ມາເຊັກ Personal Color ກັບເຄັດລັບເລືອກໂທນສີຊຸດໃຫ້ເຂົ້າກັບສີຜິວທີ່ໃສ່ແລ້ວປັງ!

ແບ່ງປັນ

ມາເຊັກ Personal Color ກັບເຄັດລັບເລືອກໂທນສີຊຸດໃຫ້ເຂົ້າກັບສີຜິວທີ່ໃສ່ແລ້ວປັງ!

ໂດຍ: Tonmai Phoutthasack Tonmai Phoutthasack
23 March 2026 17

ເຄີຍເປັນບໍ່? ຢືນຢູ່ໜ້າຕູ້ເສື້ອຜ້າທີ່ເຕັມໄປດ້ວຍເຄື່ອງ ແຕ່ພັດຮູ້ສຶກວ່າ “ມື້ນີ້ບໍ່ຮູ້ຈະໃສ່ຫຍັງດີ” ຫຼື ບາງເທື່ອເຫັນເສື້ອໂຕນີ້ຄົນອື່ນໃສ່ຄືມາງາມແທ້ ແຕ່ພໍເຮົາເອົາມາໃສ່ ກັບຮູ້ສຶກວ່າໜ້າໝອງ, ເບິ່ງບໍ່ມີອໍຣ່າ, ປ່ຽນແລ້ວປ່ຽນອີກ ແຕ່ແຕ່ງແນວໃດກໍຮູ້ສຶກວ່າ “ບໍ່ຂຶ້ນ” ຈັກເທື່ອ.

ຄວາມຈິງແລ້ວ ບັນຫາອາດຈະບໍ່ໄດ້ຢູ່ທີ່ຮູບຮ່າງ ຫຼື ໜ້າຕາ ແຕ່ຄວາມລັບທີ່ຫຼາຍຄົນອາດຈະຍັງບໍ່ຮູ້ກໍຄື “ເຮົາອາດຈະກຳລັງເລືອກສີບໍ່ເຂົ້າກັບຕົວເອງ”.

ນີ້ຄືຈຸດທີ່ Personal Color ຈະເຂົ້າມາປ່ຽນແປງທຸກຢ່າງ.

ການແຕ່ງຕົວຕາມ Personal Color ບໍ່ແມ່ນແຕ່ເລື່ອງບັງເອີນ ແຕ່ມັນແມ່ນສາດແຫ່ງການເລືອກໂທນສີເສື້ອຜ້າ, ເຄື່ອງສຳອາງ ແລະ ສີຜົມ ໃຫ້ກົງກັບ “ສີຜິວທຳມະຊາດ (Undertone)” ຂອງແຕ່ລະບຸກຄົນ ລວມເຖິງສີຕາ ແລະ ສີຜົມທຳມະຊາດ. ເມື່ອເຮົາຈັບຄູ່ສີໄດ້ຖືກຕ້ອງ ມັນຈະເຮັດໜ້າທີ່ຄືກັບຣີເຟຼັກ (Reflector) ທີ່ຊ່ວຍສະທ້ອນແສງ, ດຶງຈຸດເດັ່ນ ແລະ ເຮັດໃຫ້ຜູ້ສວມໃສ່ເບິ່ງມີອໍຣ່າ, ໜ້າສະຫວ່າງສົດໃສ ແລະ ໂດດເດັ່ນທີ່ສຸດໂດຍບໍ່ຕ້ອງພະຍາຍາມ.

ສຳລັບການສ້າງພາບລັກແລ້ວ ທິດສະດີສີນີ້ຖືເປັນເຄື່ອງມືທີ່ຊົງພະລັງຫຼາຍ ບໍ່ວ່າຈະເປັນການເຊັດລຸກ (Set look) ໃຫ້ສິລະປິນໜ້າໃໝ່ເພື່ອກຽມເດບິວ, ການເຮັດສະໄຕລິ້ງ (Styling) ໃຫ້ນາງແບບໃນງານແຟຊັ່ນໂຊໃຫຍ່ໆ, ຫຼື ແມ່ນແຕ່ການສ້າງຄວາມໝັ້ນໃຈໃນຊີວິດປະຈຳວັນຂອງເຮົາເອງ.

ຖ້າໃຜຢາກບອກລາບັນຫາ “ຊື້ມາແລ້ວບໍ່ໄດ້ໃສ່” ຫຼື ຢາກອັບລຸກຕົນເອງໃຫ້ປັງກວ່າເກົ່າ ມື້ນີ້ເຮົາມາທຳຄວາມຮູ້ຈັກ ແລະ ເຈາະເລິກຂໍ້ມູນກ່ຽວກັບ Personal Color ໄປພ້ອມກັນເລີຍ!

ຈຸດກຳເນີດຂອງ Personal Color

ທິດສະດີ Personal Color ບໍ່ໄດ້ຫາແຕ່ເກີດຂຶ້ນ ແຕ່ມີຮາກຖານມາຈາກວົງການສິລະປະຕັ້ງແຕ່ຍຸກ 1920s ໂດຍເລີ່ມຕົ້ນຈາກ Johannes Itten ສິລະປິນ ແລະ ອາຈານຈາກໂຮງຮຽນສິລະປະ Bauhaus ທີ່ສັງເກດເຫັນວ່ານັກຮຽນແຕ່ລະຄົນຈະແຕ້ມຮູບອອກມາເບິ່ງດີທີ່ສຸດ ເມື່ອໃຊ້ໂທນສີທີ່ສອດຄ່ອງກັບສີຜິວ ແລະ ສີຜົມຂອງຕົນເອງ, ຕໍ່ມາຮອດຍຸກ 1980s ໄດ້ກາຍເປັນທິດສະດີແຟຊັ່ນເຕັມຕົວ ເມື່ອ Carole Jackson ຂຽນປຶ້ມຊື່ Color Me Beautiful ໂດຍແບ່ງກຸ່ມສີອອກເປັນ 4 ລະດູການ (Spring, Summer, Autumn, Winter) ເຊິ່ງກາຍເປັນສິ່ງທີ່ປະຕິວັດວົງການສະໄຕລິສໃນຍຸກນັ້ນ.

ເປັນຫຍັງເທຣນນີ້ຈຶ່ງກັບມາຮິດແຮງໃນປັດຈຸບັນ?

ຈຸດປ່ຽນທີ່ເຮັດໃຫ້ Personal Color ກາຍເປັນເມກະເທຣນ (Mega Trend) ໃນຍຸກນີ້ ມາຈາກ ອຸດສາຫະກຳບັນເທີງເກົາຫຼີ (K-Pop & K-Beauty):

  • ຄ້າຍເພງ ແລະ ສະໄຕລິສນຳສາດນີ້ມາໃຊ้ຢ່າງຈິງຈັງໃນການ “ວາງຄອນເຊັບ (Visual Concept)” ໃຫ້ກັບໄອດໍ້ (Idol) ບໍ່ວ່າຈະເປັນການຄຳແບັກ (Comeback) ຫຼື ການເດບິວ (Debut) ວົງໃໝ່ ເພື່ອຫາຈຸດທີ່ສິລະປິນເບິ່ງເປັ່ງປະກາຍທີ່ສຸດເທິງສະເຕຈ (Stage).
  • ເມື່ອແຟນຄລັບ ແລະ ຄົນທົ່ວໄປເຫັນການປ່ຽນສີຜົມ ຫຼື ໂທນເມກອັບທີ່ເຮັດໃຫ້ໄອດໍ້ເບິ່ງ “ສະຫວ່າງ ແລະ ມີອໍຣ່າ” ຂຶ້ນຢ່າງເຫັນໄດ້ຊັດ ບວກກັບການຣີວິວຜ່ານໂຊຊຽວມີເດຍຢ່າງ TikTok ເຮັດໃຫ້ຄົນລຸ້ນໃໝ່ຫັນມາສົນໃຈການວິເຄາະສີປະຈຳຕົວຢ່າງແຜ່ຫຼາຍ.
ອ່ານຕື່ມ:  ເປັນຫຍັງຕ້ອງກອດກັນ? ເພາະຊ່ວຍເຮັດໃຫ້ຄວາມສຳພັນດີຂຶ້ນ ຊວນສ້າງພະລັງໃຈຈາກການກອດ

ຂໍ້ດີຂອງການແຕ່ງຕົວຕາມ Personal Color

  • ໜ້າສະຫວ່າງ ມີອໍຣ່າ: ສີທີ່ແມ່ນຈະຊ່ວຍສະທ້ອນແສງເຂົ້າສູ່ໃບໜ້າ ເຮັດໃຫ້ຜິວເບິ່ງນຽນ, ກະຈ່າງໃສ, ຮອຍຄ້ຳ ຫຼື ຈຸດດ່າງດຳເບິ່ງຈາງລົງ.
  • ສ້າງພາບຈຳທີ່ຊັດເຈນ (Signature Look): ຊ່ວຍໃຫ້ການສ້າງແບຣນດິ້ງ (Branding) ບຸກຄົນແຂງແຮງຂຶ້ນ ເບິ່ງມີຄາແຣັກເຕີ້ (Character) ທີ່ໂດດເດັ່ນ ແລະ ຈື່ຈຳງ່າຍ.
  • ປະຢັດເວລາ ແລະ ງົບປະມານ: ເມື່ອຮູ້ວ່າຕົນເອງເໝາະກັບໂທນໃດ ການເລືອກຊື້ເສື້ອຜ້າ ຫຼື ເຄື່ອງສຳອາງຈະແມ່ນຢຳຂຶ້ນ ບໍ່ຕ້ອງເສຍເງິນກັບໄອເທັມທີ່ຊື້ມາແລ້ວບໍ່ໄດ້ໃສ່.
  • Mix & Match ງ່າຍຂຶ້ນ: ເສື້ອຜ້າໃນຕູ້ຈະເປັນໄປໃນທິດທາງດຽວກັນ ເຮັດໃຫ້ຈັບຄູ່ສີໄດ້ງ່າຍ ແລະ ເບິ່ງລົງຕົວສະເໝີ.

ຈຸດເດັ່ນຂອງ Personal Color ທັງ 4 ລະດູ

1. Spring (ໂທນອຸ່ນ / ສະຫວ່າງ ແລະ ສົດໃສ) ກຸ່ມໂທນອຸ່ນ (Warm Tone) ທີ່ມີຄວາມສະຫວ່າງ ແລະ ສົດໃສ. ຄົນກຸ່ມນີ້ຈະມີອໍຣ່າຂອງຄວາມສົດໃສລ່າເລີງ ເບິ່ງອ່ອນເຍົາ ແລະ ມີຊີວິດຊີວາ ຄອນທຣາສ (Contrast) ໃນໃບໜ້າບໍ່ສູງຫຼາຍ. ຜິວໂທນເຫຼືອງສະຫວ່າງ (Yellow/Golden Undertone) ຫຼື ສີພີຊ (Peach). ຜິວເບິ່ງມີຄວາມສົດໃສ ບາງຄົນອາດມີເລືອດຝາດສີສົ້ມອົມຊົມພູ ຫຼື ມີກະ (Freckles) ເວລາຖືກແດດຜິວຈະຄ້ຳຂຶ້ນເປັນສີນ້ຳຕານທອງແດງໄດ້ງ່າຍ. ສີຜົມທຳມະຊາດ: ສີນ້ຳຕານອ່ອນ, ນ້ຳຕານປະກາຍທອງ, ຫຼື ສີດຳອົມນ້ຳຕານ ເສັ້ນຜົມມັກຈະເບິ່ງນຸ່ມ ພິ້ວ ແລະ ມີຄວາມເງົາງາມ. ສີຕາ: ນ້ຳຕານອ່ອນ, ນ້ຳຕານປະກາຍທອງ, ຫຼື ສີຮາເຊວ (Hazel) ແວວຕາເບິ່ງເປັນປະກາຍສົດໃສ.

  • ເອກະລັກລວມໆ: ເບິ່ງເຟຣຊ (Fresh) ສະຫວ່າງໄສະໄຫວ ເປັ່ງປະກາຍ ຄືກັບດອກໄມ້ທີ່ຫາໃໝ່ບານ.
  • ພາບລັກ: ສົດໃສ ລ່າເລີງ ເບິ່ງເດັກລົງ ມີຄວາມເຟຣຊ ແລະ ເຂົ້າເຖິງງ່າຍ.
  • ກຸ່ມສີທີ່ແມ່ນ: ສີໂທນສະຫວ່າງ ແລະ ອົບອຸ່ນ ເຊັ່ນ: ພີຊ (Peach), ຄໍຣັລ (Coral), ເຫຼືອງພາດເທວ, ຂຽວແອັບເປິ້ນ.
  • ຈຸດເດັ່ນຂອງການແຕ່ງຕົວ: ເໝາະກັບເສື້ອຜ້າທີ່ມີຄວາມພິ້ວໄຫວ, ລາຍດອກໄມ້ນ້ອຍໆ ຫຼື ດີເທວ (Detail) ທີ່ເບິ່ງໜ້າຮັກ ສົດໃສ. ບໍ່ຄວນໃສ່ສີທີ່ທຶບ ຫຼື ເຂັ້ມຈົນເກີນໄປເພາະຈະກືນອໍຣ່າ.
ອ່ານຕື່ມ:  Lucky Syndrome Theory ຂ້ອຍຄືຜູ້ໂຊກດີ ຊວນລອງ Manifest ນຳແຕ່ສິ່ງດີໆເຂົ້າມາໃນຊີວິດ

ຈຸດເດັ່ນຂອງການແຕ່ງຕົວ: ເໝາະກັບເສື້ອຜ້າທີ່ມີຄວາມພິ້ວໄຫວ, ລາຍດອກໄມ້ນ້ອຍໆ ຫຼື ດີເທວ (Detail) ທີ່ເບິ່ງໜ້າຮັກ ສົດໃສ. ບໍ່ຄວນໃສ່ສີທີ່ທຶບ ຫຼື ເຂັ້ມຈົນເກີນໄປເພາະຈະກືນອໍຣ່າ.

2. Summer (ໂທນເຢັນ / ສະຫວ່າງ ແລະ ລະມຸນ) ກຸ່ມໂທນເຢັນ (Cool Tone) ທີ່ມີຄວາມສະຫວ່າງ ແລະ ນຸ່ມນວນ. ຄົນກຸ່ມນີ້ຈະມີພາບລັກທີ່ເບິ່ງຊອບ (Soft) ຫວານລະມຸນ ສະຫງ່າງາມ ແລະ ເບິ່ງສະບາຍຕາ, ຄວາມຄອນທຣາສລະຫວ່າງສີຜິວ ແລະ ສີຜົມຈະເບິ່ງເບົາໆ ກົມກືນກັນ. ສີຜິວອອກໂທນບົວ ຫຼື ອົມຟ້າ (Pink/Blue Undertone), ຜິວເບິ່ງມີຄວາມໂປ່ງແສງ ບາງເບົາ ເສັ້ນເລືອດທີ່ຂໍ້ມືເຫັນເປັນສີມ່ວງ ຫຼື ນ້ຳເງິນຊັດເຈນ ເວລາຖືກແດດຜິວມັກຈະແດງຫຼາຍກວ່າຄ້ຳ. ສີຜົມສີດຳທຳມະຊາດ, ສີນ້ຳຕານໝົ່ນ (Ash Brown), ຫຼື ສີເທົາໝົ່ນ ຈະບໍ່ມີປະກາຍແດງ ຫຼື ທອງແດງເຈືອປົນຢູ່ເລີຍ. ສີຕານ້ຳຕານເຂັ້ມຊອບໆ, ສີນ້ຳຕານອົມເທົາ, ຫຼື ສີດຳທີ່ເບິ່ງລອຍໆ ນຸ່ມນວນ ແວວຕາເບິ່ງອ່ອນໂຍນ.

  • ເອກະລັກລວມໆ: ເບິ່ງລະມຸນລະໄມ ຄລີນໆ ອ່ອນໂຍນ ຄືກັບພາບຖ່າຍທີ່ໃສ່ຟິວເຕີ້ຟຸ້ງໆ (Soft focus).
  • ພາບລັກ: ຫວານລະມຸນ ເບິ່ງແພງ ອ່ອນໂຍນ ສະຫງ່າງາມແບບຄຸນໜູ.
  • ກຸ່ມສີທີ່ແມ່ນ: ສີພາດເທວຕຸ່ນໆ ອົມເທົານິດໆ ເຊັ່ນ: ຊົມພູຝຸ່ນ (Dusty Pink), ມ່ວງລາເວນເດີ້, ຟ້າໝົ່ນ, ຂາວອັອບໄວທ໌ (Off-white).
  • ຈຸດເດັ່ນຂອງການແຕ່ງຕົວ: ລຸກ (Look) ທີ່ເບິ່ງຄລີນ, ມິນິມໍ (Minimal), ຜ້າທີ່ມີຄວາມພິ້ວ ຫຼື ລູກໄມ້ລະອຽດ. ການໃສ່ສີໂມໂນໂຄຣມ (Monochrome – ໂທນສີດຽວກັນທັງຊຸດ) ຈະຍິ່ງຂັບໃຫ້ເບິ່ງຫຼູຫຼາແບບ Soft Power.

3. Autumn (ໂທນອຸ່ນ / ເຂັ້ມ ແລະ ຕຸ່ນ) ກຸ່ມໂທນອຸ່ນ (Warm Tone) ທີ່ມີຄວາມເຂັ້ມຂຸ້ນ ແລະ ໜັກແໜ້ນ. ຄົນກຸ່ມນີ້ຈະມາພ້ອມກັບຄວາມຫຼູຫຼາ, ພູມຖານ, ເບິ່ງເປັນຜູ້ໃຫຍ່, ໜ້າຄົ້ນຫາ ແລະ ມີສະເໜ່ແບບຄລາສສິກ (Classic). ຜິວໂທນເຫຼືອງເຂັ້ມ, ຜິວສີນ້ຳເຜິ້ງ, ສີແທນ, ສີໝາກກອກ (Olive) ຫຼື ສີບຣອນຊ໌ (Golden/Warm Undertone) ຜິວຈະເບິ່ງນຽນກຣິບ ສະໝ່ຳສະເໝີ ບໍ່ຄ່ອຍມີເລືອດຝາດ ເວລາຕາກແດດຜິວຈະບົ່ມແດດງາມຫຼາຍ (Tanned easily). ສີຜົມທຳມະຊາດນ້ຳຕານເຂັ້ມ, ນ້ຳຕານຊັອກໂກແລັດ, ສີມະຮອກການີ ຫຼື ສີດຳປະກາຍນ້ຳຕານແດງ ເສັ້ນຜົມມັກຈະເບິ່ງໜາ ແລະ ມີນ້ຳໜັກ. ສີຕານ້ຳຕານເຂັ້ມ, ສີນ້ຳຕານປະກາຍແດງ, ຫຼື ສີຂຽວອົມນ້ຳຕານ ແວວຕາເບິ່ງທອດເລິກ ສຸຂຸມ ແລະ ລຶກລັບ.

  • ເອກະລັກລວມໆ: ເບິ່ງແພງ ອົບອຸ່ນ ໜັກແໜ້ນ ຄືກັບສີສັນຂອງທຳມະຊາດ ແລະ ເອິຣ໌ທໂທນ (Earth tone).
  • ພາບລັກ: ລຽບຫຼູ ພູມຖານ ເບິ່ງເປັນຜູ້ໃຫຍ່ ໜ້າຄົ້ນຫາ ແລະ ເບິ່ງອົບອຸ່ນ.
  • ກຸ່ມສີທີ່ແມ່ນ: ສີເອິຣ໌ທໂທນເຂັ້ມຂຸ້ນ ເຊັ່ນ: ຂຽວໂອລີບ (Olive), ເຫຼືອງມັສຕາດ, ສົ້ມອິດ (Terracotta), ນ້ຳຕານທອງ.
  • ຈຸດເດັ່ນຂອງການແຕ່ງຕົວ: ໂດດເດັ່ນຫຼາຍໃນເສື້ອຜ້າທີ່ມີເທັກເຈີ້ (Texture) ຊັດເຈນ ເຊັ່ນ: ຜ້າທະວີດ (Tweed), ຜ້າໄໝຖັກ, ຫຼື ໜັງ. ການແຕ່ງຕົວສະໄຕລ໌ຄລາສສິກ, ແກລມ (Glam) ຫຼື ລຸກສະມາດແຄຊຊົວ (Smart Casual) ຈະເບິ່ງແພງຫຼາຍ.

4. Winter (ໂທນເຢັນ / ເຂັ້ມ ແລະ ຈັດຈ້ານ) ຄົນກຸ່ມນີ້ຈະມີຄວາມໂດດເດັ່ນ ຄົມຊັດ ໂສບສຽວ ແລະ ເບິ່ງມີພະລັງ “ຄອນທຣາສ” ເທິງໃບໜ້າຈະສູງຫຼາຍ (ເຊັ່ນ: ຜິວຂາວຈັດຕັດກັບຜົມດຳສະນິດ ຫຼື ຜິວເຂັ້ມຈັດແຕ່ຕາຂາວສະຫວ່າງຫຼາຍ). ສີຜິວມີຄວາມຫຼາກຫຼາຍສູງຫຼາຍ ຕັ້ງແຕ່ຂາວຈືດ (Porcelain) ໄປຈົນເຖິງຜິວສີເຂັ້ມຈັດ (Cool Olive/Deep Blue Undertone) ແຕ່ຈຸດຮ່ວມຄືຜິວຈະເບິ່ງມີຄວາມເຢັນ ບໍ່ມີປະກາຍສີທອງ ຫຼື ສີສົ້ມເຈືອປົນຢູ່ເລີຍ. ສີຜົມທຳມະຊາດດຳ (Jet Black), ດຳອົມນ້ຳເງິນ ຫຼື ນ້ຳຕານເຂັ້ມຈັດໝົ່ນເທົາ ເສັ້ນຜົມມັກຈະເບິ່ງເງົາງາມ ແລະ ສີຊັດເຈນ. ສີຕາດຳສະນິດ, ສີນ້ຳຕານເຂັ້ມຈັດ ຫຼື ສີຕາທີ່ມີຄວາມສະຫວ່າງຕັດກັບຕາຂາວຢ່າງຊັດເຈນ ແວວຕາເບິ່ງດຸດັນ ຄົມກຣິບ ແລະ ມີພະລັງ.

  • ເອກະລັກລວມໆ: ເບິ່ງຊິກ (Chic) ໂມເດິນ ຄົມຄາຍ ແລະ ໂດດເດັ່ນສະດຸດຕາແບບບໍ່ຕ້ອງພະຍາຍາມ.
  • ພາບລັກ: ໂດດເດັ່ນ ຄົມຊັດ ໂສບສຽວ ຊົງພະລັງ ແລະ ມີຄວາມເປັນຜູ້ນຳແຟຊັ່ນສູງ.
  • ກຸ່ມສີທີ່ແມ່ນ: ສີທີ່ມີຄອນທຣາສຊັດເຈນ ເຊັ່ນ: ແດງສົດ (True Red), ນ້ຳເງິນຣອຍຢັລບລູ (Royal Blue), ຂຽວມໍລະກົດ, ດຳສະນິດ, ຂາວສະຫວ່າງ (Pure White).
  • ຈຸດເດັ່ນຂອງການແຕ່ງຕົວ: ເໝາະກັບການຫຼິ້ນ Color Block (ຈັບຄູ່ສີຕັດກັນ) ຫຼື ການໃສ່ສູດຄັດຕິ້ງເນັຍບໆ (Cutting). ລຸກທີ່ເບິ່ງໂມເດິນ ໂສບສຽວ ແລະ ການໃຊ້ເຄື່ອງປະດັບສີເງິນເງົາວັບ ຈະຍິ່ງສົ່ງໃຫ້ລຸກເບິ່ງໄຮແຟຊັ່ນ (High Fashion).

ໝາຍເຫດ: ໃນຄົນອາຊີ ເຖິງແມ່ນວ່າສ່ວນໃຫຍ່ຈະມີຜົມສີດຳ ແລະ ຕາສີນ້ຳຕານ, ແຕ່ເຮົາສາມາດແຍກລະດູໄດ້ຈາກປະຕິກິລິຍາຂອງສີຜິວເມື່ອສະທ້ອນກັບສີຜ້າ ລວມເຖິງລະດັບຄວາມໝົ່ນ ແລະ ຄວາມສະຫວ່າງຂອງເມັດສີຕາມທຳມະຊາດ.

ອ່ານຕື່ມ:  ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.