ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ແບ່ງປັນ

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

02 January 2026 52

ເປັນຫຍັງຊ່ວງທ້າຍປີ ຫຼື ເດືອນທັນວາ ພວກເຮົາຈຶ່ງມັກຮູ້ສຶກວ່າເວລາຄ່ອຍໆຊ້າລົງ ພ້ອມກັນນັ້ນກໍເຮັດໃຫ້ເຮົາມັກຈະກັບມາທົບທວນ ແລະ ຄິດຫາໂຕເອງເປັນພິເສດສະເໝີ. ຫຼາຍຄົນມັກໃຊ້ເວລານີ້ໃນການສະຫຼຸບກ່ຽວກັບໂຕເອງ ແລະ ຕັ້ງເປົ້າໝາຍໃໝ່ໃນປີຕໍ່ໄປວ່າຈະເຮັດຫຍັງແດ່ ເພື່ອໃຫ້ເຮົານັ້ນຮູ້ວ່າໂຕເອງຕ້ອງການໃຊ້ຊີວິດແບບໃດກັນແທ້.

ນີ້ຄືອີກໜຶ່ງທິດສະດີຂອງເວລາປ່ຽນຜ່ານໃນແນວຄິດ “December Theory” ໃນລະຫວ່າງເຮົາຄົນເກົ່າສູ່ການເປັນເຮົາຄົນໃໝ່ໃນແບບທີ່ດີກວ່ານັ້ນເອງ. ນອກຈາກນີ້, ໃນເດືອນທັນວາຍັງເປັນເດືອນທີ່ເໝາະທີ່ສຸດໃນການລົບລ້າງຈິດໃຈ ໃຫ້ໃຈເຮົາພ້ອມທີ່ຈະຮັບສິ່ງໃໝ່ໆໃນປີຕໍ່ໄປ.

ແຕ່ຫຼາຍຄົນອາດຈະຮູ້ສຶກວ່າ “ມັນກໍຄືເກົ່າທຸກປີຫັນລະ ບໍ່ເຫັນມີຫຍັງປ່ຽນເລີຍ” ຄວາມຈິງແລ້ວຊີວິດຄົນເຮົາມີການປ່ຽນແປງໃນທຸກເວລາ ຂຶ້ນກັບພວກເຮົາຈະທັນໄດ້ສັງເກດເຫັນມັນບໍ່? ແລະ ກ່ອນຈະໝົດປີໄປ ມ່ວນ ເລີຍນຳ 4 ວິທີ ການລົບລ້າງຈິດໃຈໂຕເອງ ເພື່ອກຽມພ້ອມກັບຄວາມສຳພັນໃໝ່ໆ-ດີໆ ມາເລົ່າສູ່ທຸກຄົນຟັງ.

1. ຄວາມຄິດ (Mindset Reset)

ໃຫ້ພວກເຮົາລອງນັ່ງຄິດທົບທວນວ່າ ປີນີ້ສອນຫຍັງເຮົາມາແດ່? ໃຫ້ຍອມຮັບທັງຄວາມສຳເລັດ-ຄວາມຜິດພາດ ແລະ ຢຸດໂທດໂຕເອງໃນສິ່ງທີ່ບໍ່ສາມາດຄວບຄຸມໄດ້ ບໍ່ແບກບັນຫາຂ້າມປີ.

2. ອາລົມ (Emotional Reset)

ປ່ອຍໃຫ້ຄວາມເຈັບໃຈ, ຄວາມຄ້າງຄາໃນໃຈ ແລະ ຄວາມເສີຍໃຈໃຫ້ມັນຈົບໄປໃນເດືອນທັນວາ ຫຼື ປີເກົ່າ, ພ້ອມກັນນັ້ນ ເຮົາຕ້ອງໃຫ້ອະໄພໂຕເອງສະໝີ ແລະ ຍອມຮັບໂຕເອງແລ້ວຈຶ່ງຄ່ອຍໆແກ້ໄຂ. ໃນສ່ວນແນວໃດດີໆກໍໃຫ້ບັນທຶກເກັບໄວ້ ແລ້ວນຳໄປເຮັດຕໍ່ໃນປີໃໝ່.

3. ຄວາມສຳພັນ (Relationship Reset)

ທຸກໆຄວາມສຳພັນທີ່ເຮົາມີຢູ່ບໍ່ວ່າຈະເປັນມະນຸດ 1, 2, 3 ແລະ ໝູ່ ຫຼື ແຟນຂອງເຮົາ ກໍໃຫ້ຄິດທົບທວນວ່າໃຜຄວນຢູ່ຕໍ່ ໃຜຄວນປ່ອຍໄປຕາມທາງ. ເລີ່ມສ້າງຂອບເຂດໃນຄວາມສຳພັນໃໝ່ ພ້ອມເລືອກຄວາມສະຫງົບທາງດ້ານຈິດໃຈ ຫຼາຍກວ່າຄວາມວຸ່ນວາຍ.

ອ່ານຕື່ມ:  ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

4. ໂຕຕົນ (Identity Reset)

ໃຫ້ຄິດສະເໝີວ່າເຮົາບໍ່ແມ່ນຄົນເກົ່າອີກແລ້ວ ຈະບໍ່ກັບໄປເປັນແບບນັ້ນເພື່ອໃຫ້ໃຜຈັກຄົນທຳຮ້າຍຊ້ຳໆ ພ້ອມຄິດວ່າເຮົາຈະເປັນໃຜ ບໍ່ແມ່ນເຮົາເປັນແບບນັ້ນແລ້ວໄດ້ຫຍັງ ແລະ ໃຫ້ຈົດໄວ້ເລີຍວ່າເຮົາຢາກໄດ້ພະລັງງານແບບໃດ.

ການເປັນໂຕເອງໃນຮູບແບບທີ່ດີກວ່າມື້ນີ້ ແມ່ນເປັນສິ່ງທີ່ຈະສົ່ງເສີມຄວາມສຳພັນກັບຄົນອື່ນໆໃນດ້ານບວກ ໃຫ້ລອງສັງເກດໂຕເອງ ແລະ ຢ່າລືມສັງເກດຄົນອ້ອມຂ້າງໄປພ້ອມໆກັນ. ເພາະຄວາມຮູ້ສຶກທີ່ເຮົາໄດ້ໃຈດີກັບໂຕເອງນັ້ນມັນຈະຊ່ວຍເສີມສ້າງຈິດໃຈເຮົາໃຫ້ເຂັ້ມແຂງ ພ້ອມສາມາດສົ່ງຕໍ່ພະລັງບວກໃຫ້ຄົນອື່ນໆເຊັ່ນກັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.