນະນຳ. “ບອກກັບເຈົ້າໃຫ້ຮູ້ ຄວາມຈິງຈາກໃຈ Cause I’m falling love again” ເນື້ອຫາຂອງເພງກໍແມ່ນໄດ້ເວົ້າເຖິງການຕົກຂຸມຮັກຜູ້ຍິງຄົນໜຶ່ງຊ້ຳໆ...
ສົ່ງທ້າຍປີດ້ວຍເພງໃໝ່ຢ່າງ “ຄົງໄດ້ແຕ່ມອງ” ຮ້ອງໂດຍທີມລູກເຂີຍໃສ່ມອງ, ເຊິ່ງເພງນີ້ກໍມີສະມາຊິກຢ່າງ SOPHANA, GX2 ແລະ T’JAME ມາລວມຕົວກັນເພື່ອໃຫ້ແຟນເພງເຊົາຄິດຮອດກັນໄປຫຼາຍແດ່. ທີໃລູກເຂີຍໃສ່ມອງເປັນເຈົ້າຂອງເພງດັງຮິດຕິດຫູຫຼາຍໆເພງ ແລະ ມີຍອດວິວໃນຍູທູບສູງເຖິງ 100 ລ້ານວິວເຊັ່ນເພງ: ຢາກເປັນລູກເຂີຍ, ພໍ່ແມ່ອ້າຍຖາມຫາ, ແພງອ້າຍ ແລະ ອື່ນໆ. ເພງ ຄົງໄດ້ແຕ່ມອງ ເປັນເພງທີ່ໃຫ້ອາລົມຟັງໄດ້ສະບາຍໆຕາມສະໄຕລ໌ແນວເພງຂອງລູກເຂີຍໃສ່ມອງດ້ວຍເພງທຳນອງທີ່ຕິດຫູຮ້ອງຕາມໄດ້ງ່າຍເຮັດໃຫ້ເຂົ້າເຖິງແຟນເພງໄດ້. ເອັມວີຍັງໄດ້...
ມ່ວນຊວນຟັງມື້ນີ້ ຈະພາທຸກຄົນມາຟັງເພງທີ່ເໝາະກັບອາກາດເຢັນໆ ຫຼື ລະດູໜາວ. ເກັບໄວ້ເປີດວົນໄປເພາະມັນເໝາະກັບອາກາດບ້ານເຮົາຕອນນີ້ ແລະ ຟິນສຸດໆ. ແຕ່ພວກເຮົາກໍຈະຕ້ອງຮີບຟັງເອົາຟິລກ່ອນເນາະ ກ່ອນຈະໝົດໜາວເພາະດົນໆຈະອາກາດເຢັນເທື່ອໜຶ່ງແດ່, ສຳລັບ “Playlist ລະດູໜາວ” ເທື່ອນີ້ມ່ວນກໍຂໍລວມເພງຈາກຫຼາຍປະເທດມາໄວ້ທັງໃໝ່ ແລະ ເກົ່າເດີເນັ້ນໄປທີ່ Mood & Tone ອອກແນວໂທນເຢັນເປັນພິເສດແດ່. ເພງທີ່ມ່ວນແນະນຳໃຫ້ຟັງລວມມາທັງໝົດ 9 ເພງ: 1....
ການກັບມາຄັ້ງນີ້ກໍບໍ່ທຳມະດາອີກແລ້ວ, ເພາະເພງໃໝ່ທີ່ໄດ້ປ່ອຍອອກມາໃນເພງ “ກຳລັງດີ” ຈາກ Luh Wvn (N’warn Jsppd) ທີ່ພໍຟັງເພງນີ້ແລ້ວເຮັດໃຫ້ຕ້ອງຄິດຮອດຄົນຮັກທັນທີເລີຍແຫຼະ, ເພາະມັນຮູ້ສຶກອົບອຸ່ນຫົວໃຈຢ່າງບອກບໍ່ຖືກ. ເຖິງວ່າຈະຜ່ານລະດູຝົນໄປແລ້ວແຕ່ພໍໄດ້ເບິ່ງເອັມວີທີ່ມີ Mood & Tone ທີ່ມີສີຂຽວໝົ່ນໆ ແລະ ກິ່ນອາຍຂອງລະດູຝົນ, ດ້ວຍສຽງຮ້ອງຫວານໆຂອງ Luh Wvn ແລ້ວມັນເຮັດໃຫ້ລະມຸນ ແລະ ຫຼົງຮັກໄດ້ງ່າຍໆເລີຍ,...
ເມືອງຫຼວງພະບາງທີ່ໃຜໆກໍຕ້ອງຫຼົງໄຫຼໃນສະເໜ່ ແລະ ມັນໄດ້ລວມເຖິງໜຸ່ມຫຼໍ່ສຽງຫວານຄົນນີ້ Mor Bigc ຫຼື ໝໍບິກ ສິລະປິນຈາກ NewWave Music. MOR BIG-C ເຄີຍໄດ້ປ່ອຍຜົນງານເພງທຳອິດໃຫ້ໄດ້ຟັງກັນນັ້ນກໍຄື ເພງ ໂຄວິດນາຍທີນ ໃນປີ 2021 ຫຼັງຈາກນັ້ນກໍ່ໄດ້ຫ່າງຫາຍໄປດົນເກືອບ 3 ປີ, ປັດຈຸບັນກໍໄດ້ກັບມາພ້ອມກັບຜົນງານເພງໃໝ່ “ຫຼົງຮັກສາວຫຼວງພະບາງ” ທີ່ລາວນັ້ນໄດ້ແຕ່ງໃຫ້ຜູ້ຍິງຄົນໜຶ່ງຢູ່ຫຼວງພະບາງ...
ມື້ນີ້ມ່ວນຈະຊວນມາຟັງເພງທີ່ມີຍອດວິວສູງເຖິງ 2 ລ້ານວິວ, ແນວລູກທົ່ງບ້ານນາທີ່ແຝງເລື່ອງລາວວິຖີຊີວິດ ແລະ ຄວາມເຊື່ອ. ເພງ “ໝາຍຊາດ” ຂອງ May Una ເປັນເພງທີ່ໄດ້ຖ່າຍທອດໃຫ້ເຫັນອາລົມອັນເລິກເຊິ່ງ ແລະ ມີຄວາມໝາຍກ່ຽວກັບເອກະລັກມໍລະດົກວັດທະນະທຳ. ດ້ວຍການປະສົມດົນຕີພື້ນເມືອງ ແລະ ດົນຕີອິນດີ້ສະໄໝໃໝ່, ປະກອບກັບສຽງຮ້ອງຫວານຊວນຝັນຂອງ May Una ແມ່ນໄດ້ຖ່າຍທອດອອກມາທັງເສົ້າ ແລະ ເຫງົາ....