ໜ້າຫຼັກ Gadzila ຣີວິວ TECNO CAMON 40 Pro 5G ໂທລະສັບກ້ອງງາມ ຈໍຄົມ ສະເປັກແຮງ ດ້ວຍງົບບໍ່ຮອດ 5 ລ້ານກີບ!
Gadzila

ຣີວິວ TECNO CAMON 40 Pro 5G ໂທລະສັບກ້ອງງາມ ຈໍຄົມ ສະເປັກແຮງ ດ້ວຍງົບບໍ່ຮອດ 5 ລ້ານກີບ!

ແບ່ງປັນ

ໃນຍຸກທີ່ໂທລະສັບສະມາດໂຟນລາຄາຫຼັກສິບລ້ານເປັນເລື່ອງປົກກະຕິ, ການມາເຈິກັບໂທລະສັບທີ່ໃຫ້ປະສົບການລະດັບສູງໃນລາຄາຫຼັກລ້ານຈຶ່ງເປັນເລື່ອງທີ່ໜ້າສົນໃຈຫຼາຍ. ນັ້ນຄືສິ່ງທີ່ TECNO CAMON 40 Pro 5G ເຮັດໄດ້ຢ່າງໜ້າປະທັບໃຈ.

ເປີດຕົວເມື່ອເດືອນມີນາ 2025 ທີ່ຜ່ານມາ ດ້ວຍລາຄາທີ່ຈັບຕ້ອງໄດ້ພຽງ 4,999,000 ກີບ, ແຕ່ຊໍ້າພັດໃຫ້ຄວາມສາມາດຮອບດ້ານ ທັງກ້ອງ, ຈໍສະແດງຜົນ, ການປະມວນຜົນ ແລະແບັດເຕີຣີທີ່ໃຊ້ໄດ້ຕະຫຼອດມື້. ມື້ນີ້ ພວກເຮົາຈະພາໄປເຈາະເລິກວ່າ ໂທລະສັບລຸ້ນນີ້ມີດີຫຍັງແດ່, ເໝາະກັບໃຜ ແລະ ເປັນຫຍັງຈຶງກາຍເປັນທາງເລືອກຍອດນິຍົມໃນກຸ່ມຜູ້ໃຊ້ທີ່ມີງົບຈຳກັດ.

## ສະເປັກໂດດເດັ່ນທີ່ບໍ່ຄວນເບິ່ງຂ້າມ

???? ຈໍ AMOLED 6.78 ນິ້ວ FHD+ | Refresh Rate 144Hz  

ຈໍສະແດງຜົນລ່ຽນໄຫຼ, ສີສົດໃສ, ຄົມຊັດທຸກມຸມມອງ, ພ້ອມກະຈົກ Gorilla Glass 7i ປ້ອງກັນຮອຍຂີດຂ່ວນໃນຊີວິດປະຈຳວັນ.

⚙️ ຊິບ MediaTek Dimensity 7300 Ultimate (4nm)  

ຊິບເຊັດທີ່ໃຫ້ປະສົບການໃຊ້ງານລື່ນໄຫຼ, ບໍ່ວ່າຈະຫຼິ້ນເກມ, ກົດແອັບ, ຖ່າຍຮູບ ຫຼືສະຫຼັບໃຊ້ງານຫຼາຍຢ່າງພ້ອມກັນ, ບໍ່ມີອາການຄ້າງ.

???? RAM 8GB (ຂະຫຍາຍໄດ້ຮອດ 16GB) | ROM 256GB  

ຮອງຮັບການໃຊ້ງານຫນັກ, ຫຼິ້ນເກມກຣາຟິກສູງ, ຕັດຕໍ່ຄລິບ ຫຼືເກັບຮູບ-ວິດີໂອຈຳນວນຫຼາຍໄດ້ສະບາຍໆ.

???? ກ້ອງຫຼັງຄູ່: 50MP (Sony LYT-700C + OIS) + Ultra-wide 8MP

ໃຫ້ຮູບຖ່າຍຄົມຊັດ, ລາຍລະອຽດຄົບຖ້ວນ, ເຖິງແມ່ນວ່າຈະຢູ່ໃນສະພາບແສງໜ້ອຍ, ດ້ວຍລະບົບກັນສັ່ນ OIS ແລະ AI ຊ່ວຍປະມວນຜົນຮູບໃຫ້ງາມຄືມືອາຊີບ.

???? ກ້ອງໜ້າ 50MP ພ້ອມ Autofocus  

ອ່ານຕື່ມ:  IG ເພີ່ມຟີເຈີຣ໌ໃໝ່ໃຫ້ Insight ເພື່ອວັດຈຳນວນ Views Rate

ຕອບໂຈດສາຍເຊວຟີ່ ແລະວິດີໂອຄໍທີ່ຕ້ອງການຄວາມຄົມຊັດ, ບໍ່ຕ້ອງກັງວົນຮູບເບຼີ ຫຼືຫຼຸດໂຟກັສ.

???? ແບັດເຕີຣີ 5,200 mAh | ສາກໄວ 45W  

ສາກໄດ້ 50% ພາຍໃນ 23 ນາທີ ແລະ ເຕັມ 100% ໃນ 43 ນາທີ, ໃຊ້ງານຫນັກໄດ້ໝົດມື້ໂດຍບໍ່ຕ້ອງກັງວົນ.

???? ຮອງຮັບມາດຕະຖານກັນນ້ຳ IP69 | Android 15  

ທັງທົນທານ ແລະ ທັນສະໄໝ, ໃຊ້ງານລຸຍໆ ໄດ້ເຖິງຈະພົບຝຸ່ນ ຫຼື ນໍ້າ, ຝັ່ງຊອບແວກໍ່ທັນເທຣນບໍ່ແພ້ຍີ່ຫໍ້ໃຫຍ່.

## ຟີເຈີສຸດພິເສດທີ່ເຮັດໃຫ້ໃຊ້ງານມ່ວນຂຶ້ນ

✨ One-Tap FlashSnap 

ໂໝດຖ່າຍຮູບຄລິກດຽວ, ພ້ອມ AI ຈັບໂຟກັສອັດຕະໂນມັດ, ເໝາະກັບການຖ່າຍຮູບແບບແຄນດິດ ຫຼື ເຫດການສຳຄັນທີ່ເກີດຂຶ້ນຢ່າງກະທັນຫັນ.

???? AI Camera & Super Night Mode  

ຮູບກາງຄືນງາມຄົມ, ບໍ່ມີ noise ລົບກວນ, ພ້ອມແຍກສາກອັດຕະໂນມັດຕາມປະເພດ ເຊັ່ນ: ອາຫານ, ວິວ ຫຼື ບຸກຄົນ, ຊ່ວຍໃຫ້ຮູບໂດດເດັ່ນໂດຍບໍ່ຕ້ອງແຕ່ງເພີ່ມ.

???? Curved Display | ຈໍໂຄ້ງສຸດພຣີມຽມ  

ເພີ່ມຄວາມຮູ້ສຶກຫຼູຫຼາເມື່ອຖືໃຊ້ງານ ພ້ອມທັງຍັງລ່ຽນໄຫຼໃນທຸກການສະຫຼັບແອັບ ຫຼື ເລື່ອນຟີດໂຊຊຽວມີເດຍ.

## ປະສົບການໃຊ້ງານຕົວຈິງ: ຄຸ້ມຄ່າເກີນລາຄາ

ຫຼັງຈາກໄດ້ລອງໃຊ້ງານຕົວຈິງຢ່າງຕໍ່ເນື່ອງເປັນເວລາໜຶ່ງອາທິດ, ພົບວ່າ CAMON 40 Pro 5G ຕອບໂຈດໄດ້ຫຼາຍກວ່າທີ່ຄາດໄວ້, ໂດຍສະເພາະ ກ້ອງ ແລະ ຈໍ ທີ່ໃຫ້ປະສົບການທຽບຊັ້ນກັບໂທລະສັບລາຄາຫຼັກສິບລ້ານກີບໄດ້ສະບາຍໆ.

ອ່ານຕື່ມ:  Facebook ປັບເງື່ອນໄຂວິດີໂອຈະຖືກລົບອອກພາຍໃນ 90 ວັນ ແນະນຳໃຫ້ຮີບຍ້າຍອອກຈາກແພລັດຟອມ ຫຼື ດາວໂຫຼດເກັບໄວ້

– ຮູບຈາກກ້ອງຫຼັກຄົມຊັດ, ລາຍລະອຽດຄົບ, ໂທນສີງາມເຖິງຢູ່ໃນບ່ອນທີ່ແສງໜ້ອຍ.  

– ກ້ອງໜ້າ 50MP ເຊວຟີ່ງາມໂດຍບໍ່ຕ້ອງຜ່ານແອັບ.  

– ຫຼິ້ນໂຊຊຽວບໍ່ສະດຸດ, TikTok, Instagram, YouTube ລ່ຽນໄຫຼຫຼາຍ.  

– ແບັດເຕີຣີທົນຈິງ, ໃຊ້ງານໝົດມື້ຍັງເຫຼືອແບັດປະມານ 30–40%.

ເວົ້າງ່າຍໆ ຄືເໝາະກັບຄົນທີ່ຢາກໄດ້ໂທລະສັບທີ່ຕອບສະໜອງໄດ້ຮອບດ້ານ ໂດຍບໍ່ຕ້ອງຈ່າຍແພງ.

## ດີຊາຍ ແລະ ສີສັນທີ່ໂດດເດັ່ນ

TECNO CAMON 40 Pro 5G ມາພ້ອມດີຊາຍບາງເບົາ ພຽງ 7.3 ມມ, ເຮັດໃຫ້ຈັບຖະໜັດມື, ນໍ້າໜັກເບົາ, ແລະມີໃຫ້ເລືອກ 4 ສີ ຄື:

– Galaxy Black

– Ice White  

– Emerald Green (ມີຮຸ່ນຝາຫຼັງພິເສດ 2 ແບບໃຫ້ເລືອກ)

ຝາຫຼັງມີລູກຫຼິ້ນເຮືອງແສງ, ເຮັດໃຫ້ເບິ່ງຫຼູຫຼາ ແລະແຕກຕ່າງຈາກໂທລະສັບໃນລະດັບລາຄາດຽວກັນ.

## ເໝາະກັບໃຜ?

– ຜູ້ທີ່ຕ້ອງການ ກ້ອງດີ + ຈໍງາມ ໂດຍບໍ່ຢາກຈ່າຍແພງ.  

– ຄຣີເອເຕີມືໃໝ່ທີ່ເນັ້ນ ຖ່າຍຄອນເທັນລົງ TikTok ຫຼື IG Reels.  

– ຄົນທີ່ຊອກຫາໂທລະສັບເຄື່ອງສຳຮອງ ແຕ່ໄດ້ຟີລຄືເຄື່ອງຫຼັກ.  

– ນັກຮຽນ / ນັກສຶກສາທີ່ຕ້ອງການໂທລະສັບສະເປັກຄຸ້ມ, ໃຊ້ງານໄດ້ຍາວ.

## ສະເປັກລວມ

ລາຍລະອຽດຂໍ້ມູນ
ຈໍCurved AMOLED 6.78” FHD+ (144Hz)
ຊິບເຊັດMediaTek Dimensity 7300 Ultimate
RAM / ROM8GB + 256GB (ຂະຫຍາຍ RAM ໄດ້ຮອດ 16GB)
ກ້ອງຫຼັງ50MP (Sony + OIS) + Ultra-wide 8MP
ກ້ອງໜ້າ50MP Autofocus
ແບັດເຕີຣີ5,200 mAh 45W Super Charge
ລະບົບປະຕິບັດການAndroid 15
ກັນນໍ້າIP69 Dust & Water Resistance
ລາຄາ4,999,000 ກີບ

## ສະຫຼຸບ: ຄຸ້ມຄ່າເກີນລາຄາໃນປີ 2025

ໃນຕະຫຼາດທີ່ໂທລະສັບລາຄາແພງຂຶ້ນເລື້ອຍໆ, TECNO CAMON 40 Pro 5G ກັບສ້າງຄວາມປະທັບໃຈດ້ວຍຟີເຈີທີ່ເກີນລາຄາ, ບໍ່ວ່າຈະເປັນກ້ອງລະດັບໂປຣ, ຈໍທີ່ດູດີທຸກມຸມ, ການໃຊ້ງານລ່ຽນໄຫຼ, ຫຼື ແບັດທີ່ໃຊ້ງານໄດ້ເຕັມມື້ ໂດຍບໍ່ຕ້ອງເພິ່ງພາສາຍສາກລະຫວ່າງມື້.

ອ່ານຕື່ມ:  ລວມ 7 ແອັບຫາຄູ່ຍອດນິຍົມສຳລັບຄົນໂສດທີ່ຜູ້ໃຊ້ງານເວົ້າເຖິງຫຼາຍທີ່ສຸດ

ຖ້າທ່ານກຳລັງຊອກຫາສະມາດໂຟນດ້ວຍງົບບໍ່ເກີນ 5 ລ້ານກີບ, ທີ່ໃຫ້ຄວາມຄົບເຄື່ອງທັງການໃຊ້ງານ ແລະຄວາມສວຍງາມ, TECNO CAMON 40 Pro 5G ຄືຫນຶ່ງໃນທາງເລືອກທີ່ບໍ່ຄວນເບິ່ງຂ້າມໃນປີ 2025 ນີ້ເດີ! ????????

ຕິດຕາມ ແລະ ສອບຖາມຂໍ້ມູນກ່ຽວກັບ TECNO CAMON 40 Pro 5G ໄດ້ທີ່:

Facebook: TECNO Mobile ແລະ MKE Lao

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.