ໜ້າຫຼັກ ຄວາມສຳພັນ

ຄວາມສຳພັນ

98 ບົດຄວາມ

ຈະໄປຕໍ່ ຫຼື ພໍສ່ຳນີ້ ເມື່ອຄົນໃນຝັນບໍ່ເປັນຢ່າງທີ່ຄິດຄວນເຮັດແນວໃດ?

ການທີ່ເຮົາແອບມັກ ຫຼື ຮັກຄົນໆໜຶ່ງນັ້ນມັນກະຕ້ອງມີຄິດຢູ່ແຫຼະວ່າຢາກໄດ້ເຂົາເປັນແຟນຢາກຮູ້ຈັກເຂົາໃຫ້ຫຼາຍກວ່ານີ້. ພໍມີໂອກາດໄດ້ໂຄຈອນມາພົບກັນເຮັດໃຫ້ຕ່າງຄົນຕ່າງສົນໃຈເລີຍໄດ້ພັດທະນາຄວາມສຳພັນກັນໃນທີ່ສຸດ. ຫຼັງຈາກໄດ້ໃຊ້ເວລາສຶກສາ ແລະ ຄົບຫາກັນໄປ, ເຂົາພັດມີສິ່ງທີ່ເຮັດໃຫ້ເຮົາຮັບບໍ່ໄດ້ເລີຍ, ມັນເຮັດໃຫ້ເຮົາເກີດຄວາມຜິດຫວັງ ແລະ ເສຍໃຈເພາະຄາດຫວັງສູງເກີນໄປ. ແຕ່ຖ້າເຮົາມັກເຂົາຫຼາຍແລ້ວຍັງຕັດໃຈບໍ່ໄດ້ເດ, ຄວາມສຳພັນຈະເປັນແນວໃດ? ຈະໄປຕໍ່ ຫຼື ພໍເທົ່ານີ້ “ເມື່ອຄົນໃນຝັນບໍ່ເປັນຢ່າງທີ່ຄິດ” 1. ປະເມີນຄວາມຄາດຫວັງ ໃຫ້ລອງຖາມຕົວເອງວ່າຄວາມແຕກຕ່າງລະຫວ່າງສິ່ງທີ່ຝັນ ແລະ ຄວາມເປັນຈິງມີຄວາມສຳຄັນແນວໃດ? ບາງຄັ້ງເຮົາຄາດຫວັງວ່າຄົນທີ່ເຮົາຮັກຈະສົມບູນແບບ,...

ເປັນທີ່ປຶກສາຢູ່ດີໆກໍໄດ້ເປັນໝາ 4 ຄຳແນະນຳສຳລັບໄລຟ໌ໂຄ້ຊຈຳເປັນທີ່ຢາກຢຸດໜ້າທີ່

ເລື່ອງຮັກໆໄວ້ໃຈຄົນໂສດ ເປັນຫຍັງຄົນໂສດຢືນໜຶ່ງເປັນທີ່ປຶກສາບັນຫາຫົວໃຈໄດ້ດີທັງທີ່ບໍ່ເຄີຍມີແຟນ ໝູ່ມີບັນຫາຄວາມຮັກເທື່ອໃດແຊັດຫາເຮົາກ່ອນໂລດ, ແຕ່ປະສົບການເຮົາພັດເປັນສູນ, ບໍ່ເຄີຍມີແຟນ ຫຼື ຄົນລົມມາກ່ອນ ແລະ ຈະມັກຖືກເວົ້າໃຫ້ວ່າເຮົານິບໍ່ມີທາງເຂົ້າໃຈຄວາມຮັກຂອງຄົນອື່ນໄດ້ດອກ… (ແລ້ວມາຖາມເພື່ອ?) ຄົນໂສດບໍ່ເຄີຍມີແຟນຈະໃຫ້ຄຳປຶກສາເລື່ອງຄວາມຮັກກັບຄົນມີແຟນໄດ້ແນວໃດ? ມັນບໍ່ສົມເຫດສົມຜົນແຕ່ໃນຄວາມເປັນຈິງ “ສະຖານະໂສດ” ບໍ່ໄດ້ເປັນຕົວວັດປະສົບການ ແລະ ມຸມມອງຕໍ່ຄວາມຮັກສະເໝີໄປບໍ່ໄດ້ໝາຍຄວາມວ່າຮັກບໍ່ເປັນຄວາມຮັກບໍ່ໄດ້ຈຳກັດແຕ່ “ແຟນ ຫຼື ຄູ່ຊິວິດ” ເທົ່ານັ້ນ ອາດຜູກພັນຈາກຄົນໃນຄອບຄົວ ແລະ ໝູ່ເພື່ອນ...

ຂ້ອຍເບື່ອເຈົ້າແລ້ວ ເພາະຮັກມັນຈືດຈາງເກີນໄປ ບໍ່ຢາກໄດ້ຍິນຄຳນີ້ຄວນເຮັດແນວໃດ?

ເມື່ອມີຮັກທີ່ດີແລ້ວຄວນຈະຕ້ອງຮັກສາໄວ້ໃຫ້ດີທີ່ສຸດ, ເພາະນີ້ຄືສິ່ງທີ່ມີຄ່າອີກສິ່ງໜຶ່ງທີ່ບໍ່ຮູ້ວ່າຈະຫາໄດ້ຢູ່ໃສອີກ. ແຕ່ການຮັກສາຄວາມສຳພັນນັ້ນກໍຍາກຄືກັນ, ເພາະນອກຈາກຮັກແລ້ວມັນຍັງມີປັດໄຈອີກຕັ້ງຫຼາຍຢ່າງທີ່ເຮັດໃຫ້ບໍ່ໄດ້ໃສ່ໃຈ ແລະ ດູແລກັນເລີຍ. ແລ້ວຮັກນີ້ຈະໄປກັນລອດບໍ່? ຕ້ອງເຮັດແນວໃດບໍ່ໃຫ້ຮັກນີ້ຈືດຈາງ ແລະ ຄວາມຮັກຍັງຄົງຫວານຄືເກົ່າ ຫຼື ຢາກໃຫ້ມັນຫວານຂຶ້ນອີກ, ມ່ວນມີວິທີດີໆ ແລະ ເຮັດໄດ້ງ່າຍໆມາແນະນຳໃຫ້ທຸກຄົນລອງນຳໄປປັບໃຊ້ໃນຄວາມຮັກກັບ 5 ວິທີເພີ່ມຄວາມຫວານໃຫ້ຄວາມສຳພັນ. 1. ໃສ່ໃຈກັບລາຍລະອຽດນ້ອຍໆ ຈື່ເລື່ອງເລັກໆນ້ອຍໆເຊັ່ນ: ສິ່ງທີ່ມັກ ຫຼື ບໍ່ມັກ....

ອຸກອັ່ງເດ້ໝູ່ມັກມາຊ້າ ເທື່ອໃດກະຊິຮອດແລ້ວແຕ່ບໍ່ເຫັນໜ້າ ເຮັດແນວໃດດີກັບພຶດຕິກຳນີ້ຂອງໝູ່?

ໃນກຸ່ມໝູ່ມັນກໍຈະມີໝູ່ຄົນໜຶ່ງທີ່ພໍເວລານັດລວມຕົວກັນເທື່ອໃດ, ກໍຈະມາຊ້າຕະຫຼອດ ຫຼື ກໍມາຕອນໝູ່ໃກ້ຈະກັບກັນໆໝົດແລ້ວ ແລະ ມັນກໍບໍ່ແມ່ນພຽງແຕ່ຄັ້ງທຳອິດເພາະຫຼິ້ນນຳກັນມາຫຼາຍປີກໍຍັງເປັນຄືເກົ່າຕະຫຼອດບໍ່ມີປ່ຽນແປງ. ຍິ່ງພໍນັດກັນເປັນກຸ່ມໝູ່ເພື່ອນທີ່ຈະມີການເດີນທາງໄປທ່ຽວນຳກັນເທື່ອໃດ ກໍ່ມາຊ້າ ແລະ ເກືອບຈະບໍ່ທັນການເດີນທາງທຸກຄັ້ງໄປ, ພໍເປັນແບບນີ້ຫຼາຍໆຄັ້ງມັນອາດຈະເປັນການສະສົມຄວາມບໍ່ພໍໃຈ ແລະ ເຮັດໃຫ້ຈິດໃຈເຈົ້າຮູ້ສຶກເກີດຄວາມອຸກອັ່ງໄດ້, ທຸກຄົນຄິດຄືກັນບໍ? ວ່າມັນຄວນພໍໄດ້ແລ້ວກັບການມາຊ້າ ຫຼື ເຮັດໃຫ້ໝູ່ທຸກຄົນຕ້ອງມາລໍຖ້າແບບນີ້. ແລ້ວພວກເຮົາຈະຈັດການກັບສະຖານະການນີ້ໄດ້ແນວໃດ? ເພື່ອບໍ່ຢາກໃຫ້ໝູ່ຮູ້ສຶກບໍ່ດີ ແລະ ຕ້ອງປັບປຸງເລື່ອງພຶດຕິກຳນີ້, ມື້ນີ້ມ່ວນເລີຍຊອກຫາວິທີຮັບມືດີໆມາແຊຣ໌ໃຫ້ທຸກຄົນລອງນຳໄປປັບໃຊ້ກັນເບິ່ງເດີ. 1....

ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?

ລົມກັນມາຕັ້ງດົນແຕ່ສະຖານະບໍ່ໄດ້ເປັນຫຍັງກັນເລີຍ ເປັນໄດ້ແຕ່ຄົນລົມກັນ. ຫຼາຍຄົນເປັນແບບນີ້ບໍ? ຢາກລົມແຕ່ບໍ່ຢາກຄົບ, ເຮັດທຸກຢ່າງແບບແຟນກັນແຕ່ບໍ່ໄດ້ເປັນແຟນກັນ, ຈີບມາຕັ້ງດົນກໍບໍ່ມີຫຍັງຄືບໜ້າແລ້ວສະຫຼຸບເຮົາເປັນຫຍັງກັນລະ? ຫຼື ເຮົາຍັງດີບໍ່ພໍ ຫຼື ແນວໃດ? ຄຳຖາມທີ່ບໍ່ມີຄຳຕອບຕໍ່ໃຫ້ຖາມຈັກເທື່ອກໍຄົງຕອບໄດ້ວ່າ ເຮົາກະລົມກັນໄປຊິແຫຼະ..! ລົມໄປເລື້ອຍໆ..! ໃຜແດ່ຢູ່ໃນສະຖານະແບບນີ້ ຢາກເລື່ອນສະຖານະຈັກເທື່ອກະບໍ່ໄດ້. ຈະບອກວ່ານີ້ແມ່ນແຟນຂ້ອຍກໍຢ້ານອີກຄົນປະຕິເສດໄປເລີຍ, ແລ້ວເຮົາຕ້ອງເຮັດແນວໃດລະ? ແຕ່ໃນຄວາມເປັນຈິງແລ້ວເລື່ອງນີ້ມັນອາດຈະຊັບຊ້ອນກວ່ານັ້ນອາການແບບນີ້ຄົນນັ້ນໆແມ່ນຄິດຫຍັງຢູ່ ເພື່ອມາໃຫ້ທຸກຄົນໄຂຂໍ້ສົງໄສ ແລະ ອາດຈະເຮັດທຸກຄົນມີວິທີໃນການຊະນະໃຈຄົນທີ່ເຮົາມັກໄດ້ເປັນແຟນສົມໃຈເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ. 1. ບໍ່ຢາກຜູກມັດ...

ເປັນຫຍັງບາງຄົນຈຶ່ງມັກນອກໃຈ? ຮູ້ຈັກທິດສະດີ 90/10 ທີ່ອະທິບາຍເລື່ອງນີ້ໄວ້

ທຸກຄົນເຄີຍໄດ້ຍິນເລື່ອງຫຼັກການ 90/10 ກັນບໍ່? ຫຼັກການນີ້ຖືກຂຽນຂຶ້ນໂດຍ Dr. Stephen Covey ໂດຍ ຕົວເລກ 90/10 ນີ້ ຖືກຍົກຂຶ້ນມາໃຊ້ກັບທິດສະດີທາງຈິດຕະວິທະຍາຫຼາຍຢ່າງບໍ່ວ່າຈະເປັນການເລືອກເສັ້ນທາງຕອບສະໜອງຕໍ່ເຫດການຕ່າງໆໃນຊີວິດປະຈຳວັນ ຫຼື ການຕັ້ງເປົ້າໝາຍເພື່ອປະສົບຜົນສຳເລັດ. ແຕ່ມື້ນີ້ເຮົາຈະມາເວົ້າເຖິງຫຼັກການ 90/10 ໃນມຸມມອງຂອງຄວາມຮັກ. ເວລາທີ່ເຮົາຫຼົງຮັກໃຜຄົນໜຶ່ງລາວຄົນນັ້ນມັກຈະດູດີ ແລະ ສຸດຍອດທຸກຢ່າງ, ນັ້ນແມ່ນຂໍ້ດີໃນໂຕຄົນນັ້ນເຊິ່ງນັບເປັນ 90% ເປັນຂໍ້ດີທີ່ຄົນຜູ້ນັ້ນມີ....

ປ່ຽນ “ໝູ່ກັນມັນດີ” ໃຫ້ເປັນ “ທີ່ຮັກ” 4 ວິທີປ່ຽນຄວາມສຳພັນທາງກາຍສູ່ຄວາມສຳພັນທາງໃຈ

ເມື່ອມີຄວາມສໍາພັນທາງກາຍກັບໝູ່ ຫຼື ຄວາມສໍາພັນແບບ FWB (Friends with benefits) ມັນມັກຈະເຮັດໃຫ້ຝ່າຍໃດຝ່າຍໜຶ່ງນັ້ນເອົາໃຈເຂົ້າໄປສ່ຽງໃນຄວາມສໍາພັນທີ່ບໍ່ມີການຜູກມັດ. ເມື່ອເລີ່ມມີໃຈໃຫ້ແລ້ວຈະເຮັດແນວໃດລະ? ມ່ວນມີຄໍາແນະນໍາໃຫ້ທຸກຄົນໄດ້ລອງເອົາໄປໃຊ້ເຜື່ອວ່າຈະໄດ້ມີລຸ້ນກັນແດ່. 1. ລອງສັງເກດທ່າທາງ ແລະ ກວດເບິ່ງສະຖານະອີກຝ່າຍ ເພາະໃຫ້ຢູ່ດີໆໄປຖາມວ່າມັກເຮົາບໍ່ ຫຼື ບອກວ່າມັກເລີຍກໍຈະມີໂອກາດພັງພິນາດຈົບດຶງກັບຄືນບໍ່ໄດ້, ທີ່ສໍາຄັນຄືຖ້າເຂົາມີຄົນທີ່ມັກ ຫຼື ມີຄົນລົມແລ້ວຍິ່ງບໍ່ເປັນຕາບຸກເລີຍ. 2. ກຽມໂຕບອກຄວາມຮູ້ສຶກ ຖ້າສັງເກດແລ້ວວ່າທາງສະດວກກໍລອງບອກຄວາມຮູ້ສຶກໄປເລີຍ,...

ຍ້ອນຫຍັງເວລາຜູ້ຍິງຄຽດ ຈຶ່ງມັກເວົ້າວ່າ “ບໍ່ເປັນຫຍັງ”

ບອກວ່າ “ບໍ່ເປັນຫຍັງ” ທັງທີ່ຄວາມຈິງແລ້ວເປັນ, ອາການແບບນີ້ແມ່ນເກີດຂຶ້ນໄດ້ໃນທຸກຄວາມສຳພັນ ໂດຍສະເພາະຄວາມສຳພັນທີ່ເປັນແຟນກັນ ຫຼາຍຄູ່ອາດຈະເຄີຍພົບກັບບັນຫານີ້ມາແລ້ວ ຫຼື ກຳລັງພົບຢູ່, ມື້ນີ້ມ່ວນກໍເລີຍໄດ້ລວບລວມຄວາມເປັນໄປໄດ້ຂອງ “ເຫດຜົນ” ທີ່ແຟນເຮົາມັກປິດບັງຄວາມ “ບໍ່ໂອເຄ” ຂອງຕົນເອງເອົາໄວ້. 1. ລາວຢ້ານເຮົາຈະຄິດວ່າລາວ “ຫຼາຍເລື່ອງ” ຫຼາຍຄັ້ງເວລາທີ່ຜູ້ຍິງຄຽດ ກໍຈະມັກຈະຖືກແຟນເວົ້າໃຫ້ວ່າ “ຫຼາຍເລື່ອງ, ຄິດຫຼາຍໂພດ, ງີ່ເງົ່າ…” ເປັນທຳມະດາ, ເຖິງວ່າເຫດຜົນຂອງລາວຈະຟັງຂຶ້ນສ່ຳໃດກໍຕາມ...

ຮູ້ແລ້ວຄືຍັງບໍ່ເຊົາ? ເປັນຫຍັງເຮົາຈຶ່ງຮັກຄົນທີ່ບໍ່ຮັກເຮົາ

ເປັນຫຍັງ​ເຮົາ​ມັກ​ຮັກ​ຄົນທີ່​ບໍ່​ຮັກ​ເຮົາ, ເປັນຫຍັງ​ເຮົາຈຶ່ງ​ພະຍາຍາມ​ກັບ​ຄົນທີ່​ເຂົາ​ຈະ​ບໍ່​ຮັກ​ເຮົາ​ຄືນຢ່າງ​ແນ່​ນອນ. ມັນ​ຕື່ນ​ເຕັ້ນ ແລະ ມັນ​ທ້າ​ທາຍບໍ? ມື້​ນີ້​ເຮົາ​ມາ​ຫາ​ຄຳ​ຕອບ​ກັນ​ດີກວ່າ​ວ່າ ​ເປັນຫຍັງ​ເຮົາຈຶ່ງ​ຕ້ອງ​ໄປ​ຮັກ​ຄົນ​ແບບ​ນີ້​? ທັງ​ໆ​ທີ່​ຕອນ​ຈົບ​ຫຼາຍ​ເທື່ອມັນ​ຈົບ​ດ້ວຍ​ເຮົາ​ເສຍ​ນ້ຳ​ຕາ​ທຸກເທື່ອ. 1. ເຂົາ​ເປັນ​ຄົນທີ່​ເຮົາ​ຢາກ​ເປັນ ຄົນ​ເຮົາ​ມັກ​ມີ​ພາບ​ຝັນ​ໄວ້​ວ່າ​ເຮົາ​ຢາກ​ຈະ​ເປັນ​ແບບ​ນີ້, ເຮົາ​ຢາກ​ເຮັດ​ແບບ​ນີ້, ເຮົາ​ຢາກ​ມີ​ຄວາມ​ສາມາດ​ແບບ​ນີ້, ເປັນ​ສະ​ເປັກ​ໃນ​ອຸດົມຄະຕິ​ຂອງ​ເຮົາ. ເມື່ອ​ເຮົາ​ໄດ້​ພົບ ເຮົາ​ເລີຍ​ຮູ້​ວ່າ​ສ່ວນ​ທີ່​ຫາຍ​ໄປ​ຂອງ​ເຮົາ​ໄດ້​ຖືກ​ເຕີມ​ເຕັມ​ຂຶ້ນ​ມາ ຊີວິດ​ເຮົາ​ຮູ້ສຶກ​ສົມບູນ​ຂຶ້ນ​ຈາກ​ທີ່​ເຄີຍ​ເປັນ. ຍິ່ງ​ຖ້າ​ໄດ້ລົມ, ໄດ້​ຮູ້​ຈັກ ເຮົາ​ຍິ່ງ​ຈະ​ຢາກ​ມີ​ເຂົາ​ໄວ້​ເລື້ອຍ​ໆ. 2. ຕົກ​ຂຸມຮັກ​ຈົນ​ເບິ່ງຂ້າມ​ຂໍ້​ເສຍ ຕໍ່​ເນື່ອງ​ຈາກ​ຂໍ້​ທີ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.