Highlights
- The Love of My Life ຈາກ RGB ເພງໃໝ່ນີ້ມາໃນແນວ Modern Pop ຍຸກ 80s ທີ່ໄດ້ປະສົມປະສານແນວດົນຕີ Dreamwave ແລະ ທີ່ໃຫ້ຄວາມຮູ້ສຶກຊວນຝັນ ເໝືອນພາຜູ້ຟັງເດີນທາງໄປສູ່ໂລກແຫ່ງຈິນຕະນາການ.
- ວິດີໂອເພງໄດ້ນຳສະເໜີເລື່ອງລາວຂອງການຫຼຸດເຂົ້າໄປໃນໂລກຂອງເກມ ໂດຍມີການຕໍ່ສູ້ກັນແບບໜ້າຮັກໆ ລະຫວ່າງຕົວລະຄອນ ເຮັດໃຫ້ເນື້ອຫາເບິ່ງໄດ້ຢ່າງເພີດເພີນ ແລະ ສ້າງສັນ.
- ເພງໄດ້ເນັ້ນເຖິງຄວາມຮັກທີ່ອົບອຸ່ນ ແລະ ຊັດເຈນ ໂດຍປຽບທຽບວ່າຄວາມສຳພັນຄືການເດີນທາງຮ່ວມກັນທີ່ສາມາດຜ່ານໄດ້ທຸກອຸປະສັກ ບໍ່ວ່າຈະເປັນໄລຍະທາງ ຫຼື ກົດເກນຂອງທຳມະຊາດ.
The Love of My Life ເພງໃໝ່ຫຼ້າສຸດຈາກ RGB ແລະ ເພງນີ້ກໍມາໃນແນວໂມເດິນຂອງຍຸກປີ 80 (Modern Pop 80s) ທີ່ມີກິ່ນອາຍຊວນຝັນ (Dreamwave) ທີ່ໃຫ້ຄວາມຮູ້ສຶກເວລາຟັງ ຄືກຳລັງລ່ອງລອຍໃນອາກາດ ແລະ ພ້ອມຈະພາເຮົາອອກເດີນທາງໄປສູ່ໂລກແຫ່ງຈິນຕະນາການທີ່ເຕັມໄປດ້ວຍຄວາມມະຫັດສະຈັນ.
ເນື້ອຫາວິດີໂອເພງ ແມ່ນໄດ້ມີການສ້າງສະຖານະການທີ່ເຮັດໃຫ້ຜູ້ຫຼິ້ນເກມ ຖືກດຶງເຂົ້າໄປໃນໂລກສະເໝືອນຈິງຂອງເກມທີ່ກຳລັງຫຼິ້ນຢູ່ ໂດຍທັງສອງຄົນໄດ້ມີການຕໍ່ສູ້ແຂ່ງຂັນກັນໃນຫຼາກຫຼາຍບົດບາດ, ແຕ່ການຕໍ່ສູ້ນີ້ບໍ່ໄດ້ເປັນຕາຢ້ານເລີຍ ເພາະການສະແດງຂອງທັງສອງອອກເປັນແນວໜ້າຮັກຫຼາຍກວ່າ.
ໃນສ່ວນເນື້ອຮ້ອງແມ່ນໄດ້ເນັ້ນເລົ່າເຖິງຄວາມອົບອຸ່ນ ທີ່ມີພະລັງຄວາມຮັກທີ່ມີຕໍ່ຄົນຮັກຢ່າງມະຫາສານ ແລະ ໄດ້ມີການປຽບທຽບເຖິງຄວາມສຳພັນຂອງທັງສອງຄົນວ່າເປັນການອອກເດີນທາງໄກຮ່ວມກັນ ເພື່ອໄປສູ່ດິນແດນສະຫວັນ (Paradise) ແລະ ໝູ່ດາວທີ່ມີພຽງທັງສອງຄົນເທົ່ານັ້ນທີ່ສຳຜັດເຫັນໃນລະຫວ່າງທາງ.
ເນື້ອຫາຂອງເພງນີ້ຍັງໄດ້ສື່ໃຫ້ເຫັນຄວາມສວຍງາມຂອງຄວາມຮັກ ບໍ່ວ່າພວກເຂົາທັງສອງຈະເຈິອຸປະສັກໃດໆ ກໍສາມາດທຳລາຍທຸກຂີດຈຳກັດ, ບໍ່ວ່າຈະເປັນໄລຍະທາງ, ເວລາ ຫຼື ແມ່ນແຕ່ແຮງດຶງດູດຂອງໂລກ.
RGB ແມ່ນສິລະປິນທີ່ມີຄວາມສາມາດຮອບດ້ານ ຈາກຄ້າຍເພງ Highbros Entertainment. ລາວເປັນທັງນັກເຕັ້ນ B-Boy, ນັກຮ້ອງ-ແຣັບເປີ ທີ່ມີສະໄຕລ໌ອັນໂດດເດັ່ນ ແລະ ຜົນງານເພງທີ່ເຮັດໃຫ້ຄົນຟັງຈື່ລາວໄດ້ກໍແມ່ນເພງ ໝາກຂ້າມຈ້ຳແຈ່ວ ແລະ ເພງ ດີແລ້ວ.