ບ່ອນໃດມີສຽງແຄນ ບ່ອນນັ້ນມີຄົນລາວ, ຕາບໃດທີ່ສຽງແຄນຍັງດັງ ຄວາມເປັນລາວກໍຍັງຄົງຢູ່ສະເໝີ ເພື່ອເປັນການຮ່ວມສະເຫຼີມສະຫຼອງສຽງດົນຕີອັນເປັນເອກະລັກ ແລະ ຮີດຄອງປະເພນີອັນງົດງາມນີ້, ຂໍເຊີນຊວນທຸກທ່ານ ບໍ່ວ່າຈະເປັນຊາວໜຸ່ມລຸ້ນໃໝ່, ນັກຮຽນຮູ້ ຫຼື ຜູ້ທີ່ຮັກໃນສິລະປະວັດທະນະທຳລາວ ມາຮ່ວມກັນສ້າງອີກໜຶ່ງຄ່ຳຄືນແຫ່ງຄວາມໝາຍ ໃນງານສຳມະນາແລກປ່ຽນຄວາມຮູ້ກ່ຽວກັບ “ແຄນ”. ພາຍໃນງານ ທ່ານຈະໄດ້ພົບກັບການບອກເລົ່າເລື່ອງລາວ, ປະຫວັດຄວາມເປັນມາ, ຄວາມສຳຄັນ ແລະ ຄຸນຄ່າທາງຈິດໃຈທີ່ຝັງເລິກຢູ່ໃນເຄື່ອງດົນຕີຊະນິດນີ້ ເພື່ອໃຫ້ພວກເຮົາໄດ້ພາກພູມໃຈໃນມໍລະດົກອັນລ້ຳຄ່າ ແລະ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.