ສາວລາວໜຶ່ງດຽວໃນ Victoria’s Secret 2026 ກັບ ຣາມິດາ ແກ້ວທະວິໄຊ

ແບ່ງປັນ

ສາວລາວໜຶ່ງດຽວໃນ Victoria’s Secret 2026 ກັບ ຣາມິດາ ແກ້ວທະວິໄຊ

ໂດຍ: Tonmai Phoutthasack Tonmai Phoutthasack
04 May 2026 0

ຈາກຜູ້ສະໝັກຫຼາຍພັນຄົນທົ່ວໂລກ ມີຜູ້ຍິງລາວພຽງຄົນດຽວທີ່ທະລຸເຂົ້າຮອບ 1 ໃນ 90 ຄົນສຸດທ້າຍ ຂອງເວທີທີ່ນາງແບບທົ່ວໂລກຕ່າງໄຝ່ຝັນຢາກໄປຢືນຈຸດນັ້ນ ນັ້ນກໍຄື Victoria’s Secret 2026 ແລະ ສາວລາວໜຶ່ງດຽວທີ່ສາມາດໄປຢູ່ຈຸດນັ້ນໄດ້ກໍຄື “ຣາມິດາ ແກ້ວທະວິໄຊ”.

ຫຼັງຈາກທີ່ເລື່ອນຟີດແລ້ວບັງເອີນໄປເຫັນໂພສຮູບທີ່ໄດ້ຮັບອີເມລຈາກ Victoria’s Secret 2026, ມີຫວາທີ່ “ມ່ວນ” ຈະພາດ! ມື້ນີ້ເຮົາເລີຍຂໍອາສາພາທຸກຄົນໄປຕາມຫາ ແລະ ທຳຄວາມຮູ້ຈັກກັບນາງແບບສາວຄົນເກັ່ງຄົນນີ້ກັນ.

ມາຮູ້ຈັກກັບ “ຣາມິ – ຣາມິດາ ແກ້ວທະວີໄຊ” ສາວລາວແທ້ອາຍຸ 24 ປີ ທີ່ເກີດ ແລະ ເຕີບໃຫຍ່ຢູ່ລາວ ຈົບຊັ້ນມັດທະຍົມຈາກ Kiettisack International School. ສາເຫດທີ່ຣາມິບໍ່ເຄີຍມີຜົນງານໃນວົງການບັນເທີງ ຫຼື ມີກະແສໃນລາວມາກ່ອນ ກໍເພາະວ່າທັນທີທີ່ຮຽນຈົບມັດທະຍົມ ກໍຕ້ອງບິນລັດຟ້າໄປສຶກສາຕໍ່ທີ່ປະເທດຈີນທັນທີ.

ປັດຈຸບັນ ຣາມິກຳລັງຈະຈົບການສຶກສາລະດັບປະລິນຍາໂທ ດ້ານ Media and Communication ໂດຍກົງ ແລະ ກຳລັງເຮັດບົດວິໄຈກ່ຽວກັບ Psychology Communication (ຈິດຕະວິທະຍາການສື່ສານ) ຢູ່ມະຫາວິທະຍາໄລຊັ້ນນຳຢ່າງ Shanghai Jiao Tong University.

ເຖິງຣາມິຈະບໍ່ຄ່ອຍມີເວລາຢູ່ລາວ ແລະ ຍັງບໍ່ເຄີຍມີຜົນງານໃນວົງການບັນເທີງບ້ານເຮົາໃຫ້ເຫັນປານໃດ, ແຕ່ບອກເລີຍວ່າ ຄວາມສາມາດນັ້ນບໍ່ທຳມະດາ! ເພາະນອກຈາກຈະເວົ້າໄດ້ເຖິງ 4 ພາສາ (ລາວ, ໄທ, ອັງກິດ, ຈີນ) ແລ້ວ ຍັງເປັນເຖິງ CEO ສາວ ເຈົ້າຂອງແບຣນດັງທີ່ໃຜໆໄດ້ຍິນກໍຕ້ອງຮ້ອງວ້າວອີກດ້ວຍ.

ອ່ານຕື່ມ:  7 ເລື່ອງກ່ຽວກັບ ເມ - ຈິນດາ ຈັນມູນນີ ນາງແບບຜູ້ຊະນະ FACE of LAOS 2025 ທີ່ຈະເຮັດໃຫ້ຮູ້ຈັກລາວຫຼາຍຂຶ້ນ

ມື້ນີ້ມ່ວນຈະພາທຸກຄົນໄປຮູ້ຈັກກັບນ້ອງຫຼັງຈາກໄດ້ຮັບຂ່າວດີໃນການເປັນ 1-90 ຄົນຂອງ Victoria’s Secret 2026

ຈາກຄວາມຝັນຕັ້ງແຕ່ເດັກນ້ອຍ ໃຜຈະຄິດວ່າວັນໜຶ່ງມັນຈະກາຍເປັນຈິງ. ຣາມິໄດ້ເລົ່າໃຫ້ຟັງວ່າ

“ການໄດ້ເດີນແບບເທິງເວທີນີ້ ມັນເປັນຄວາມຝັນສ່ວນຕົວຂອງນ້ອງຢູ່ແລ້ວ.“

ປີນີ້ Victoria’s Secret ໄດ້ກັບມາຕາມຫາສາວໆເພື່ອທີ່ຈະເປັນ Angel ເທິງເວທີນີ້ອີກຄັ້ງໃນຮອບຫຼາຍປີ. ທາງ Modeling Agency ຢູ່ຈີນຂອງນ້ອງກໍໄດ້ສົ່ງຂໍ້ມູນຂອງເຮົາໄປໃຫ້ ແລະ ເຮົາກໍໄດ້ຮັບອີເມລ Call Back ໃຫ້ເຂົ້າໄປ Casting ຕົວຈິງກັບທາງ Head Quarter ຂອງ Victoria’s Secret ເລີຍ! ຕອນທີ່ເອເຈນຊີແຈ້ງຂ່າວ ແມ່ນດີໃຈຫຼາຍໆ ຮູ້ສຶກວ່າຕົວເອງໄດ້ກ້າວເຂົ້າໃກ້ຄວາມຝັນໄປອີກໜຶ່ງກ້າວແລ້ວ.

ຖ້າໃຜຕິດຕາມນ້ອງມາ ກໍອາດຈະຈື່ໄດ້ວ່ານ້ອງເຄີຍໄປ Audition ລາຍການ The Face Thailand ມາແລ້ວ ແຕ່ຕອນນັ້ນມີບັນຫາເລື່ອງສັນຍາເລີຍເຮັດໃຫ້ບໍ່ໄດ້ເຂົ້າຮອບຕໍ່. ເຖິງຢ່າງນັ້ນ ນ້ອງກໍບໍ່ເຄີຍລົ້ມເລີກຄວາມຝັນ; ຄວາມຜິດຫວັງໃນມື້ນັ້ນໄດ້ຫຼໍ່ຫຼອມໃຫ້ນ້ອງເຂັ້ມແຂງ ແລະ ເຕີບໂຕເປັນຜູ້ໃຫຍ່ຂຶ້ນ ຈົນກາຍມາມີນ້ອງໃນເວີຊັນທີ່ພ້ອມທີ່ສຸດສຳລັບ Victoria’s Secret ໃນມື້ນີ້.

ປັດຈຸບັນ ຣາມິກຳລັງຈະຮຽນຈົບ ປ.ໂທ ໃນປີນີ້ ເຊິ່ງການຮຽນເລີ່ມບໍ່ໜັກຄືແຕ່ກ່ອນແລ້ວ ຈຶ່ງສາມາດໂຟກັສກັບວຽກນາງແບບຢູ່ຈີນໄດ້ເຕັມທີ່ ຫຼັງຈາກທີ່ໄດ້ເຊັນສັນຍາກັບທາງ Agency. ໂດຍສະເພາະຊ່ວງນີ້ທີ່ເປັນຊ່ວງ Shanghai Fashion Week ຣາມິເອງຕ້ອງແບກຄວາມຝັນແລ່ນ Casting ວຽກທຸກມື້ ຕັ້ງແຕ່ເຊົ້າຈົນຄ່ຳກັນເລີຍ!

ເຫັນງາມໆ ແລະ ວຽກຫຍຸ້ງແບບນີ້ ຣາມິເອງກໍມີທຸລະກິດສ່ວນຕົວນຳເດີ້! ນັ້ນກໍຄືແບຣນ Material Girls Secret ເຊິ່ງເປັນສິນຄ້າບຣາປີກນົກ/ຍົກຊົງ. ເຖິງຕົວນ້ອງເອງຈະຢູ່ຈີນ ແຕ່ກໍມີທີມງານຄືເອື້ອຍຢູ່ລາວ ຊ່ວຍຈັດການໃຫ້ ເຮັດໃຫ້ສາມາດຮັກສາທຸລະກິດໄປໄດ້ພ້ອມໆກັບງານນາງແບບ. ແຖມໄວໆນີ້ຍັງຈະມີສິນຄ້າໃໝ່ອອກມາເຊີໄພຣ໌ສາວໆອີກດ້ວຍ! (ໃຜຢາກຕຳ ໄປເບິ່ງໄດ້ຢູ່ J-Mart ແລະ ມ່ວນໃຈ ທຸກສາຂາເລີຍ).

ນອກຈາກເປົ້າໝາຍໃນເວທີ Victoria’s Secret ແລ້ວ ປີ 2026 ນີ້ ຣາມິ ຍັງລັກມາບອກວ່າມີ “ໂປຣເຈັກໃຫຍ່” ລໍຖ້າຢູ່! ແຕ່ຂໍອຸບໄວ້ກ່ອນ ຮັບຮອງວ່າຈະມີຂ່າວດີພາຍໃນປີນີ້ແນ່ນອນ ເຊິ່ງເປັນວຽກທີ່ກ່ຽວກັບການເປັນນາງແບບໃນຕ່າງປະເທດ ທີ່ນ້ອງຍັງບໍ່ເຄີຍເຮັດມາກ່ອນ ແລະ ຍັງບໍ່ເຄີຍມີຄົນລາວເຮັດໄດ້ມາກ່ອນ! ຖ້ານ້ອງເຮັດສຳເລັດ ມັນຈະກາຍເປັນປະຫວັດສາດໜ້າໃໝ່ໃນວົງການນາງແບບຂອງລາວເລີຍ ແບບນີ້ກໍຕ້ອງລໍຖ້າຕິດຕາມໄປນຳກັນວ່າຈະແມ່ນໂປຣເຈັກຫຍັງ?

ອ່ານຕື່ມ:  7 ເລື່ອງກ່ຽວກັບ ເມ - ຈິນດາ ຈັນມູນນີ ນາງແບບຜູ້ຊະນະ FACE of LAOS 2025 ທີ່ຈະເຮັດໃຫ້ຮູ້ຈັກລາວຫຼາຍຂຶ້ນ

ຫຼັງຈາກທີ່ຂ່າວຄວາມສຳເລັດຂອງນ້ອງໄດ້ຖືກປ່ອຍອອກໄປ ຣາມິໄດ້ຮັບຂໍ້ຄວາມສະແດງຄວາມຍິນດີຢ່າງຫຼວງຫຼາຍ ທັງຈາກໝູ່ເພື່ອນ, ຄົນທີ່ຕິດຕາມກັນມາຕະຫຼອດ ແລະ ພີ່ນ້ອງໃນວົງການບັນເທີງລາວທີ່ມັກໃນວົງການ Fashion ແລະ Modeling ຄືກັນ. ຣາມິ ຢາກຂໍຝາກຂອບໃຈທຸກໆຄົນຫຼາຍໆທີ່ຕິດຕາມ ແລະ ເປັນກຳລັງໃຈໃຫ້ກັນມາຕະຫຼອດ. ມ່ວນກໍຂໍເປັນອີກໜຶ່ງແຮງເຊຍໃຫ້ນ້ອງຣາມິ ໄດ້ຕິດປີກນາງຟ້າສົມດັ່ງຄວາມຕັ້ງໃຈເດີ້! 💖

ສາມາດຕິດຕາມນ້ອງຣາມິໄດ້ທີ່
FB: Ramida Keothavixay
IG: @ramixpearls
TT: ramixpearls

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.