ການທີ່ເຮົາແອບມັກ ຫຼື ຮັກຄົນໆໜຶ່ງນັ້ນມັນກະຕ້ອງມີຄິດຢູ່ແຫຼະວ່າຢາກໄດ້ເຂົາເປັນແຟນຢາກຮູ້ຈັກເຂົາໃຫ້ຫຼາຍກວ່ານີ້. ພໍມີໂອກາດໄດ້ໂຄຈອນມາພົບກັນເຮັດໃຫ້ຕ່າງຄົນຕ່າງສົນໃຈເລີຍໄດ້ພັດທະນາຄວາມສຳພັນກັນໃນທີ່ສຸດ. ຫຼັງຈາກໄດ້ໃຊ້ເວລາສຶກສາ ແລະ ຄົບຫາກັນໄປ, ເຂົາພັດມີສິ່ງທີ່ເຮັດໃຫ້ເຮົາຮັບບໍ່ໄດ້ເລີຍ, ມັນເຮັດໃຫ້ເຮົາເກີດຄວາມຜິດຫວັງ ແລະ ເສຍໃຈເພາະຄາດຫວັງສູງເກີນໄປ. ແຕ່ຖ້າເຮົາມັກເຂົາຫຼາຍແລ້ວຍັງຕັດໃຈບໍ່ໄດ້ເດ, ຄວາມສຳພັນຈະເປັນແນວໃດ? ຈະໄປຕໍ່ ຫຼື ພໍເທົ່ານີ້ “ເມື່ອຄົນໃນຝັນບໍ່ເປັນຢ່າງທີ່ຄິດ” 1. ປະເມີນຄວາມຄາດຫວັງ ໃຫ້ລອງຖາມຕົວເອງວ່າຄວາມແຕກຕ່າງລະຫວ່າງສິ່ງທີ່ຝັນ ແລະ ຄວາມເປັນຈິງມີຄວາມສຳຄັນແນວໃດ? ບາງຄັ້ງເຮົາຄາດຫວັງວ່າຄົນທີ່ເຮົາຮັກຈະສົມບູນແບບ,...
ເລື່ອງຮັກໆໄວ້ໃຈຄົນໂສດ ເປັນຫຍັງຄົນໂສດຢືນໜຶ່ງເປັນທີ່ປຶກສາບັນຫາຫົວໃຈໄດ້ດີທັງທີ່ບໍ່ເຄີຍມີແຟນ ໝູ່ມີບັນຫາຄວາມຮັກເທື່ອໃດແຊັດຫາເຮົາກ່ອນໂລດ, ແຕ່ປະສົບການເຮົາພັດເປັນສູນ, ບໍ່ເຄີຍມີແຟນ ຫຼື ຄົນລົມມາກ່ອນ ແລະ ຈະມັກຖືກເວົ້າໃຫ້ວ່າເຮົານິບໍ່ມີທາງເຂົ້າໃຈຄວາມຮັກຂອງຄົນອື່ນໄດ້ດອກ… (ແລ້ວມາຖາມເພື່ອ?) ຄົນໂສດບໍ່ເຄີຍມີແຟນຈະໃຫ້ຄຳປຶກສາເລື່ອງຄວາມຮັກກັບຄົນມີແຟນໄດ້ແນວໃດ? ມັນບໍ່ສົມເຫດສົມຜົນແຕ່ໃນຄວາມເປັນຈິງ “ສະຖານະໂສດ” ບໍ່ໄດ້ເປັນຕົວວັດປະສົບການ ແລະ ມຸມມອງຕໍ່ຄວາມຮັກສະເໝີໄປບໍ່ໄດ້ໝາຍຄວາມວ່າຮັກບໍ່ເປັນຄວາມຮັກບໍ່ໄດ້ຈຳກັດແຕ່ “ແຟນ ຫຼື ຄູ່ຊິວິດ” ເທົ່ານັ້ນ ອາດຜູກພັນຈາກຄົນໃນຄອບຄົວ ແລະ ໝູ່ເພື່ອນ...
ເມື່ອມີຮັກທີ່ດີແລ້ວຄວນຈະຕ້ອງຮັກສາໄວ້ໃຫ້ດີທີ່ສຸດ, ເພາະນີ້ຄືສິ່ງທີ່ມີຄ່າອີກສິ່ງໜຶ່ງທີ່ບໍ່ຮູ້ວ່າຈະຫາໄດ້ຢູ່ໃສອີກ. ແຕ່ການຮັກສາຄວາມສຳພັນນັ້ນກໍຍາກຄືກັນ, ເພາະນອກຈາກຮັກແລ້ວມັນຍັງມີປັດໄຈອີກຕັ້ງຫຼາຍຢ່າງທີ່ເຮັດໃຫ້ບໍ່ໄດ້ໃສ່ໃຈ ແລະ ດູແລກັນເລີຍ. ແລ້ວຮັກນີ້ຈະໄປກັນລອດບໍ່? ຕ້ອງເຮັດແນວໃດບໍ່ໃຫ້ຮັກນີ້ຈືດຈາງ ແລະ ຄວາມຮັກຍັງຄົງຫວານຄືເກົ່າ ຫຼື ຢາກໃຫ້ມັນຫວານຂຶ້ນອີກ, ມ່ວນມີວິທີດີໆ ແລະ ເຮັດໄດ້ງ່າຍໆມາແນະນຳໃຫ້ທຸກຄົນລອງນຳໄປປັບໃຊ້ໃນຄວາມຮັກກັບ 5 ວິທີເພີ່ມຄວາມຫວານໃຫ້ຄວາມສຳພັນ. 1. ໃສ່ໃຈກັບລາຍລະອຽດນ້ອຍໆ ຈື່ເລື່ອງເລັກໆນ້ອຍໆເຊັ່ນ: ສິ່ງທີ່ມັກ ຫຼື ບໍ່ມັກ....
ໃນກຸ່ມໝູ່ມັນກໍຈະມີໝູ່ຄົນໜຶ່ງທີ່ພໍເວລານັດລວມຕົວກັນເທື່ອໃດ, ກໍຈະມາຊ້າຕະຫຼອດ ຫຼື ກໍມາຕອນໝູ່ໃກ້ຈະກັບກັນໆໝົດແລ້ວ ແລະ ມັນກໍບໍ່ແມ່ນພຽງແຕ່ຄັ້ງທຳອິດເພາະຫຼິ້ນນຳກັນມາຫຼາຍປີກໍຍັງເປັນຄືເກົ່າຕະຫຼອດບໍ່ມີປ່ຽນແປງ. ຍິ່ງພໍນັດກັນເປັນກຸ່ມໝູ່ເພື່ອນທີ່ຈະມີການເດີນທາງໄປທ່ຽວນຳກັນເທື່ອໃດ ກໍ່ມາຊ້າ ແລະ ເກືອບຈະບໍ່ທັນການເດີນທາງທຸກຄັ້ງໄປ, ພໍເປັນແບບນີ້ຫຼາຍໆຄັ້ງມັນອາດຈະເປັນການສະສົມຄວາມບໍ່ພໍໃຈ ແລະ ເຮັດໃຫ້ຈິດໃຈເຈົ້າຮູ້ສຶກເກີດຄວາມອຸກອັ່ງໄດ້, ທຸກຄົນຄິດຄືກັນບໍ? ວ່າມັນຄວນພໍໄດ້ແລ້ວກັບການມາຊ້າ ຫຼື ເຮັດໃຫ້ໝູ່ທຸກຄົນຕ້ອງມາລໍຖ້າແບບນີ້. ແລ້ວພວກເຮົາຈະຈັດການກັບສະຖານະການນີ້ໄດ້ແນວໃດ? ເພື່ອບໍ່ຢາກໃຫ້ໝູ່ຮູ້ສຶກບໍ່ດີ ແລະ ຕ້ອງປັບປຸງເລື່ອງພຶດຕິກຳນີ້, ມື້ນີ້ມ່ວນເລີຍຊອກຫາວິທີຮັບມືດີໆມາແຊຣ໌ໃຫ້ທຸກຄົນລອງນຳໄປປັບໃຊ້ກັນເບິ່ງເດີ. 1....
ລົມກັນມາຕັ້ງດົນແຕ່ສະຖານະບໍ່ໄດ້ເປັນຫຍັງກັນເລີຍ ເປັນໄດ້ແຕ່ຄົນລົມກັນ. ຫຼາຍຄົນເປັນແບບນີ້ບໍ? ຢາກລົມແຕ່ບໍ່ຢາກຄົບ, ເຮັດທຸກຢ່າງແບບແຟນກັນແຕ່ບໍ່ໄດ້ເປັນແຟນກັນ, ຈີບມາຕັ້ງດົນກໍບໍ່ມີຫຍັງຄືບໜ້າແລ້ວສະຫຼຸບເຮົາເປັນຫຍັງກັນລະ? ຫຼື ເຮົາຍັງດີບໍ່ພໍ ຫຼື ແນວໃດ? ຄຳຖາມທີ່ບໍ່ມີຄຳຕອບຕໍ່ໃຫ້ຖາມຈັກເທື່ອກໍຄົງຕອບໄດ້ວ່າ ເຮົາກະລົມກັນໄປຊິແຫຼະ..! ລົມໄປເລື້ອຍໆ..! ໃຜແດ່ຢູ່ໃນສະຖານະແບບນີ້ ຢາກເລື່ອນສະຖານະຈັກເທື່ອກະບໍ່ໄດ້. ຈະບອກວ່ານີ້ແມ່ນແຟນຂ້ອຍກໍຢ້ານອີກຄົນປະຕິເສດໄປເລີຍ, ແລ້ວເຮົາຕ້ອງເຮັດແນວໃດລະ? ແຕ່ໃນຄວາມເປັນຈິງແລ້ວເລື່ອງນີ້ມັນອາດຈະຊັບຊ້ອນກວ່ານັ້ນອາການແບບນີ້ຄົນນັ້ນໆແມ່ນຄິດຫຍັງຢູ່ ເພື່ອມາໃຫ້ທຸກຄົນໄຂຂໍ້ສົງໄສ ແລະ ອາດຈະເຮັດທຸກຄົນມີວິທີໃນການຊະນະໃຈຄົນທີ່ເຮົາມັກໄດ້ເປັນແຟນສົມໃຈເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ. 1. ບໍ່ຢາກຜູກມັດ...
ທຸກຄົນເຄີຍໄດ້ຍິນເລື່ອງຫຼັກການ 90/10 ກັນບໍ່? ຫຼັກການນີ້ຖືກຂຽນຂຶ້ນໂດຍ Dr. Stephen Covey ໂດຍ ຕົວເລກ 90/10 ນີ້ ຖືກຍົກຂຶ້ນມາໃຊ້ກັບທິດສະດີທາງຈິດຕະວິທະຍາຫຼາຍຢ່າງບໍ່ວ່າຈະເປັນການເລືອກເສັ້ນທາງຕອບສະໜອງຕໍ່ເຫດການຕ່າງໆໃນຊີວິດປະຈຳວັນ ຫຼື ການຕັ້ງເປົ້າໝາຍເພື່ອປະສົບຜົນສຳເລັດ. ແຕ່ມື້ນີ້ເຮົາຈະມາເວົ້າເຖິງຫຼັກການ 90/10 ໃນມຸມມອງຂອງຄວາມຮັກ. ເວລາທີ່ເຮົາຫຼົງຮັກໃຜຄົນໜຶ່ງລາວຄົນນັ້ນມັກຈະດູດີ ແລະ ສຸດຍອດທຸກຢ່າງ, ນັ້ນແມ່ນຂໍ້ດີໃນໂຕຄົນນັ້ນເຊິ່ງນັບເປັນ 90% ເປັນຂໍ້ດີທີ່ຄົນຜູ້ນັ້ນມີ....
ເມື່ອມີຄວາມສໍາພັນທາງກາຍກັບໝູ່ ຫຼື ຄວາມສໍາພັນແບບ FWB (Friends with benefits) ມັນມັກຈະເຮັດໃຫ້ຝ່າຍໃດຝ່າຍໜຶ່ງນັ້ນເອົາໃຈເຂົ້າໄປສ່ຽງໃນຄວາມສໍາພັນທີ່ບໍ່ມີການຜູກມັດ. ເມື່ອເລີ່ມມີໃຈໃຫ້ແລ້ວຈະເຮັດແນວໃດລະ? ມ່ວນມີຄໍາແນະນໍາໃຫ້ທຸກຄົນໄດ້ລອງເອົາໄປໃຊ້ເຜື່ອວ່າຈະໄດ້ມີລຸ້ນກັນແດ່. 1. ລອງສັງເກດທ່າທາງ ແລະ ກວດເບິ່ງສະຖານະອີກຝ່າຍ ເພາະໃຫ້ຢູ່ດີໆໄປຖາມວ່າມັກເຮົາບໍ່ ຫຼື ບອກວ່າມັກເລີຍກໍຈະມີໂອກາດພັງພິນາດຈົບດຶງກັບຄືນບໍ່ໄດ້, ທີ່ສໍາຄັນຄືຖ້າເຂົາມີຄົນທີ່ມັກ ຫຼື ມີຄົນລົມແລ້ວຍິ່ງບໍ່ເປັນຕາບຸກເລີຍ. 2. ກຽມໂຕບອກຄວາມຮູ້ສຶກ ຖ້າສັງເກດແລ້ວວ່າທາງສະດວກກໍລອງບອກຄວາມຮູ້ສຶກໄປເລີຍ,...
ບອກວ່າ “ບໍ່ເປັນຫຍັງ” ທັງທີ່ຄວາມຈິງແລ້ວເປັນ, ອາການແບບນີ້ແມ່ນເກີດຂຶ້ນໄດ້ໃນທຸກຄວາມສຳພັນ ໂດຍສະເພາະຄວາມສຳພັນທີ່ເປັນແຟນກັນ ຫຼາຍຄູ່ອາດຈະເຄີຍພົບກັບບັນຫານີ້ມາແລ້ວ ຫຼື ກຳລັງພົບຢູ່, ມື້ນີ້ມ່ວນກໍເລີຍໄດ້ລວບລວມຄວາມເປັນໄປໄດ້ຂອງ “ເຫດຜົນ” ທີ່ແຟນເຮົາມັກປິດບັງຄວາມ “ບໍ່ໂອເຄ” ຂອງຕົນເອງເອົາໄວ້. 1. ລາວຢ້ານເຮົາຈະຄິດວ່າລາວ “ຫຼາຍເລື່ອງ” ຫຼາຍຄັ້ງເວລາທີ່ຜູ້ຍິງຄຽດ ກໍຈະມັກຈະຖືກແຟນເວົ້າໃຫ້ວ່າ “ຫຼາຍເລື່ອງ, ຄິດຫຼາຍໂພດ, ງີ່ເງົ່າ…” ເປັນທຳມະດາ, ເຖິງວ່າເຫດຜົນຂອງລາວຈະຟັງຂຶ້ນສ່ຳໃດກໍຕາມ...
ເປັນຫຍັງເຮົາມັກຮັກຄົນທີ່ບໍ່ຮັກເຮົາ, ເປັນຫຍັງເຮົາຈຶ່ງພະຍາຍາມກັບຄົນທີ່ເຂົາຈະບໍ່ຮັກເຮົາຄືນຢ່າງແນ່ນອນ. ມັນຕື່ນເຕັ້ນ ແລະ ມັນທ້າທາຍບໍ? ມື້ນີ້ເຮົາມາຫາຄຳຕອບກັນດີກວ່າວ່າ ເປັນຫຍັງເຮົາຈຶ່ງຕ້ອງໄປຮັກຄົນແບບນີ້? ທັງໆທີ່ຕອນຈົບຫຼາຍເທື່ອມັນຈົບດ້ວຍເຮົາເສຍນ້ຳຕາທຸກເທື່ອ. 1. ເຂົາເປັນຄົນທີ່ເຮົາຢາກເປັນ ຄົນເຮົາມັກມີພາບຝັນໄວ້ວ່າເຮົາຢາກຈະເປັນແບບນີ້, ເຮົາຢາກເຮັດແບບນີ້, ເຮົາຢາກມີຄວາມສາມາດແບບນີ້, ເປັນສະເປັກໃນອຸດົມຄະຕິຂອງເຮົາ. ເມື່ອເຮົາໄດ້ພົບ ເຮົາເລີຍຮູ້ວ່າສ່ວນທີ່ຫາຍໄປຂອງເຮົາໄດ້ຖືກເຕີມເຕັມຂຶ້ນມາ ຊີວິດເຮົາຮູ້ສຶກສົມບູນຂຶ້ນຈາກທີ່ເຄີຍເປັນ. ຍິ່ງຖ້າໄດ້ລົມ, ໄດ້ຮູ້ຈັກ ເຮົາຍິ່ງຈະຢາກມີເຂົາໄວ້ເລື້ອຍໆ. 2. ຕົກຂຸມຮັກຈົນເບິ່ງຂ້າມຂໍ້ເສຍ ຕໍ່ເນື່ອງຈາກຂໍ້ທີ...