ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຊວນຕັດຂາດຈາກຄົນມັກນອກໃຈ ດ້ວຍເພງ “ອ້າວ” ຂອງ TAIY AKARD
Muan Listen - ມ່ວນຊວນຟັງ

ຊວນຕັດຂາດຈາກຄົນມັກນອກໃຈ ດ້ວຍເພງ “ອ້າວ” ຂອງ TAIY AKARD

ແບ່ງປັນ

ຄວາມສໍາພັນໃດທີ່ມັນທໍາຮ້າຍຮ່າງກາຍ ແລະ ຈິດໃຈເຮົາລ້ວນແຕ່ເປັນວາມສໍາພັນ Toxic… ເພງ ອ້າວ – Out ຂອງ TAIY AKARD ຈະພາທຸກຄົນໄປສໍາຜັດເຖິງຄວາມສຸກ ແລະ ຄວາມອິດສະຫຼະ ຂອງການພາຕົວເອງອອກມາຈາກຄົນທີ່ເປັນພິດ.

“ເຄີຍຄິດວ່າຄວາມຮັກ ບໍ່ມີເຈົ້າແລ້ວຫົວໃຈຂ້ອຍຕ້ອງແຕກສະຫຼາຍ ຖ້າບໍ່ມີເຈົ້າຊີວິດຄົງໝົດຄວາມໝາຍ” ທ່ອນນີ້ໄດ້ອະທິບາຍເຖິງຄວາມຮູ້ສຶກຂອງຄົນທີ່ຢ້ານ ແລະ ບໍ່ກ້າປ່ອຍຄົນທີ່ທໍາຮ້າຍຈິດໃຈໄປເພາະກັງວົນວ່າຕົວເອງຈະຢູ່ບໍ່ໄດ້ເມື່ອບໍ່ມີເຂົາ.

ແຕ່ພໍມາຮອດມື້ໜຶ່ງ, ຕົວເອງພັດຖືກຖິ້ມ ແລະ ເຂົາກໍໄປຢູ່ກັບຄົນໃໝ່ເຊິ່ງໃນເວລາທີ່ເຮົາໄດ້ກັບມາຢູ່ຄົນດຽວນີ້ກໍເຮັດໃຫ້ເຮົາຄິດໄດ້ວ່າ “ອ້າວ…. ນີ້ມັນດີກ່ວາ ຕອນເຮົາຮັກກັນ. ມັນດີກ່ວາຕອນມີເຈົ້ານັ້ນຢູ່ດ້ວຍຊໍ້າ”

ທ່ອນຮຸກຂອງເພງ ອ້າວ ໄດ້ເລົ່າຄວາມຮູ້ສຶກຂອງຕົວລະຄອນຫຼັກວ່າ “ຕອນບໍ່ມີ້ເຂົາ ຊີວິດເຮົາມີຄວາມສຸກກວ່າ”

ໃຜທີ່ເຄີຍຢູ່ໃນຄວາມສໍາພັນທີ່ເປັນພິດຈະເຂົ້າໃຈເພງນີ້ໄດ້ດີ ແລະ ໃຜທີ່ຍັງຢູ່ໃນຄວາມສໍາພັນນີ້ຢູ່ ເພງ ອ້າວ ອາດຊ່ວຍໃຫ້ເພິ່ນກ້າຕັດຂາດຈາກມັນ

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.