ຢາກນັ່ງສະມາທິແຕ່ເປັນຄົນຄິດຫຼາຍ ນັ່ງໆຢູ່ມີເລື່ອງໄຫຼເຂົ້າມາໃນຫົວບໍ່ຢຸດ, ຖ້າເຈົ້າມີພຶດຕິກຳແບບນີ້ ບົດຄວາມນີ້ໜ້າຈະເໝາະກັບສະຖານະການຂອງເຈົ້າແລ້ວຕອນນີ້ ມື້ນີ້ເຮົາມີເຕັກນິກ 5 ຂໍ້ມາຝາກທຸກຄົນກັນ. 1. ນັ່ງສະມາທິກັບຄົນອື່ນ ຫຼາຍຄົນອາດຈະມີພາບວ່າການນັ່ງສະມາທິຕ້ອງເຮັດຄົນດຽວ ໜີຈາກຜູ້ຄົນ ແນ່ນອນວ່າບໍ່ຜິດ ແຕ່ຜູ້ຊ່ຽວຊານດ້ານການເຮັດສະມາທິ Candice Fairoth ບອກວ່າການເຮັດສະມາທິກັບຄົນອື່ນນັ້ນມີຜົນທີ່ໜ້າສົນໃຈ ມັນອາດຈະເຮັດໃຫ້ເຮົາມີສະມາທິຫຼາຍຂຶ້ນ. ສ່ວນຫນຶ່ງອາດຈະມາຈາກການທີ່ເຮົາບໍ່ກ້າທີ່ຈະລົບກວນຄົນອື່ນທີ່ເຮັດສະມາທິຢູ່ແລະເປັນທຳມະດາຂອງມະນຸດທີ່ຈະສະແດງອອກມາຢ່າງເຕັມທີ່ຫຼາຍຂຶ້ນເມື່ອເຮັດຫຍັງຄ້າຍໆ ກັນ. 2. ລອງສະມາທິໂດຍໃຊ້ເຕັກໂນໂລຊີ ຫູຟັງ ແວ່ນ...