ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຮັກແຕ່ໄປຕໍ່ບໍ່ໄດ້ 4 ສັນຍານຂອງຈຸດອິ່ມຕົວໃນຄວາມສຳພັນ
Muan RelationTips

ຮັກແຕ່ໄປຕໍ່ບໍ່ໄດ້ 4 ສັນຍານຂອງຈຸດອິ່ມຕົວໃນຄວາມສຳພັນ

ແບ່ງປັນ

ບາງຄູ່ຮັກທີ່ຄົບກັນດົນໆ ເມື່ອເວລາຜ່ານໄປ ອາດຈະເຮັດໃຫ້ມີການເສີຍຊາຕໍ່ກັນຫຼາຍຂຶ້ນ ຫຼື ຮູ້ຈັກກັນຫຼາຍເກີນໄປຈົນເຮັດໃຫ້ຄວາມສຳພັນຂອງຊີວິດຄູ່ບໍ່ມີຄວາມຕື່ນເຕັ້ນຄືແຕ່ກ່ອນແລ້ວ.

ເມື່ອຄວາມຮັກທີ່ເຄີຍຫວານແຫວວ ກາຍເປັນຄວາມໜ້າເບື່ອ… ເອີ້ນວ່າ “ ຄວາມຮັກເຖິງຈຸດອິ່ມຕົວ ”

ມື້ນີ້ເຮົາມາອ່ານ 4​ ສັນຍານເຕືອນວ່າຄວາມຮັກເຮົານັ້ນມາຮອດຈຸດອິ່ມຕົວແລ້ວ ຫຼື ຍັງ? ມາເບິ່ງນຳກັນ ເພື່ອທີ່ຈະແກ້ໄຂກ່ອນຊ້າເກີນໄປ.

1. ຄວາມຮູ້ສຶກທີ່ມີຕໍ່ກັນບໍ່ຄືເກົ່າ

ແມ່ນຢູ່ວ່າເມື່ອຄົນທີ່ຄົບກັນມາດົນຄວາມຕື່ນເຕັ້ນກໍຫຼຸດລົງ ແຕ່ກໍບໍ່ແມ່ນວ່າຈະບໍ່ມີເລີຍ. ຍັງຈື່ຄວາມຮູ້ສຶກຕອນທີ່ຕອນທີ່ຈີບກັນໃໝ່ໆໄດ້ບໍ່? ລອງເອົາຄວາມຮູ້ສຶກຕອນນັ້ນມາທຽບກັບຕອນນີ້ເບິ່ງ, ຖ້າເຮົາເຫັນຄວາມແຕກຕ່າງຊັດເຈນກໍແມ່ນແລ້ວແຫຼະ.. ເມື່ອຄວາມຮູ້ສຶກບໍ່ຄືເກົ່າ ຄວາມສຳຄັນທີ່ເຄີຍໄດ້ຮັບກໍບໍ່ມີຄືເກົ່າແລ້ວ, ຈາກທີ່ທີ່ເຄີຍໂຫຍຫາ ຢາກເຈິໜ້າກັນທຸກມື້ ກາຍເປັນວ່າຢາກຢູ່ຄົນດຽວ ຫຼື ຢູ່ກັບຄົນອື່ນຫຼາຍກວ່າ.

2. ມີຄວາມສຸກກັບຢ່າງອື່ນຫຼາຍກວ່າ

ເມື່ອຄວາມສຳຄັນນັ້ນຖືກຫຼຸດຄ່າລົງ ກໍຈະມີຢ່າງອື່ນທີ່ເຂົ້າມາແທນ ອາດຈະເປັນວຽກງານ, ໝູ່ເພື່ອນ, ຄອບຄົວ ຫຼື ຕົນເອງ. ກາຍເປັນວ່າເຮົາໃຫ້ຄວາມສຳຄັນກັບສິ່ງເຫຼົ່ານັ້ນຫຼາຍກວ່າຄົນຮັກ ທີ່ແຕ່ກ່ອນເກືອບຈະຫ່າງກັນບໍ່ໄດ້, ບໍ່ເຈິໜ້າກໍບໍ່ຄິດຮອດ, ມິດໄປກໍບໍ່ໄດ້ຄິດຫາ, ບໍ່ມີຄວາມຮູ້ສຶກໂຫຍຫາ ຫຼື ສົນໃຈຄືແຕ່ກ່ອນ, ເພາະຮູ້ສຶກວ່າການຢູ່ຄົນດຽວ ແລະ ເຮັດຢ່າງອື່ນມີຄວາມສຸກກວ່າ.

3. ຜິດກັນຕະຫຼອດ

ການມີເລື່ອງບໍ່ເຂົ້າໃຈກັນບາງຄັ້ງຄາວເປັນເລື່ອງປົກກະຕິຂອງຄູ່ຮັກຢູ່ແລ້ວ, ແຕ່ການທີ່ຜິດກັນຕະຫຼອດໃນບັນຫາເກົ່າໆທີ່ບໍ່ສາມາດແກ້ໄຂໄດ້ຈັກເທື່ອ ເປັນເລື່ອງທີ່ຄວນແກ້ໄຂ. ເວລາທີ່ມີຫຍັງບໍ່ພໍໃຈກັນ ບໍ່ວ່າຈະເປັນເລື່ອງເລັກນ້ອຍຊ່ຳໃດ ກໍພ້ອມທີ່ຈະລະເບີດອາລົມ ເວົ້າຈາທຳຮ້າຍກັນ ຫຼື ເຮັດໃຫ້ເປັນເລື່ອງໃຫຍ່ໄດ້. ໂດຍສະເພາະເມື່ອຄວາມສຳພັນມາເຖິງຈຸດທີ່ສັບສົນ ເຮັດໃຫ້ມີການຜິດຖຽງກັນຕະຫຼອດ ແລະ ບໍ່ຢາກທີ່ຈະປັບຄວາມເຂົ້າໃຈກັນ.

4. ບໍ່ຄ່ອຍໄດ້ລົມກັນ

ເມື່ອຢູ່ໃນຄວາມສຳພັນບໍ່ວ່າຈະຮູບແບບໃດກໍຕາມ ການສື່ສານເປັນສິ່ງທີ່ສຳຄັນ. ໂດຍສະເພາະກັບຄູ່ຮັກ, ຕອນຮັກກັນ ກໍຢາກລົມນຳຕະຫຼອດເວລາ ຢາກແຊັດ ຢາກໂທຫາ ລົມກັນຈົນຮອດເດິກ ແຕ່ຫຼັງໆມາ ຈາກທີ່ເຄີຍລົມກັນໝົດມື້ໝົດຄືນກໍເລີ່ມໜ້ອຍລົງ ບາງຄູ່ເວລາຄຽດກັນ ກໍມິດໃສ່ກັນໄປເລີຍ, ບໍ່ມີໃຜຢາກປັບຄວາມເຂົ້າໃຈຈົນເຮັດໃຫ້ຫ່າງເຫີນກັນໄປເພາະຕ່າງຝ່າຍຕ່າງເມື່ອຍ ຫຼື ລຳຄານກັນຈົນປ່ອຍປະລະເລີຍຄວາມສຳຄັນໃນຈຸດນີ້ໄປ.

ອ່ານຕື່ມ:  ຈະໄປຕໍ່ ຫຼື ພໍສ່ຳນີ້ ເມື່ອຄົນໃນຝັນບໍ່ເປັນຢ່າງທີ່ຄິດຄວນເຮັດແນວໃດ?

ຄວາມຮັກທີ່ມາເຖິງຈຸດອິ່ມຕົວໃນມື້ໃດມື້ໜຶ່ງເປັນເລື່ອງປົກກະຕິຫຼາຍໃນຄວາມສຳພັນ ແຕ່ເມື່ອມາຮອດຈຸດນັ້ນແລ້ວ ກໍແມ່ນຂຶ້ນກັບທັງສອງຄົນວ່າຈະພ້ອມປັບຄວາມເຂົ້າໃຈກັນເພື່ອປະຄັບປະຄອງໃຫ້ຄວາມຮັກນີ້ໄດ້ໄປຕໍ່ ແລະ ບາງຄັ້ງຈຸດອິ່ມຕົວກໍອາດຈະເປັນອັນພິສູດວ່າ ຮັກທີ່ມີໃຫ້ກັນ ເປັນຮັກແທ້ ຫຼື ເປັນພຽງແຕ່ຄວາມຫຼົງຊົ່ວຄາວ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.