SAMSUNG GALAXY S25 SERIES ບໍ່ແມ່ນພຽງແຕ່ມືຖື ແຕ່ເປັນຜູ້ຊ່ວຍສ່ວນຕົວເຮັດໃຫ້ຊີວິດສະບາຍຂຶ້ນ

ແບ່ງປັນ

SAMSUNG GALAXY S25 SERIES ບໍ່ແມ່ນພຽງແຕ່ມືຖື ແຕ່ເປັນຜູ້ຊ່ວຍສ່ວນຕົວເຮັດໃຫ້ຊີວິດສະບາຍຂຶ້ນ

05 February 2025 211

Samsung Galaxy S25 Series ຫຼາຍກວ່າມືຖື ຄືຜູ້ຊ່ວຍສ່ວນຕົວທີ່ເຕີມເຕັມຊີວິດຍຸກໃໝ່ Samsung Laos ໄດ້ເປີດຕົວ Galaxy S25 Series ຢູ່ລາວຢ່າງເປັນທາງການ ທີ່ຮຸ່ນນີ້ບໍ່ພຽງແຕ່ຍົກລະດັບສະມາດໂຟນ ແຕ່ຍັງປ່ຽນໃຫ້ກາຍເປັນ ຜູ້ຊ່ວຍສ່ວນຕົວ ທີ່ຊ່ວຍຈັດການຊີວິດປະຈຳວັນຢ່າງເໜືອກວ່າ.

ດ້ວຍດີຊາຍໃໝ່ຂອບຫຼ່ຽມສຸດທັນສະໄໝ ແລະ ເຕັກໂນໂລຊີທີ່ຕອບໂຈດທັງການເຮັດວຽກ ແລະ ການໃຊ້ຊີວິດ, ທັງ ຮຸ່ນຍ່ອຍ ປະກອບດ້ວຍ S25, S25+ ແລະ S25 Ultra ອອກແບບມາໃຫ້ເໝາະກັບທຸກໄລຟ໌ສະໄຕລ໌ ພ້ອມທັງຈຸດເດັ່ນ Galaxy AI ລະບົບປັນຍາປະດິດທີ່ຊ່ວຍໃຫ້ທຸກເລື່ອງໃນຊີວິດງ່າຍຂຶ້ນ.

ຕອບໂຈດທຸກບົດສົນທະນາ ບໍ່ວ່າຈິງຈັງ ຫຼື ສ່ວນຕົວ ດ້ວຍ Seamless Actions Across Apps

Galaxy AI ໃນ S25 Series ເປັນດັ່ງເພື່ອນຄູ່ໃຈທີ່ພ້ອມຊ່ວຍເຫຼືອ ບໍ່ວ່າຈະເປັນການຈອງຮ້ານອາຫານ, ໂທຫາຄົນສຳຄັນ ຫຼື ກະທັ້ງໃຫ້ຄຳປຶກສາສ່ວນຕົວ. ທຸກຄຳສັ່ງ ສາມາດໃຊ້ສຽງພາສາອັງກິດ ຫຼື ໄທໄດ້ ເຮັດໃຫ້ການສື່ສານສະດວກ ແລະ ເປັນທຳມະຊາດ. ທີ່ສຳຄັນ Galaxy AI ຍັງມີລະບົບປົກປ້ອງຂໍ້ມູນສູງ ຊ່ວຍໃຫ້ທຸກການສົນທະນາປອດໄພ.

ເປັນຜູ້ຊ່ວຍຂອງສາຍຄອນເທັນມືໂປຣ ດ້ວຍ Audio Eraser ແລະ Auto Trim

ອ່ານຕື່ມ:  LinkedIn ຊຸກດັນ Short Video ແນວຕັ້ງ ສ້າງການມີສ່ວນຮ່ວມຂອງຜູ້ໃຊ້ງານກຸ່ມ Gen Z ແລະ Gen Y

ໃຜທີ່ມັກເຮັດຄອນເທັນ ຫຼື ຖ່າຍ Vlog ຈະຕ້ອງຫຼົງຮັກຟີເຈີຕັດຕໍ່ສຽງໃນວິດີໂອທີ່ຖ່າຍດ້ວຍ S25 Series ເພາະສາມາດແຍກສຽງໃນຄລິບໄດ້ຢ່າງດີ ເຊັ່ນ: ຕັດສຽງເວົ້າ, ສຽງລົບກວນ ຫຼື ດົນຕີອອກສະເພາະສ່ວນ ເພື່ອໃຫ້ວິດີໂອມີຄຸນນະພາບແບບມືອາຊີບ. ຟີເຈີນີ້ເໝາະສຳລັບຜູ້ທີ່ຕ້ອງການສ້າງສັນຜົນງານທີ່ດູດີ ແລະ ໜ້າປະທັບໃຈ.

ໝັ້ນໃຈໄດ້ທຸກການຖ່າຍຮູບ ແລະ ວີດີໂອ ແນ່ໃຈວ່າຈະເປ໊ະທຸກຮູບ

ອັບເດດເລນ Ultra-wide ຂຶ້ນເປັນ 50MP ສຳລັບຮຸ່ນ Ultra ພ້ອມທັງປັບໃຫ້ຖ່າຍຮູບກາງຄືນໄດ້ງາມຂຶ້ນ ໝົດບັນຫາຮູບທີ່ຖ່າຍມາເປັນຮ້ອຍຮູບແຕ່ກໍຍັງບໍ່ຖືກໃຈ. ດ້ວຍເຕັກໂນໂລຊີ Best Face Selection ຈາກ Motion Photo ທີ່ເລືອກພາບທີ່ດູດີທີ່ສຸດໃຫ້ເຮົາອັດຕະໂນມັດ ເຖິງຈະກົດຊັດເຕີພຽງເທື່ອດຽວ ກໍໄດ້ຮູບທີ່ເປ໊ະປັງ ພ້ອມແຊລົງທຸກໂຊຊຽວ.

ສຳຜັດຊີວິດທີ່ສະດວກສະບາຍໄດ້ຕອນນີ້ເລີຍ!

Samsung Galaxy S25 Series ພ້ອມເປີດໃຫ້ສັ່ງຈອງແລ້ວ ຕັ້ງແຕ່ມື້ຈົນເຖິງ 6 ກຸມພາ 2025 ແລະ ຖ້າຢາກສຳຜັດຟີເຈີເດັດໆເຫຼົ່ານີ້ດ້ວຍຕົວເອງ ສາມາດໄປທົດລອງໄດ້ທີ່ Samsung Experience Space ຕັ້ງແຕ່ວັນທີ 24 ມັງກອນ – 2 ກຸມພາ 2025 ນີ້ ທີ່ສູນການຄ້າພາກຊັນ ຊັ້ນ 1 ຫຼື ຮ້ານຄ້າຕົວແທນຈຳໜ່າຍຊຳຊຸງໃນທົ່ວປະເທດ.

ໂດຍ: ທີມ Gadzila

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.