ໜ້າຫຼັກ Muan.la - ສາລະບັນເທີງ The Interview SenJx ເຜີຍ “ຢາກເປັນສິລະປິນຕົວຢ່າງ” ສົ່ງເສີມຄົນຮຸ່ນໃໝ່ໃນທາງທີ່ດີ
The Interview

SenJx ເຜີຍ “ຢາກເປັນສິລະປິນຕົວຢ່າງ” ສົ່ງເສີມຄົນຮຸ່ນໃໝ່ໃນທາງທີ່ດີ

ແບ່ງປັນ
Getting your Trinity Audio player ready...

ໃນການສົນທະນາທີ່ເຕັມໄປດ້ວຍແຮງບັນດານໃຈກັບ SenJx ຈາກ HUEN CREW ໄດ້ພາເຮົາໄປສຳຜັດກັບມຸມມອງຂອງສິລະປິນຮຸ່ນໃໝ່ທີ່ບໍ່ພຽງແຕ່ຢາກສ້າງສັນຜົນງານຜ່ານສຽງດົນຕີເທົ່ານັ້ນ, ແຕ່ຍັງມຸ່ງສ້າງຊຸມຊົນຮິບຮັອບ-ແຣັບເປີ ໃຫ້ເປັນພື້ນທີ່ປອດໄພ ພ້ອມທັງສົ່ງເສີມຄົນຮຸ່ນໃໝ່ໃຫ້ກ້າວເດີນໃນແນວທາງທີ່ດີຜ່ານເນື້ອຮ້ອງ ແລະ ວິຖີຊີວິດທີ່ແທ້ຈິງຂອງລາວ.

ການທີ່ໄດ້ລົມກັບ SenJx ນັ້ນເຮັດໃຫ້ທີມມ່ວນໄດ້ເຫັນເຖິງຕົວຕົນຂອງລາວຊັດເຈນຂຶ້ນຜ່ານການບອກເລົ່າເລື່ອງຈາກລາວເອງ, ທັງສິ່ງທີ່ກຳລັງເຮັດ, ຄວາມຮັບຜິດຊອບ ແລະ ທັດສະນະຄະຕິທີ່ດີ. ລາວຖືວ່າເປັນຄົນຮຸ່ນໃໝ່ທີ່ເບິ່ງເຫັນໂອກາດໃນການປ່ຽນແປງໃນດ້ານສັງຄົມທີ່ເປັນຢູ່ໃຫ້ດີຂຶ້ນໄປຕື່ມ, ຄວາມຕ້ອງການທີ່ຢາກສ້າງຊຸມຊົນຮິບຮັອບ-ແຣັບເປີ ໃຫ້ເປັນພື້ນທີ່ປອດໄພສຳລັບທຸກຄົນ ໂດຍຈັບເອົາສິ່ງທີ່ຮັກ ແລະ ມີຢູ່ນຳມາສົ່ງສານຜ່ານເນື້ອຮ້ອງ-ດົນຕີ ແລະ Lifestyle ທີ່ໜ້າສົນໃຈຂອງລາວ.

ບຸນສັກສິດ ຟອງຄຳເເດງ (ໜຶ່ງ) ຫຼື ເຊັ່ນຈູ່ (SenJx) ປັດຈຸບັນອາຍຸ 23 ປີ, ເປັນນັກສຶກສາເເພດສາດ ເເລະ ຍັງເປັນສິລະປິນຮິບຮັອບ. SenJx ເລົ່າໃຫ້ຟັງກ່ຽວກັບລາວທີ່ຫຼາຍຄົນຍັງບໍ່ຮູ້ ວ່າລາວເປັນຄົນທີ່ບໍ່ດື່ມເຫຼົ້າ, ບໍ່ດື່ມເບຍ, ບໍ່ສູບຢາ ຫຼື ເເຕະຕ້ອງອະບາຍຍະມຸກທຸກຢ່າງ ຕັ້ງເເຕ່ລາວໃຫຍ່ມາ. ນອກຈາກນັ້ນ, SenJx ຍັງມີລັກສະນະນິໄສເປັນຄົນງ່າຍໆຕາມພາສາຜູ້ບ່າວໄທບ້ານ, ອົດທົນ-ໃຈເຢັນ, ໝັ້ນໃຈໃນຕົວເອງມີຄວາມມຸ່ງໝັ້ນເພື່ອທີ່ຈະໄດ້ໄປຮອດທຸກເປົ້າໝາຍທີ່ຕັ້ງໄວ້.

Instagram: feltinluvwithsenju

ມ່ວນກໍຢາກຮູ້ວ່າກິດຈະກຳຍາມວ່າງຂອງ SenJx ນັ້ນມັກເຮັດຫຍັງແດ່ຈຶ່ງຖາມຕື່ມອີກ ຫຼັງຈາກລາວໄດ້ແນະນຳຕົວແລ້ວ, SenJx ກໍໄດ້ເລົ່າດ້ວຍທ່າທີສະບາຍໆວ່າ:

“ໄລຍະຫຼັງມານີ້ ເຮົາບໍ່ຄ່ອຍວ່າງເລີຍ, ເເຕ່ຖ້າບໍ່ເຮັດເພງ ແລະ ມີເວລາວ່າງກໍມັກຈະເຮັດກິດຈະກຳໄປບົວລະບັດຕົ້ນໄມ້ທີ່ປູກ, ຕົກເເຕ່ງຫ້ອງ, ຫາຄວາມຮູ້ໃນບາງເລື່ອງທີ່ຢາກຮຽນຮູ້ສິ່ງໃດໜຶ່ງຕາມອາລົມສິລະປິນ ຫຼື ເບິ່ງໜັງ.”

ຄວາມໝາຍຂອງຊື່ SenJx

SenJx ແມ່ນ Stage name ຫຼື AKA ໃນນາມສິລະປິນຂອງລາວ ເຊິ່ງເຮັດໃຫ້ຫຼາຍຄົນຈື່ລາວໄດ້ດີກັບຊື່ທີ່ມີເອກະລັກນີ້, SenJx ແມ່ນຕ້ອງອ່ານອອກສຽງວ່າ SenJu ທີ່ລາວປ່ຽນມາໃສ່ X ເພື່ອທີ່ຈະໄດ້ຍຶດເປັນນາມປາກກາຂອງຕົວເອງເລີຍ.

SenJu ເປັນຊື່ຂອງຕະກຸນໜຶ່ງຈາກກາຕູນຍີ່ປຸ່ນເລື່ອງ “Naruto – ນາຣຸໂຕະ” ລາວໄດ້ເເທນຄວາມໝາຍຂອງ SenJu ທີ່ອ້າງອີງມາຈາກແວດລ້ອມຂອງຕະກຸນນັ້ນຄືເປັນຕະກຸນທຳອິດທີ່ກໍ່ຕັ້ງຫມູ່ບ້ານ “ໂຄໂນຮະ” ຂຶ້ນມາ ເເລະ ເປັນຕະກຸນທີ່ເຂັ້ມແຂງຫຼາຍທາງດ້ານຄວາມສາມາດ, ຄວາມຮູ້ ແລະ ເເນວຄິດຕ່າງໆ. ທັງນີ້, ຜູ້ນຳຕະກຸນກໍໄດ້ຊື່ວ່າ SenJu Hashirama ເປັນຜູ້ນຳລຸ້ນທີ 1 ເຮັດໃຫ້ SenJx ຄິດວ່າຄວາມໝາຍທີ່ຕີອອກມານັ້ນຄ້າຍຄືກັບ “ຕົວຕົນ” ລັກສະນະນິໄສຂອງລາວທີ່ເປັນຢູ່ ເເລະ ເລກ 1 ກໍຍັງມີຄວາມໝາຍຕໍ່ລາວຫຼາຍໃນດ້ານເປົ້າໝາຍຊີວິດ, ຄວາມໝາຍໃນຊື່ຫຼິ້ນ “ໜຶ່ງ” ທີ່ຕິດມາກັບໂຕລາວນັ້ນ ລາວກໍພຽງຢາກເປັນອັນດັບ 1 ໃນຫຼາຍໆດ້ານ.

ອ່ານຕື່ມ:  ນຶກເຖິງວັນເວລາທີ່ຈາກໄປກັບຄວາມຮັກທີ່ແສນເຈັບປວດ ຟັງເພງ "ຈາກ" ຮ້ອງໂດຍ J9INE ft BUS TLN

ຈຸດເລີ່ມຕົ້ນໃນການເປັນສິລະປິນ

ຈຸດເລີ່ມຕົ້ນໃນການເປັນນັກຮ້ອງແມ່ນເລີ່ມຕັ້ງເເຕ່ຕອນ ມ. 3 ລາວເປັນຄົນມັກຟັງເພງ, ໃນຕອນນັ້ນກໍຮຽນຫຼິ້ນກີຕ້າ, ຮ້ອງເພງກັບໝູ່ຕາມພາສາໄວລຸ້ນ ໃນລະຫວ່າງ ມ. 4 – ມ. 7 ລາວກໍຟັງເພງມາຕະຫຼອດ, ຟັງນັກຮ້ອງຫຼາຍຄົນທັງເເນວເພງອີສານ, ໝໍລຳ, Rnb, Indie, Pop, Rock, Hip-Hop ແລະ Rap. ຈົນມາຮອດປີ 2020, SenJx ໄດ້ເລີ່ມຂຽນເພງເອງໂດຍໃຊ້ບີທຈາກຢູທູປ ເເລະ ສຶກສາວິທີອັດເພງເອງ. ຫຼັງຈາກນັ້ນ ລາວກໍໄດ້ລອງປ່ອຍເພງທຳອິດໄປ ເຊິ່ງກໍໄດ້ຜົນລັບທີ່ໜ້າພໍໃຈ ແລະ ໄດ້ກາຍມາເປັນ SenJx ໃນປະຈຸບັນນີ້.

ກ່ຽວກັບເພງ “ເມົາຄວາມເຈັບປວດ” ແລະ “ສຳປະຊັນຍະ”

ເມົາຄວາມເຈັບປວດ ເເລະ ສຳປະຊັນຍະ ເປັນສ່ວນໜຶ່ງຂອງຊີຣີສ໌ເພງ “ເຂົ້າບ່າຍເກືອ” ຈະມີທັງໝົດ 4 ເພງ ເຊິ່ງເພງ “ເມົາຄວາມເຈັບປວດ” ໃນຄວາມໝາຍຂອງເພງຍັງບໍ່ເເມ່ນປະເດັນຫຼັກຂອງຊີຣີສ໌ເພງນີ້ເທື່ອ, ເເຕ່ເປັນການເລົ່າເລື່ອງລາວກ່ອນໜ້ານັ້ນ ຍ້ອນກັບໄປປະມານ 2 ປີກ່ອນທີ່ຈະປ່ອຍເພງອອກມາ.

SenJx ໄດ້ພົບຜູ້ຍິງຄົນໜຶ່ງ ແລະ ທັງສອງກໍລົມກັນແຕ່ບໍ່ໄດ້ຄົບ ເຊິ່ງໃນໄລຍະເວລາ 7 ເດືອນນັ້ນມັນເຮັດໃຫ້ລາວມີອາການຊຶມເສົ້າ ແລະ ກໍໄປຫານັ່ງຢູ່ຮ້ານບັນເທີງເເຫ່ງໜຶ່ງກັບ ວິນ XXXVVIIV. ຕາມພາສາຄົນ Hurt ເເລ້ວຢູ່ດີໆ ວິນ ກໍໄດ້ເຢີ້ຍ Senjx ຂຶ້ນມາວ່າ “ເມົາຄວາມເຈັບປວດ ຕຳຫຼວດຊິຈັບກູບໍ່?“ ກໍເລີຍກາຍມາເປັນເພງນີ້ໃນປັດຈຸບັນ.

ເພງ “ສຳປະຊັນຍະ” ເປັນການເລົ່າຄວາມຮູ້ສຶກທີ່ເຮົາຕ້ອງຍອມຮັບຄວາມຈິງຈາກເລື່ອງລາວຂອງເພງ ”ເມົາຄວາມເຈັບປວດ” ນັ້ນອອກມາໃນຮູບເເບບສະໄຕລ໌ໝໍລຳ, ເຊິ່ງ Flow ໝໍລຳເປັນສິ່ງທີ່ SenJx ພະຍາຍາມສຶກສາຢາກລຳໃຫ້ໄດ້ມາໂດຍຕະຫຼອດ ເຊິ່ງຈະເວົ້າກ່ຽວໂຍງເຖິງຄວາມເປັນຈິງທີ່ລາວເປັນກັບຖານະທີ່ເເຕກຕ່າງກັນ, ວິຖິຊີວິດທຳມະດາ ການທີ່ຕ້ອງຈຽມໂຕໃນຖານະຜູ້ຊາຍຄົນໜຶ່ງກ່ອນທີ່ຈະໄປມັກໄປຮັກຜູ້ຍິງຄົນໃດກໍ່ຕາມ.

SenJx ໄດ້ປະກອບສ່ວນກັບຜົນງານເພງຕ່າງໆ

“ໃນໄລຍະ 5 ປີທີ່ຜ່ານມາເຮົາພະຍາຍາມຢູ່ເບື້ອງໜ້າມາໂດຍຕະຫຼອດໃນນາມ SenJx ພາຍໃຕ້ບ້ານ HUENCREW ແລະ Who’s Record ບໍ່ວ່າຈະເປັນເພງ More Than Friends, ຄວາມລັບ ແລະ DAY 1 HEARTBROKEN. ໄດ້ຮ່ວມງານກັບສິລະປິນຫຼາຍຄົນເຊັ່ນ: Horlock ບໍ່ວ່າຈະເປັນເພງ ຫຍັບອອກ, ຍວກ Yuak ຫຼື Dee Roc X SenJx ໃນເພງ HUSTLER,” ລາວເລົ່າ.

ອ່ານຕື່ມ:  ເບຶ້ອງຫຼັງຄວາມສຳເລັດດ້ວຍຄວາມຝັນ ຢາກໄປແຂ່ງເຕັ້ນຢູ່ຕ່າງປະເທດ ຂອງນັກກິລາປະເພດເຕັ້ນ BBOY "Ka-G"

“ການປະກອບສ່ວນໃນງານເບື້ອງຫຼັງແມ່ນຈະເນັ້ນໄປທາງດ້ານການຊ່ວຍຂຽນເນື້ອເພງໃຫ້ຫຼາຍໆສິລະປິນ, ຕົວຢ່າງເດັ່ນໆເລີຍຄື: Luh Wvn ເຊິ່ງເຮົາກໍຖືວ່າເປັນກຳລັງຫຼັກໃນການສ້າງສັນຜົນງານອອກມາ (ເຈົ້າໂຕຈະຄິດຄືກັນບໍ່ອັນນີ້ລອງຖາມເຈົ້າໂຕເບິ່ງເດີ້ 555+) ແລະ ຍັງເຄີຍ Produce ບີທໃຫ້ Snake F (UTOPIAN) ແລະ ອື່ນໆ.”

“ຜົນງານທີ່ຜ່ານມາກໍຫຼາຍຈົນຕົວເອງກໍຈື່ບໍ່ໄດ້ເເລ້ວເພາະຫຼາຍເເຮງ,” SenJx ໄດ້ເລົ່າດ້ວຍສຽງຫົວພ້ອມຍິ້ມອາລົມດີ.

Role Model ຂອງ SenJx ແລະ ການເຮັດຜົນງານເພງທີ່ທ້າທ້າຍ

YOUNGOHM ເປັນ Idol ຄົນດຽວຂອງ SenJx ທີ່ເຮັດໃຫ້ລາວຢາກເຮັດເພງມາຕະຫຼອດ ເພາະລາວໄດ້ຟັງໃນຊ່ວງທຳອິດກໍເເມ່ນເພງຂອງ YOUNGOHM ໃນໄລຍະ 3 – 4 ປີ ກ່ອນຈະມາເຮັດເພງລາວກໍໄດ້ຕິດຕາມຜົນງານເພງຂອງ Idol ຄົນນີ້ເປັນຫຼັກ.

ໃນອະນາຄົດ SenJx ຢາກລອງເຮັດເພງທີ່ຊ່ວຍໃຫ້ນັກສູ້ຊີວິດທຸກຄົນໄດ້ມີເເຮງສູ້ຕໍ່ໄປໄດ້, ສາມາດເປັນເພງທີ່ດຶງຄົນທີ່ຢູ່ຈຸດທີ່ຕົກຕ່ຳທີ່ສຸດຂອງຊີວິດກັບຂຶ້ນມາມີເເຮງສູ້ຕໍ່ໃນຮູບເເບບດົນຕີສົດ ບໍ່ວ່າຈະເປັນກອງ, ກີຕ້າ, ເບສ, ຄີບອດ ແລະ ເປຍໂນ ເປັນຕົ້ນ. ອາດຈະມີການປະສົມປະສານຄວາມເປັນຮິບຮັອບເຂົ້າໄປ ເຊິ່ງນີ້ຍັງເປັນສິ່ງທີ່ທ້າທາຍຫຼາຍສຳລັບ SenJx.

ເປົ້າໝາຍ ແລະ ຄວາມຝັນທີ່ SenJx ຢາກເຮັດໃຫ້ສຳເລັດ

SenJx ມີຈຸດປະສົງຢາກເປັນສິລະປິນຕົວຢ່າງ ແລະ ສົ່ງເສີມຄົນຮຸ່ນໃໝ່ໃຫ້ໄປໃນແນວທາງທີ່ດີ ຖ້າພວກເຂົາໄດ້ເຫັນເເລ້ວຈະໄດ້ຮູ້ສຶກວ່າ “ນີ້ເເຫຼະ! ສິລະປິນທີ່ຄົບເຄື່ອງທີ່ຄວາມຮູ້ຕ້ອງມີ, ຄວາມສາມາດຕ້ອງເກັ່ງ, ມີຄວາມອົດທົນ ເເລະ ມີສະຕິ.”

ເຮົາຢາກສາລະພາບວ່າ ‘Rapper ບໍ່ຈຳເປັນຕ້ອງເວົ້າເເຕ່ຄຳຫຍາບຕະຫຼອດເວລາ, ບໍ່ຈຳເປັນຕ້ອງມີສິ່ງມຶນເມົາມາປະດັບເນື້ອເພງ’ ນີ້ບໍ່ເເມ່ນການປຽບທຽບກັບສິລະປິນທ່ານອື່ນ ເເຕ່ເປັນພຽງຈຸດປະສົງທີ່ໂຕເຮົາເອງຢາກເປັນ.

“ຄວາມຝັນສຸດທ້າຍທີ່ຢາກເຮັດໃຫ້ດີທີ່ສຸດ ເເລະ ຕ້ອງເຮັດໃຫ້ໄດ້ກໍຄືການບໍ່ຢາກມານັ່ງຄິດວ່າ ຖ້າມື້ນີ້ກິນເຂົ້າຄາບນີ້ເເລ້ວ ມື້ອື່ນຈະເອົາເງິນໃສມາກິນ? ຄ່າເຂົ້າສິປ້ອນໃສ່ປາກຕົວເອງໃນເເຕ່ລະມື້ ເຮົາບໍ່ຢາກມານັ່ງປະຢັດຄິດຍາກເຖິງເລື່ອງລາວນີ້ອີກເເລ້ວ, ເຮົາພຽງແຕ່ຢາກກິນສິ່ງທີ່ຢາກກິນໂດຍທີ່ບໍ່ຕ້ອງຄິດຫຍັງເລີຍ,” ລາວເລົ່າ.

ອ່ານຕື່ມ:  ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

ມ່ວນກໍສົງໄສວ່າ SenJx ເຮັດຫຼາຍຢ່າງທັງເລື່ອງຮຽນ ແລະ ການເຮັດເພງ ການຕ້ອງຮັບຜິດຊອບຫຼາຍຂະໜາດນີ້ລາວແບ່ງເວລາແນວໃດ SenJx ກໍໄດ້ນຳເຄັດລັບມາແບ່ງປັນການຈັດການເວລາຂອງລາວ.

“ຄວາມຮູ້ຍັງເປັນສິ່ງສຳຄັນສຳລັບເຮົາສະເໝີ ໂດຍສະເພາະໃນຖານະ ‘ໝໍ’ ເຊິ່ງເຮົາບໍ່ເເມ່ນຄົນທີ່ມັກຮຽນ ຫຼື ຕັ້ງໃຈຮຽນຂະໜາດນັ້ນ, ເເຕ່ອີງຕາມຄວາມເປັນຈິງຖ້າເຮົາຈົບໝໍໄດ້ນີ້ຈະເປັນຂໍ້ໄດ້ປຽບໃນການໃຊ້ຊີວິດຂອງເຮົາ.”

“ສ່ວນການເເບ່ງເວລານັ້ນຍົກຕົວຢ່າງ: ມື້ໃດທີ່ເຮົາອອກຍາມມາ ເຮົາຈະເຂົ້າສະຕູໄປເຮັດເພງເລີຍ, ຖ້າເປັນວັນເສົາ-ທິດເຮົາກໍຈະກຽມເຄື່ອງໄປນອນຄ້າງຢູ່ຫັ້ນ ພໍຮອດວັນຈັນເຮົາກໍໄປໂຮງໝໍຕໍ່ໄດ້ເລີຍ ເຊິ່ງການຮຽນການເປັນໝໍເປັນຄວາມຮັບຜິດຊອບ, ເປັນໜ້າທີ່ໃນຊີວິດຂອງເຮົາ ເເລະ ການເຮັດເພງເປັນຈິດວິນຍານ ເປັນການຫຼໍ່ລ້ຽງຫົວໃຈຂອງເຮົານັ້ນເອງ. ໃນດ້ານການພັກຜ່ອນເເມ່ນເຮົາຈະພະຍາຍາມນອນໃຫ້ໄດ້ບໍ່ຕໍ່າກວ່າ 6 ຊົ່ວໂມງ (ຍົກເວັ້ນມື້ຍາມເຮົາອາດຈະບໍ່ໄດ້ນອນເລີຍ).”

ພາບຕົວເອງໃນອະນາຄົດອີກ 5 ປີ ນັ້ນ, SenJx ບອກວ່າ ລາວໜ້າຈະກາຍເປັນ Resident 1 ໃນຖານະໝໍໄປເເລ້ວ ເເລະ ກໍຄົງຈະຕ້ອງມີເພງດັງຈັກເພງໜຶ່ງ ເເລ້ວກໍຫວັງວ່າຄຸນນະພາບຊີວິດຂອງຕົນເອງຈະດີຂຶ້ນ. “ສິ່ງທີ່ເຮົາພະຍາຍາມມາຕະຫຼອດຈະຕອບເເທນເຮົາດ້ວຍສິ່ງໃດສິ່ງໜຶ່ງທີ່ບໍ່ສາມາດຄາດເດົາໄດ້.”

“ສຸດທ້າຍ ຂໍຝາກຊີຣີສ໌ເພງ “ເຂົ້າບ່າຍເກືອ” ທີ່ SenJx ແລະ ວິນ XXXVVIIV ຮ່ວມເຮັດດ້ວຍກັນ ເຊິ່ງຕອນນີ້ແມ່ນໄດ້ປ່ອຍອອກມາສອງເພງແລ້ວຄື ເພງ ເມົາຄວາມເຈັບປວດ ແລະ ສຳປະຊັນຍະ ຍັງເຫຼືອອີກສອງເພງ, ຕໍ່ມາກໍຝາກຕື່ມກັບ HUEN CREW ALBUM ທີ່ກຳລັງເຮັດຢູ່ ເຊິ່ງຈະໄດ້ປ່ອຍໄວໆນີ້.”

ທຸກຄົນສາມາດຕິດຕາມ SenJx ໄດ້ຕາມ social media ຫຼື Streaming ທຸກ Platform ໄດ້ເລີຍ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.