ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຮັກເຮົາໝົດໂປຣແທ້ບໍ? ຢາກໃຫ້ຮັກຫວານຕະຫຼອດຕ້ອງລອງ 5 ວິທີນີ້
Muan RelationTips

ຮັກເຮົາໝົດໂປຣແທ້ບໍ? ຢາກໃຫ້ຮັກຫວານຕະຫຼອດຕ້ອງລອງ 5 ວິທີນີ້

ແບ່ງປັນ
Getting your Trinity Audio player ready...

“ຄົບກັນຊ່ວງທໍາອິດກໍຫວານກັນເປັນເລື່ອງທໍາມະດາ, ລອງຄົບກັນດົນໆເບິ່ງແມະ…”

ຄໍາເວົ້າລັກສະນະນີ້ເຮົາມັກຈະເຫັນໃຜຈັກຄົນຄອມເມັ້ນໃນໂພສຂອງດາລາ ຫຼື ຄົນດັງທີ່ກໍາລັງມີຄວາມສຸກກັບແຟນຢູ່ຕະຫຼອດ ແລະ ເຮົາກໍປະຕິເສດບໍ່ໄດ້ເລີຍວ່າບາງຄູ່ກໍໝົດໂປຣໂມຊັ່ນໄວອີ່ຫຼີ… ແຕ່ການໝົດໂປຣມັນກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະເລີກກັນສະເໝີໄປ.

ຄູ່ຮັກຫຼາຍຄູ່ເລີກກັນໃນເວລາສັ້ນໆ, ບາງຄູ່ເລີກກັນຫຼັງຄົບໄດ້ໄລຍະໜຶ່ງ ແລະ ສ່ວນໜ້ອຍທີ່ຈະຮັກກັນດົນນານຈົນແກ່ເຖົ້າ. ຄູ່ທີ່ຢູ່ນໍາກັນດົນປານນັ້ນພວກເຂົາເຮັດໄດ້ແນວໃດ? ຄໍາຕອບແມ່ນພວກເຂົາມີຄວາມອົດທົນ, ເຂົ້າໃຈ ແລະ ຄວາມຜູກພັນກັນຈຶ່ງສາມາດຢູ່ນໍາກັນໄດ້ຫຼາຍກວ່າເຄິ່ງຊີວິດ.

ແຕ່ກ່ອນທີ່ເຮົາຈະກ້າວໄປສູ່ຂັ້ນຕອນ ຮັກກັນຈົນແກ່ເຖົ້ານັ້ນ, ແຕ່ລະຄູ່ຕ້ອງໃຊ້ ‘ພາສາຮັກ’ ຂອງຕົວເອງກັບຄົນຮັກຂອງເຮົາໃຫ້ພໍດີພໍພຽງ. ພາສາຮັກນັ້ນປະກອບມີ 5 ຮູບແບບຄື:

1. ການສື່ສານ

ການໃຊ້ຄໍາເວົ້າສື່ສານ, ຍ້ອງ ແລະ ບອກຮັກອີກຝ່າຍລວມເຖິງການສົ່ງຂໍ້ຄວາມ, ຂຽນຈົດໝາຍ, ຂຽນຄໍາເວົ້າຫວານໆໃສ່ເຈ້ຍ Note ໃຫ້ອີກຝ່າຍ. ພາສາຮັກນີ້ບໍ່ໄດ້ມີແຕ່ການບອກຮັກເທົ່ານັ້ນ, ແຕ່ຍັງລວມເຖິງ ການເວົ້າຂອບໃຈ, ການຍ້ອງ, ການໃຫ້ກໍາລັງໃຈ.

2. ການສໍາຜັດ

ສົ່ງຄວາມຮັກຜ່ານການສໍາຜັດຮ່າງກາຍເຊັ່ນຈັບມື, ກອດ, ເກາະແຂນ, ຫອມແກ້ມ, ຈູບ ແລະ ອີກຫຼາຍໆວິທີ. ເມື່ມະນຸດສໍາຜັດກັນ ຮ່າງການຈະຫຼັ່ງຮໍໂມນ Oxytocin ເຊິ່ງເປັນຮໍໂມນແຫ່ງຄວາມຮັກ, ຄວາມເຊື່ອໃຈ ແລະ ຜູກພັນ.

3. ການໃຫ້ເວລາ

ການໃຊ້ເວລານໍາກັນແບບ Quality Time (ໃຊ້ເວລາຮ່ວມກັນຢ່າງມີຄຸນນະພາບ) ເປັນພາສາຮັກທີ່ເກີດຂຶ້ນຈາກການເຮັດກິດຈະກໍາທີ່ໜ້າສົນໃຈຮ່ວມກັນເຊັ່ນ: ເບິ່ງໜັງ, ນັ່ງລົມກັນ, ຫຼິ້ນເກມນໍາກັນ, ເຮັດກິນນໍາກັນ ແລະ ອື່ນໆອີກຫຼາຍຢ່າງທີ່ທັງສອງມັກເຮັດນໍາກັນ.

4. ການເອົາໃຈ

ການເຮັດສິ່ງຕ່າງໆໃຫ້ອີກຝ່າຍກໍເປັນການສະແດງເຖິງຄວາມຮັກຂອງເຮົາດ້ວຍການບໍລິການອີກຝ່າຍໂດຍສະໝັກໃຈເຊັ່ນ: ຊ່ວຍວຽກເຮືອນ, ຂັບລົດໃຫ້, ເຮັດອາຫານໃຫ້, ມ້ຽນບ້ານໃຫ້ ລວມໄປເຖິງເລື່ອງເລັກນ້ອຍຄືເປີດປະຕູໃຫ້ກໍຍັງເປັນການສະແດງຄວາມຮັກຢ່າງໜຶ່ງ.

5. ການມອບຂອງຂວັນ

ພາສາຮັກຂອງສາຍເປກໍແມ່ນການມອບຂອງຂວັນໃຫ້ນີ້ແຫຼະ. ການໃຫ້ຂອງຂວັນອີກຝ່າຍໃນກາລະໂອກາດພິເສດ ຫຼື ພຽງຢາກໃຫ້ກໍໃຫ້ເປັນການສະແດງເຖິງຄວາມຮັກທີ່ມີມາຫຼາຍຍຸກຫຼາຍສະໄໝເຊິ່ງຂອງຂວັນບໍ່ຈໍາເປັນຕ້ອງແພງ ຫຼື ຫຼູຫຼາ ແຕ່ມັນອາດເຕັມໄປດ້ວຍຄວາມໝາຍ ຫຼື ບາງຢ່າງທີ່ເຮົາຕັ້ງໃຈເຮັດໃຫ້ກໍສາມາດເຕີມເຕັມໄດ້ແລ້ວ.

ອ່ານຕື່ມ:  ຢາກມີແຟນໃດ ແຕ່ມີຄົນແຊັດມາລົມພັດຄ້ານຕອບ ເຮັດແນວໃດຈຶ່ງຈະມີແຟນ?

ເຄັດລັບການຮັກສາຄວາມຮັກໄວ້ໃຫ້ໄດ້ດົນໆແມ່ນການສ້າງໂປຣໂມຊັ່ນເພື່ອ ‘ເຕີມເຕັມ’ ຄວາມຮູ້ສຶກຂອງກັນແລະກັນຢູ່ສະເໝີ. ຫາກວ່າເຮົາເລີ່ມບໍ່ໃສ່ໃຈເທື່ອໃດ ເທື່ອນັ້ນແຫຼະທີ່ຄວາມຮັກຈະເລີ່ມຈືດຈາງຄືກັບຄໍາເວົ້າທີ່ວ່າ “ຫວານຕົ້ນຈືດປາຍ”

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.