ຮັກແບບພໍດີແດ່ອ້າຍ ຊວນສ່ອງຊີວິດຄູ່ທີ່ແສນວຸ່ນວາຍໃນ Peach and Me ມີສະຕິແລ້ວລູກພີຊ

Key Takeaways:
- ກຳລັງຈະມີຊີຣີສ໌ເລື່ອງໃໝ່ ພາກຕໍ່ຈາກ Me and Thee มีสติหน่อยคุณธีร์ (ມີສະຕິແດ່ຄຸນທີ) ໂດຍມີ ປອນ - ພູວິນ ສະແດງ.
- ຊີຣີສ໌ພາກຕໍ່ມີຊື່ວ່າ Peach and Me มีสติแล้วลูกพีช (ມີສະຕິແລ້ວລູກພີຊ) ຈະເລົ່າເລື່ອງຊີວິດຫຼັງແຕ່ງງານຂອງ ຄຸນທີ ແລະ ລູກພີຊ.
- ຄຸນທີ ຕັ້ງໃຈຈະໃຊ້ຊີວິດຄູ່ແບບ 'ມີສະຕິ' ໂດຍການພາ ລູກພີຊ ໄປຮັນນີມູນທຸກອາທິດເປັນເວລາ 6 ເດືອນ.
- ລູກພີຊ ໄດ້ຂໍຮ້ອງ ຄຸນທີ ໃຫ້ພໍກ່ອນ ແລະ ຂໍເວລາໄປເຮັດວຽກ.
- ຊີຣີສ໌ ຈະອອກອາກາດທຸກວັນເສົາ ເວລາ 20:30 ນາທີ ທາງຊ່ອງ GMM25 ແລະ ອອນລາຍ ເວລາ 21:30 ນາທີ ທີ່ແອັບ iQIYI ໂດຍເລີ່ມວັນທີ 11 ກໍລະກົດ 2026.
ໃຜທີ່ກຳລັງຖ້າເບິ່ງຊີຣີສ໌ເລື່ອງໃໝ່ທີ່ ປອນ – ພູວິນ ສະແດງຢູ່ບອກເລີຍວ່າຫ້າມພາດ! ເພາະເລື່ອງທີ່ ມ່ວນຊວນເບິ່ງ ຈະເລົ່າໃຫ້ຟັງຕອນນີ້ແມ່ນພາກຕໍ່ມາຈາກ Me and Thee มีสติหน่อยคุณธีร์ (ມີສະຕິແດ່ຄຸນທີ) ນັ້ນເອງ.
ຖ້າທຸກຄົນຍັງຈື່ເລື່ອງລາວຄວາມຮັກຂອງ ຄຸນທີ ກັບ ລູກພີຊ ໄດ້ຢູ່ ແລະ ຮູ້ວ່າຫຼັງຈາກທີ່ພວກເຂົາຈັດງານແຕ່ງງານແບບອົບອຸ່ນໄປແລ້ວ ຫຼາຍຄົນອາດຈະຄິດວ່າເລື່ອງລາວຈະຈົບແບບແຮັບປີເອນດິ້ງ ແລະ ເລື່ອງລາວມັນຄົງຈະຈົບຢູ່ບ່ອນນັ້ນ.
ຂໍບອກເລີຍວ່າ ຍັງ! ເພາະຊີຣີສ໌ພາກຕໍ່ກຳລັງຈະມາໃນຊື່ໃໝ່ວ່າ Peach and Me มีสติแล้วลูกพีช (ມີສະຕິແລ້ວລູກພີຊ). ພໍມາໃນຮອບນີ້ແມ່ນຈະເລົ່າກ່ຽວກັບຊີວິດຫຼັງແຕ່ງງານຂອງທັງສອງຄົນ ເຊິ່ງ ຄຸນທີ ກໍມີຄວາມຕັ້ງໃຈຄັກແນ່ວ່າຫຼັງຈາກນີ້ຈະໃຊ້ຊີວິດຄູ່ແບບ ມີສະຕິ ໃຫ້ຫຼາຍຂຶ້ນ.
ແຕ່ຄວາມມີສະຕິຂອງຄຸນທີຄືແປກໆວ່າບໍ່ທຸກຄົນ ເພາະ ຄຸນທີ ບອກວ່າຈະພາ ລູກພີຊ ໄປຮັນນີມູນໃນທຸກໆອາທິດຕິດຕໍ່ກັນດົນເຖິງ 6 ເດືອນ (ແອັດມິນ: ຮຶມ… ມິສະຕິແດ່ຄຸນທີ!) ຈົນຄົນຮັກຄື ລູກພີຊ ຕ້ອງໄດ້ຂໍຮ້ອງວ່າ ພໍກ່ອນ… ຂໍເວລາໄປເຮັດວຽກເຮັດວຽກແດ່ທ້ອນ.
ພວກເຮົາມາລຸ້ນນຳກັນວ່າ ການຮັກແບບ ມີສະຕິ ຂອງ ຄຸນທີ ມັນຈະອອກມາໜ້າຮັກຊ່ຳໃດ ຫຼື ຈະເຈັບຫົວກວ່າເກົ່າ? ແລ້ວເລື່ອງລາວຢູ່ໃນຄະລຶຫາດອາເຊນີ ຈະມີຄວາມວຸ່ນວາຍຫຍັງເກີດຂຶ້ນຕື່ມອີກ? ຖ້າທຸກຄົນຢາກຮູ້ ຕ້ອງຖ້າຕິດຕາມເບິ່ງນຳກັນໃນໄວໆນີ້ເລີຍ.
ຕິດຕາມເບິ່ງ Peach and Me ທຸກວັນເສົາ ເວລາ 20:30 ນາທີ (ເລີ່ມວັນທີ 11 ກໍລະກົດ 2026 ນີ້) ທາງຊ່ອງ GMM25 ແລະ ເບິ່ງອອນລາຍ ເວລາ 21:30 ນາທີ ທີ່ແອັບ iQIYI.
ແລ້ວທຸກຄົນເດ ຄິດວ່າ ຄຸນທີ ຈະພາ ລູກພີຊ ໄປຮັນນີມູນຮອດ 6 ເດືອນແທ້ບໍ ຫຼື ຈະລົ່ມຕັ້ງແຕ່ອາທິດທຳອິດ?