ໃນວົງການປະກວດ, ຊື່ຂອງ ຊານົນ ມະນີຜົນ ຄືຕົວແທນຂອງຄວາມສຳເລັດໃນຖານະ Mister Supranational Laos. ແຕ່ເບື້ອງຫຼັງຮອຍຍິ້ມ ແລະ ຄວາມໝັ້ນໃຈເທິງເວທີ, ຊານົນໄດ້ຕັດສິນໃຈຄັ້ງໃຫຍ່ທີ່ປ່ຽນຊີວິດນົນໄປຕະຫຼອດການ ນັ້ນຄືການກ້າວເຂົ້າສູ່ສະໜາມລາຍການ The Face Men Thailand. ເຖິງການເດີນທາງເທື່ອນີ້ ອາດຈະບໍ່ສາມາດໄປໄດ້ເຖິງປາຍທາງທີ່ວາດຝັນ, ແຕ່ມັນກໍສອນບົດຮຽນລາຄາແພງ ຄືການກັບເຂົ້າມາສຳຫຼວດ “ຈິດໃຈ” ຂອງຕົນເອງອີກຄັ້ງໜຶ່ງ.
“ຖ້າບໍ່ເຮັດມື້ນີ້… ເຮົາສິເຮັດມື້ໃດ?”
ຫຼັງຈາກຈົບເວທີ Mister Supranational, ຊານົນຍອມຮັບວ່ານົນຮູ້ສຶກ “ສຸດແລ້ວ” ສຳລັບສາຍຊາຍງາມ. ເຖິງແຟນໆຈະຢາກເຫັນນົນປະກວດຕໍ່, ແຕ່ໃນໃຈນົນຮູ້ດີວ່າ ໄປເວທີໃດກໍອາດຈະບໍ່ຄືເກົ່າ. ເມື່ອ The Face ປະກາດຮັບສະໝັກ, ໃຈໜຶ່ງກໍຢາກໄປ ແຕ່ໃຈໜຶ່ງກໍລັງເລເພາະດ້ວຍພາລະໜ້າທີ່ ແລະ ຄິວວຽກທີ່ຮັດຕົວ.
ມັນເປັນການຕັດສິນໃຈທີ່ຍາກ ເພາະຢ້ານວ່າໄປແຂ່ງແລ້ວມັນຈະຕຳກັບຄິວວຽກທີ່ເຮົາຮັບໄວ້… ແຕ່ມັນມີຄວາມຮູ້ສຶກໜຶ່ງເຂົ້າມາຄື ຖ້າເຮົາບໍ່ເຮັດມື້ນີ້ ເຮົາສິເຮັດມື້ໃດ? ເພາະຖ້າເຮົາປ່ອຍມັນໄປ ເຮົາບໍ່ຢາກມານັ່ງເສຍໃຈກັບການຄິດຍ້ອນຫຼັງວ່າ ເປັນຫຍັງຕອນນັ້ນເຮົາຄືບໍ່ເຮັດ.
ສຽງສະທ້ອນໃນໃຈນີ້ເອງ ທີ່ຜັກດັນໃຫ້ນົນຍື່ນໃບສະໝັກ ພຽງເພາະບໍ່ຢາກໃຫ້ຕົນເອງຮູ້ສຶກຜິດຫວັງທີ່ບໍ່ກ້າລົງມືເຮັດໃນວັນທີ່ມີໂອກາດ.

ຈາກຊາຍງາມສູ່ການຮຽນຮູ້ ການເປັນນາຍແບບທີ່ຖືກຕ້ອງ
ພາບທີ່ທຸກຄົນເຫັນ ຊານົນຄືນາຍແບບທີ່ສະແດງອອກຢ່າງມືອາຊີບ, ແຕ່ຄວາມຈິງຄື ນົນບໍ່ເຄີຍນິຍາມຕົນເອງວ່າເປັນນາຍແບບເລີຍ. ສິ່ງທີ່ນົນເຮັດມາຕະຫຼອດຄືການໃຊ້ “ອິນເນີ້” ແລະ ຄວາມເປັນນັກສະແດງມາຊ່ວຍ.
ເພື່ອໄປຮອບ Offline, ນົນກໍຕ້ອງໄດ້ໄປຮຽນເລື່ອງພວກນີ້ ແລະ ຄົນທຳອິດທີ່ນົນຄິດຫາ ແລະ ຕ້ອງໄປຮຽນຍ່າງແບບໃໝ່ທັງໝົດ ນັ້ນກໍຄື “ເອື້ອຍຕ໋ອດ ລີນ່າ” ເຊິ່ງພາຍໃນເວລາພຽງ 2-3 ຊົ່ວໂມງ, ເອື້ອຍຕ໋ອດໄດ້ສອນທັງການຍ່າງ, ການໂພສທ່າ ແລະ ທີ່ສຳຄັນທີ່ສຸດຄື “ຄວາມເຂົ້າໃຈພື້ນຖານຂອງຄຳວ່າ ໂມເດລ”, ເຮົາກໍເອົາສິ່ງທີ່ໄດ້ຮຽນມານັ້ນນຳມາຊ້ອມເອງ ມາພັດທະນາຕໍ່ ເຊິ່ງມັນເຮັດໃຫ້ຮູ້ວ່າມັນບໍ່ແມ່ນແຄ່ການຍ່າງໃຫ້ຊື່, ແຕ່ແມ່ນການຈັດວາງຮ່າງກາຍ (Posture) ໃຫ້ມີສະເໜ່ໃນແບບຂອງນາຍແບບແທ້ໆ. ມັນເຮັດໃຫ້ຊານົນຮູ້ສຶກທັນທີວ່າ “ໝັ້ນໃຈຫຼາຍຂຶ້ນ ແລະ ບຸກຄະລິກດີຂຶ້ນ”.
ນົນບໍ່ຮູ້ວ່າການເປັນນາຍແບບແທ້ໆແມ່ນຫຍັງ? ພໍໄດ້ໄປຮຽນ ມັນເຮັດໃຫ້ເຮົາໝັ້ນໃຈຫຼາຍຂຶ້ນ, ບຸກຄະລິກດີຂຶ້ນ ແລະ ຮູ້ຈັກຄຳວ່ານາຍແບບ ຫຼື ໂມເດລຫຼາຍຂຶ້ນ ຄືກັບງານ Fashion show ຖ້າເປັນແຕ່ກ່ອນກໍຄືສິໄດ້ແຕ່ມານັ່ງເບິ່ງ, ແຕ່ຕອນນີ້ເຮົາໄດ້ມາເບິ່ງນຳພ້ອມມານັ່ງວິເຄາະເພື່ອໄປປັບໃຊ້ກັບໂຕເຮົາ.
ນົນໄດ້ຍ້ອນກັບມາຂອບໃຈຕົນເອງທີ່ຕັດສິນໃຈໄປ The Face ໃນມື້ນັ້ນ ເພາະຖ້າບໍ່ມີແຮງຜັກດັນຈາກລາຍການນີ້, ນົນອາດຈະບໍ່ໄດ້ຮຽນຮູ້ເລື່ອງຄຳວ່າ “ໂມເດລ” ໄດ້ດີຂຶ້ນປານນີ້ ຫຼື “ທີ່ຈິງແຕ່ກ່ອນເຮົາກໍສົນໃຈແຫຼະ ແຕ່ເຮົາພຽງແຕ່ບໍ່ຮູ້ວ່າຈະເຂົ້າຫາໃຜ” ແຕ່ຕອນນີ້ ນົນຮູ້ແລ້ວວ່າຖ້າຢາກຮູ້ເລື່ອງໃດ ຕ້ອງເຂົ້າຫາໃຜ.
ມັນບໍ່ແມ່ນແຄ່ການຮຽນຍ່າງແບບ, ແຕ່ມັນຄືການຮຽນຮູ້ທີ່ຈະ “ພັດທະນາຕົນເອງຢ່າງຖືກຈຸດ” ເຊິ່ງເປັນຫົວໃຈສຳຄັນທີ່ເຮັດໃຫ້ນົນກ້າວຂ້າມຂີດຈຳກັດຂອງຄຳວ່າ “ຊາຍງາມ” ມາສູ່ການເປັນ “ນາຍແບບ” ທີ່ສົມບູນແບບ.

ຕົວຕົນທີ່ເຮົາຕັ້ງຄຳຖາມໃນມື້ໄປປະກວດ The Face
ການໄປປະກວດຢູ່ຕ່າງປະເທດຄືການ “ຣີເຊັດ” ຕົວຕົນ. ຈາກຄົນທີ່ມີຊື່ສຽງໃນນົນ, ຊານົນຕ້ອງໄປເຈິກັບສະຖານະການທີ່ມີທັງຄົນຮູ້ຈັກ ແລະ ຄົນທີ່ຍ່າງຜ່ານໄປແບບບໍ່ສົນໃຈ. “ມັນເປັນຄວາມຮູ້ສຶກໃໝ່ໆທີ່ຊ໋ອກສຳລັບເຮົາ”.
ຄວາມຮູ້ສຶກຂອງຊານົນຄືກັບການຂີ່ລົດໄຟເຫາະ ທີ່ຂຶ້ນໆລົງໆຕະຫຼອດເວລາ. ຢູ່ປະເທດລາວ ນົນຄືຄົນທີ່ທຸກຄົນຮູ້ຈັກ, ແຕ່ຢູ່ໜ້າງານທີ່ປະເທດໄທ ນົນຕ້ອງປະເຊີນກັບຄວາມຈິງທີ່ວ່າ ມີທັງຄົນທີ່ກຣີດດີໃຈທີ່ເຫັນນົນ ແລະ ຄົນທີ່ຍ່າງຜ່ານໄປຄືກັບນົນບໍ່ມີຕົວຕົນ.
ມັນເປັນຄວາມຮູ້ສຶກໃໝ່ໆທີ່ຊ໋ອກສຳຫຼັບເຮົາ… ມັນເຮັດໃຫ້ເຮົາຕັ້ງຄຳຖາມກັບໂຕເອງຕະຫຼອດມື້ນັ້ນວ່າ ໂປຣຟາຍທີ່ຜ່ານມາທີ່ເຮົາມີມັນດີແລ້ວບໍ່? ເຮົາມານີ້ຄິດຖືກແລ້ວບໍ່? ຄວາມສາມາດທີ່ເຮົາມີແມ່ນສິ່ງເຂົາຕ້ອງການຕາມຫາບໍ່? 1,000 ຄຳຖາມເກີດຂຶ້ນໃນມື້ດຽວ.
ຄວາມຕ່າງລະຫວ່າງເວທີຊາຍງາມກັບ The Face Men ແມ່ນເລື່ອງຂອງ “ເກນການຕັດສິນ”. ໃນເວທີຊາຍງາມ, ນົນຈະຮູ້ລ່ວງໜ້າວ່າແຕ່ລະຮອບຕ້ອງເຮັດຫຍັງ, ມີເວລາໃຫ້ກຽມຕົວ, ມີເວລາໃຫ້ຫາຍໃຈ. ແຕ່ກັບລາຍການນີ້ ຕ້ອງບອກວ່າ: “ເຮົາຄາດເດົາຫຍັງບໍ່ໄດ້ເລີຍ”.
“ຈາກທີ່ຜ່ານມາໂດຍແບບ ຖ່າຍແບບນູ້ນນີ້ນັ້ນ ຢູ່ດີໆ ໃຫ້ເຮົາມາຢືນເປັນຫຸ່ນ ແລ້ວກຳມະການມາດຶງເອົາເລີຍ ແບບວ່າມັກໃຜກໍເອົາຜູ້ນັ້ນ…”
ວິນາທີນັ້ນ ຄືຕ້ອງຢືນຊື່ໆ ບໍ່ມີໂອກາດໃຫ້ເວົ້າ ໃຫ້ເຮັດຫຍັງ ເພື່ອໃຫ້ກຳມະການຍ່າງມາພິຈາລະນາ ແລະ ຕັດສິນໃຈເລືອກຈາກ “ສະເໜ່” ຫຼື “ຄຸນລັກສະນະ” ທີ່ເຂົາເຈົ້າຕ້ອງການໃນຕອນນັ້ນແທ້ໆ ມັນເຮັດໃຫ້ເຫັນວ່າມັນຄືການເລືອກຄົນທີ່ “ຕົງໂຈດ” ທີ່ສຸດໃນເວລານັ້ນ.
“ມື້ນັ້ນຕົກຮອບກໍບໍ່ເສຍດາຍ ເພາະເຮົາເຕັມທີ່ກັບມັນແລ້ວ.”
ການຢືນເປັນ “ຫຸ່ນ” ໃຫ້ເຂົາເລືອກ ມັນສອນໃຫ້ນົນເຂົ້າໃຈວ່າ ບາງຄັ້ງເຮົາກໍເຮັດດີທີ່ສຸດໃນສ່ວນຂອງເຮົາແລ້ວ, ແຕ່ຖ້າເຮົາບໍ່ແມ່ນ “ສິ່ງທີ່ເຂົາຕາມຫາ” ມັນກໍບໍ່ແມ່ນຄວາມຜິດຂອງເຮົາ ແລະ ມັນຍັງປົດລັອກຄວາມໝາຍຂອງຄຳວ່າ “ເປັນໂຕຂອງໂຕເອງ” ໃຫ້ນົນນຳອີກ.
ນົນເຄີຍໄດ້ຍິນຄຳນີ້ມາຕະຫຼອດແຕ່ບໍ່ເຄີຍເຂົ້າໃຈແທ້ໆ ຈົນມາເຈິສະຖານະການທີ່ກົດດັນ ແລະ ບີບຄັ້ນແບບນີ້ ມັນເຮັດໃຫ້ລາວຮູ້ວ່າການເປັນໂຕເອງ “ແບບຖືກວິທີ” ຄືການໜັກແໜ້ນໃນຕົວຕົນໂດຍບໍ່ຕ້ອງພະຍາຍາມເປັນຄົນອື່ນເພື່ອໃຫ້ເຂົາເລືອກ ແມ່ນສິ່ງທີ່ສຳຄັນທີ່ສຸດ.

ເພາະເຮົາຄາດຫວັງຢາກໃຫ້ອອກມາດີຈຶ່ງຕ້ອງເຈັບປວດ
ດ້ວຍດີກຣີການເປັນຕົວແທນປະເທດ (Mister Supranational Laos), ນົນຍອມຮັບວ່າແບກຄວາມຄາດຫວັງໄວ້ສູງຫຼາຍ ໂດຍທີ່ຕົວເອງກໍບໍ່ຮູ້ຕົວ. ໃນມື້ທີ່ມີການ Workshop Photo Shoot , ເຖິງວ່າມັນຈະເປັນການຖ່າຍແບບ “ຫຼິ້ນໆ ມ່ວນໆ” ຕາມທີ່ຄົນອື່ນເຂົ້າໃຈ, ເຖິງວ່າຮູບຂອງນົນຈະຕິດ 1 ໃນ 10 ແຕ່ເຮົາກັບ”ນອຍ” (ນ້ອຍໃຈ) ຕົນເອງຢ່າງໜັກໃນການທີ່ບໍ່ໄດ້ທີ່ 1 ມັນເຮັດໃຫ້ນົນກົດດັນຈົນນ້ຳຕາໄຫຼອອກມາເອງ.
ນອຍ… ເຮົານອຍກັບມາຫ້ອງຢູ່ຄົນດຽວນ້ຳຕາໄຫຼ ຈົນໂຕເຮົາເອງກໍຕົກໃຈ… ໄປປະກວດຜ່ານມາຍັງບໍ່ເຄີຍເປັນແບບນີ້. ເຮົາບໍ່ເຂົ້າໃຈວ່າຕອນນັ້ນເປັນຫຍັງຄືກົດດັນໂຕເອງຫຼາຍປານນີ້ ຈົນຕ້ອງໄດ້ເອົາປຶ້ມມານັ່ງຈົດ ມານັ່ງລົມກັບໂຕເອງແທ້ໆ.
ໃນຄືນທີ່ຊານົນນັ່ງຮ້ອງໄຫ້ຢູ່ຫ້ອງຄົນດຽວຍ້ອນຄວາມກົດດັນ, ຮູ້ສຶກວ່າຕົນເອງຮັບມືກັບອາລົມທີ່ວຸ່ນວາຍບໍ່ໄດ້. ນົນຈຶ່ງເລືອກທີ່ຈະໃຊ້ວິທີ “ລົມກັບໂຕເອງຜ່ານຕົວໜັງສື” ຈົດທຸກຄຳຖາມທີ່ຕີກັນໃນຫົວວ່າ “ຕອນນີ້ເຮົາກຳລັງເປັນຫຍັງ? ຮູ້ສຶກຫຍັງ? ອັນໃດຄືປົມຄືຄວາມກົດດັນ?” ລະບາຍມັນອອກມາເພື່ອໃຫ້ສາມາດ “ເບິ່ງເຫັນ” ບັນຫາໄດ້ຊັດເຈນຂຶ້ນ ໂດຍບໍ່ໃຊ້ພຽງແຕ່ຄວາມຮູ້ສຶກຕັດສິນ.
ຈາກມື້ນັ້ນຮອດມື້ນີ້ ນົນໄດ້ປ່ຽນນິໄສມາຮອດຊີວິດປະຈຳວັນ ຕື່ນເຊົ້າມາສິ່ງທຳອິດທີ່ລາວເຮັດບໍ່ແມ່ນການເຊັກໂຊຊຽວມີເດຍ, ແຕ່ແມ່ນການ “ນັ່ງຂຽນ” ວາງແຜນ (1, 2, 3) ລາວຈະຂຽນວ່າວັນນີ້ຕ້ອງເຮັດຫຍັງແນ່ ຈະວາງແຜນສິ່ງທີ່ຕ້ອງເຮັດໃນແຕ່ມື້ ຂຽນໄປໃຫ້ໝົດ ຂຽນໄປເລື່ອຍໆ “ຖ້າມັນເກີດເລື່ອງບໍ່ດີເດະຈະມີຫຍັງ? ແລ້ວເຮົາຈະແກ້ໄຂມັນແນວໃດ?” ເຊິ່ງວິທີນີ້ຊ່ວຍນົນໄດ້ຫຼາຍເວລາເຈິບັນຫາ ເພາະໄດ້ກຽມໃຈໄວ້ແລ້ວ.
ແລະໃນຖານະທີ່ນົນເຮັດວຽກເປັນ Content Creator ເຊິ່ງຕ້ອງແຂ່ງກັບເວລາ ແລະ ກະແສທີ່ປ່ຽນແປງໄວ, ລາວຮູ້ສຶກວ່າຊີວິດມັນ “ໄວແຮງ” ຈົນບາງເທື່ອລືມຕົນເອງ ເຊິ່ງປຶ້ມບັນທຶກນີ້ຄືບ່ອນທີ່ເຮັດໃຫ້ນົນໄດ້ “ຢຸດ” ແລະ “ຟັງສຽງຫົວໃຈ” ຕົນເອງ ແລະ ມັນຊ່ວຍໃຫ້ບໍ່ຫຼົງທາງໄປກັບກະແສສັງຄົມ ແຕ່ໃຫ້ກັບມາທົບທວນວ່າແຕ່ລະມື້ນົນຮູ້ສຶກແນວໃດແທ້ໆ.
“ການມີປຶ້ມຕິດໂຕຊ່ວຍໃຫ້ນົນເຂົ້າໃຈໂຕເອງຫຼາຍຂຶ້ນ. ມັນເຮັດໃຫ້ນົນເຫັນວ່າ “ຄວາມຄາດຫວັງ ແລະ ຄວາມກົດດັນ ແມ່ນເຮົາສ້າງມັນຂຶ້ນມາເອງທັງນັ້ນ”.
ການຈົດບັນທຶກຈຶ່ງເປັນການຝຶກໃຫ້ນົນຢູ່ກັບ “ຄວາມເປັນຈິງ” ແລະ ຮັບມືກັບທຸກສະຖານະການດ້ວຍສະຕິ.” ເຊິ່ງເປັນສິ່ງທີ່ຢາກໃຫ້ທຸກຄົນໄດ້ລອງເອົາໄປປັບໃຊ້ ເພາະນົນເຮັດແລ້ວມັນດີ ແລະ ໄດ້ຜົນກັບໂຕຂອງນົນເອງ.

ການກັບມາ “ເຫັນໂຕເອງ” ໃນມຸມທີ່ມືດທີ່ສຸດ
ນົນຍອມຮັບວ່າ ການປະກວດຄັ້ງນີ້ເຮັດໃຫ້ລາວໄດ້ເຫັນ “ຄວາມຄາດຫວັງ” ທີ່ຕົນເອງສ້າງຂຶ້ນມາຢ່າງມະຫາສານ. ລາວຢາກເຮັດໃຫ້ດີ, ຢາກໃຫ້ສົມກັບຕຳແໜ່ງທີ່ເຄີຍມີ, ຈົນຄວາມຢາກນັ້ນມັນກາຍເປັນຄວາມກົດດັນທີ່ມາບີບຄັ້ນໂຕເອງ. ລາວບອກວ່າ:
“ມັນເບິ່ງຄືການປະກວດຢູ່ໃດ ແຕ່ມັນເຮັດໃຫ້ເຮົາໄດ້ຍ້ອນກັບມາເຫັນໂຕເອງ ວ່າຄວາມຄາດຫວັງທີ່ເຮົາມີ ຄວາມກົດດັນທີ່ເຮົາແບບ… ທີ່ເຮົາສ້າງມັນຂຶ້ນມາເອງ”
ຕັ້ງໃຈຫຼາຍເກີນໄປຈົນລືມຈຸດປະສົງທຳອິດທີ່ມານີ້. ລາວລືມໄປວ່າລາວມາປະກວດຍ້ອນ “ຄວາມມັກ” ແລະ “ຄວາມສຸກ”. ການໄປ The Face ຈຶ່ງຄືການໄປຝຶກຕົນເອງໃຫ້ຮູ້ຈັກປ່ອຍວາງຜົນລັດ ແລະ ກັບມາຢູ່ກັບປັດຈຸບັນ.
ເອົາງ່າຍໆການໄປ the face ເທື່ອນີ້ບໍ່ຕ່າງກັບການໄປບວດ ເພາະມັນສອນເຮົາວ່າການຢູ່ກັບໂຕເອງ ການຢູ່ກັບຄວາມເປັນຈິງເປັນແນວໃດ, ສອນຮັບມືກັບຄວາມຄາດຫວັງ ຄວາມກົດດັນເປັນແນວໃດ.
