ບໍ່ໜ້າເຊື່ອ DEE ROC ແຫກຄາແລັກເຕີປ່ອຍເພງໃໝ່ໄດ້ຫວານຊຶ້ງກິນໃຈ ຕ້ອນຮັບວາເລັນທາຍ. ໂດຍປົກກະຕິຖ້າໃຜໄດ້ຕິດຕາມ DEE ROC ຢູ່ແລ້ວກໍຈະຮູ້ດີວ່າສໄຕເພງສ່ວນຫຼາຍຈະເປັນສະໄຕHipHop/Trap. ການປ່ອຍເພງຄັ້ງນີ້ຖືວ່າອອກມາໜ້າປະທັບໃຈໂດຍສະເພະາໃນສ່ວນຂອງເນື້ອເພງທີ່ຂ້ອນຂ້າງກິນໃຈແຕ່ກໍຍັງຄົງກິ່ນອາຍຄາແລັກເຕີ ຄວາມເປັນ ເອກະລັກໄວ້ເຮັດໃຫ້ເຫັນອີກມຸມມອງໜຶ່ງຂອງ ສິລະປິນຄົນນີ້. ວາດຝັນ ເປັນເພງທີ່ເວົ້າເຖິງຄວາມຮັກ ທີ່ເຮົາພະຍາຍາມສ້າງໃຫ້ມັນໄປໄດ້ດີ, ປະຄັບປະຄອງ ແລະ ປັບໂຕທຸກທາງເພື່ອໃຫ້ບໍ່ມີປັນຫາ ແຕ່ກໍເກີດເລື່ອງ ແລະ ເປັນປັນຫາຢູ່ດີ, ເລີຍກັບມາຄິດໃຫ້ເລີກຂຶ້ນໄດ້ວ່າຄວາມຮັກ...